ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວເປັນເຈົ້າພາບກອງປະຊຸມ ສົນທິສັນຍາລະເບີດ ລູກຫວ່ານ


ທ່ານຈູມມະລີໄຊຍະສອນ ປະທານປະທດລາວ ຊື່ງໄດ້ກ່າວຕໍ່ກອງ
ປະຊຸມຄັ້ງທໍາອິດ ຂອງລັດພາຄີສົນທິສັນຍາ ວ່າດ້ວຍການເກືອດຫ້າມ
ລະເບີດລູກຫວ່ານ
ທ່ານຈູມມະລີໄຊຍະສອນ ປະທານປະທດລາວ ຊື່ງໄດ້ກ່າວຕໍ່ກອງ ປະຊຸມຄັ້ງທໍາອິດ ຂອງລັດພາຄີສົນທິສັນຍາ ວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ

ທາງການລາວເປັນເຈົ້າພາບຈັດກອງປະຊຸມຄັ້ງທໍາອິດຂອງລັດພາຄີສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດ ລູກຫວ່ານ. ໂດຍຫວັງວ່າຈະໄດ້ຮັບການຊ່ວຍເຫລືອດ້ານການ ເກັບກູ້ລະເບີດ UXO ຫລາຍຂຶ້ນ.

ກອງ​ປະຊຸມ​ຄັ້ງ​ທໍາ​ອິດ​ຂອງ​ລັດ​ພາຄີ​ສົນທິສັນຍາ​ວ່າດ້ວຍ​ການ​ເກືອດ​ຫ້າມ​ລະ​ເບີດ​ລູກ​ຫວ່ານ​ໄດ້​ເລີ່​ມຂຶ້ນ​ເມື່ອ​ວັນ​ທີ່ 9 ​ເດືອນ​ພະ​ຈິກ ​ແລະ​ກໍ​ຈະ​ດໍາ​ເນີນ​ຕໍ່​ໄປ​ຈົນເຖິງ​ວັນ​ທີ່ 12 ​ເດືອນ​ພະຈິກ​ນີ້​ຢູ່​ທີ່​ນະຄອນ​ວຽງ​ຈັນ ​ໂດຍ​ມີ​ບັນດາ​ຜູ້ ຕ່າງ​ໜ້າ​ຂອງ​ລັດຖະບານ​ຈາກ 120 ກວ່າ​ປະ​ເທດ​ແລະ 150 ກວ່າ​ອົງການ​ສາກົນ​ຈໍານວນ​ຫລາຍ​ກວ່າ 1,000 ຄົນ​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້.

ໂດຍ​ໃຫ້​ກຽດ​ເປັນ​ປະທານ​ໃນ​ພິທີ​ເປີດ​ກອງ​ປະຊຸມ​ກໍ​ແມ່ນ​ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ປະ​ທານ​ປະ​ເທດລາວ ຊຶ່ງ ທ່ານ​ໄດ້​ກ່າວ​ເນັ້ນ​ຍໍ້າຕໍ່​ບັນດາ​ຜູ້​ເຂົ້າຮ່ວມໃນ​ກອງ​ປະຊຸມ​ໃນ​ຕອນ​ນຶ່ງ​ວ່າ:

“ກອງ​ປະຊຸມ​ຄັ້ງ​ທໍ​າອິດ​ຂອງ​ບັນດາ​ລັດ​ພາຄີ​ສົນທິສັນຍາ OSLO ຄັ້ງ​ນີ້​ແມ່ນ​ມີ​ຄວາມ​ໝາຍ​ສໍາຄັນ​ທາງ​ປະຫວັດສາດ​ຂອງ​ປະຊາ​ຄົມ​ໂລກ ​ເພາະ​ບັນດາ​ທ່ານ​ທີ່​ເຂົ້າຈະ​ໄດ້​ພ້ອມ​ກັນ​ປຶກສາ​ຫາ​ລື​ແນ​ໃສ່​ກໍານົດ​ທິດ​ທາງ​ໃນ​ການ​ຈັດ ຕັ້ງ​ປະຕິບັດ ພ້ອມ​ທັງ​ການ​ສ້າງ​ກ​ໄກ​ການ​ຕິດ​ຕໍ່​ເພື່ອ​ຮັບປະກັນ​ໃຫ້​ສົນທິສັນຍາ​ດັ່ງກ່າວ​ຖືກ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ເຕັມ​ສ່ວນ​ແລະ​ມີ​ປະສິດ​ທິຜົນ​ແນ​ໃສ່​ເພື່ອ​ເຮັດ​ໃຫ້ໂລກ​ເຮົາ​ກ້າວ​ໄປ​ເຖິງ​ຈໍາກັດ​ລະ​ເບີດ​ຊະນິດ​ນີ້​ ບໍ່​ໃຫ້​ເຂັ່ນຂ້າ​ທໍາລາຍ​ຊີວິດ​ຂອງ​ປະຊາຊົນ​ພົນລະ​ເມືອງ​ອີກ​ຕໍ່​ໄປ”

ລະເບີດລູກຫວ່ານລູກນຶ່ງ ຊຶ່ງມີລະເບີດລູກນ້ອຍ ຫລາຍໆລູກຢູ່ຂ້າງໃນ.
ລະເບີດລູກຫວ່ານລູກນຶ່ງ ຊຶ່ງມີລະເບີດລູກນ້ອຍ ຫລາຍໆລູກຢູ່ຂ້າງໃນ.

ກອງ​ປະຊຸມ​ດັ່ງກ່າວ​ຖືກ​ເປັນ​ການ​ປະຕິບັດ​ຕາມ​ສົນທິສັນ​ຍາ​ວ່າ​ດ້ວຍ​ການ​ເກືອດຫ້າມ​ລະ​ເບີດ​ລູກ​ຫວ່ານ​ຫລື​ສົນທິ ສັນຍາ OSLO ທີ່​ມີ​ຜົນ​ບັງ​ຄັນ​ໃຊ້​ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ່ 1 ສິງຫາ​ທີ່​ຜ່ານ​ມາ​ຈຶ່ງເຮັດ​ໃຫ້​ຈະ​ຕ້ອງມີ​ການວາງ​ທິດ​ທາງ ການ​ສ້າງ​ຕັ້ງ​ກົນໄກ​ ແລະ​ມາດ​ຕະການ​ຕ່າງໆ​ເພື່ອ​ປະຕິບັດ​ການ
ຕາມ​ສົນທິສັນຍາ​ໃຫ້​ບັນ​ລຸ​ຕາມ​ວັດຖຸປະສົງ​ຢ່າງ​ເປັນ​ຮູ​ບປະທໍາ
ໂດຍ​ໄດ້​ມີ​ການ​ພິດ​ຈາລະ​ນາ​ຮັບຮອງ​ເອົາ​ເອກະສານ​ສໍາຄັນ 4
ສະບັບ ກໍ​ຄື​ຖະ​ແຫລ​ງການ​ວຽງ​ຈັນ​ແຜນ​ປະຕິບັດ​ການ​ວຽງ​ຈັນ
ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ສົນ​ທິສັນຍາ​ຮູບ​ແບບ​ລາຍ​ງານ​
ການ​ປະຕິບັດສົນທິສັນຍາ ​ແລະ​ແຜ​ນການ​ປະຊຸມ​ສໍາລັບ​ລັດ​
ພາ​ຄີ​ໃນ​ປີ 2011.

ຍິ່ງ​ໄປກວ່າ​ນັ້ນ ກໍ​ຍັງ​ເຮັດ​ໃຫ້​ບັນດາ​ຜູ້​ເຂົ້າຮ່ວມໃນ​ກອງ​ປະຊຸມ​ໄດ້​ຮັບ​ຮູ້​ເຖິງ​ບັນຫາ​ລະ​ເບີດ​ບໍ່
ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່​ໃນ​ລາວ ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ມີ​ການ​ຊ່ວຍ​ເຫລືອ​ລາວ​ຫລາຍ​ຂຶ້ນດ້ວຍ. ທັງ​ນີ້​
ໂດຍ​ກ່ອນ​ກອງ​ປະຊຸມນຶ່ງ​ວັນ ​ທາງ​ການ ລາວ​ກໍ​ໄດ້​ນໍາພາ​ຄະນະ​ຜູ້ຕາງໜ້າ​ຈາກ​ຕ່າງປະ​ເທດ
200 ກວ່າ​ຄົນ​ເດີນທາງ​ໄປຢ້ຽມ​ຊົມ​ການ​ເກັບ​ກູ້​ລະ​ເບີດ​ບໍ່ທັນ​ແຕກ​ຢູ່​ແຂວງ​ຊຽງ​ຂວາງ ຊຶ່ງ​ເປັນ
ແຂວງ​ນຶ່ງ ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ຫລາຍ​ທີ່​ສຸດ​ໃນ​ລາວ.

ຈຸດສີແດງໃນແຜນທີ່ ແມ່ນເຂດທີ່ ມີລະເບີດບໍ່ທັນແຕກຢູ່ໃນລາວ
ຈຸດສີແດງໃນແຜນທີ່ ແມ່ນເຂດທີ່ ມີລະເບີດບໍ່ທັນແຕກຢູ່ໃນລາວ

ທັງນີ້​ໂດຍ​ນັບ​ຈາກ​ປີ 1996 ​ເປັນ​ຕົ້ນ​ມາ ອົງການ​ເກັບ​ກູ້​ລະ​ເບີດ​ແຫ່ງ​ຊາດ​ລາວ (Lao UXO) ສາມາດເກັບ​ກູ້ ​ແລະ​ທໍາລາຍ UXO ​ໄປ​ຫລາຍ​ກວ່າ 11 ລ້ານ​ໜ່ວຍ ​ໂດຍ​ເປັນການເກັບ​ກູ້ UXO ອອກ​ໄປ​ຈາກ​ພື້ນ​ທີ່​ກວ້າງ 25,000 ​ເຮັກ​ຕ້າ ຊຶ່ງ​ໃນ​ນີ້​ເປັນ​ພື້ນ​ທີ່​ການ​ກະ​ເສດ​ກວ້າງ​ກວ່າ​ 17,000 ​ເຮັກ​ຕ້າ ສ່ວນ​ທີ່​ເຫລືອ​ກໍ​ເປັນ​ພື້ນ​ທີ່​ສໍາລັບຢູ່​ອາ​ໃສ ​ແລະ​ໂຄງການ​ພັດທະນາ​ຕ່າງ​ໆ​ຫາກ​ແຕ່​ກໍ​ຄິດ​ເປັນ​ສັດສ່ວນ​ພຽງ​ບໍ່​ເຖິງ 1% ຂອງ​ພື້ນ​ທີ່​ແລະ​ຈໍານວນ UXO ທີ່ຕົກ​ຄ້າງ
ຢູຸ່​ໃນ​ລາວ​ເທົ່າ​ນັ້ນ ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ​ຖ້າ​ຫາກ​ສະພາບ​ການ​ເກັບ​ກູ້​ລະ​ເບີດ​ຍັງ​ຄົງ​ເປັນ​ຄື​ກັບໄລຍະ 15 ປີຜ່ານມາ​ ກໍ
ຈະ​ເຮັດ​ໃຫ້ການ​ເກັບ​ກູ້ UXO ​ໃນ​ລາວ​ຈະ​ຕ້ອງ​ໃຊ້​ເວລາ​ອີກ​ຍາວ​ນານ​ກວ່າ 100 ປີ ຈຶ່ງ​ຈະ​ສາມາດ​ເກັບ​ກູ້​ໄດ້​ໝົດ.

ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ຕັ້ງ​ຄວາມ​ຫວັງ​ໄວ້​ວ່າ ຈະ​ຕ້ອງ​ໄດ້​ຮັບ​ກາ​ນຊ່ວຍ​ເຫລືອ​ຈາກ​ຕ່າງປ​ະ​ເທດບໍ່​ໜ້ອຍ​ກວ່າ 30 ລ້ານ​ໂດ​ລາ​ໃນ​ແຕ່ລະ​ປີ ​ເພື່ອ​ວ່າ​ຈະ​ເຮັດ​ໃຫ້​ສາມາດ
ເກັບ​ກູ້​ລະ​ເບີດ UXO ອອກ​ຈາກ​ເນື້ອທີ່ເພື່ອ​ການ​ກະ​ເສດ​ໄດ້​ເພີ່ມ​ຂຶ້ນອີກ 183,000 ​ເຮັກ
ຕ້າ​ພາຍ​ໃນ​ປີ 2020 ​ໃນ​ຂະນະ​ທີ່​ໃນ​ໄລຍະ 5 ປີ​ທີ່​ຜ່ານ​ມາ ນັ້ນ​ລາວ​ກໍ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ຕ່າງປະ​ເທດ​ໂດຍ​ສະ​ເລ​່ຍ 19 ລ້ານໂດ​ລາ​ໃນ​ແຕ່ລະ​ປີ.

XS
SM
MD
LG