ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ ຈະສາມາດເພິ່ງຕົນເອງໄດ້ຫຼືບໍ່ ຖ້າຫາກວ່າໄດ້ຫລຸດພົ້ນຈາກການເປັນປະເທດດ້ອຍພັດທະນາ


ເຂດເສດຖະກິດພິເສດສີ່ພັນດອນ ລາວ-ຈີນ ແມ່ນນຶ່ງໃນເຂດເສດຖະກິດພິເສດຈຳນວນຫຼາຍແຫ່ງ ໃນແຂວງຕ່າງໆ ຂອງລັດຖະບານລາວ.
ເຂດເສດຖະກິດພິເສດສີ່ພັນດອນ ລາວ-ຈີນ ແມ່ນນຶ່ງໃນເຂດເສດຖະກິດພິເສດຈຳນວນຫຼາຍແຫ່ງ ໃນແຂວງຕ່າງໆ ຂອງລັດຖະບານລາວ.

ປະທານປະເທດມີຄວາມກັງວົນໃຈວ່າ ສປປ ລາວ ຈະສາມາດເພິ່ງຕົນເອງໄດ້ຫຼືບໍ່ ຖ້າຫາກວ່າໄດ້ຮັບສະຖານະພາບຂອງການເປັນປະເທດທີ່ຫລຸດພົ້ນຈາກການ ເປັນປະເທດດ້ອຍພັດທະນາ ໃນປີ 2026 ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ທ່ານທອງລຸນ ສີສຸລິດ ປະທານປະເທດ ຖະແຫລງວ່າ ການລະບາດຂອງໄວ ຣັສໂຄວິດ-19 ກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມໃນລາວຢ່າງກວ້າງ ຂວາງ ຫາກແຕ່ວ່າ ພັກແລະລັດຖະບານລາວ ຍັງຈະດຳເນີນມາດຕະການໃນທຸກວິທີທາງ ເພື່ອເຮັດໃຫ້ ສປປ ລາວ ຫລຸດພົ້ນຈາກສະພາບດ້ອຍພັດທະນາແລະກ້າວຂຶ້ນເປັນປະເທດກຳລັງພັດທະນາທີ່ປະຊາຊົນມີລາຍໄດ້ໃນລະດັບປານກາງໄປຫາສູງ ໃຫ້ໄດ້ຕາມເປົ້າໝາຍ ທີ່ວາງໄວ້ພາຍ ໃນປີ 2030 ດັ່ງນັ້ນ ຈຶ່ງຕ້ອງການຈະໄດ້ຮັບການຮ່ວມມືຈາກທຸກພາກສ່ວນທັງພາຍໃນແລະຕ່າງປະເທດ ເພື່ອສຸມໃສ່ການແກ້ບັນຫາຍາກຈົນ ແລະຟື້ນຟູສະພາບຊີວິດການເປັນຢູ່ຂອງປະ ຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ໃຫ້ໄດ້ຢ່າງເປັນຮູບປະທຳ.

ແຕ່ຢ່າງໃດກໍຕາມ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ກໍລາຍງານວ່າ ສປປ ລາວ ເປັນປະເທດນຶ່ງທີ່ຈະໄດ້ຮັບການຮັບຮອງ ໃຫ້ເປັນປະ ເທດທີ່ຫລຸດພົ້ນຈາກສະຖານະພາບດ້ອຍພັດທະນາພາຍໃນ 5 ປີຕໍ່ໜ້າ ຫຼືໃນປີ 2026 ນັ້ນ ກໍຈະສົ່ງຜົນກະທົບຕໍ່ລາວ ໃນຫຼາຍໆດ້ານດ້ວຍກັນ ເຊັ່ນການຊ່ອຍເຫຼືອລ້າແລະການກູ້ຢືມເງິນຈາກຕ່າງປະເທດ ການໄດ້ຮັບສິດທິພິເສດທາງການ ຄ້າ ຮວມເຖິງຄວາມສາມາດໃນການຜະລິດສິນຄ້າຂອງລາວເພື່ອແຂ່ງຂັນໃນຕະ ຫຼາດການຄ້າສາກົນໃຫ້ໄດ້ຢ່າງຄັກແນ່ ຊຶ່ງກໍໄດ້ສ້າງຄວາມວິຕົກກັງວົນຕໍ່ບັນຫາທີ່ຈະສົ່ງຜົນກະທົບຕໍ່ລາວ ດັ່ງກ່າວບໍ່ໜ້ອຍຄືກັນ ຍ້ອນວ່າທຸກພາກສ່ວນໃນລາວ ມີເວລາກຽມພ້ອມພຽງ 4 ປີເທົ່ານັ້ນ ດັ່ງທີ່ ທ່ານທອງລຸນ ໄດ້ຢືນຢັນວ່າ:

“ຄັນອອກຈາກຫັ້ນແລ້ວ ການຊ່ອຍເຫຼືອລ້າ-ໜ້ອຍລົງ ການກູ້ຢືມດອກເບ້ຍຕ່ຳ-ຈະບໍ່ມີອີກ ແລະສິນຄ້າຂອງປະເທດເຮົາຈະສົ່ງໄປບັນດາປະເທດທີ່ເຂົາໃຫ້ນະໂຍບາຍພິເສດທາງດ້ານພາສີອາກອນ ກໍຫາຍໄປ ແຕ່ນີ້ຮອດ 2025 ພວກເຮົາຈະບຸກບືນແນວໃດກຸ້ມຕົນເອງ ພວເຮົາຕ້ອງມີໃຈຢູ່ບ່ອນວ່າ ພວກເຮົາຈະບໍ່ຢູ່ໃນສະຖານະພາບດ້ອຍພັດທະນາ ຢູ່ແນວນີ້ຕະຫຼອດໄປ ພວກເຮົາຕ້ອງອອກໃຫ້ໄດ້ ແຕ່ອອກເວລາໃດ ພວກເຮົາຕ້ອງສາມາດ ຢືນຢູ່ລຳແຂ່ງ-ລຳຂາ ຂອງເຮົາເອງ ເພື່ອພັດທະນາຂຶ້ນເປັນລຳດັບ.”

ໂດຍໃນປີ 2021 ລັດຖະບານລາວໄດ້ວາງເປົ້າໝາຍຂອງການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດທີ່ແນໃສ່ການຍົກລະດັບສະພາບຊີວິດການເປັນຢູ່ຂອງປະຊາຊົນລາວ ບັນດາເຜົ່າໃຫ້ດີຂຶ້ນ ແລະຫລຸດພົ້ນອອກຈາກຄວາມທຸກຍາກໃຫ້ໄດ້ 3,234 ຄອບຄົວ ເພື່ອເຮັດໃຫ້ຍັງເຫຼືອຄອບຄົວທີ່ຍາກຈົນບໍ່ເກີນ 60,160 ຄອບຄົວ ຫຼື 4.9 ເປີເຊັນ ຂອງຈຳນວນຄອບຄົວທັງໝົດໃນທົ່ວປະ ເທດ ກັບສ້າງຕັ້ງບ້ານພັດທະນາໃຫ້ໄດ້ 100 ບ້ານແລະຍົກລະດັບບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ເພີ້ມຂຶ້ນດ້ວຍ.

ທັງນີ້ໂດຍທະນາຄານໂລກ ໄດ້ໃຫ້ການສະໜັບສະໜຸນເງິນກູ້ ແກ່ກອງທຶນລົບລ້າງຄວາມທຸກຍາກໃນລາວ ຄິດເປັນມູນຄ່າລວມ 54 ລ້ານໂດລາ ສຳລັບນຳໃຊ້ເພື່ອການຈັດຕັ້ງປະຕິບັດແຜນການພັດທະນາລະບົບພື້ນຖານໂຄງລ່າງເພື່ອແກ້ໄຂບັນຫາຄວາມທຸກຈົນຈຂອງປະຊາຊົນໃນເຂດຊົນນະບົດ ໃນຊ່ວງ 3 ປີກ່ອນໜ້ານີ້ ຊຶ່ງລັດຖະບານລາວ ກໍສາມາດປະກອບສ່ວນງົບປະມານໄດ້ພຽງແຕ່ 6 ລ້ານໂດລາເທົ່ານັນ ແລະການຈັດຕັ້ງປະຕິບັດຕົວຈິງນັ້ນ ກໍ​ສາ​ມາດແກ້ບັນຫາຍາກຈົນໄດ້ 12,011 ຄອບຄົວ ລົບລ້າງບັນຫາຍາກຈົນໄດ້ຢ່າງສິ້ນເຊີງ ໃນ 200 ບ້ານ ແລະສ້າງຕັ້ງບ້ານພັດທະນາໄດ້ເພີ້ມຂຶ້ນເປັນ 4,138 ບ້ານ ທັງຍັງໄດ້ພັດທະນາ ແລະໄດ້ຍົກລະດັບບ້ານໃຫຍ່ຂຶ້ນເປັນຕົວເມືອງນ້ອຍ ໃນເຂດຊົນ ນະບົດໄດ້ເພີ້ມຂຶ້ນ ຈາກ 45 ເປັນ 56 ເມືອງ.

ສ່ວນອົງການສະຫະປະຊາຊາດເພື່ອການພັດທະນາ ປະເມີນວ່າ ການລະບາດຂອງໄວຣັສໂຄວິດ-19 ໄດ້ເຮັດໃຫ້ປະຊາຊົນລາວ ຍາກຈົນເພີ້ມຂຶ້ນ ເປັນ 66,000 ກວ່າຄອບຄົວ ຫຼື 5.4 ເປີເຊັນຂອງຄອບຄົວທັງໝົດ.

ທາງດ້ານສະພາເສດຖະກິດແລະສັງຄົມແຫ່ງສະຫະປະຊາຊາດ ຄາດໝາຍໄວ້ວ່າ ລາວອາດຈະຫລຸດພົ້ນອອກຈາກສະພາບດ້ອຍພັດທະນາ ໃນ ປີ 2025 ເພາະລັດຖະບານລາວ ສາມາດປະຕິບັດໄດ້ແລ້ວ 2 ເງື່ອນໄຂໃນ 3 ເງື່ອນໄຂ ຄືຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI) ຕ້ອງບໍ່ຫລຸດ 1,242 ໂດລາຕໍ່ຄົນ ຊຶ່ງລາວປະຕິບັດໄດ້ທີ່ລະດັບ 1,996 ໂດລາຕໍ່ຄົນໃນປີ 2015 ສ່ວນໃນດ້ານດັດຊະນີຊັບສິນມະນຸດ (HAI) ຊຶ່ງຈະຕ້ອງເຖິງອັດຕາສະເລ່ຍ 66 ເປີເຊັນນັ້ນ ລັດຖະບານລາວຈັດຕັ້ງປະຕິບັດໄດ້ແລ້ວທີ່ລະດັບ 72.8 ເປີເຊັນ ສະນັ້ນຈຶ່ງຍັງເຫຼືອພຽງເງື່ອນໄຂໃນດ້ານດັດຊະນີຄວາມອ່ອນໄຫວທາງເສດຖະກິດ (EVI) ທີ່ຈະຕ້ອງຢູ່ໃນລະດັບທີ່ຕ່ຳກວ່າ 32 ເປີເຊັນ ຫາກແຕ່ວ່າ ລັດຖະບານລາວປະຕິ ບັດໄດ້ທີ່ລະດັບ 33.7 ເປີເຊັນ ຈຶ່ງຈະຕ້ອງຈັດຕັ້ງປະຕິບັດໃຫ້ໄດ້ຕາມເງື່ອນໄຂທີ 3 ນີ້ຢ່າງຄົບຖ້ວນ ພາຍໃນປີ 2025 ນັ້ນເອງ.

XS
SM
MD
LG