ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວແລະຫວຽດນາມ ຮ່ວມກັນເຮັດແຜນທີ່ ຊາຍແດນຂອງ 2 ປະເທດສະບັບໃໝ່ ເພື່ອແນໃສ່ ເຮັດໃຫ້ເຂດຊາຍແດນ ມີຄວາມຊັດເຈນ ຍິ່ງຂຶ້ນ


ພາບ​ແຜນ​ທີ່​ຊາຍ​ແດນ​ລາວ ກັບ​ປະ​ເທດ​ເພື່ອນ​ບ້ານ
ພາບ​ແຜນ​ທີ່​ຊາຍ​ແດນ​ລາວ ກັບ​ປະ​ເທດ​ເພື່ອນ​ບ້ານ

ທາງ​ການ​ລາວ ​ແລະຫວຽດນາມ​ຮ່ວມ​ກັນຈັດ​ທຳ​ແຜນທີ່​ເຂດ​ຊາຍ​ແດນລະ​ຫວ່າງ​ສອງ​ປະ​ເທດສະ​ບັບ​ໃໝ່ ໂດຍໃຊ້ມາດ​ຕາ​ສ່ວນ 1 ຕໍ່ 100,000 ແນ່ໃສ່​ເຮັດ​ໃຫ້ເຂດຊາຍແດນມີຄວາມຊັດເຈນ ເພື່ອກຳ​ຈັດ​ຂໍ້​ຂັດ​ແຍ້ງລະຫວ່າງກັນ, ຊົງ​ລິດ ໂພນ​ເງິນ​ ມີ​ລາຍ​ງານ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ເຈົ້າໜ້າທີ່ໃນ​ອຳ​ນາດ​ການ​ປົກ​ຄອງແຂວງສາລະວັນເປີດເຜີຍວ່າ ເປົ້າໝາຍສຳຄັນອັນນຶ່ງ ທີ່ຄະ​ນະພັກ-ລັດ ລາວ ແລະຫວຽດນາມໄດ້ກຳນົດວ່າ ຈະ​ຕ​ອ້ງຮ່ວມກັນຈັດ​ຕັ້ງ​ປະ​ຕິບັດໃຫ້​ສຳ​ເລັດ ເນື່ອງ​ໃນ​ໂອ​ກາດ ສະເຫລີມສະຫລອງການ​ພົວ​ພັນ ແລະ​ຮ່ວມ​ມື​ແບບ​ພິ​ເສດລະ​ຫວ່າງ​ລາວ-ຫວຽດ​ນາມ​ຄົບ​ຮອບ 45 ປີ ແລະ​ການ​ສະ​ຖາ​ປະ​ນາ​ຄວາມ​ສຳ​ພັນທາງການທູດລະ​ຫວ່າງສອງປະເທດ ຄົບຮອບ 60 ປີ ໃນປີ 2022 ກໍ​ຄື ການ​ຈັດ​ທຳແຜນທີ່ເຂດຊາຍແດນລະ​ຫວ່າງລາວ-ຫວຽດນາມ ສະບັບໃໝ່ ໂດຍການ​ນຳ​ໃຊ້​ເທັກ​ນິກ​ທີ່​ທັນ​ສະ​ໄໝ​ເຂົ້າ​ໃນ​ການ​ຈັດ​ທຳ ເຊັ່ນ​ການ​ຖ່າຍ​ພາບ​ທາງ​ອາ​ກາດ ​ແລະ​ການ​ວັດ​ແທກດ້ວຍ​ລະ​ບົບສັນ​ຍານ​ຈາກ​ດາວ​ທຽມ ຊຶ່ງ​ຈະ​ເຮັດໃຫ້ການ​ກຳ​ນົດ​ເສັ້ນເຂດ​ແດນມີ​ຄວາມ​ຊັດ​ເຈນຫລາຍ​ຂຶ້ນ ໂດຍການນຳໃຊ້ຂະໜາດມາດ​ຕາ 1:100,000 ແລະ ອີງໃສ່ແຜນທີ່ສະ​ບັບເກົ່າ ທີ່ນຳໃຊ້ຕັ້ງແຕ່ປີ 1999 ເປັນຕົ້ນມາແລ້ວ ຈຶ່ງບໍ່ສອດຄ່ອງກັບ ສະພາບຕົວຈິງ ໃນປັດຈຸບັນນັ້ນ​ເອງ ດັ່ງເຈົ້າໜ້າທີ່ລາວໄດ້ໃຫ້​ການຢືນຢັນວ່າ:

