ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວເລີ່ມ ກໍ່ສ້າງ ທາງລົດໄຟ ສະຫວັນນະເຂດ - ລາວບາວ


ພິທີ​ວາງ​ສິລາ​ເລິກ ​ເພື່ອ​​ເລີ່​ມການ​ກໍ່ສ້າງ​ທາງ​ລົດ​ໄຟ ທີ່​ເຊື່ອມ​ຕໍ່​ຈາກ​ແຂວງ​ສະຫວັນ​ນະ​ເຂດ ​ໄປ​ຍັງ​ດ່ານ​ລາວ​ບາ​ວ ຫວຽດນາມ
ພິທີ​ວາງ​ສິລາ​ເລິກ ​ເພື່ອ​​ເລີ່​ມການ​ກໍ່ສ້າງ​ທາງ​ລົດ​ໄຟ ທີ່​ເຊື່ອມ​ຕໍ່​ຈາກ​ແຂວງ​ສະຫວັນ​ນະ​ເຂດ ​ໄປ​ຍັງ​ດ່ານ​ລາວ​ບາ​ວ ຫວຽດນາມ
ການ​ກໍ່ສ້າງ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່​ຈາກ​ແຂວງ​ສະຫວັນ​ນະ​ເຂດ​ໄປ​
ຊາຍ​ແດນ​ຫວຽດນາມ ຈະສໍາ​ເລັດ​ພາຍ​ໃນ​ 3 ປີ​ຕໍ່ໜ້າ ສ່ວນ​ໂຄງ
ການ​ກໍ່ສ້າງ​ທາງ​ລົດ​ໄຟ​ ຄວາມ​ໄວ​ສູງ​ ຍັງ​ລໍຖ້າ​ເງິນ​ກູ້​ຢືມ ຈາກ​
ທາງ​ການ​ຈີນ.


ພິທີ​ວາງ​ສິລາ​ເລິກ ​ເພື່ອເລີ່​ມການ​ກໍ່ສ້າງ​ທາງ​ລົດ​ໄຟ ທີ່​ເຊື່ອມ​ຕໍ່​ຈາກ​ແຂວງ​ສະຫວັນ​ນະ​ເຂດ ​ໄປ​ຍັງ​ດ່ານ​ລາວ​ບາ​ວ ທີ່​ເປັນ​ຊາຍ​ແດນ​ຕິດ​ຕໍ່​ລະຫວ່າງ​ລາວ​ກັບ​ຫວຽດນາມນັ້ນ ​ໄດ້​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ​ ຢູ່​ທີ່​ບ້ານ​ນາ​ຊາຍ ​ເມືອງ​ອຸທຸມພອນ ​ແຂວງ​ສະຫວັນ​ນະ​ເຂດ ​ໃນ​ທ້າຍ​ເດືອນ​ທັນວາ 2013 ທີ່​ຜ່ານ​ມາ ​ໂດຍ​ມີ​ທ່ານ ອາ​ຈົງ ລາວ​ເມົາ ຫົວໜ້າ​ກົມ​ສົ່ງ​ເສີມ​ການ​ລົງທຶນກະຊວງ​ແຜນການ​ແລະກາ​ນລົງທຶນ ​ແລະ​ທ່ານ ອັບ​ດຸນ ອາ​ຊິດ ກາ​ປາ​ວີ ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ຂົນ​ສົ່ງ​ຂອງ​ມາ​ເລ​ເຊຍ ​ເປັນ​ປະທານ​ຮ່ວມ​ກັນ. ​

