ທາງການລາວສາມາດເກັບກູ້ລະເບີດບໍ່ທັນແຕກໄດ້ພຽງແຕ່
30% ຂອງພື້ນທີ່ເປົ້າໝາຍໃນແຜນການປີ 2011-2015
ເທົ່ານັ້ນ ໂດຍມີສາເຫດມາຈາກການໄດ້ຮັບການຊ່ວຍເຫຼືອ ບໍ່ພຽງພໍກັບຄວາມຕ້ອງການ.
ທ່ານບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈໍາສໍານັກງານ
ນາຍົກລັດຖະມົນຕີ ແລະປະທານຄະນະກໍາມະການຄຸ້ມຄອງ
ແຫ່ງຊາດເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ຫຼື UXO
ທີ່ຕົກຄ້າງໃນລາວ ຖະແຫຼງຍອມຮັບວ່າ ການເກັບກູ້ລະເບີດ
UXO ໃນຊ່ວງທີ່ຜ່ານມາຂອງແຜນການປະຕິບັດງານໃນຊ່ວງ
ປີ 2011-2015 ຍັງບໍ່ສາມາດປະຕິບັດໄດ້ຕໍ່າກວ່າເປົ້າໝາຍ
ທີ່ວາງເອົາໄວ້ເຖິງ 70% ຂອງແຜນການ.
ກໍຄືໃນຂະນະທີ່ແຜນການ 5 ປີໄດ້ວາງເປົ້າໝາຍຈະເກັບກູ້ລະເບີດ UXO ໃຫ້ໄດ້ ໃນ
ພື້ນທີ່ລວມບໍ່ໜ້ອຍກວ່າ 1 ແສນເຮັກຕ້າ ຫາກແຕ່ການປະຕິບັດຕົວຈິງໃນໄລຍະທີ່ຜ່ານ
ມາຈົນເຖິງປັດຈຸບັນກັບສາມາດເກັບກູ້ໄດ້ໃນພື້ນທີ່ລວມພຽງແຕ່ 30,000 ເຮັກຕ້າ ຫຼື
ຄິດເປັນ 30% ຂອງແຜນການທີ່ວາງໄວ້ເທົ່ານັ້ນ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ເປັນການຍາກ
ທີ່ຈະສາມາດບັນລຸຕາມເປົ້າໝາຍທີ່ວາງໄວ້ເມື່ອເຖິງປີ 2015 ດັ່ງກ່າວ.
ທາງການລາວໄດ້ໃຫ້ການອະທິບາຍວ່າ ສາເຫດສໍາຄັນທີ່ເຮັດໃຫ້ການເກັບກູ້ລະເບີດ
UXO ບໍ່ສາມາດທີ່ຈະບັນລຸເປົ້າໝາຍທີ່ວາງໄວ້ດັ່ງກ່າວ ກໍຄືຂໍ້ຈໍາກັດທາງດ້ານງົບປະ
ມານ ທັງນີ້ໂດຍເຖິງແມ່ນວ່າທາງການລາວຈະໄດ້ຮັບການຊ່ວຍເຫຼືອ ຈາກຕ່າງປະເທດ
ເຖິງ 30 ລ້ານໂດລ່າໃນປີ 2012 ທີ່ຜ່ານມາກໍຕາມ ຫາກແຕ່ວ່າ 40% ຂອງເງິນຊ່ວຍ
ເຫຼືອດັ່ງກ່າວກໍຕ້ອງໃຊ້ຈ່າຍເປັນເງິນເດືອນຂອງພະນັກງານ ແລະການບໍລິຫານ ຊຶ່ງ
ກໍໝາຍຄວາມວ່າຈະມີເງິນຊ່ວຍເຫຼືອພຽງ 60% ເທົ່ານັ້ນ ສໍາລັບນໍາໃຊ້ໃນການເກັບກູ້
ລະເບີດໂດຍກົງ.
ທາງດ້ານທ່ານພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການວ່າ
ການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂ
ບັນຫາລະເບີດບໍ່ທັນແຕກຕົກຄ້າງຢູ່ໃນລາວ ໄດ້ຕັ້ງຄວາມ
ຫວັງໄວ້ວ່າຕ່າງປະເທດຈະໃຫ້ການຊ່ວຍເຫຼືອແກ່ທາງການ
ລາວຫຼາຍຂຶ້ນ ຊຶ່ງຈະເຮັດໃຫ້ການເກັບກູ້ລະເບີດ UXO ໃນລາວມີປະສິດທິພາບສູງຂຶ້ນກວ່າທີ່ເປັນຢູ່ໃນທຸກມື້ນີ້
ຫາກບໍ່ສະນັ້ນລະເບີດ UXO ກໍຈະຕົກຄ້າງຢູ່ໃນດິນລາວ
ຢ່າງຫຼວງຫຼາຍຕໍ່ໄປອີກຢ່າງຍາວນານ ດັ່ງທີ່ທ່ານພູຂຽວ ໄດ້
ຖະແຫຼງຊີ້ແຈງວ່າ:
“ນັບແຕ່ພວກເຮົາໄດ້ປະຕິບັດວຽກງານເກັບກູ້ລະເບີດມາເຖິງປັດຈຸບັນນີ້
ເປັນທາງການນັ້ນ ປະມານ 16 ປີ ແລະກໍດ້ວຍການທໍາລາຍຂອງບຸກຄົນ
ດ້ວຍເຫດຜົນຕ່າງໆ ລະເບີດຖືກທໍາລາຍຈາກການຫາເຫຼັກເສດ ຫຼືບັນຫາ
ຕ່າງໆ ພວກເຮົາຄິດວ່າລວມໆແລ້ວ ປະມານ 5 ລ້ານລູກທີ່ວ່າຖືກແກ້ໄຂ
ໄປແລ້ວ ແຕ່ວ່າ ລະເບີດລູກຫວ່ານຊື່ໆ ກະໝາຍຄວາມວ່າ ຍັງປະມານ
70 ກວ່າລ້ານລູກ.”
