ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການເກັບກຳ ຂໍ້ມູນຄວາມເສຍຫາຍ ຕົວຈິງ ຈາກໄພພິບັດ ໃນແຂວງອັດຕະປື ຍັງບໍ່ທັນ ຄົບຖ້ວນພຽງພໍເທື່ອ


ສະພາບບ້ານເຮືອນ ຫຼັງຈາກນ້ຳຖ້ວມ
ສະພາບບ້ານເຮືອນ ຫຼັງຈາກນ້ຳຖ້ວມ

​ເຈົ້າ​ແຂວງ​ອັດ​ຕະປື ຍອມຮັບ​ວ່າ ທາງ​ການ​ລາວ ຍັງ​ມີ​ຂໍ້​ມູນບໍ່​ພຽງພໍ​ສຳລັບ​ສະຫຼຸບ​ຜົນ​ເສຍ​ຫາຍ ​ໃນ​ໄພ​ນ້ຳ​ຖ້ວ​ມ ຄັ້ງ​ໃຫຍ່​ທີ່​ເກີດ​ຈາກເຂື່ອນ​ໄຟຟ້າ​ເຊ​ປຽນ-​ເຊ​ນ້ຳ​ນ້ອຍ​ແຕກ ນັບ​ຕັ້ງ​ແຕ່ວັນ​ທີ 23 ກໍລະກົດ​ເປັນ​ຕົ້ນ​ມາ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານເລັດ ​ໄຊ​ຍະ​ພອນ ເຈົ້າ​ແຂວງ​ແລະ​ເລຂາ​ພັກແຂວງ​ອັດ​ຕະປື ຍອມຮັບ​ວ່າ ການ​ເກັບ
​ຂໍ້​ມູນ​ໃນ​ພາກ​ສະໜາມ​ກ່ຽວ​ກັບ​ຜົນ​ກະທົບ​ແລະ​ການ​ເສຍ​ຫາຍ​ຈາກ​ໄພ​ນ້ຳ​ຖ້ວ​ມຄັ້ງ​ໃຫຍ່​
ທີ່​ເກີດ​ຈາກ​ເຂື່ອນເຊ​ປຽນ-​ເຊ​ນ້ຳ​ນ້ອຍ​ແຕກ ນັບ​ຕັ້ງ​ແຕ່ວັນ​ທີ 23 ກໍລະກົດ​ 2018 ເປັນ​ຕົ້ນ
​ມາ ຈົນ​ເຖິງ​ປັດຈຸບັນ​ນີ້ ຍັງ​ມີ​ຂໍ້​ມູນ​ບໍ່​ພຽງພໍ ສຳລັບ​ການ​ສະຫຼຸບ​ຜົນ​ເສຍ​ຫາຍ​ ໄດ້​ຢ່າງ​ເປັນ​
ທາງ​ການ ຊຶ່ງ​ຮວມ​ເຖິງ​ການ​ທີ່​ບໍ່​ສາມາດ​ສະຫຼຸບ​ຈຳນວນ​ຂອງ​ຜູ້​ທີ່​ເສຍ​ຊີວິດ ຜູ້​ສູນຫາຍ ​
ແລະ​ຜູ້​ທີ່​ລອດ​ຊີວິດ​ໄດ້​ຢ່າງ​ຄັກ​ແນ່ ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ເລັດ ​ໄດ້​ໃຫ້ການ​ຍືນ​ຢັນ​ວ່າ
“ຜູ້​ໃດ​ເສຍ​ຊີວິດ​ຜູ້​ໃດທີ່ວ່າ​ໄດ້​ໄປ​ຫາ​ເຮັດ​ວຽກ​ງານ​ທຳ​ບໍ່ ຫຼື​ວ່າ​ໄປ​ຢູ່​ນຳ​ພີ່ນ້ອງ ອັນ​ນີ້
ກໍ​ຍັງ​ບໍ່​ທັນ​ແຍກ​ໄດ້​ເທື່ອ ​ແຕ່​ຄິດ​ວ່າ​ຕາມ​ຕົວ​ເລກ​ກາ​ນລາຍງານ​ຂອງ​ອຳນາດ​ການ​ປົກ
ຄອງ ​ເວລາ​ມັນ​ເກີດ​ເຫດ​ນີ້ກໍ​ແມ່ນ​ວ່າ​ຍັງ​ກວມ​ຫຼາຍ ປະຊາຊົນ​ທີ່​ວ່າ ​ໃນ 13 ບ້ານ ​
ແລະ 6 ບ້ານ​ນີ້ ທັງ​ໝົດ​ນີ້​ແມ່ນ 7,095 ຄົນ ທັງ​ໝົດ​ຫັ້ນ​ນ່າ ​ແຕ່​ວ່າ​ຍ້າຍ​ມາ​ປັດຈຸບັນ​ນີ້
ກໍ​ມີ​ແຕ່ 5,000 ປາຍ.”

