ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສັກຢາວັກຊີນກັນໄວຣັສໂຄວິດ-19 ໃຫ້ຜູ້ສູງອາຍຸແລະເຍົາວະຊົນລາວ ຍັງຈັດຕັ້ງປະຕິບັດໄດ້ຕໍ່າກວ່າແຜນການທີ່ວາງໄວ້


ຜູ້ສູງອາຍຸຄົນນຶ່ງໄດ້ຮັບການສັກຢາວັກຊີນກັນໄວຣັສໂຄວິດ-19
ຜູ້ສູງອາຍຸຄົນນຶ່ງໄດ້ຮັບການສັກຢາວັກຊີນກັນໄວຣັສໂຄວິດ-19

ການສັກຢາວັກຊີນກັນໄວຣັສໂຄວິດ-19 ໃຫ້ຜູ້ສູງອາຍຸແລະເຍົາວະຊົນລາວ ອາຍຸລະຫວ່າງ 6-17 ປີ ຍັງຈັດຕັ້ງປະຕິບັດໄດ້ຕໍ່າກວ່າແຜນການທີ່ວາງໄວ້ ເພາະປະ ຊາຊົນຈຳນວນຫຼາຍ ຍັງບໍ່ໝັ້ນໃນຄວາມປອດໄພ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມແລະສົ່ງເສີມສຸຂະພາບ ໄດ້ໃຫ້ ການຍອມຮັບວ່າ ການສັກຢາວັກຊີນກັນໄວຣັສໂຄວິດ-19 ໃຫ້ກຸ່ມເປົ້າໝາຍກໍຄືຜູ້ສູງອາຍຸ ແລະເຍົາວະຊົນອາຍຸລະຫວ່າງ 6-17 ປີນັ້ນ ຍັງຈັດຕັ້ງປະຕິບັດໄດ້ຕໍ່າກວ່າແຜນການທີ່ວາງໄວ້ ເພາະປາກົດມີປະຊາຊົນລາວ ຈຳນວນຫຼາຍຍັງບໍ່ເຊື່ອ ໝັ້ນໃນຄວາມປອດໄພຕໍ່ສຸຂະພາບຮ່າງກາຍ ພາຍຫຼັງຈາກສັກຢາວັກຊີນໃຫ້ພໍ່-ແມ່ແລະລູກຫຼານຂອງພວກຕົນແລ້ວນັ້ນ ໂດຍສະເພາະແມ່ນກຸ່ມເຍົາວະຊົນທີ່ອາຍຸ 6-11 ປີ ກັບອາຍຸ 12-17 ປີ ທີ່ຕ້ອງໄປຮຽນໜັງສືຢູ່ທີ່ໂຮງຮຽນຕາມປົກກະຕິໃນທົ່ວປະເທດ ນັບແຕ່ຕົ້ນເດືອນເມສາ 2022 ນີ້ ເປັນຕົ້ນໄປ ຍ່ອມຖືເປັນກຸ່ມທີ່ມີຄວາມສ່ຽງສູງ ທີ່ຈະຕິດໄວຣັສໂຄວິດ-19 ເພາະວ່າ ກຸ່ມເຍົາວະຊົນລາວ ດັ່ງກ່າວໄດ້ຮັບການສັກຢາວັກຊີນເຂັມທີ 2 ຄິດເປັນອັດຕາສະເລ່ຍພຽງ 61.8 ເປີເຊັນ ແລະ 52.3 ເປີເຊັນ ຕາມລຳດັບ ໃນຂະນະທີ່ແຜນການໄດ້ວາງເປົ້າໝາຍໄວ້ວ່າ ຈະຕ້ອງປະຕິບັດໃຫ້ໄດ້ເຖິງ 100 ເປີເຊັນ ດັ່ງທີ່ທ່ານພອນປະເສີດ ໃຫ້ການຢືນຢັນວ່າ:

