ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ລັດ​ຖະ​ບານ​ລາວ ​ດຳ​ເນີນ​ນະ​ໂຍ​ບາຍ​ຮັດ​ສາຍ​ແອວ ດ້ານ​ລາຍ​ຈ່າຍ​ ຍັງຜົນ​ໃຫ້​ເສດ​ຖະ​ກິດ ​ຂະ​ຫຍາຍ​ຕົວ ຫຼຸດ​ລົງ​


ທະ​ນະ​ບັດ​​ຂອງ​ສ​ປ​ປ ລາວ ສະ​ກຸນ​ກີບ
ທະ​ນະ​ບັດ​​ຂອງ​ສ​ປ​ປ ລາວ ສະ​ກຸນ​ກີບ

ການ​ດຳ​ເນີນ​ນະ​ໂຍ​ບາຍ​ຮັດ​ສາຍ​ແອວດ້ານ​ລາຍ​ຈ່າຍ​ຂອງ​ລັດ​ຖະ​ບານ​ລາວມີຜົນ
ເຮັດ​ໃຫ້​ເສດ​ຖະ​ກິດ​ຂະ​ຫຍາຍ​ຕົວ ຫຼຸດ​ລົງ​ໃນ​ປີ 2019 ທັງ​ຍັງ​ເຮັດ​ໃຫ້ລາຍ​ໄດ້​ຂອງ​
ປະ​ຊາ​ຊົນ​ລາວ ໃນ​ບາງ​ເຂດ​ຕ້ອງ​ຫຼຸດ​ລົງ​ດ້ວຍ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.


ທ່ານສຸ​ລິນ​ທອນ ເລື່ອງ​ຄຳ​ສິງ ນັກ​ເສດ​ຖະ​ສາດ​ອາ​ວຸ​ໂສ​ຂອງ​ທະ​ນາ​ຄານພັດ​ທະ​ນາ​
ເອເ​ຊຍ (ADB) ສຳ​ນັກ​ງານ​ປະ​ຈຳ​ລາວ​ ຖະ​ແຫຼງຄາດ​ໝາຍວ່າ ເສດ​ຖະ​ກິດ​ໂດຍ​ຮວມ​
ຂອງ​ລາວ ໃນ​ປີ 2019 ຈະ​ຂະ​ຫຍາຍ​ຕົວ​ເພີ້ມ​ຂຶ້ນ ໃນ​ອັດ​ຕາ​ສະ​ເລ່ຍ​ບໍ່​ເກີນ 6.5
ເປີ​ເຊັນຊຶ່ງ​ເປັນ​ການ​ຂະ​ຫຍາຍ​ຕົວ​ທາງ​ເສດ​ຖະ​ກິດ ໃນ​ລະ​ດັບ​ດຽວ​ກັນ ​ກັບ​ໃນ​ປີ 2018
ຜ່ານ​ມາ ໃນ​ນີ້​ຈະ​ເປັນ​ການ​ຂະ​ຫຍາຍຕົວ ໃນ​ພາກ​ກະ​ສິ​ກຳ 2.5 ເປີ​ເຊັນ ພາກ​ບໍ​ລິ​ການ
6.7 ເປີ​ເຊັນ ແລະ​ພາກ​ອຸດ​ສາ​ຫະ​ກຳ 8.1 ເປີ​ເຊັນ ຕາມ​ລຳ​ດັບ.

