ການກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ 5 ແລະ 6 ລະຫວ່າງລາວກັບໄທ ຈະສຳເລັດ
ໃນປີ 2022 ແລະປີ 2023 ຕາມລຳດັບ ໂດຍທີ່ລັດຖະບານລາວກູ້ຢືມເງິນຈາກໄທ
ໃນມູນຄ່າຮວມ 3,148 ລ້ານບາດ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
ທ່ານອາຄົມ ເຕີມພິທຍາໄພສິດ ລັດຖະມົນຕີວ່າການກະຊວງຄົມມະນາຄົມຂອງໄທ
ຖະແຫຼງຢືນຢັນວ່າ ລັດຖະບານລາວແລະໄທ ໄດ້ຕົກລົງຢ່າງເປັນທາງການວ່າ
ຈະຮ່ວມມືກັນ ດຳເນີນການກໍ່ສ້າງຂົວຂ້າມແມ່ນ້ຳຂອງຫຼືຂົວມິດຕະພາບລາວ-ໄທ
ແຫ່ງທີ 5-6 ແລະໃຫ້ສຳເລັດ ແລະເປີດນຳໃຊ້ໃນປີ 2022 ແລະປີ 2023 ຕາມລຳດັບ
ແລະເພື່ອເຮັດໃຫ້ສາມາດຈັດຕັ້ງປະຕິບັດ ໄດ້ຕາມເປົ້າໝາຍດັ່ງກ່າວ ຢ່າງແທ້ຈິງ
ລັດຖະບານໄທ ກໍໄດ້ອະນຸມັດເງິນທຶນສຳລັບສະໜັບສະໜຸນໂຄງການກໍ່ສ້າງຂົວ
ມິດຕະພາບ ລາວ-ໄທ ທັງ 2 ແຫ່ງ ຢ່າງເປັນທາງການແລ້ວ ແລະກະຊວງຄົມມະນາຄົມ
ຂອງໄທ ກໍໄດ້ດຳເນີນສຶກສາ-ອອກແບບກໍ່ສ້າງຂົວທັງ 2 ແຫ່ງ ເສັດແລ້ວ ເຊັ່ນດຽວກັນ.
ໂດຍການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຈະໃຊ້ເງິນທຶນໃນມູນຄ່າ 3,930
ລ້ານບາດ ແບ່ງເປັນຄວາມຮັບຜິດຊອບຂອງທາງການລາວ ແລະໄທ ໃນມູນຄ່າ 1,248
ລ້ານບາດ ແລະ 2,630 ລ້ານບາດຕາມລຳດັບ ຊຶ່ງລັດຖະບານໄທ ໄດ້ອະນຸມັດງົບ
ປະມານສະໜັບສະໜຸນເຕັມຈຳນວນ ດ້ວຍການຈັດສັນ ເປັນທຶນຊ່ອຍເຫຼືອ ແລະໃຫ້
ລັດຖະບານລາວກູ້ຢືມຄິດເປັນສັດສ່ວນ 30 ເປີເຊັນ ກັບ 70 ເປີເຊັນ ຂອງເງິນທຶນ
ໃນມູນຄ່າ 1,248 ລ້ານບາດ ດັ່ງກ່າວ.
ທັງນີ້ ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຈະເຊື່ອມຕໍ່ລະຫວ່າງຈັງຫວັດບຶງການ
ກັບແຂວງບໍລິຄຳໄຊ ແລະຕໍ່ໄປຍັງພາກກາງໃນຫວຽດນາມໄດ້ດ້ວຍຖະໜົນເລກ 8
ໃນລາວ ໂດຍດຳເນີນງານທີ່ຜ່ານມາໄດ້ສຳເລັດທັງໃນດ້ານການສຶກສາສຳຫລວດ
ແລະອອກແບບກໍ່ສ້າງ ໃນປັດຈຸບັນນີ້ ຈຶ່ງລໍພຽງການລົງນາມ ໃນຂໍ້ຕົກລົງຮ່ວມ
ລະຫວ່າງລັດຖະບານລາວ ກັບ ລັດຖະບານຊຸດໃໝ່ຂອງໄທ ເທົ່ານັ້ນ.
ສ່ວນຂົວມິດຕະພາບລາວ-ໄທ ແຫ່ງທີ 6 ທີ່ເຊື່ອມຕໍ່ລະຫວ່າງອຳເພີນາຕານຈັງຫວັດ
ອຸບົນລາດຊະທານີ ກັບເມືອງລະຄອນເພັງ ແຂວງສາລະວັນນັ້ນກໍໄດ້ຮັບການສະໜັບ
ສະໜຸນ ເງິນທຶນຈາກລັດຖະບານໄທ ໃນມູນຄ່າຮວມ 4,300 ລ້ານບາດ ຊຶ່ງໃນນີ້
ແບ່ງເປັນ 2,400 ລ້ານບາດ ທີ່ເປັນ ເງິນທຶນສຳລັບການກໍ່ສ້າງຂົວໃນເບື້ອງໄທ
ແລະ 1,900 ລ້ານບາດເປັນການຊ່ອຍເຫຼືອແລະເງິນກູ້ທີ່ຈັດສັນໃຫ້ແກ່ລັດຖະບານ
ລາວ ໃນສັດສ່ວນ 30 ເປີເຊັນ ແລະ 70 ເປີເຊັນ ຕາມລຳດັບ ໂດຍການກໍ່ສ້າງຂົວ
ມິດຕະພາບ ລາວ-ໄທ ແຫ່ງທີ 5 ແລະ 6 ຄາດວ່າຈະສຳເລັດ ມນປີ 2022 ແລະປີ
2023 ຕາມລຳດັບ ຊຶ່ງລັດຖະບານໄທໄດ້ຄາດຫວັງ ໄວ້ວ່າ ຈະສົ່ງຜົນດີ ທັງຕໍ່ການ
ທ່ອງທ່ຽວ ການຄ້າ ການຂົນສົ່ງແລະທຸລະກິດດ້ານ Logistic ດັ່ງທີ່ທ່ານອາຄົມ ໄດ້ໃຫ້
ການຢືນຢັນວ່າ “ສົ່ງເສີມໃນເລື້ອງຂອງການທ່ອງທ່ຽວ ດ້ວຍນະຄັບ ທາງຝັ່ງລາວນັ້ນ
ກໍຈະມີສະຖານ ທີ່ທ່ອງທ່ຽວຫຼາຍ ເພາະວ່າເປັນເຂດອຸດທະຍານດ້ວຍເຊັ່ນດຽວກັນ
ດັ່ງນັ້ນ ກໍຈະເປັນເສັ້ນທາງການຄ້າລະຫວ່າງ ປະເທດນະຄັບ ໃນສ່ວນຂອງເຮົາເອງ
ນັ້ນ ກໍທາງກົມທາງຫຼວງກໍໄດ້ຕຽມການໃນເລື້ອງຂອງການພັດທະນາໂຄງຂ່າຍເພີ້ມຕືີ່ມ
ເພາະວ່າ ການທີ່ເຮົາລົງທຶນຂົວນຶ່ງ ຂົວນັ້ນ ຕ້ອງໄດ້ປະໂຫຍດ ໃນເລື້ອງຂອງ Logistic ດ້ວຍ.”
ປັດຈຸບັນ ລາວມີສະພານຂ້າມແມ່ນ້ຳຂອງທີ່ກໍ່ສ້າງເສັດແລະໃຊ້ເພື່ອເຊື່ອມຕໍ່ການຄົມມະ
ນາຄົມຂົນສົ່ງແລ້ວ 10 ແຫ່ງ ໃນນີ້ ແບ່ງເປັນ 5 ແຫ່ງ ທີ່ເຊື່ອມຕໍ່ ການຄົມມະນາຄົມ-ຂົນ
ສົ່ງພາຍໃນລາວ ແລະ 5 ແຫ່ງເຊື່ອມໂຍງການຄົມມະນາຄົມ-ຂົນສົ່ງ ລະຫວ່າງລາວກັບ
ປະເທດເພື່ອນບ້ານ ໂດຍຂົວ 5 ແຫ່ງ ພາຍໃນລາວ ເຊື່ອມຕໍ່ເມືອງປາກເຊ ເມືອງໂພນ
ທອງ ແຂວງຈຳປາສັກ ຂົວຂ້າມດອນໂຂງທີ່ເມືອງໂຂງ ແຂວງຈຳປາສັກ ຂົວທີ່ເມືອງເງິນ
ແຂວງຫຼວງພະບາງ ກັບປາກແບງແຂວງອຸດົມໄຊ ຂົວປາກຄອນທີ່ເມືອງນານ ແຂວງ
ຫຼວງພະບາງເຊື່ອມຕໍ່ທ່າເດື່ອໃນແຂວງໄຊຍະບຸລີ ແລະຂົວທີ່ເມືອງສະນະຄາມ ແຂວງ
ວຽງຈັນ ກັບເມືອງປາກລາຍແຂວງໄຊຍະບຸລີ ສ່ວນອີກ 5 ແຫ່ງ ເຊື່ອມຕໍ່ລະຫວ່າງ
ນະຄອນວຽງຈັນ ກັບຈັງຫວັດໜອງຄາຍ ສະຫວັນນະເຂດ ກັບມຸກດາຫານ ຄຳມ່ວນ
ກັບນະຄອນພະນົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກັບອຳເພີຊຽງຂອງ ໃນຈັງຫວັດ
ຊຽງຮາຍ ແລະຂົວທີ່ເຊື່ອມຕໍ່ລາວ ກັບສະຫະພາບມຽນມາ ທີ່ເມືອງທ່າຂີ້ເຫຼັກ ໃນເຂດ
ລັດສານ ກັບເມືອງຊຽງກົກ ໃນແຂວງຫຼວງນ້ຳທາ ຂອງລາວ ຕາມລຳດັບ.