ໂຄງການ​ ດັ່ງກ່າວ​ນີ້ ​ເປັນການລົງທຶນ​ ຂອງ​ກຸ່ມ​ບໍລິສັດ Giant Consolidate ຈໍາກັດ ຈາກ​ມາ​ເລ​ເຊຍ ທີ່​ມີ​ມູນ​ຄ່າລວມ​ເຖິງ 5,000 ລ້ານ​ໂດ​ລ່າ ​ໂດຍ​ໄດ້​ວາງ​ແຜນການ​ຈະ​ດໍາ​ເນີນ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ທີ່​ມີ​ລະຍະ​ທາງ ຍາວ 220 ກິ​ໂລ​ແມັດ ​ໃຫ້​ສໍາ​ເລັດ​ພາຍ​ໃນ 3 ປີ ຊຶ່ງ​ກໍ​ຈະ ​ເຮັດ​ໃຫ້​ສາມາດ​ເລີ່​ມ​ເດີນ​ຂະ​ບວນລົດໄຟ​ທັງ​ເພື່ອ​ການ​ໂດຍສານ ​ແລະ​ຂົນ​ສົ່ງ​ສິນຄ້າ​ໄດ້ ນັບແຕ່​ຕົ້ນປີ 2017 ​ເປັນ​ຕົ້ນ​ໄປ.

ທັງ​ນີ້ ​ໂດຍ​ກຸ່ມ​ບໍລິສັດ Giant Consolidate ຈໍາກັດ ​ໄດ້​ຮັບ​ອະນຸຍາດຈາກ​ທາງ​ການ​ລາວ ​ເພື່ອ​ດໍາ​ເນີນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງການ​ໃນ​ປີ 2008 ຕິດຕາມ​ດ້ວຍ​ການອະນຸຍາດ​ສໍາ​ປະທານ​ ໂຄງການ​ເປັນ​ລະຍະ​ເວລາ 50 ປີ ​ໃນ​ທ້າຍ​ປີ 2012 ​ໂດຍ​ເປັນ​ການ​ລົງທຶນ ຂອງ​ບໍລິສັດດັ່ງກ່າວ​ທັງ 100% ​ແລະ​ບໍລິສັດ​ຈະ​ມີ​ສິດ​ໃນ​ການ​ບໍລິຫານ​ເພື່ອ​ເກັບ​ເອົາ​ຜົນ​ປະ​ໂຫຍດຈາກ​ໂຄງການ​ເປັນ ​ເວລາ 50 ປີ ​ແລະ​ຫຼັງ​ຈາກ​ນັ້ນ ກໍ​ຈະ​ຕ້ອງໂອນ​ໂຄງການ​ໃຫ້​ແກ່​ລັດຖະບານ​ລາວ​ຕໍ່​ໄປ.

​ໂດຍ​ທາງ​ການ​ລາວ​ແລະ​ກຸ່ມ​ລົງທຶນ​ໃນ​ໂຄງການ​ເຊື່ອ​ໝັ້ນ​ວ່າ ທາງ​ລົດ​ໄຟ ສະຫວັນ​ນະ​ເຂດ-ລາວ​ບາ​ວ ຈະ​ປະກອບສ່ວນ​ຢ່າງ​ສໍາຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ ລະ ຫວ່າງ​ປະ​ເທດ​ ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ ທີ່ມີ​ລາວ​ເປັນ​ສູນ​ກາງ​ ເຊື່ອມ​ຕໍ່​ ດ້ານ​ຄົມມະນາ ຄົມ-ຂົນ​ສົ່ງ ກັບ​ຫວຽດ ນາມ ​ໄທ ​ແລະ​ມຽນມາ ທີ່​ເອີ້ນ​ວ່າ​ແລວ​ເສດຖະກິດ​ຕາ​ເວັນ​ອອກ ​ແລະ​ ຕາ​ເວັນ​ຕົກ​ ໃນ​ເຂດ​ລຸ່ມ ​ແມ່​ນໍ້າຂອງ ຫຼື East-West Corridor ທີ່​ໄດ້​ຮັບ​ການ​ສະໜັບສະໜຸນ​ດ້ານ​ການ​ລົງທຶນ​ຈາກ ທະນາຄານ​ພັດທະນາ​ເອ​ເຊຍ ADB ​ແລະ​ລັດຖະ ບານ​ຍີ່ປຸ່ນ​ນັ້ນ​ເອງ.