ທາງ​ດ້ານ ທ່ານ​ອຸ່ນ​ຫຼ້າ ​ໄຊ​ຍະ​ສິດ ຮອງ​ເຈົ້າ​ແຂວງ​ອັດ​ຕະປື ລາຍ​ງານ​ວ່າ ​ເມືອງ​ສະໜາມ
​ໄຊ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຈາກ​ກໍລະນີ​ເຂື່ອນ​ເຊ​ປຽນ-​ເຊ​ນ້ຳ​ນ້ອຍ
​ແຕກ​ໃນ​ຄັ້ງ​ນີ້ ​ເປັນ​ເມືອງນຶ່ງ​ທີ່​ທຸກ​ຍາກ ມີ 40 ບ້ານ 6,771 ຄອບຄົວ ມີ​ພົນລະ​ເມືອງ
36,000 ກວ່າ​ຄົນ ​ໃນ​ນີ້ ມີ​ບ້ານ​ທີ່​ຖືກ​ກະທົບ ຈາກ​ໄພ​ນ້ຳ​ຖ້ວມ 13 ບ້ານ ມີ 2,717 ຄອບ
ຄົວ ມີ​ພົນລະ​ເມືອງ 13,067 ຄົນ ​ໃນ​ນີ້ ​ໄດ້​ຮັບ​ຜົນ​ກະທົບ 100 ​ເປີ​ເຊັນ ມີ 6 ບ້ານ ຄື
ບ້ານ​ຫີນ​ລາດ ບ້ານ​ສະໝອງ​ໃຕ້ ບ້ານ​ທ່າ​ຫີນ ບ້ານ​ໃໝ່ ບ້ານ​ທ່າ​ແສງ​ຈັນ ​ແລະ​ບ້ານ​ໃຫຍ່
ແທ ຊຶ່ງ​ໃນ 6 ບ້ານ​ດັ່ງກ່າວ​ນີ້ ມີ​ຈຳນວນ 1,611 ຄອບຄົວ ມີ​ພົນລະ​ເມືອງ 7,095 ຄົນ ​
ໄດ້​ຍົກຍ້າຍ​ມາ​ ຢູ່​ເຂດ​ທີ່​ປອດ​ໄພ 6 ຈຸດ ຄື ​ເທດສະບານ​ເມືອງ​ສະໜາມ​ໄຊ ບ້ານ​ຕໍ​ມໍ​
ຍອດ ບ້ານ​ດອນ​ບົກ ບ້ານ​ປີນ​ດົງ ບ້ານ​ຄອນ​ທົດ ​ແລະ​ໂຮງຮຽນ​ມັດທະຍົມ​ສົມບູນ​ຈັນທາ.

ສຳລັບ​ຈຳນວນ​ຜູ້​ສູນ​ຫາຍ​ມີ​ທັງ​ໝົດ 131 ຄົນ ຊຶ່ງ​ມາ​ຮອດ​ວັນ​ທີ 18 ສິງຫາ 2018 ມີ​ລາຍ
​ງານ​ວ່າ ສາມາດ​ເກັບ​ກູ້​ຊາກ​ສົບ​ຜູ້​ເສຍ​ຊີວິດ​ໄດ້ ​ໃນ​ພາກ​ສະໜາມ​ຈຳນວນ 34 ສົບ ​
ໃນ​ນີ້ ​ເປັນ​ຜູ້​ເສຍ​ຊີວິດ​ເພດ​ຍິງ 18 ສົບ ​ເດັກນ້ອຍ ອາຍຸ 10 ປີ ລົງ​ມາ ຈຳນວນ 13 ສົບ ​
ແລະ​ເສຍຊີວິດ​ຢູ່​ໃນ​ໂຮງໝໍ 5 ສົບ ຮວມມີ​ຜູ້​ເສຍ​ຊີວິດ​ແລ້ວ ຈຳນວນ 39 ສົບ ສ່ວນ​ອີກ
97 ຄົນ​ ຍັງສູນຫາຍ ​ແລະ​ຈະ​ຕ້ອງ​ຄົ້ນ​ຫາ​ຕໍ່​ໄປ.

ສ່ວນພົນ​ຈັດຕະວາ ຜາ​ລົມ ລິນ​ທອງ ຮອງ​ຫົວ​ໜາ​ກົມ​ໃຫຍ່​ການ​ເມືອງ ກອງທັບ​ປະຊາຊົນ​
ລາວ ຖະ​ແຫຼ​ງວ່າ ການ​ກູ້​ໄພ​ແລະ​ການ​ຄົ້ນ​ຫາ​ຜູ້​ທີ່​ສູນຫາຍ​ຈາກ​ໄພ​ນ້ຳ​ຖ້ວມທີ່​ເມືອງ
​ສະໜາມໄຊສາມາດ​ດຳ​ເນີນ​ການ​ໄດ້​ຢ່າງຍາກ​ລຳບາກ​ຫຼາຍ ​ເພາະວ່າ ພື້ນ​ທີ່​ປະສົບ​ໄພ ​
ເຕັມ​ໄປດ້ວຍ​ຂີ້ຕົມ​ທີ່​ມີ​ທັງ​ປະລິມານ​ຢ່າງ​ໜາ​ແໜ້ນ ​ເປັນ​ບໍລິ​ເວນ​ກວ້າງ​ແລະ​ມີ​ຄວາມ​ເລິກ​
ເກີນ​ກວ່າ​ລະດັບ 1 ​ແມັດ​ອີກ​ດ້ວຍ.

ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ ກໍ​ຍັງ​ເຮັດ​ໃຫ້ການ​ກູ້​ໄພ​ແລະ​ການ​ຄົ້ນ​ຫາ​ຜູ້​ສູນຫາຍ
ສາມາດ​ດຳ​ເນີນ​ການ​ໄດ້​ຢ່າງ​ຊັກຊ້າ ​ໂດຍ​ເຖິງ​ແມ່ນວ່າ ກອງທັບ​ສິງກະ​ໂປ ຈະ​ໃຫ້ການ​
ຊ່ວຍ​ເຫຼືອ ດ້ວຍ​ການ​ນຳ​ໃຊ້​ເຄື່ອງ SCAN ທີ່​ທັນ​ສະ​ໄໝ​ເພື່ອ​ກວດ​ຫາ​ຜູ້​ສູນຫາຍ​ທີ່​ເຂດ​ເມືອງສະໜາມ​ໄຊ ກໍ​ຕາມ ​ແຕ່ດ້ວຍປະລິມານ​ຂີ້ຕົມ​ທີ່​ຫຼວງ​ຫຼາຍ​ແລະ​ເລິກ ດັ່ງກ່າວ
ຈຶ່ງ​ເຮັດໃຫ້​ບໍ່​ສາມາດ​ນຳ​ໃຊ້ເຄື່ອງ SCAN ​ໄດ້​ຢ່າງ​ມີ​ປະສິດທິພາບ.

ທາງ​ດ້ານ​ທ່ານ​ບຸນ​ໂພ​ມ ພົມມະ​ສານ ​ເຈົ້າ​ເມືອງ​ສະໜາມ​ໄຊ ​ໃຫ້ການ​ຢືນ​ຢັນ​ວ່າ ​ໄພ​ນ້ຳ
​ຖ້ວ​ມຄັ້ງ​ໃຫຍ່​ທີ່​ເກີດ​ຈາກ​ເຂື່ອນເຊ​ປຽນ-​ເຊ​ນ້ຳ​ນ້ອຍ​ແຕກ ນັບ​ຕັ້ງ​ແຕ່ຕອນ​ກາງຄືນວັນ​ທີ
23 ກໍລະກົດ​ 2018 ເປັນ​ຕົ້ນ​ມາ ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ປະຊາຊົນ​ລາວ 2,717 ຄອບຄົວທີ່ຢູ່
​ໃນ​ເຂດ 13 ບ້ານ​ຂອງ​ເມືອງ​ສະໜາມ​ໄຊ ​ໃນ​ນີ້​ມີ 1,617 ຄອບຄົວ ຫຼື 7,095 ຄົນ ​
ໃນ 6 ບ້ານ ​ທີ່​ໄດ້​ຮັບ​ຜົນ​ກະທົບຢ່າງ​ໜັກ ກໍ​ຄື ບ້ານ​ໃໝ່ ບ້ານ​ທ່າ​ຫີນ ບ້ານ​ທ່າ​ແສງ​ຈັນ
ບ້ານ​ຫີນ​ລາດ ບ້ານ​ສະໝອງ​ໃຕ້ ​ແລະ​ບ້ານ​ໃຫຍ່ແທ ໂດຍທາງ​ການ​ເມືອງ​ສະໜາມ​ໄຊ ​
ໄດ້​ມອບ​ເງິນ​ຊ່ວຍ​ເຫຼືອ​ເບື້ອງ​ຕົ້ນ​ໃຫ້​ແລ້ວ ຄອບຄົວ ລະ 5 ​ແສນ​ກີບ.

ທັງ​ນີ້ ທາງ​ການ​ແຂວງ​ອັດ​ຕະປື​ໄດ້​ເລືອກ​ເອົາ​ບ້ານໜອງ​ບົກ ບ້ານ​ຕໍ​ມໍ​ຍອດ ບ້ານ​ດົງ​ບາດ
​ເປັນ​ເຂດ​ປຸກ​ສ້າງ​ໃນ​ເນື້ອ​ທີ່ 20.6 ​ເຮັກຕາ ​ເພື່ອ​ຈັດ​ໃຫ້​ປະຊາຊົນ​ຢູ່​ຊົ່ວຄາວ ມີ​ສິ່ງ​ອຳນວຍ
​ຄວາມ​ສະດວກ​ຕ່າງໆ ​ເຊັ່ນ ສຸກສາລາ ບໍ່​ນ້ຳ​ບາ​ດານ ​ແລະ​ວິດຖ່າຍ ​ເປັນ​ຕົ້ນ ສ່ວນ​ເຂດ​ປຸກ​ສ້າງທີ່ຢູ່​ອາ​ໄສ​ຢ່າງ​ຖາ​ວອນ​ມີ​ເນື້ອ​ທີ່​ຮວມ 135 ​ເຮັກຕາ ຊຶ່ງ​ຈະ​ມີ​ການ​ກໍ່ສ້າງ​ວັດ ສຸກສາລາ
​ໂຮງ​ຮຽນ ສະໜາມກິລາ ​ແລະ​ອື່ນໆ ​ໂດຍ​ຈະ​ຈັດ​ສັນ​ແລະ​ປຸກ​ສ້າງ​ທີ່ຢູ່​ອາ​ໄສ​ຂະໜາດ​
ກ້ວາງ 20 ​ແມັດ ຍາວ 40 ​ແມັດ ​ໃຫ້​ແຕ່​ລະ​ຄອບຄົວ.

XS
SM
MD
LG