"ບ່ອນ​ອີງ​ອັນສໍາຄັນໃຫ້​ແກ່​ທາງວິຊາການ ບວກ​ໃສ່ຂໍ້ມູນພື້ນຖານຂອງເສັ້ນເຂດແດນເຊື່ອມຕໍ່ ປີ 1999 ພວກ​ເຮົາ​ກະ​ໄດ້ມີການສັງລວມ ແລະການກວດ​ຄືນດ້ານເທັກ​ນິກ ເພື່ອເຮັດ​ແນວ​ໃດໃຫ້ມັນສອດຄ່ອງກັບການຄຸ້ມ​ຄອງຕົວຈິງຂອງການຕັ້ງຖິ່ນຖານ ຫຼືວ່າການ​ດຳ​ລົງຊີວິດຕົວຈິງຂອງປະຊາຊົນ ທີ່ຢູ່ໃນບໍລິເວນເຂດແດນ ເຊື່ອມຕໍ່ ພ້ອມ​ກັນ​ນັ້ນ ເພື່ອ​ເຮັດ​ໃຫ້​ການ​ຖ່າຍ​ທອດ​ເສັ້ນເຂດແດນເຊື່ອມຕໍ່ລົງໃສ່ໃນແຜນທີ່ - ພູມສັນຖານ, ມາດ​ຕາ​ສ່ວນ 1 ແສນ ທັງຈະຕ້ອງໄດ້ເພີ່ມຄ່າພິກັດເຂົ້າໃສ່ໃຫ້ລະອຽດແລະຈະແຈ້ງຕື່ມ."

ພ້ອມ​ກັນ​ນີ້ ​ທາງ​ການ​ລາວ-ຫວຽດ​ນາມ ກໍ​ຍັງ​ໄດ້​ຕົກ​ລົງ​ຮ່ວມ​ມື​ກັນ ​ເຂົ້າ​ໃນ​ການກວດ​ກາ​ເຂດ​ຊາຍ​ແດນ​ລະ​ຫວ່າງ 2 ປະ​ເທດ ​ໃຫ້​ມີ​ປະ​ສິດ​ທິ​ພາບ​ສູງ​ຂຶ້ນ ເພື່ອ​ເຮັດ​ໃຫ້​ເປັນ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຢ່າງ​ແທ້​ຈິງ ໂດຍ​ສະ​ເພາະ​ແມ່ນ​ການ​ໃຫ້​ບໍ​ລິ​ການ​ແບບ​ປະ​ຕູ​ດຽວ ເພື່​ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຄ້າ ການ​ລົງ​ທຶນ ການ​ບໍ​ລິ​ການ ແລະ ການ​ເຊື່ອມ​ຕໍ່​ດ້ານ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ​ໃນ​ຕະຫຼອດ​ຊາຍ​ແດນ​ລາວ-ຫວຽດ​ນາມ​ນັ້ນ ​ຈະ​ຕ້ອງ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ໄດ້​ຢ່າງ​ຄົບ​ຖ້ວນ​ລວມ​ເຖິງ​ການ​ປ້ອງ​ກັນ ແລະ ປາບ​ປາມ​ອາ​ຊະ​ຍາ​ກຳ​ຕ່າງໆ​ ອີກດ້ວຍ​ນັ້ນ ຖື​ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລະ​ດັບ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ລາວ ດັ່ງ​ທີ່​ທ່ານ ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ​ຢືນ​ຢັນ​ວ່າ:​

