ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສາ​ກົນ ຮຽກ​ຮ້ອງ​ໃຫ້ ລາວ ຍົກ​ເລີກ ໂຄງ​ການ​ສ້າງ​ເຂື່ອນ ໃນ​ແມ່​ນ້ຳ​ຂອງ


ເຂື່ອນ​ແຫ່ງ​ນຶ່ງ ຢູ່​ແມ່​ນ້ຳ​ເທີນ ໃນ​ພາກ​ກາງ​ຂອງ ລາວ. 24 ຕຸ​ລາ, 2010.
ເຂື່ອນ​ແຫ່ງ​ນຶ່ງ ຢູ່​ແມ່​ນ້ຳ​ເທີນ ໃນ​ພາກ​ກາງ​ຂອງ ລາວ. 24 ຕຸ​ລາ, 2010.

ກຸ່ມ​ສິດ​ທິ​ສິ່ງ​ແວດ​ລ້ອມຫຼາຍ​ກຸ່ມ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ເທດ ລາວ ຍົກ​ເລີກໂຄງ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ແຫ່ງ​ຫຼ້າ​ສຸດ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຮອງ ສຳ​ລັບ​ການ​ກໍ່​ສ້າງ​ຢູ່​ຕາມ​ແມ່​ນ້ຳ​ຂອງ, ແລະ ໄດ້​ເຕືອນ ກ່ຽວ​ກັບ​ ຜົນ​ກະ​ທົບ​ທີ່​ຈະ​ຕາມ​ມາ ສຳ​ລັບ​ປະ​ຊາ​ຊົນຫຼາຍ​ລ້ານ​ຄົນ ຜູ້​ທີ່​ອາ​ໄສ​ແມ່​ນ້ຳ​ດັ່ງ​ກ່າວ​ເພື່​ອກ​ານ​ດຳ​ລົງ​ຊີ​ວິດ.

ຂະ​ບວນ​ການ​ປຶກ​ສາ​ຫາ​ລື​ກ່ອນ​ໜ້າ​ດົນ​ຫົກ​ເດືອນ ສຳ​ລັບ​ເຂື່ອນຫຼວງ​ພະ​ບາງ​ ໄດ້​ເລີ່ມ​ຂຶ້ນ​ເມື່ອ​ວັນ​ທີ 8 ຕຸ​ລາ​ທີ່​ຜ່ານ​ມາ, ເພື່ອ​ໃຫ້​ໂອ​ກາດ​ຄູ່​ຮ່ວມ​ຂອງ​ລາວ​ໃນ​ອົງ​ການ​ແມ່​ນ້ຳ​ຂອງ ຫຼື MRC ຄື ກຳ​ປູ​ເຈຍ, ໄທ ແລະ ຫວຽດ​ນາມ ທົບ​ທວນ​ແຜນ​ຕ່າງໆ​ຂອງ​ໂຄງ​ການ ແລະ ຍົກ​ຄວາມ​ເປັນ​ຫ່ວງຕ່າງໆ​ຂຶ້ນ​ມາ. ແຕ່​ກຸ່ມ​ສິດ​ທິ​ທັງຫຼາຍ​ເວົ້າ​ວ່າ ປະ​ຊາ​ຄົມ​ຊາວ​ນາ​ຊ​າວ​ສວນ ແລະ ຫາ​ປາ​ ທີ່ຄາດ​ວ່າ​ຈະ​ໄດ້​ຮັບ​ຜົນ​ກະ​ທົບ​ໜັກ​ສຸດ​ຈາກ​ເຂື່ອນ​ດັ່ງ​ກ່າວ ແມ່ນ​ໄດ້​ມີ​ຄວາມ​ຜິດ​ຫວັງ​ກັບການ​ປຶກ​ສາ​ຫາ​ລື ສຳ​ລັບ​ໂຄງ​ການ​ທີ່​ຖືກ​ຮັບ​ຮອງ​ກ່ອນ​ໜ້ານີ້ ແລະ ເຂົາ​ເຈົ້າ​ຄາດ​ວ່າ​ຈະ​ບໍ່​ມີ​ຫຍັງ​ແຕກ​ຕ່າງ​ໃນ​ຄັ້ງ​ນີ້.

ເຂື່ອນຫຼວງ​ພະ​ບາງ​ແມ່ນ​ເຂື່ອນ​ທີ່​ຕັ້ງ​ຢູ່​ລຳ​ແມ່​ນ້ຳ​ຂອງ​ແຫ່ງ​ທີ​ຫ້າ​ ທີ່​ປະ​ເທດ ລາວ ຈະເຮັດ​ໃນຂະ​ບວນ​ການ​ປຶກ​ສາ​ຫາ​ລື ແລະ ດ້ວຍ​ຄວາມ​ສາ​ມາດ​ຜະ​ລິດ 1,460 ເມ​ກະ​ວັດ, ມັນ​ຈະ​ເປັນ​ເຂື່ອນ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປັດ​ຈຸ​ບັນ​ນີ້. ເຂື່ອນແຫ່ງ​ທຳ​ອິດ, ເຊິ່ງ​ແມ່ນ​ເຂື່ອນ ໄຊ​ຍະ​ບູ​ລີ, ຈະ​ມີ​ກຳ​ນົດ​ເລີ່ມ​ຜະ​ລິດ​ໄຟ​ຟ້າ​ໃນ​ທ້າຍ​ຂອງ​ເດືອນ ນີ້.