ແຜນທີ່ລົດໄຟຄວາມໄວສູງ ໃນລາວ
ແຜນທີ່ລົດໄຟຄວາມໄວສູງ ໃນລາວ

ສ່ວນ​ກ່ຽວ​ກັບ​ໂຄງການ ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ​ເພື່ອ​
ເຊື່ອມ​ຕໍ່​ລາວ​ກັບ​ຈີນ​ນັ້ນ ຈົນ​ເຖິງ​ຂະນະ​ນີ້ກໍ​ຍັງ​ຄົງ​ບໍ່​ມີຄວາມ​ຄືບ​
ໜ້າ​ເກີດ​ຂຶ້ນ ​ເນື່ອງ​ຈາກ​ລັດຖະບານ​ຈີນ​ຍັງ​ບໍ່​ໄດ້​ສະ​ແດງ​ທ່າ​ທີ​
ໃຫ້​ເຫັນ​ເລີ​ຍວ່າ​ ຈະອະນຸມັດ​ເງິນ​ທຶນ​ກູ້​ຢືມ​ ໃນ​ມູນ​ຄ່າ 7,000
ລ້ານ​ໂດ​ລ່າ ​ໃຫ້​ແກ່​ລັດຖະບານ​ລາວ​ໄດ້​ເມື່ອ​ໃດ​ແທ້ ຊຶ່ງ​ກໍໄດ້​ສົ່ງ​
ຜົນ​ເຮັດ​ໃຫ້​ໂຄງການ​ຕ້ອງ​ປະ​ເຊີນ​ກັບ​ບັນຫາ​ຊັກ​ຊ້າ​ນັບ​ຕັ້ງ​ແຕ່
ປີ 2010 ​ເປັນ​ຕົ້ນ​ມາ​ແລ້ວ. ​

ແຕ່​ຢ່າງ​ໃດ​ກໍ​ຕາມທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກ​
ລັດຖະມົນຕີ ຜູ້​ຊີ້​ນໍາ​ວຽກ​ງານ​ດ້ານ​ເສດຖະກິດ​ຂອງ​ລັດຖະບານ​
ລາວ ກໍ​ໄດ້​ໃຫ້ການ​ຢືນຢັນ ກັບ​ວີ​ໂອ​ເອ ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ​ທາງການ​ຈີນ​ຍັງ​ຢືນຢັນ​ທີ່​ຈະ​ໃຫ້ການ​ສະໜັບສະໜຸນ​ໂຄງການ​ກໍ່ ສ້າງ​ທາງ​ລົດ​ໄຟ​ໃນ​ລາວ​ຕໍ່​ໄປ ​ໂດຍ​ການ​ຢືນຢັນ​ດັ່ງກ່າວ​ໄດ້​ມີ​ຂຶ້ນ​ໃນ​ໂອກາດ​ທີ່ທ່ານ ຫຼີ ​ເກີ​ສຽງ ນາ​ຍົກ​ລັດຖະມົນຕີຈີນ ​ໄດ້​ພົບ​ປະ​ເຈ ລະຈາ​ກັບ​ທ່ານ​ທອງ​ສິງ ທໍ​າມະ​ວົງ ນາຍົກລັດຖະມົນຕີລາວ ຢູ່​ທີ່​ເມືອງ​ໜານ​ໜິງ ປະ​ເທດ​ຈີນ ​ເມື່ອເດືອນ​ສິງຫາ ປີ 2013.

ຫາກ​ແຕ່ວ່າ​ທາງ​ການ​ຈີນ​ກໍ​ອາດ​ຈະ​ມີ​ການ​ແຕ່ງ​ຕັ້ງ ຄະນະ​ຮັບຜິດຊອບ ​ເພື່ອ​ທໍາ​ການ​ສຶກ ສາ​ຄວາມ​ເປັນ​ໄປໄດ້​ຂອງ​ໂຄງການ​ອີກ​ເທື່ອໃໝ່ ​ເນື່ອງ ຈາກເຫັນ​ວ່າ​ລົດ​ໄຟ​ຄວາມ​ໄວ​ສູງ ອາດ​ຈະ​ບໍ່​ເໝາະ​ສົມ​ກັບ​ພູມິ​ປະ​ເທດຂອງ​ລາວ ທີ່​ສ່ວນ​ໃຫຍ່ເ​ປັນ​ເຂດ​ພູດ​ອຍ ດັ່ງ​ທ່ີ​ທ່ານ​ສົມ​ສະຫວາດ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ອິງ​ໃສ່​ປະສົບ​ການ​ຂອງ​ຈີນ ຢູ່​ເຂດ​ພູດ​ອຍນີ້ ຄັນຖ້າວ່າ​ເຮົາ​ເຮັດ​ຄວາມ​ໄວ​ເກີນ​ໄປ​ນີ້ ປະສິດທິ​ຜົນ​ຂອງ​ເສດຖະກິດ​ມັນ​ອາດ​ຈະ​ບໍ່​ເໝາະ​ສົມ​ປານ​ໃດ ອັນ​ນີ້ອັນ​ນຶ່ງ ອັນ​ທີ່​ສອງ​ຫຼ່ະ​ແມ່ນ​ພວກ​ເຮົາ​ເຮັດ​ທາງ​ລົດ​ໄຟ​ນີ້​ມີ​ແຕ່​ທາງ​ດຽວ ມັນ​ບໍ່​ມີ​ທາງ​ຄູ່ ຄັນ​ເຮັດ​ທາງ​ຄູ່​ແລ້ວ​ເສັ້ນ​ນຶ່ງ ​ແມ່ນ​ໂດຍສານ​ເສັ້ນ​ນຶ່ງ ​ແລະ​ເປັນ​ຂົນ​ສົ່ງ ນີ້​ກະ​ພໍ​ເຮັດ​ໄດ້ ສະ​ນັ້ນ​ອັນ​ນີ້​ແລ້ວ​ເຂົາ​ຈຶ່ງ​ສະ​ເໜີ​ວ່າ​ເສັ້ນທາງ ​ໂດຍສານ​ນີ້​ກະ​ໃຫ້ມັນ​ໄດ້​ຄວາມ​ໄວ​ລະຫວ່າງ 160-200 ນີ້​ແລ້ວ​ຂົນ​ສົ່ງ​ສິນຄ້າ​ນີ້​ເປັນ 120 ຈັ່ງ​ຊີ້ໜາ.”

​ເພາະສະ​ນັ້ນ ຖ້າຫາກ​ທາງ​ການ​ຈີນ​ໄດ້​ທໍາ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງການ​ໃໝ່​ທັງ ໝົດ​ແລ້ວ ​ເຫັນ​ວ່າ​ລົດ​ໄຟ​ຄວາມ​ໄວ​ປານ​ກາງ​ລະບົບ​ລາງ​ຄູ່ ມີ​ຄວາມ​ສອດຄ່ອງ​ກັບ​ການ​ພັດທະ ນາ​ເສດຖະກິດ​ລາວ​ຫຼາຍ​ກວ່າ​ລົດ​ໄຟ​ຄວາມ​ໄວສູງ ​ແລະ​ຖ້າ​ຫາກ​ວ່າ​ທາງ​ການ​ລາວ​ກໍ​ເຫັນ​ດີ​ດ້ວຍ​ນັ້ນ ກໍ​ຈະ​ເປັນ​ຜົນ​ເຮັດ​ໃຫ້​ທາງ​ການ​ລາວ​ກັບ​ຈີນ ຕ້ອງ​ມີ​ການ​ເຈລະຈາ​ກັນ​ໃໝ່​ທັງໝົດ​ດ້ວຍ​ນັ້ນ​ເອງ.
XS
SM
MD
LG