ສະພາວະການຂາດດຸນການຄ້າຂອງ ລາວ ຕໍ່ ໄທ ມີທ່າອຽງຫຼຸດລົງຢ່າງຕໍ່ເນື່ອງ ໃນ
ຂະນະທີ່ການສົ່ງກະແສໄຟຟ້າຂອງ ລາວ ໄປ ໄທ ຍັງສືບຕໍ່ເພີ່ມຂຶ້ນໃນປີ 2018 ນີ້ ແຕ່
ຄາດວ່າຈະຫຼຸດລົງໃນປີ 2019.
ກະຊວງການຄ້າຂອງ ໄທ ລາຍງານວ່າ ການຄ້າລະຫວ່າງ ໄທ ກັບ ລາວ ໃນຊ່ວງ
ເດືອນມັງກອນ-ສິງຫາ 2018 ນີ້ມີມູນຄ່າລວມ 144,223.46 ລ້ານບາດ ຫຼື 4,376
ລ້ານໂດລາ ໂດຍເພີ່ມຂຶ້ນຈາກໄລຍະດຽວໃນປີ 2017 ຄິດເປັນອັດຕາສະເລ່ຍ 5.71
ເປີເຊັນ ໃນນີ້ກໍເປັນການນຳສິນຄ້າ ໄທ ເຂົ້າມາ ລາວ 89,838.83 ລ້ານບາດ ແລະ
ລາວ ສົ່ງສິນຄ້າໄປ ໄທ 54,384.63 ລ້ານບາດ ຊຶ່ງເຮັດໃຫ້ ລາວ ຂາດດຸນການຄ້າຕໍ່
ໄທ ໃນມູນຄ່າລວມເຖິງ 35,454.2 ລ້ານບາດ ແຕ່ກໍຖືເປັນສະພາວະການຂາດດຸນ
ການຄ້າທີ່ຫຼຸດລົງເຖິງ 9.68 ເປີເຊັນ ທຽບໃສ່ໄລຍະດຽວກັນໃນປີ 2017 ທີ່ຜ່ານມາ.
ທັງນີ້ໂດຍສິນຄ້າທີ່ ລາວ ນຳເຂົ້າຈາກ ໄທ ຫຼາຍທີ່ສຸດກໍຄືສິນຄ້າອຸບປະໂພກບໍລິໂພກ,
ນ້ຳມັນເຊື້ອໄຟ ແລະ ສິນຄ້າກະສິກຳແປຮູບຕາມລຳດັບ ໂດຍສະເພາະແມ່ນສິນຄ້າ
ອຸບປະໂພກບໍລິໂພກນັ້ນຖືເປັນພາກສ່ວນທີ່ເຮັດໃຫ້ ລາວ ຕ້ອງຂາດດຸນການຄ້າຕໍ່ ໄທ
ຫຼາຍທີ່ສຸດ ເພາະການຜະລິດສິນຄ້າໃນ ລາວ ຍັງບໍ່ທັນພຽງພໍກັບຄວາມຕ້ອງການທີ່
ເປັນຈິງ ທັງຍັງມີຄຸນນະພາບຕ່ຳ ແຕ່ກັບມີລາຄາສູງກວ່າສິນຄ້າ ໄທ ດ້ວຍ ຈຶ່ງເຮັດໃຫ້
ຄົນ ລາວ ພາກັນນິຍົມໃຊ້ສິນຄ້າ ໄທ ຫຼາຍກວ່າສິນຄ້າ ລາວ ດັ່ງທີ່ຜູ້ບໍລິໂພກລາຍນຶ່ງ
ທີ່ໄດ້ເດີນທາງໄປຊື້ສິນຄ້າທີ່ໜອງຄາຍ ແລະ ອຸດອນທານີເປັນປະຈຳທຸກສັບປະດາ
ໄດ້ໃຫ້ການຢືນຢັນວ່າ "ເພາະວ່າມັນມີສິນຄ້າຫຼາກຫຼາຍຢ່າງເນາະທີ່ປະເທດ ໄທ ຄື
ແບບມັນມີສິນຄ້າປະເພດທີ່ຢູ່ບ້ານເຮົາກະອາດຈະຊອກຊື້ບໍ່ໄດ້ ກະເລີຍໄປຊອກຊື້ຢູ່ພຸ້ນ
ມັນມີຄົບຫຼາຍຢ່າງຫຼາຍກວ່າ ຄົນ ລາວ ກະໄປພຸ້ນ ແລ້ວກະມັນມີຫຼາຍສິ່ງຫຼາຍຢ່າງທີ່
ເຮົາຢາກໄດ້ ແລະ ມັນກາຍເປັນຄວາມລຶ້ງເຄີຍ ເລື່ອງລາຄາເບາະ ເພາະວ່າບາງຢ່າງ
ເນາະ ຢູ່ບ້ານເຮົາມັນກໍຈະສູງກວ່າຢູ່ ໄທ."