“ລາວ-ຫວຽດນາມ ຈະສືບຕໍ່ຮ່ວມມືກັນແກ້​ໄຂ​ບັນ​ດາ​ໜໍ່​ແໜງ ທີ່​ຈະພາໃຫ້​ເກີດປາ​ກົດ​ການ​ຫຍໍ້​ທໍ້ ຢູ່ຕາມ ຊາຍແດນຂອງສອງປະເທດ ເຮັດໃຫ້ຊາຍແດນເປັນຊາຍແດນແຫ່ງສັນຕິພາບ ມີ​ຄວາມ​ສະ​ຫງົບສຸກ ສ້າງເງື່ອນໄຂ ໃຫ້ປະຊາຊົນຢູ່ລຽບຕາມຊາຍແດນ ມີການ​ພັດ​ທະ​ນາໃຫ້ປະຊາຊົນ 2 ປະເທດໄປ-ມາ ຫາສູ່ກັນ ແລະ ທຳ​ມາ​ຫາກິນຮ່ວມ​ກັນ ສືບຕໍ່ໃຫ້ຄວາມ​ຮູ້-ຄວາມ​ເຂົ້າ​ໃຈ ຢ່າງ​ເລິກ​ເຊິ່ງເຖິງປະຫວັດສາດ ຄວາມ​ເປັນ​ມາ ຂອງນ້ຳໃຈມິດຕະພາບ ແລະຮັກສາໄວ້ໃຫ້ໝັ້ນຄົງ-ຍາວ​ນານ”

ທັງ​ນີ້ ກະ​ຊ​ວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງຫວຽດ​ນາມ ໄດ້​ຕົກ​ລົງ​ໃຫ້​ທຶນ​ຊ່ວຍ​ເຫຼືອ​ລ້າ 450 ຕື້​ດົງ​ ສຳ​ລັບ​ການ​ສ້າງ​ຕັ້ງ ແລະ ກໍ່​ສ້າງວິ​ທະ​ຍາ​ຄານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ລາວ ໃຫ້​ສຳ​ເລັດ​ໃນ​ທ້າຍ​ປີ 2023 ອັນ​ຈະ​ເປັນ​ພາກ​ສ່ວນ​ທີ່​ມີ​ບົດ​ບາດ​ຢ່າງ​ສຳ​ຄັນ​ໃນ​ການ​ສ້າງ​ບຸກ​ຄະ​ລາ​ກອນ​ດ້ານ​ການ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ຂອງລາວ ໃຫ້​ມີ​ຄວາມ​ຮູ້​ເທົ່າ​ທັນ​ກັບ​ສະ​ພາບ​ການ​ສາ​ກົນ​ທີ່​ປ່ຽນ​ແປງ​ຕະຫຼອດ​ເວ​ລາ​ດ້ວຍ​ການ​ຊ່ວຍ​ເຫຼືອ​ຈາກ​ຝ່າຍຫວຽດ​ນາມ ທັງ​ໃນ​ດ້ານ​ກາ​ນ​ຝຶກ​ອົບ​ຮົມ ແລະ ການ​ປະ​ຕິ​ບັດ​ຕົວ​ຈິງ​ໂດຍ​ແນ​ໃສ່​ການ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ສະ​ກັດ​ກັ້ນ​ທຸກ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ໄພ​ຄຸກ​ຄາມ​ຕໍ່​ສະ​ຖຽນ​ລະ​ພາບ​ທາງ​ການ​ເມືອງ​ຂອງ​ລາວ ແລະ​ຫວຽດ​ນາມ​ເປັນ​ສຳ​ຄັນ.