“6-11 ປີ ກັບ 12-17 ປີ ສ່ວນໃຫຍ່ກະແມ່ນນອນຢູ່ໃນໂຮງຮຽນຊັ້ນປະຖົມ-ມັດ ທະຍົມ ເພາະສະນັ້ນ ກໍຢາກຮຽກຮ້ອງໃຫ້ພໍ່ແມ່-ປະຊາຊົນ ຜູ້ທີ່ມີລູກຍັງຮຽນຢູ່ໃນໂຮງຮຽນປະຖົມ ຮຽນຢູ່ໃນມັດທະຍົບນີ້ ຈົ່ງໄດ້ເອົາໃຈໃສ່ ໃຫ້ກັບລູກຂອງຕົນເອງຫັ້ນ ໄດ້ເຂົ້າເຖິງການບໍລິການກັກຊີນໃຫ້ມັນຫຼາຍຂຶ້ນ ຄວາມກວມໃຫ້ມັນໄດ້ຮອດ 100 ເປີເຊັນ ເພາະວ່າ ການໃຫ້ເດັກນ້ອຍໄປຮຽນຄືນໃໝ່ນີ້ແມ່ນມີຄວາມຈຳເປັນທີ່ສຸດ ຄັນຖ້າວ່າ ໝວດເຮົາບໍ່ເອົາໃຈໃສ່ ໃນການຍົກລະດັບພູມຄຸ້ມກັນໃຫ້ກັບເຂົາ ເຈົ້ານີ້ ມັນກໍຈະເຮັດໃຫ້ພວກເຂົາເຈົ້າມີຄວາມສ່ຽງ ໃນການໄປຕິດເຊື້ອ.”

ທັງນີ້ ໂດຍເຍົາວະຊົນລາວ ອາຍຸລະຫວ່າງ 6-17 ປີ ທີ່ເປັນເປົ້າໝາຍການສັກວັກຊີນກັນໄວຣັສໂຄວິດ-19 ມີຈຳນວນຫຼາຍກວ່າ 1.7 ລ້ານຄົນ ໃນທົ່ວປະເທດ ແຕ່ກໍຍັງບໍ່ສາມາດກຳນົດໄດ້ວ່າ ຈະສັກຢາວັກຊີນກັນໄວຣັສໂຄວິດ-19 ໃຫ້ກັບເຍົາວະຊົນກຸ່ມນີ້ ໄດ້ຢ່າງຄົບຖ້ວນເມື່ອໃດເພາະວ່າ ນອກຈາກບັນຫາກ່ຽວກັບຄວາມເຊື່ອໝັ້ນຂອງປະຊາຊົນດັ່ງກ່າວແລ້ວ ຍັງຕ້ອງປະສົບບັນຫາຫຍຸ້ງຍາກໃນການເດີນທາງໄປໃນເຂດຊົນນະບົດຫ່າງໄກສອກຫລີກອັນເຮັດໃຫ້ເກີດການຊັກຊ້າໃນການດຳເນີນງານແລະບໍ່ສາມາດວາງແຜນການສັກຢາວັກຊີນໃຫ້ກັບເຍົາວະຊົນທີ່ຢູ່ໃນເຂດຊົນນະບົດໄດ້ຢ່າງຄັກແນ່ອີກດ້ວຍ.

ຍິງໄວໜຸ່ມຄົນນຶ່ງ ໄດ້ຮັບການສັກຢາວັກຊີນກັນໄວຣັສໂຄວິດ-19 ຢູ່ໃນ ສປປ ລາວ.
ຍິງໄວໜຸ່ມຄົນນຶ່ງ ໄດ້ຮັບການສັກຢາວັກຊີນກັນໄວຣັສໂຄວິດ-19 ຢູ່ໃນ ສປປ ລາວ.

ສ່ວນທ່ານນາງບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະແລະລະບາດວິທະ ຍາ ຖະແຫລງຢືນຢັນວ່າ ສາເຫດສຳຄັນປະການນຶ່ງທີ່ເຮັດໃຫ້ປະຊາຊົນລາວຕິດ ເຊື້ອໄວຣັສໂຄວິດ-19 ແລະເສຍຊີວິດຫຼາຍຂຶ້ນນັບມື້ ເພາະວ່າ ການສັກຢາວັກຊີນກັນໂຄວິດ-19 ຍັງກະຈາຍໄປບໍ່ເຖິງກຸ່ມເປົ້າໝາຍທີ່ຈະຕ້ອງໄດ້ຮັບການສັກຢາວັກຊີນຢ່າງຮີບດ່ວນ ກໍຄືຜູ້ທີ່ອາຍຸແຕ່ 60 ປີຂຶ້ນໄປ ຜູ້ທີ່ມີໂຣກປະຈຳໂຕ ແມ່ຍິງທີ່ຖືພາເກີນ 12 ສັບປະດາ ແລະເຍົາວະຊົນທີ່ອາຍຸ 18 ປີລົງມາ ຊຶ່ງຈາກການສຶກສາວິໄຈໃນລາວ ພົບວ່າ 85 ເປີເຊັນ ຂອງຈຳນວນຜູ້ຕິດໂຄວິດ-19 ແລະ 84.6 ເປີເຊັນຂອງຈຳນວນຜູ້ເສຍຊີວິດທັງໝົດນັ້ນ ກໍຄືກຸ່ມປະຊາກອນລາວທີ່ຍັງບໍ່ທັນໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ແລະປະກອບກັບໂຄວິດ-19 ໄດ້ລະບາດໃນຄອບຄົວ ແລະໃນຊຸມຊົນຢ່າງກວ້າງຂວາງດ້ວຍແລ້ວ ຈຶ່ງເປັນການຍາກ ທີ່ຈະສະ ກັດກັ້ນການລະບາດໄດ້ໃນເວລານີ້.

ແຕ່ຢ່າງໃດກໍຕາມ ດ້ວຍການຊ່ອຍເຫຼືອດ້ານຢາວັກຊີນກັນໄວຣັສໂຄວິດ-19 ຈາກນານາຊາດໃນໄລຍະທີ່ຜ່ານມາ ກໍເຮັດໃຫ້ລັດຖະບານລາວ ເຊື່ອວ່າ ຍັງຈະໄດ້ຮັບການຊ່ອຍເຫຼືອເພີ້ມຂຶ້ນ ແລະພຽງພໍສຳລັບການເພີ້ມເປົ້າໝາຍ ໃນການສັກວັກຊີນຈາກ 80 ເປີເຊັນ ເປັນ 87.25 ເປີເຊັນ ຂອງປະຊາກອນລາວພາຍໃນທ້າຍປີ 2022 ນີ້ ໂດຍສະເພາະແມ່ນການຊ່ອຍເຫຼືອຈາກລັດຖະບານຈີນແລະລັດຖະບານສະຫະ ລັດອາເມຣິກາ ທີ່ໃຫ້ການຊ່ອຍເຫຼືອຜ່ານໂຄງການ COVAX ຂອງອົງການອະນາ ໄມໂລກ (WHO) ນັ້ນ ກໍຍັງເຮັດໃຫ້ລາວມີຢາວັກຊີນຫຼາຍຊະນິດທີ່ສາມາດສັກໃຫ້ກັບປະຊາຊົນລາວແລະຕ່າງຊາດທີ່ຢູ່ໃນລາວໄດ້ເພີ້ມຂຶ້ນ ທັງເປັນການສ້າງພູມຄຸ້ມກັນລວມໝູ່ທີ່ຈະເຮັດໃຫ້ປະຊາຊົນລາວ ສາມາດຈະດຳລົງຊີວິດປົກກະຕິແບບໃໝ່ໄດ້ໄວຂຶ້ນດ້ວຍ ໂດຍລັດຖະບານຈີນ ໄດ້ໃຫ້ການຊ່ອຍເຫຼືອຢາວັກຊີນກັນໂຄວິດ-19 ແກ່ລັດຖະບານລາວ ເກືອບ 10 ລ້ານໂດສ ນັບຈາກປີ 2020 ເປັນຕົ້ນມາ ສ່ວນລັດຖະບານສະຫະລັດອາເມຣິກາ ໄດ້ໃຫ້ການຊ່ອຍເຫຼືອແກ່ລັດຖະບານລາວ ກວ່າ 13 ລ້ານໂດລາ ຜ່ານອົງການ WHO ກັບ UNICEF ແລະ USAID ໃນນີ້ກໍລວມມີຢາວັກຊີນ Johnson & Johnson ແລະ Pfizer ຈຳນວນເກີນກວ່າ 2.7 ລ້ານໂດສ.

XS
SM
MD
LG