ຫາກແຕ່​ວ່າ ກໍ​ມີ​ປັດ​ໄຈພາຍ​ໃນ​ລາວ ທີ່​ຈະ​ສົ່ງ​ຜົນກະ​ທົບ​ຕໍ່​ລະ​ດັບ​ຄາດ​ໝາຍ ດັ່ງ​ກ່າວ
ໃນ​ຫຼາຍ​ດ້ານ​ດ້ວຍ​ກັນ ເຊັ່ນ ການ​ດຳ​ເນີນ​ນະ​ໂຍ​ບາຍ​ຮັດ​ສາຍ​ແອວ​ດ້ານ​ລາຍ​ຈ່າຍ
​ຂອງ​ລັດ​ຖະ​ບານ​ລາວ​ແລະ​ການ​ຍຸ​ຕິ​ການ​ສົ່ງ​ອອກ​ໄມ້​ທ່ອນ​ໄປ​ຕ່າງ​ປະ​ເທດ ທີ່​ໄດ້​
ສົ່ງ​ຜົນກະ​ທົບ​ຕໍ່​ລາຍ​ໄດ້​ຂອງ​ປະ​ຊາ​ຊົນລາວ ທີ່​ຮັບຈ້າງ​ຕັດ​ໄມ້​ໃຫ້​ກັບ​ບັນ​ດາ​ບໍ​ລິ​ສັດ
​ຄ້າ​ໄມ້ນັ້ນ ດັ່ງ​ທີ່ທ່ານ​ ສຸ​ລິນ​ທອນ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ “ການຊົມ​ໃຊ້​ພາຍ​ໃນ​ຂອງ
​ບາງ​ຂົງ​ເຂດ ກະ​ແມ່ນ​ຫຼຸດ​ລົງ ເນື່ອງ​ຈາກ​ບາງ​ມາດ​ຕະ​ການ​ຂອງ​ພາກ​ລັດ​ເຊັ່ນ
ມາດ​ຕະ​ການ​ການ​ຮັດ​ສາຍ​ແອວບາງ​ອັນທີ່​ບໍ່​ຈຳ​ເປັນ ​ພາກ​ລັດ ກໍ​ບໍ່ຢາກໃຫ້​ຈ່າຍ
​ຫຼືວ່າ ການ​ໄປ​ປະ​ຊຸມ​ຢູ່​ຕ່າງ​ແຂວງ ກະ​ແມ່ນ​ຫຼຸດ​ລົງ ການ​ລົງ​ທຶນ​ໃໝ່ໆ ກໍ​ຫຼຸດ​ລົງຫຼາຍ
ເພິ່ນ​ສຸມ​ໃສ່​ໃນ​ການ​ຊຳ​ລະ​ສະ​ສາງ​ໜີ້​ສິນ ນອກ​ເໜືອ​ຈາກ​ນັ້ນ ບາງ​ຂະ​ແໜງ​ການ
ກະ​ສິ​ເຫັນ​ວ່າມີ​ຜົນ​ກະ​ທົບ ຄື​ການ​ຍຸ​ຕິ​ການ​ສົ່ງ​ອອກ​ໄມ້ ເພາະ​ປະ​ຊາ​ຊົນ​ເຄີຍ​ໄດ້​
ເຂົ້າ​ເຖິງ​ປ່າ​ໄມ້ເລັກໆນ້ອຍໆ ມາ​ຂາຍ​ໃຫ້​ພໍ່​ຄ້າ​ຊາວ​ຂາຍ ດຽວ​ນີ້​ເພິ່ນຢຸດ ຊຶ່ງວ່າ
ອັນ​ນີ້​ກະ​ມີ​ຜົນ​ກະ​ທົບ ເອີ້ນ​ວ່າ ລາຍ​ຮັບ​ຊົ່ວ​ຄາວ ຫຼື​ລາຍ​ຮັບ​ບາງ​ໂອ​ກາດ​ຂອງ
ປະ​ຊາ​ຊົນກະ​ມີ​ການ​ຫຼຸດ​ລົງ ອັນ​ນີ້ ກໍ​ເຮັດ​ໃຫ້​ມີ​ຜົນ​ກະ​ທົບ​ໃນ​ການ​ຈັບ​ຈ່າຍ.”

ແຕ່ຢ່າງ​ໃດ​ກໍ​ຕາມ ເພື່ອ​ເປັນ​ການ​ເຮັດ​ໃຫ້​ເສດ​ຖະ​ກິດ​ລາວ ມີ​ການ​ຂະຫຍາຍ​ຕົວ​ໃນ
​ອັດ​ຕາ​ສະ​ເລ່ຍ​ບໍ່​ຫຼຸດ 6.5 ເປີ​ເຊັນ ດັ່ງ​ກ່າວ ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ
ກໍ​ໄດ້​ເນັ້ນ​ໜັກ​ໃຫ້​ທຸກ​ພາກ​ສ່ວນ ຈະ​ຕ້ອງ​ປະ​ສານ​ສົມ​ທົບ​ເຂົ້າ​ໃນ​ການ​ປະ​ຕິ​ບັດ 8
ມາດ​ຕະ​ການ ​ກະ​ຕຸ້ນ​ເສດ​ຖະ​ກິດ​ແຫ່ງ​ຊາດຢ່າງ​ເຂັ້ມ​ງວດ ໃນ​ປີ 2019 ນີ້ ຊຶ່ງ​ປະ​ກອບ
​ດ້ວຍ​ການ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ມະ​ຫາ​ພາກ ໃຫ້​ມີ​ສະ​ຖຽນ​ລະ​ພາບ​ແລະ​ໝັ້ນ​ທ່ຽງ​
ປັບ​ປຸງການ​ຄຸ້ມ​ຄອງ​ລະ​ບົບ​ການ​ເງິນ​ແລະ​ງົບ​ປະ​ມານ ລັດ​ໃຫ້​ແຂງ​ແຮງ ທັງ​ນີ້
ດ້ວຍ​ການ​ປະ​ຕິ​ຮູບ​ກົນ​ໄກ ໃນ​ການ​ເກັບ​ລາຍ​ຮັບ​ທີ່​ທັນ​ສະ​ໄ​ໝ ແລະ​ໂປ່ງ​ໃສ ຄຸ້ມ​ຄອງ
​ເງິນ​ຕາໃຫ້​ມີ​ສະ​ຖຽນ​ລະ​ພາບ ປະ​ຕິ​ບັດ​ນະ​ໂຍ​ບາຍດອກ​ເບ້ຍ​ຕາມ​ກົນ​ໄກ​ຕະ​ຫຼາດ
ປັບ​ປຸງ​ສະ​ພາ​ຫວະແວດລ້ອ​ມ ໃນ​ການ​ດຳ​ເນີນ​ງານທຸ​ລະ​ກິດ​ສົ່ງ​ເສີມ​ການ​ລົງ​ທຶນ
ພາຍ​ໃນ ແລະ​ຈາກ​ຕ່າງປະ​ເທດ ໃຫ້​ເພີ້ມ​ຂຶ້ນ​ສົ່ງ​ເສີມ​ການ​ຜະ​ລິດ​ສິນ​ຄ້າ​ແລະ​ພັ​ດ​ທະ​ນາ
​ການ​ບໍ​ລິ​ການ ໂດຍ​ສຸມ​ໃສ່ການ​ຜະ​ລິດ​ເພື່ອ​ຊົມ​ໃຊ້​ພາຍ​ໃນ​ແລະ​ຫຼຸດ​ຜ່ອນ​ການ​ນຳເຂົ້າ​
ຈາກ​ຕ່າງ​ປະ​ເທດ.

​ສຸມ​ໃສ່​ການ​ພັດ​ທະ​ນາດ້ານວັດ​ທະ​ນະ​ທຳ​ສັງ​ຄົມ ແລະ​ການ​ແກ້​ໄຂ​ຄວາມ​ທຸກ​ຍາກ
ຄົ້ນ​ຄ​ວ້າ​ຜັນ​ຂະ​ຫຍາຍ ແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​ເປົ້າ​ໝາຍ​ການ​ພັດ​ທະ​ນາຢ່າງ​ຍືນ​ຍົງ
ໃຫ້ເປັນ​ແຜນ​ການ​ແລະ​ໂຄງ​ການ​ລະ​ອຽດ​ທີ່​ມີ​ປະ​ສິດ​ທິຜົນບໍ​ລິ​ຫານ​ລັດ​ຖະການ
ຕາມ​ລະ​ບຽບ​ກົດ​ໝາຍ ຢ່າງ​ເຂັ້ມ​ງວດ​ທີ່​ແນໃສ່​ການ​ສໍ້​ລາດ​ບັງ​ຫຼວງ​ໃຫ້​ເປັນ​ຮູບ​ປະ​ທຳ
ສະ​ເໜີ​ສະ​ພາ​ແຫ່ງ​ຊາດ ແລະ​ສະ​ພາ​ທ້ອງ​ຖິ່ນໃຫ້​ຕິດ​ຕາມກວດ​ກາ ການ​ປັບ​ປຸງ​ນິ​ຕິ​ກຳ
ໃຫ້​ສອດ​ຄ່ອງ ກັບ​ສະ​ພາບ​ຕົວ​ຈິງ ເພື່ອ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ເປັນ
​ລະ​ບຽບຮຽບ​ຮ້ອຍ ທ​າງ​ສັງ​ຄົມ​ໃຫ້​ໄດ້​ຢ່າງ​ຄັກ​ແນ່.