ສ່ວນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ເປີດ​ເຜີຍ​ວ່າ​ການ​ຄ້າ​ໜີ​ພາ​ສີ​ເປັນ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ​ຢູ່​ຊາຍ​ແດນ​ລາວ-ຫວຽດ​ນາມ​ທີ່​ມີ​ໄລ​ຍະ​ທາງ​ຍາວ 2,160 ກິ​ໂລ​ແມັດ​ປະ​ກອບ​ກັບ​ທາງ​ການ​ລາວ​ມີ​ບຸກ​ຄະ​ລາ​ກອນ​ຢ່າງ​ຈຳ​ກັດ​ດ້ວຍ​ແລ້ວ ຈຶ່ງ​ເປັນ​ການ​ຍາກ​ທີ່​ຈະ​ກວດ​ກາ ແລະ ສະ​ກັດ​ກັ້ນ​ໄດ້​ຢ່າງ​ທົ່ວ​ເຖິງ ດັ່ງ​ຈະ​ເຫັນ​ໄດ້​ຈາ​ກ​ການ​ລັກ​ລອບ​ຂົນ​ສົ່ງ​ໄມ້​ເຖື່ອນ​ຈາກ​ລາວ​ໄ​ປ​ຫວຽດ​ນາມ​ນັ້ນ ຍັງ​ຄົງ​ເກີດ​ຂຶ້ນ​ຢູ່​ເລື້ອຍ​ມາ ເຖິງ​ແມ່ນ​ວ່າ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ໄດ້​ອອກ​ຄຳ​ສັ່ງ​ເລກ​ທີ 15/ນຍ ເພື່ອ​ຫ້າມ​ການ​ສົ່ງ​ໄມ້​ທ່ອນ​ໄປ​ຕ່າງ​ປະ​ເທດ​ຢ່າງ​ເດັດ​ຂາດ​ນັບ​ແຕ່​ປີ 2016 ແລ້ວ​ກໍ​ຕາມ ແຕ່​ດ້ວຍ​ການ​ຈັດ​ຕັ້ງ​ເຄືອ​ຂ່າຍ​ຂ້າມ​ຊາດ ແລະ ມີ​ພະ​ນັກ​ງານ​ລັດ​ຮ່ວ​ມ​ມື​ດ້ວຍ​ນັ້ນ ຈຶ່ງ​ເປັນ​ການ​ຍາກ​ທີ່​ຈະ​ປາບ​ປາມ​ໃຫ້​ໄດ້​ຢ່າງສິ້ນ​ເຊີງ.

ທັງ​ນີ້​ໜ່ວຍ​ສະ​ເພາະ​ກິດ​ຂອງ​ລັດ​ຖະ​ບານ​ລາວ ໄດ້​ກວດ​ພົບ​ການ​ຄ້າ​ໄມ້​ເຖື່ອນ 678 ກໍ​ລະ​ນີ ມີ​ຜູ້​ກະ​ທຳ​ຜິດ 1,774 ຄົນ​ໃນ​ນີ້​ເປັນ​ພະ​ນັກ​ງານ​ລັດ 587 ຄົນ, ນັກ​ທຸ​ລະ​ກິດ 298 ຄົນ ແລະ ປະ​ຊາ​ຊົນ 859 ຄົນ, ຍຶດ​ເລື່ອຍ​ໄຟ​ຟ້າ 15,549 ໜ່ວຍ, ເຄື່ອງ​ຊອຍ​ໄມ້ 1,816 ຊຸດ, ລົດ​ໄຖ-ລົດ​ຍົນ-ລົດ​ບັນ​ທຸກ-ລົດ​ຍົກ-ລົດ​ຂຸດ ແລະ ລົດ​ອື່ນໆ 558 ຄັນ, ໄມ້​ເຖື່ອນກວ່າ 1 ລ້ານ​ແມັດ​ກ້ອນ ຄິດ​ເປັນ​ມູນ​ຄ່າ​ເສຍ​ຫາຍກວ່າ 450 ລ້ານ​ໂດ​ລາ​ໃນ 3 ປີ ​ຜ່ານ​ມາ.

XS
SM
MD
LG