ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວເປັນເຈົ້າພາບກອງປະຊຸມ ປະຕິບັດສົນທິສັນຍາ ລະເບີດລູກຫວ່ານ


ຄະນະຜູ້ຕາງໜ້າຈາກຕ່າງປະເທດ 200 ກວ່າຄົນກໍາລັງຊົມການສາ
ທິດໃຫ້ເບິ່ງວີທີການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ ຊຶ່ງ
ເປັນແຂວງນຶ່ງທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ຫລາຍທີ່
ສຸດໃນ
ລາວ.
ຄະນະຜູ້ຕາງໜ້າຈາກຕ່າງປະເທດ 200 ກວ່າຄົນກໍາລັງຊົມການສາ ທິດໃຫ້ເບິ່ງວີທີການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ ຊຶ່ງ ເປັນແຂວງນຶ່ງທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ຫລາຍທີ່ ສຸດໃນ ລາວ.

ຜູ້ຕາງໜ້າຈາກ 100 ກວ່າປະເທດ ອົງການສະຫະປະ
ຊາຊາດ ພ້ອມໆກັບບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດ
ຖະບານ ແລະກຸ່ມເຄື່ອນໄຫວຕ່າງໆໄດ້ພົບປະກັນຢູ່ສປປ
ລາວ ໃນສັບປະດານີ້ ເພື່ອກຳນົດເປົ້າໝາຍຈຳນວນນຶ່ງ
ໃນການຈັດຕັ້ງປະຕິ ບັດສົນທິສັນຍາວ່າດ້ວຍລະເບີດ
ລູກຫວ່ານທີ່ໄດ້ກາຍເປັນກົດໝາຍຂອງລະຫວ່າງປະເທດໃນວັນທີ 1 ສິງຫາ ປີນີ້.

ສົນທິສັນຍາທີ່ວ່ານີ້ໄດ້ຫ້າມກ່ຽວກັບລະເບີດລູກຫວ່ານ ຊຶ່ງມີການກະປະມານວ່າ ໄດ້ສັງຫານ ຫຼືເຮັດໃຫ້ພົນລະເຮືອນໄດ້ບາດເຈັບຫຼາຍສິບພັນຄົນຢູ່ໃນທົ່ວໂລກ ແລະໃຫ້ບັນດາ ປະເທດທີ່
ໄດ້ຮັບຜົນກະທົບຈາກລະເບີດດັ່ງກ່າວ ໄດ້ຮັບການຊ່ອຍເຫຼືອທາງດ້ານການເງິນ.

ຄຳປະກາດ ແລະແຜນປະຕິບັດງານວຽງຈັນ ທີ່ນຳອອກເຜີຍແຜ່ໃນຕອນທ້າຍຂອງກອງປະ
ຊຸມເປັນເວລາ 4 ມື້ ໃນມື້ວັນສຸກວານນີ້ ໃຫ້ເວລາແກ່ປະເທດທີ່ໄດ້ລົງ ນາມ 1 ປີ ເພື່ອ
ຮ່າງແຜນການທີ່ຈະເກັບກູ້ລະເບີດ ແລະຊ່ອຍເຫຼືອພວກເຄາະຮ້າຍ ແລະ 10 ປີເພື່ອທໍາ
ລາຍລະເບີດລູກຫວ່ານ ທີ່ມີການເກັບສະສົມໄວ້ນັ້ນ.

ສປປ ລາວຊຶ່ງເປັນປະເທດທີ່ສະຫະລັດໄດ້ຖິ້ມລະເບີດໃສ່ຢ່າງໜັກໃນຊຸມປີ 1970 ນັ້ນ ໄດ້ ຖືກເລືອກໃຫ້ເປັນເຈົ້າພາບຈັດກອງປະຊຸມນາໆຊາດຂອງປະເທດພາຄີສົນທິສັນຍາວ່າດ້ວຍ
ລະເບີດລູກຫວ່ານ.

XS
SM
MD
LG