ທ່ານ​ນາງ ພຽນ​ພອນ ດີ​ເທັ​ສ ຜູ້​ອຳ​ນວຍ​ການ​ການ​ໂຄ​ສະ​ນາ​ສຳ​ລັບ​ອົງ​ການ​ແມ່​ນ້ຳ​ສາ​ກົນ​ປະ​ຈຳ​ປະ​ເທດ ໄທ, ເຊິ່ງ​ສະ​ໜັບ​ສະ​ໜູນ​ການ​ບໍ​ລິ​ຫານ​ແມ່​ນ້ຳ​ທີ່​ໝັ້ນ​ຄົງ​ໄດ້​ກ່າວ​ວ່າ “ສຳ​ລັບ​ຂະ​ບວນ​ການ​ປຶກ​ສາ​ຫາ​ລື​ກ່ອນ​ໜ້ານີ້​ສີ່​ຄັ້ງ​ທີ່​ພວກ​ເຮົາ​ໄດ້ທົບ​ທວນ​ນັ້ນ, ພວກ​ເຮົາ​ໄດ້​ເຫັນ​ຂໍ້​ບົກ​ຜ່ອງ​ທີ່​ໃຫຍ່ ແລະ ການບໍ່​ລວມ​ຊຸມ​ຊົນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຢູ່​ໃນ​ຂະ​ບວນ​ການ​ນັ້ນ.”

ທ່ານ​ນາງ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ຂະ​ບວນ​ການ​ປຶກ​ສາ​ຫາ​ລືນີ້, ສຳ​ລັບ​ຂ້າ​ພະ​ເຈົ້າ​ໂດຍ​ສ່ວນ​ຕົວແລ້ວ, ຂ້າ​ພະ​ເຈົ້າ​ເຫັນ​ມັນ​ເປັນ​ກາ​ຈ້ຳ​ຢາງ ​ທີ່​ຈະ​ໃຫ້​ໂຄງ​ການ​ຖືກ​ຮັບ​ຮອງ​ເອົາ​ເທົ່າ​ນັ້ນ.”

ບັນ​ດາ​ສະ​ມາ​ຊິກ​ອົງ​ການ MRC ບໍ່​ໄດ້​ຄັດ​ຄ້ານ​ແຜນ​ການ​ຂອງ​ກັນ​ແລະ​ກັນ ​ສຳ​ລັບ​ແມ່​ນ້ຳ​ຂອງ​ໃນ​ລະ​ຫວ່າງ​ການ​ປຶກ​ສາ​ຫາ​ລື​ນັ້ນ, ມີ​ແຕ່​ຕຳ​ໜິ ແລະ ທຳ​ການ​ຂໍ​ຮ້ອງ​ເທົ່າ​ນັ້ນ.

ໃນ​ການ​ຕອບ​ສະ​ໜອງ​ຕໍ່​ຄວາມ​ເປັນ​ຫ່ວງ​ຕ່າງໆ ກ່ຽວ​ກັບ ເຂື່ອນ​ໄຊ​ຍະ​ບູ​ລີ ນັ້​ນ, ລັດ​ຖະ​ບານ ລາວ ແລະ ຜູ້​ກໍ່​ສ້າງ​ເຂື່ອນ, ບໍ​ລິ​ສັດ ໄຊ​ຍະ​ບູ​ລີ ພ​າວ​ເວີ, ໄດ້​ທຳ​ການ​ແກ້​ໄຂ​ຕ່າງໆ​ທີ່​ມີ​ຈຸດ​ປະ​ສົງ​ເພື່ອ​ຊ່ວຍຂີ່​ຝຸ່ນ​ໃນ​ນ້ຳ ແລະ ປາ​ໃຫ້​ໄຫຼ​ຜ່ານ​ໄດ້ຫຼາຍ​ຂຶ້ນ. ແຕ່​ບັນ​ດາ​ນັກ​ຄົ້ນ​ຄວ້າ ແລະ ກຸ່ມ​ສິດ​ທິ​ຕ່າງໆ​ເວົ້າ​ວ່າ ການ​ປັບ​ປຸງ​ທີ່​ວ່າ​ນັ້ນ ອາດບໍ່​ສ້າງ​ຄວາມ​ແຕກ​ຕ່າງ​ຫຍັງຫຼາຍ, ບາງ​ອັນແມ່ນ​ໄດ້​ອອກ​ແບບ​ໃສ່​ແມ່​ນ້ຳ​ທີ່​ມີ​ສະ​ພາບ​ແຕກ​ຕ່າງ​ກັນ. ອົງ​ການ​ແມ່​ນ້ຳ​ຂອງ​ເອງ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ບໍ່​ສາ​ມາດບອກ​ໄດ້ວ່າ ​ເຂົາ​ເຈົ້າ​ຈະ​ຊ່ວຍ​ເຫຼືອ​ໄດ້ຫຼາຍ​ປານ​ໃດ ເພາະ​ວ່າ ບໍ​ລິ​ສັດ​ດັ່ງ​ກ່າວບໍ່​ໄດ້​ໃຫ້​ຂໍ້​ມູນ​ທີ່​ພຽງ​ພໍ.

ກຸ່ມ​ສິດ​ທິ​ທັງຫຼາຍ​ເວົ້າ​ວ່າ ການ​ປຶກ​ສາ​ຫາ​ລື​ແມ່ນ​ກຳ​ລັງ​ລົ້ມ​ແຫຼວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG