ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ລົງ​ທຶນ​ຂອງ​​ຫ​ວຽດ​ນາມ ​ໃນ​ລາວ​ສືບ​ຕໍ່​ຫລຸດ​ລົງ ຍ້ອນຂາດ​ເງິນ​ທຶນ​ໝູນ​ວຽນ


ສວນ​ຢາງ​ພາ​ລາ​ຂອງລໍ​ລິ​ສັດ ​ຫວຽດ​ນາມ​ຢູ່​ແຂວງ​ອັດ​ຕະ​ປື
ສວນ​ຢາງ​ພາ​ລາ​ຂອງລໍ​ລິ​ສັດ ​ຫວຽດ​ນາມ​ຢູ່​ແຂວງ​ອັດ​ຕະ​ປື

ການ​ລົງ​ທຶນ​ຂອງ​ບັນ​ດາ​ບໍ​ລິ​ສັດ​ຫ​ວຽດ​ນາມໃນ​ລາວ ຍັງ​ສືບ​ຕໍ່​ຫລຸດ​ລົງ ເນື່ອງ​ຈາກ​ຂາດ​ເງິນ​ທຶນ​ໝູນ​ວຽນ ແຕ່​ຍ້ອນ ສາຍ​ພົວ​ພັນ​ແບບ​ພິ​ເສດ​ກໍ​ເຊື່ອ​ວ່າ ຫ​ວຽດ​ນາມຈະ​ລົງ​ທຶນ​ໃນ​ລາວ​ເພີ້ມ​ຂຶ້ນ​ໃນ​ໄວໆ​ນີ້.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ​ຂອງ​ຫວຽດ​ນາມ ເປີດ​ເຜີຍ​ວ່າ ການ​ລົງ​ທຶນ​ຂອງ​ບັນ​ດາ​ລັດ​ວິ​ສະ​ຫະ​ກິດຫວຽດ​ນາມ​ໃນ​ລາວ ຍັງ​ມີ​ທ່າ​ອ່ຽງ​ຫລຸດ​ລົງ​ຢ່າງ​ຕໍ່​ເນື່ອງ ໂດຍ​ເຫັນ​ໄດ້​ຈາກ​ການ​ລົງ​ທຶນໃນ 258 ໂຄງ​ການ ທີ່​ມີ​ມູນ​ຄ່າ​ລົງ​ທຶນ​ສະ​ສົມ​ເກີນກວ່າ 5,100 ລ້ານ​ໂດ​ລາ ທີ່​ຈັດ​ເປັນ​ອັນ​ດັບ​ທີ 3 ຮອງ​ຈາກ​ຈີນ ແລະ​ໄທ ໂດຍ​ການ​ລົງ​ທຶນ​ຂອງ​ຫວຽດ​ນາມ​ໃນ​ລາວ ຈັດ​ແບ່ງ​ເປັນ​ການ​ລົງ​ທຶນ​ໃນ​ພາກ​ພະ​ລັງ​ງານ​ໄປ​ຟ້າ 26 ເປີ​ເຊັນ, ກະ​ສິ​ກຳ 23 ເປີ​ເຊັນ, ພື້ນ​ຖານ​ໂຄ​ລ​ລ່າງ 20 ເປີ​ເຊັນ, ຂຸດ​ຄົ້ນ​ບໍ່​ແຮ່ 19 ເປີ​ເຊັນ, ພ​າກ​ບໍ​ລິ​ການ-ທ່ອງ​ທ່ຽວ 9 ເປີ​ເຊັນ ແລະ​ການ​ເງິນ-ທະ​ນາ​ຄານ 3 ເປີ​ເຊັນ ໃນ​ປີ 2017 ຜ່ານ​ມາ.

ແຕ່​ວ່າ​ການ​ລົງ​ທຶນ​ຂອງ​ຫວຽດ​ນາມ​ໃນ​ລາວ ກໍ​ໄດ້​ຫລຸດ​ລົງ​ເຫລືອ​ພຽງ4,100 ລ້າ​ໂດ​ລາ​ເທົ່າ​ນັ້ນ ໃນ​ປີ 2019 ນີ້ ຊຶ່ງ​ທາງ​ການລາວ ຄາດ​ຫວັງ​ວ່າ ການ​ລົງ​ທຶນ​ຂອງ​ຫ​ວຽດ​ນາມ​ໃນ​ລາວ ຈະ​ປັດ​ຕົວ​ດີ​ຂຶ້ນ ໃນ​ໄວໆ​ນີ້ ດັ່ງ​ທີ່​ທ່ານ​ສຸ​ພັນ ແກ້ວ​ມີ​ໄຊ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ​ໄດ້​ຢືນ​ຢັນ​ວ່າ:
“ໃນ​ການ​ລົງ​ທຶນ​ຫັ້ນ ຫວຽດ​ນາມ​ກໍ​ໄດ້​ມາ​ລົງ​ທຶນ ຢູ່​ສ​ປ​ປ ລາວ ເຮົາ​ນີ້ ຫລາຍ​ສົມ​ຄວນ ຖ້າ​ທຽບ​ໃສ່​ກັບ​ປະ​ເທດ​ອື່ນໆ ກະ​ຢູ່​ໃນະ​ດັບ​ທີ 3 ຂອງ​ບັນ​ດາ​ປະ​ເທດ​ທີ່​ມາ​ລົງ​ທຶນ​ຢູ່​ສ​ປ​ປ ລາວ. ອັນ​ນີ້ ກໍ​ຖື​ວ່າ ເປັນ​ສ່ວນ​ປະ​ກອບ​ໃນ​ການ​ພັດ​ທະ​ນາ​ເດ​ສ​ຖະ​ກິດ ໂດຍ​ສະ​ເພາະ​ກໍ​ແມ່ນ​ຢູ່​ໃນ​ດ້ານກ​ການ​ພັດ​ທະ​ນາ​ພະ​ລັງ​ງານ, ການ​ພັ​ດ​ທະ​ນາບໍ່​ເຮ່, ການ​ພັດ​ທະ​ນາ ທ້າງ​ດ້ານ​ກະ​ສິ​ກຳ, ການ​ຄ້າ ແລະ​ອື່ນໆ ທຸກ​ຂະ​ແໜງ​ການ ກໍ​ມີ​ການ​ລົງ​ທຶນ​ຂອງ​ຝ່າຍ​ຫວຽດ​ນາມ.”

ທັງ​ນີ້​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ບັນ​ຫາ​ດ້ານ​ເງິນ​ທຶນ ເຊັ່ນ​ກໍ​ລະ​ນີ​ຂອງບໍລິສັດ Hoang Anh
Gia Lai ຊຶ່ງ​ເຮັດ​ໃຫ້ການກໍ່ສ້າງສະໜາມບິນໃໝ່ຢູ່ທີ່ບ້ານໜອງຄ້າງ, ເມືອງຊຳເໜືອ,
ແຂວງຫົວພັນ ເກີດ​ບັນ​ຫາ ຊັກ​ຊ້າ​ມາ​ໄດ້ 3 ປີກວ່າ ​ແລ້ວ ຊຶ່ງການດຳເນີນງານນັບຈາກ
ປີ 2014 ເປັນຕົ້ນມາ ໄດ້ຄືບໜ້າໄປແລ້ວພຽງ 40 ເປີເຊັນ ເທົ່ານັ້ນ ແລະ ຖືວ່າຊັກຊ້າ ໃນທຸກດ້ານ ເພາະ ຕາມແຜນ ການ ໄດ້ກຳນົດໃຫ້ການກໍ່ສ້າງ ຈະຕ້ອງແລ້ວສຳເລັດ ແລະເປີດໃຊ້ໃຫ້ໄດ້ ພາຍໃນ ທ້າຍປີ 2016 ທີ່ຜ່ານມາ ເປັນ​ຢ່າງ​ຊ້ານັ້ນ​ເອງ.

ນອກ​ຈາກນີ້ ບໍລິສັດ Hoang Anh Gia Lai ຍັງໄດ້ຂາຍສຳປະທານສວນຢາງພາລາ ໃນ
ເນື້ອທີ່ 20,000 ກວ່າເຮັກຕາ ແລະໂຮງງານປຸງແຕ່ງນໍ້າຕານທີ່ບໍລິສັດໄດ້ລົງທຶນໃນ
ແຂວງອັດຕະປືໃຫ້​ແກ່ ບໍ​ລິ​ສັດ​ຈີນເນື່ອງ​ຈາກ​ບໍລິສັດກຳລັງປະເຊີນກັບບັນຫາຂາດທຶນ
ແລະ ເປັນໜີ້ຢ່າງໜັກໜ່ວງ ອັນເປັນຜົນຈາກການຕົກຕໍ່າຂອງລາຄາຢາງພາລາໃນ
ຕະຫຼາດໂລກທີ່ຫຼຸດລົງຈາກ 14,000 ກີບ ຕໍ່ກິໂລກຣາມໃນປີ 2013 ມາເປັນ 5,000 ກີບ
ຕໍ່ກິໂລກຣາມ ເປັນ​ຕົ້ນ​ມາ.

ທັງນີ້ໂດຍກຸ່ມບໍລິສັດ Hoang Anh Gia Lai ມີໜີ້ສິນເຖິງ 366 ລ້ານໂດລາທີ່ຈະຕ້ອງ
ຊຳລະຄືນໃຫ້ກັບບັນດາທະນາຄານໃນ ຫວຽດນາມ ທັງຍັງເປັນໜີ້ກອງທຶນ Temasek
ຂອງລັດຖະບານສິງກະໂປ ອີກ 50 ລ້ານໂດລາ ຈຶ່ງຕ້ອງຂາຍສຳປະທານສວນຢາງພາ
ລາ ແລະ ໂຮງງານປຸງແຕ່ງນໍ້າຕານໃນ ລາວ ໃຫ້ກຸ່ມທຸລະກິດຈາກຈີນ ເພື່ອນຳເອົາເງິນ
ໄປຊຳລະຄືນໃຫ້ກັບເຈົ້າໜ້າທີ່ດັ່ງກ່າວ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງໂຍທາທິການ ແລະ ຂົນສົ່ງຂອງ ລາວ ເປີດເຜີຍ
ວ່າ ບັນຫາໜີ້ສິນຂອງກຸ່ມຍິ່ງໄປກວ່ານັ້ນ ການກໍ່ສ້າງຍັງບໍ່ໄດ້ມາດຕະຖານຕາມແບບ
ທີ່ ລັດຖະບານ ລາວ ກຳນົດອີກດ້ວຍ ຊຶ່ງກໍໄດ້ເປັນຜົນເຮັດໃຫ້ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະຂົນສົ່ງອອກຄຳສັ່ງໃຫ້ ໂຈະການກໍ່ສ້າງ ສະໜາມບິນເປັນການຊົ່ວຄາວນັບຈາກກາງປີ 2015 ເປັນຕົ້ນມາ.

ກຸ່ມບໍລິສັດ Hoang Anh Gia Lai ເປັນບໍລິສັດໃຫຍ່ອັນດັບທີ 2 ໃນຕະຫຼາດຫຸ້ນຫວຽດ
ນາມ ໄດ້ເນັ້ນໜັກການລົງທຶນໃນການປູກຢາງພາລາ, ການຂຸດຄົ້ນແຮ່ທາດ, ການກໍ່ສ້າງ
ເຂື່ອນໄຟຟ້າ ແລະ ອຸດສາຫະກຳແປຮູບໄມ້ ໂດຍມີມູນຄ່າລົງທຶນໃນ ລາວ ຫຼາຍກວ່າ
1,000 ລ້ານໂດລາໃນປັດຈຸບັນນີ້.

ສ່ວນ​ບໍ​ລິ​ສັດ Earn and Young ທີ່​ຮັບ​ຜິດ​ຊອບການກວດ​ສອບ​ບັນ​ຫາ​ໜີ້​ສິນ​ຂອງບໍລິ
ສັດ Hoang Anh Gia Lai ມີໜີ້ສິນເຖິງ 366 ລ້ານໂດລາ ທີ່ຈະຕ້ອງຊຳລະຄືນໃຫ້
ກັບບັນດາ ທະນາຄານຫວຽດນາມ ທັງຍັງເປັນໜີ້ກອງທຶນ Temasek ຂອງລັດຖະ
ບານສິງກະໂປອີກ 50 ລ້ານໂດລາ ຈຶ່ງຕ້ອງຂາຍກິດ​ຈະການເພື່ອນຳເອົາເງິນໄປຊຳ
ລະຄືນ ໃຫ້ກັບເຈົ້າໜີ້ດັ່ງກ່າວ.

ທັງ​ນີ້ ລັດຖະບານລາວ ໄດ້ຕົກລົງໃນສັນຍາລົງທຶນເພື່ອກໍ່ສ້າງສະໜາມບິນໃໝ່ 2 ແຫ່ງຢູ່ໃນ ແຂວງຫົວພັນ ແລະອັດຕະປື ເມື່ອປີ 2013 ທີ່ຜ່ານມາ ໂດຍກຸ່ມບໍລິສັດ Hoang Anh Gia Lai ໄດ້ຕົກລົງ ເປັນຝ່າຍອອກທຶນໃຫ້ກ່ອນທັງ 2 ແຫ່ງ ໃນມູນຄ່າລວມຫຼາຍ ກວ່າ 110 ລ້ານໂດລາ ໂດຍແບ່ງເປັນ 36.19 ລ້ານໂດລາ ແລະ 74 ລ້ານໂດລາ ສຳລັບການກໍ່ສ້າງສະໜາມ ບິນອັດຕະປື ແລະ ຫົວພັນຕາມລຳດັບ.

ສຳລັບສະໜາມບິນສາກົນ ທີ່ແຂວງອັດຕະປືນັ້ນໄດ້ກໍ່ສ້າງສຳເລັດ ແລະຈະປີດໃຊ້ຢ່າງເປັນ ທາງການ ໃນທ້າຍເດືອນພຶດສະພາ 2015 ແຕ່​ກໍ​ປິດ​ການ​ນຳ​ໃຊ້​ນັບ​ຕ່​ເດືອນ​ຕຸ​ລາ 2016 ເປັນ​ຕົ້ນ​ມາ ເພາະ​ຈຳ​ນວນ​ຜູ້​ໂດຍ​ສານ ມີ​ໜ້ອຍ​ຈຶ່ງ​ຄຸ້ມ​ຄ່າ​ກັບ​ການ​ເປີດ​ຖ້ຽວ​ບິນນັ້ນ​ເອງ.

XS
SM
MD
LG