ທາງ​ດ້ານ​ຄະ​ນະ​ຊ່ຽວ​ຊານ​ຂອງ​ທ​ະ​ນາ​ຄານ​ໂລກ ໄດ້ສະ​ຫຼຸບ​ສະ​ພາ​ຫວະ​ທາງ​ເສດ​
ຖະ​ກິດ ໃນ​ປີ 2018 ຂອງ​ລາວ​ວ່າ ມີ​ການ​ຂະ​ຫຍາຍ​ເພີ້ມ​ຂຶ້ນ 6.5 ເປີ​ເຊັນ ໂດຍ​ຫຼຸດ​ລົງ
ຈາກ 6.9 ເປີ​ເຊັນ ໃນ​ປີ 2017 ເພາະ​ວ່າ​ໄພ​ນ້ຳ​ຖ້ວມ ຄັ້ງ​ໃຫຍ່ ເຮັດ​ໃຫ້​ການ​ຜະ​ລິດ
​ດ້ານ​ກະ​ສິ​ກຳ ໄດ້​ຕ່ຳ​ກວ່າ​ແຜນ​ການ​ແລະ​ຜົນ​ຜະ​ລິດ​ແຮ່​ທາດ ກໍ​ຫຼຸດ​ລົງ 2 ເປີ​ເຊັນ
ທຽບ​ໃສ່ປີ 2017 ສ່ວນ​ອັດ​ຕາ​ເງິນ​ເຟີ້ ກໍ​ເພີ່ມ​ຂຶ້ນ 3 ຫາ 5 ເປີ​ເຊັນ ຈາກ​ການ​ປັບ​ຂຶ້ນ
ລາ​ຄາ​ສິນ​ຄ້າ​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ ທີ່​ລັດ​ຖະ​ບານ​ລາວ ບໍ່​ສາ​ມາດ​ຄວບ​ຄຸມ​ລາ​ຄາ
​ໄດ້ຢ່າງ​ມີ​ປະ​ສິດທິ​ພາບ​ນັ້ນ.

ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ຂະ​ຫຍາຍ​ຕົວ​ທາງ​ເສດ​ຖະ​ກິດ ໃນ​ອັດ​ຕາ​ສະ​ເລ່ຍ 6.5 ເປີ​ເຊັນ
ດັ່ງ​ກ່າວ ກໍ​ເຮັດ​ໃຫ້​ຍອດ​ຜະ​ລິດຕະ​ພັນ​ຮວມ​ພາຍ​ໃນ (GDP) ໃນ​ປີ 2018 ສາມາດ
​ສະ​ເລ່ຍເປັນ​ລາຍ​ຮັບ​ໄດ້​ຂອງ​ປະ​ຊາ​ຊົນ​ລາວ ທີ່​ລະ​ດັບ 2,599 ໂດ​ລາ ຕໍ່​ຄົນ​ ຊຶ່ງສູງກ​ວ່າ​
ເປົ້າ​ໝາຍ​ທີ່​ສະ​ພາ​ແຫ່ງ​ຊາດ​ລາວ​ຮັບ​ຮອງ ​ທີ່ 2,536 ໂດ​ລາ ຕໍ່​ຄົນ.

XS
SM
MD
LG