ຍິ່ງໄປກວ່ານັ້ນ ການທີ່ອົງການເກັບກູ້ລະເບີດຂອງຍີ່ປຸ່ນ (JMAS) ໄດ້ໃຫ້ການຊ່ວຍ
ເຫຼືອແກ່ທາງການລາວດ້ວຍການນໍາໃຊ້ເທັກໂນໂລຈີໃໝ່ເຂົ້າໃນການເກັບກູ້ລະເບີດ
UXO ທີ່ຕົກຄ້າງຢູ່ໃນແຂວງຊຽງຂວາງກໍຄືລົດບັນທຸກຂະໜາດໃຫຍ່ທີ່ຄວບຄຸມດ້ວຍ
ລະບົບຄອມພິວເຕີ ແລະບໍ່ມີຄົນຂັບດ້ວຍນັ້ນ ກໍປາກົດວ່າ ການທົດລອງໃນຊ່ວງປີທີ່
ຜ່ານມາໄດ້ຮັບຜົນຢ່າງໜ້າພໍໃຈ ເນື່ອງຈາກວ່າສະພາບພື້ນທີ່ທີ່ມີລະເບີດຕົກຄ້າງຢູ່
ໃນແຂວງຊຽງຂວາງນັ້ນ ເປັນເຂດພູດອຍ ຈຶ່ງເຮັດໃຫ້ບໍ່ສາມາດນໍາໃຊ້ປະໂຫຍດຈາກ
ເທັກໂນໂລຈີດັ່ງກ່າວໄດ້ຢ່າງເຕັມປະສິດທິພາບນັ້ນເອງ.
ນັບຈາກປີ 1996 ເປັນຕົ້ນມາ ອົງການເກັບກູ້ລະເບີດແຫ່ງຊາດລາວ (Lao UXO)
ສາມາດເກັບກູ້ແລະທໍາລາຍລະເບີດ UXO ອອກຈາກພື້ນທີ່ ກວ້າງກວ່າ 28,000 ເຮັກ
ຕ້າ ຫຼືບໍ່ເຖິງ 1% ຂອງພື້ນທີ່ທີ່ມີ UXO ຕົກຄ້າງຢູ່ໃນລາວເທົ່ານັ້ນ ໃນຂະນະດຽວກັນກໍ
ມີປະຊາຊົນລາວ 300 ກວ່າຄົນ ທີ່ໄດ້ຮັບເຄາະຈາກ UXO ໃນແຕ່ລະປີ.
ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການລາວຕ້ອງການທີ່ຈະໄດ້ຮັບການຊ່ວຍເຫຼືອຈາກຕ່າງ
ປະເທດໃນມູນຄ່າສະເລ່ຍບໍ່ໜ້ອຍກວ່າ 30 ລ້ານໂດລາ ໃນແຕ່ລະປີ ແຕ່ໃນໄລຍະ 5
ປີທ່ານຜ່ານມານີ້ ກໍປາກົດວ່າທາງການລາວໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດ
ໂດຍສະເລ່ຍພຽງ 19 ລ້ານໂດລາໃນແຕ່ລະປີ ສ່ວນທາງການສະຫະລັດອະເມຣິກາ
ນັ້ນກໍໄດ້ໃຫ້ການຊ່ວຍເຫຼືອໃນການເກັບກູ້ UXO ທີ່ຕົກຄ້າງຢູ່ໃນ ລາວຫຼາຍກວ່າ 30
ລ້ານໂດລາ ນັບຈາກປີ 1996 ເປັນຕົ້ນມາ ໂດຍສະເພາະ ແມ່ນປີ 2012 ກໍເປັນປີທໍາ
ອິດທີ່ທາງການສະຫະລັໄດ້ເພີ່ມການຊ່ວຍເຫຼື່ອຂຶ້ນເປັນ ບໍ່ໜ້ອຍກວ່າ 9 ລ້ານໂດລາ
ຕໍ່ປີ.
ເບິ່ງສະໄລດ໌ກ່ຽວກັບລາຍງານນີ້: