ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະພັນກຳມະບານລາວ ສະເໜີໃຫ້ຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ ຈາກ 1 ລ້ານ 1 ແສນກີບ ເປັນ 1 ລ້ານ 5 ແສນກີບ ຕໍ່ເດືອນ ໃນເດືອນມີນາ 2022


ສະຫະພັນກຳມະບານ ແລະອຸດສາຫະກຳ ແລະການຄ້າລາວ ຈະຂຶ້ນຄ່່າແຮງງານ 1 ລ້ານ 5 ແສນ ກີບ ຕໍ່ເດືອນ ໃນເດືອນມີນາ 2022
ສະຫະພັນກຳມະບານ ແລະອຸດສາຫະກຳ ແລະການຄ້າລາວ ຈະຂຶ້ນຄ່່າແຮງງານ 1 ລ້ານ 5 ແສນ ກີບ ຕໍ່ເດືອນ ໃນເດືອນມີນາ 2022

ສະຫະພັນກຳມະບານລາວ ສະເໜີໃຫ້ປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ ຈາກ 1 ລ້ານ 1 ແສນກີບ ເປັນ 1 ລ້ານ 5 ແສນກີບຕໍ່ເດືອນ ໃນເດືອນມີນາ 2022 ເພາະວ່າ ລະດັບຄ່າຄອງຊີບໃນລາວ ໄດ້ປັບໂຕສູງຂຶ້ນຢ່າງຕໍ່ເນື່ອງ ຊຶ່ງຊົງລິດ ໂພນເງິນ ມີ ລາຍງານຈາກບາງກອກ.

ທ່ານພອນສານ ວິໄລມິ່ງ ຮອງປະທານສະຫະພັນກຳມະບານລາວ ຖະແຫຼງວ່າ ຄະນະກຳມະການ 3 ຝ່າຍທີ່ປະກອບດ້ວຍຜູ້ແທນຂອງລັດຖະບານ ສະຫະພັນ ກຳມະບານ ແລະສະພາອຸດສາຫະກຳແລະການຄ້າແຫ່ງຊາດລາວ ມີກຳນົດການ ຈະພົບປະເຈລະຈາກັນ ໃນເດືອນມີນາ 2022 ນີ້ ໂດຍວາລະສຳຄັນ ຂອງການ ເຈລະຈາກໍຄືການພິຈາລະນາກ່ຽວກັບ ການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ ສຳລັບຜູ້ ອອກແຮງງານໃນລາວ ໃຫ້ສອດຄ່ອງກັບລະດັບຄ່າຄອງຊີບທີ່ປັບໂຕສູງຂຶ້ນໃນປັດ ຈຸບັນ ອັນເຮັດໃຫ້ສະຫະພັນກຳມະບານລາວເຫັນສົມຄວນທີ່ຈະຕ້ອງມີການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າຈາກ 1.1 ລ້ານກີບ ເປັນ 1.5 ລ້ານກີບ ຕໍ່ເດືອນ ຫາກແຕ່ວ່າການສະເໜີດັ່ງກ່າວນີ້ຈະມີຜົນໃນການປະຕິບັດໂຕຈິງ ໃນນັ້ນກໍຈະຕ້ອງໄດ້ຮັບການເຫັນຊອບ ຈາກຜູ້ແທນຂອງລັດຖະບານ ແລະສະພາອຸດສາຫະກຳແລະການຄ້າດ້ວຍ ດັ່ງທີ່ທ່ານພອນສານ ໃຫ້ການຢືນຢັນວ່າ:

ທັງນີ້ໂດຍຄະນະກຳມະການ 3 ຝ່າຍ ບໍ່ໄດ້ມີການພິຈາລະນະເພື່ອປັບຂຶ້ນອັດຕາ ຄ່າຈ້າງຂັ້ນຕໍ່າອີກເລີຍນັບແຕ່ ວັນທີ 1 ພຶດສະພາ ປີ 2018 ກໍຄືວັນທີ່ໄດ້ມີການ ປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າຈາກ 9 ແສນກີບ ເປັນ 1.1 ລ້ານກີບ ຕໍ່ເດືອນເປັນຕົ້ນມາ ໃນຂະນະທີ່ຄ່າເງິນກີບ ໄດ້ປັບໂຕຫລົດລົງທຸກປີແລະລາຄ່າສິນຄ້າກໍປັບໂຕສູງຂຶ້ນຢ່າງຕໍ່ເນື່ອງຮວມທັງປະຊາຊົນ ແລະແຮງງານໃນລາວ ກໍຍັງຕ້ອງຜະເຊີນກັບສະພາວະເງິນເຟີ້ທີ່ເພີ້ມຂຶ້ນທຸກປີດ້ວຍນັ້ນ ຈຶ່ງເຮັດໃຫ້ແຮງງານລາວສ່ວນໃຫຍ່ພາກັນ
ເດີນທາງໄປເຮັດວຽກໃນປະເທດໄທ ທີ່ີຄ່າຈ້າງສູງກວ່າຢູ່ໃນລາວ ຫາກແຕ່ ດ້ວຍການລະບາດພະຍາດໄວຣັສໂຄວິດ-19 ນັບຈາກປີ 2020 ເປັນຕົ້ນມາກໍໄດ້ສົ່ງຜົນກະທົບເຮັດໃຫ້ມິການເລີກຈ້າງແຮງງານລາວໃນໄທເປັນສ່ວນໃຫຍ່ ແລະຕ້ອງພາກັນເດີນທາງກັບຄືນມາລາວ ທັງຍັງກາຍເປັນກຸ່ມທີ່ຫວ່າງງານກຸ່ມໃຫຍ່ທີ່ສຸດໃນລາວໃນປັດຈຸບັນນີ້.

ສ່ວນທ່ານພັນຄຳ ພິລາວັນ ນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານຈະດຳເນີນການທຸກວິທີທາງ ເພື່ອລົດອັດຕາການຫວ່າງງານໃນລາວ ໃຫ້ໄດ້ຢ່າງເປັນຮູບປະທຳ ໂດຍສະເພາະແມ່ນການສ້າງວຽກເຮັດງານທຳໃຫ້ກັບແຮງງານລາວ ທີ່ບໍ່ມີຝີມືຈຳນວນຫຼາຍກວ່າ 439,000 ຄົນ ທີ່ສ່ວນໃຫຍ່ກໍຄືແຮງງານລາວທີ່ຖືກເລີກຈ້າງ ແລະເດີນທາງກັບມາຈາກປະເທດໄທ ຍ້ອນການລະບາດພະຍາດ ໄ
ຣັສໂຄວິດ-19 ໂດຍລັດຖະບານລາວ ຈະເຈລະຈາກັບກຸ່ມທຸລະກິດຕ່າງໆເພື່ອຂໍໃຫ້ຈ້າງແຮງງານລາວເພີ້ມຂຶ້ນ ໂດຍສະເພາະແມ່ນກຸ່ມທຸລະກິດທີ່ລົງທຶນໃນເຂດເສດຖະກິດພິເສດທີ່ສ່ວນໃຫຍ່ເປັນ
ການລົງທຶນຂອງຕ່າງຊາດນັ້ນ ແຕ່ວ່າບັນຫາກໍຄືແຮງງານລາວ ບໍ່ສາມາດຕອບສະໜອງຄວາມຕ້ອງການ ຂອງຕ່າງຊາດໄດ້ເລີຍ ເພາະເປັນແຮງງານທີ່ບໍ່ມີຝີມືນັ້ນເອງ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານ ແລະສະວັດດີການສັງຄົມ ຢືນຢັນ ວ່າ ການຫວ່າງງານໃນລາວໄດ້ກາຍເປັນບັນຫາທີ່ຮຸນແຮງເພີີ້ມຂຶ້ນນັບມື້ ຍ້ອນຜົນ ກະທົບຈາກການລະບາດໄວຣັສໂຄວິດ-19 ໂດຍສະເພາະແຮງງານລາວ ທີ່ຖືກ ເລີກຈ້າງ ແລະເດີນທາງຈາກໄທກັບມາລາວຫຼາຍກວ່າ 439,000 ຄົນ ໃນປັດຈຸ ບັນກໍຍັງບໍ່ສາມາດແກ້ໄຂໄດ້ ເພາະລັດຖະບານລາວສາມາດສ້າງງານຮອງຮັບໄດ້ ພຽງ 45,500 ຄົນເທົ່ານັ້ນ ໝາຍຄວາມວ່າແຮງງານລາວເຫລົ່ານີ້ສ່ວນໃຫຍ່ກໍຍັງ ຈະຕ້ອງຫວ່າງງານຕໍ່ໄປ.

ຍິ່ງໄປກວ່ານັ້ນ ການພັດທະນາຄຸນນະພາບຝີມືແຮງງານລາວ ຍັງບໍ່ສາມາດຈັດຕັ້ງ ປະຕິບັດໄດ້ ຕາມແຜນການທີ່ວາງໄວ້ອີກດ້ວຍ ໂດຍສະເພາະແມ່ນການຂາດແຄນ ນັກຊ່ຽວຊານທາງດ້ານເທັກໂນໂລຈີສະໄໝໃໝ່ແລະເມື່ອສົມທົບດ້ວຍການລະບາດ ໄວຣັສໂຄວິດ-19 ດ້ວຍແລ້ວກໍໄດ້ສົ່ງຜົນກະທົບເຮັດໃຫ້ອັດຕາການຫວ່າງງານໃນ ລາວ ໄດ້ເພີ້ມຂຶ້ນຈາກລະດັບ 7 ເປີເຊັນ ໃນຕົ້ນປີ 2020 ເປັນເກີນກວ່າ 35 ເປີ ເຊັນ ໃນປັດຈຸບັນນີ້ ໂດຍສະເພາະພາກທຸລະກິດບໍລິການ ແລະທ່ອງທ່ຽວ ນັ້ນກໍຄື ພາກທຸລະກິດ ທີີ່ມີການເລີກຈ້າງແຮງງານຫຼາຍທີ່ສຸດໃນລາວ.

ໂດຍໃນຊ່ວງປີ 2016 ຫາ 2020 ລັດຖະບານລາວສາມາດສ້າງວຽກເຮັດງານທຳ ໃຫ້ກັບແຮງງານລາວໄດ້ທັງໝົດ 523,559 ຄົນ ຄິດເປັນ 73 ເປີເຊັນ ຂອງແຜນ ການໃນນີ້ ເປັນການສ້າງງານໃນປະເທດ 244,055 ຄົນ ແລະ 279,504 ຄົນ ເປັນແຮງງານລາວທີ່ສົ່ງໄປໄທ.

XS
SM
MD
LG