ທາງດ້ານ ທ່ານ ສຸລິນທອນ ເລືອງຄຳສິງ ນັກວິຊາການອາວຸໂສດ້ານເສດຖະກິດຂອງ
ທະນາຄານພັດທະນາ ເອເຊຍ (ADB) ສຳນັກງານປະຈຳ ສປປ ລາວ ຢືນຢັນວ່າ ການ
ຂາດດຸນການຄ້າຕ່າງປະເທດຂອງ ລາວ ບໍ່ພຽງແຕ່ຈະເຮັດໃຫ້ເກີດບັນຫາການຕົກຕ່ຳ
ລົງຂອງຄ່າເງິນກີບ ແລະ ອັດຕາເງິນເຟີ້ທີ່ປັບຕົວສູງຂຶ້ນເທົ່ານັ້ນ ແຕ່ກໍຍັງໄດ້ສົ່ງຜົນກະ
ທົບເຖິງທຶນສຳຮອງເງິນຕາຕ່າງປະເທດຂອງ ລາວ ທີ່ມີທ່າອຽງຫຼຸດລົງຢ່າງຕໍ່ເນື່ອງອີກ
ດ້ວຍ ເພາະວ່າການຂາດດຸນການຄ້າຕ່າງປະເທດ ເຮັດໃຫ້ ລາວ ຕ້ອງໃຊ້ເງິນຕາຕ່າງ
ປະເທດຈຳນວນຫຼາຍເພື່ອຊຳລະສິນຄ້າທີ່ນຳເຂົ້າຈາກຕ່າງປະເທດນັ້ນເອງ.
ແຕ່ຢ່າງໃດກໍຕາມ ດ້ວຍການສົ່ງອອກກະແສໄຟຟ້າຂອງ ລາວ ໃນປີ 2018 ທີ່ຄາດວ່າ
ຈະເພີ່ມຂຶ້ນເຖິງ 8 ເປີເຊັນທຽບໃສ່ປີ 2017 ກໍຈະມີສ່ວນຢ່າງສຳຄັນໃນການຫຼຸດຜ່ອນ
ການຂາດດຸນການຄ້າຕ່າງປະເທດຂອງ ລາວ ໃຫ້ເບົາບາງລົງໄດ້ໃນປີນີ້ ແຕ່ວ່າດ້ວຍ
ເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເຮັດໃຫ້ລັດຖະບານ ລາວ ຕ້ອງດຳເນີນການ
ກວດກາເຂື່ອນທີ່ກຳລັງກໍ່ສ້າງໃນທົ່ວປະເທດນັ້ນຍ່ອມຈະກະທົບຕໍ່ການສົ່ງອອກກະແສ
ໄຟຟ້າຂອງ ລາວ ໃນປີ 2019 ຢ່າງຫຼີກລ່ຽງບໍ່ໄດ້ດັ່ງທີ່ທ່ານ ສຸລິນທອນ ຢືນຢັນວ່າ
"ການກໍ່ສ້າງບັນດາເຂື່ອນໄຟຟ້າຕ່າງໆສຳລັບປີ 2018 ກໍຍັງເປັນໄປຕາມແຜນ ເຖິງວ່າ
ລັດຖະບານຈະມີການຍຸຕິເພື່ອທົບທວນເບິ່ງຄຸນະພາບ ຫຼືວ່າຄວາມສາມາດຕົວຈິງຂອງ
ບັນດາເຂື່ອນ ອັນນີ້ອາດຈະບໍ່ແມ່ນເກີດຂຶ້ນພາຍໃນ 2018 ມາດຕະການນັ້ນອາດຈະ
ເລີ່ມເຂົ້າມາມີຜົນກະທົບປີ 2019."
ກ່ອນໜ້ານີ້ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າກະຊວງ
ການເງິນໄດ້ຍອມຮັບວ່າ ທຶນສຳຮອງເງິນຕາຕ່າງປະເທດຂອງ ລາວ ມີມູນຄ່າຫຼຸດໜ້ອຍ
ລົງນັບຈາກທ້າຍປີ 2016 ເປັນຕົ້ນມາ ໂດຍຫຼຸດລົງຈາກມູນຄ່າທີ່ທຽບເທົ່າກັບການນຳ
ເຂົ້າສິນຄ້າຕ່າງປະເທດໄດ້ 5.3 ເດືອນເມື່ອທ້າຍປີ 2016 ລົງມາເປັນ 4.3 ເດືອນໃນ
ທ້າຍເດືອນເມສາ 2018 ແລະ ບໍ່ເຖິງ 3 ເດືອນໃນປັດຈຸບັນ.
ທັງນີ້ ລັດຖະບານ ລາວ ກໍໄດ້ວາງແຜນການທີ່ຈະສົ່ງສິນຄ້າອອກໃຫ້ໄດ້ 5,015 ລ້ານ
ໂດລາ ແລະ ຄຸມການນຳເຂົ້າສິນຄ້າໃຫ້ບໍ່ເກີນ 4,978 ລ້ານໂດລາໃນຕະຫຼອດປີ 2018
ນີ້ ຫາກແຕ່ກໍຄົງຈະເປັນຈິງໄດ້ຍາກຢ່າງຍິ່ງ.