ມະຫາວິທະຍາໄລທັງ 4 ແຫ່ງໃນລາວສາມາດຮັບນັກສຶກສາໃໝ່ໄດ້ພຽງແຕ່ 11,000 ກວ່າຄົນໃນທົ່ວໄປະເທດ ໂດຍສ່ວນໃຫຍ່ຍັງນິຍົມຮຽນວິຊາທີ່ບໍ່ສອດຄ່ອງກັບຄວາມຕ້ອງການຂອງນາຍຈ້າງໃນລາວ.
ທ່ານຄໍາຜົງ ນາມມະວົງມີໄຊ ຫົວໜ້າຫ້ອງການວິຊາການ ມະຫາວິທະຍາໄລແຫ່ງຊາດ ຖະແຫລງຢືນຢັນວ່າ ການສອບເສັງເພື່ອສຶກສາຕໍ່ລະດັບປະລິນຍາຕີ ປະຈໍາປີ 2017-2018 ນີ້ມີນັກຮຽນສະໝັກສອບເສັງ ຈໍານວນທັງໝົດ 18,000 ກວ່າຄົນ ໃນທົ່ວປະເທດ ໂດຍທີ່ມະຫາວິທະຍາໄລທັງ 4 ແຫ່ງຂອງລັດຖະບານລາວ ສາມາດຮັບນັກສຶກສາໃໝ່ທີ່ຜ່ານການສອບເສັງ ໄດ້ຮວມກັນພຽງແຕ່ 11,000 ກວ່າຄົນເທົ່ານັ້ນ ໃນນີ້ແບ່ງເປັນ 6,000 ຄົນທີ່ຈະໄດ້ຮັບການຄັດເລືອກໃຫ້ເຂົ້າສຶກສາໃນມະຫາວິທະຍາໄລແຫ່ງຊາດ ທີ່ນະຄອນວຽງຈັນ. ສ່ວນອີກ 5,000 ກວ່າຄົນນັ້ນ ກໍຈະໄດ້ເຂົ້າສຶກສາໃນມະຫາວິທະຍາໄລສຸພານຸວົງທີ່ຫລວງພະບາງ, ມະຫາວິທະຍາໄລສະຫວັນນະເຂດ, ແລະມະຫາວິທະຍາໄລຈໍາປາສັກ.
ແຕ່ຢ່າງໃດກໍຕາມ ນັກສຶກສາສ່ວນໃຫຍ່ຍັງມີຄ່ານິຍົມເລືອກຮຽນວິຊາໃນສາຍສັງຄົມສາດ ກໍຄືເສດຖະສາດ, ອັກສອນສາດ (ພາສາອັງກິດ), ນິຕິສາດ, ແລະລັດຖະສາດ ເນື່ອງຈາກສັງຄົມຍັງພາກັນເຂົ້າໃຈຜິດ ຄິດວ່າເປັນວິຊາທີ່ມີລາຍໄດ້ສູງກສ່າວິຊາຊີບອື່ນໆ ຊຶ່ງສວນທາງກັບສະພາບການທີ່ເປັນຈິງໃນລາວ ທີ່ບັນດາຫົວໜ່ວຍທຸລະກິດຕ້ອງການແຮງງານ ທີ່ຈົບການສຶກສາດ້ານວິຊາຊີບ ແລະເທັກນິກ ໃນການຜະລິດສິນຄ້າຕ່າງໆ ເພື່ອຂະຫຍາຍການສົ່ງອອກໄປຕ່າງປະເທດເປັນສໍາຄັນ ດັ່ງທີ່ທ່ານຄໍາຜົງຢືນຢັນວ່າ:
“ສາຂາວິຊາທີ່ນັກສອບເສັງ ທີ່ເຂົາເຈົ້ານິຍົມ ແລະລົງທະບຽນໃນການສອບເສັງ ສ່ວນຫລາຍຈະແມ່ນ ຢູ່ໃນສາຍສັງຄົມ ຄັນແມ່ນຄະນະອັກສອນສາດ ກະແມ່ນພາສາອັງກິດ, ຄະນະຄະນິດສາດ, ລັດຖະສາດ, ຄະນະເສດຖະສາດບໍລິຫານທຸລະກິດ ຢູ່ໃນສາຍສັງຄົມ. ນັກສຶກສາ ແລະພໍ່ແມ່ຜູ້ປົກຄອງ ເຂົ້າໃຈແມ່ນວ່າ ຮຽນແຕ່ເສດຖະສາດ ມັນຈະໄດ້ຮັບຜົນດີ, ຮຽນແຕ່ຄະນະນິດຕິສາດ, ລັດຖະສາດ, ມັນຈຶ່ງມີວຽກເຮັດງານ ທໍາ ບໍ່ແມ່ນ. ແຕ່ເຖິງຢ່າງໃດກໍຕາມ ອາດຈະແມ່ນຄວາມຮູ້ເທົ່າບໍ່ເຖິງການຂອງນັກສຶກສາ ຫລືອາດຈະແມ່ນຄວາມນິຍົມ ທີ່ເປັນມາ.”
ສໍາລັບໃນສົກຮຽນປີ 2016-2017 ທີ່ຜ່ານມາ ມີນັກຮຽນທີ່ສອບເສັງເພື່ອຈົບຊັ້ນມັດທະຍົມປີທີ 7 ຈໍານວນຫລາຍກວ່າ 60,000 ຄົນ ໃນນີ້ໄດ້ລົງທະບຽນສອບເສັງເພື່ອຮຽນຕໍ່ລະດັບປະລິນຍາຕີໃນມະຫາວິທະຍາໄລທັງ 4 ແຫ່ງຂອງລັດຖະບານລາວສາມາດຮັບນັກສຶກສາໃໝ່ທີ່ຜ່ານການສອບເສັງ ໄດ້ຮວມກັນພຽງແຕ່ 11,000 ກວ່າຄົນເທົ່ານັ້ນ ຈຶ່ງເຮັດໃຫ້ 49,000 ກວ່າຄົນ ທີ່ບໍ່ໄດ້ເຂົ້າຮຽນໃນມະຫາວິທະຍາໄລດັ່ງກ່າວນັ້ນ ຈະຕ້ອງສອບເສັງເຂົ້າຮຽນໃນວິທະຍາໄລ ແລະໂຮງຮຽນວິຊາຊີບຕ່າງໆ ທັງຂອງລັດຖະບານ ແລະ ເອກະຊົນນັ້ນເອງ.
ທັງນີ້ ໂດຍຕາມແຜນການພັດທະນາດ້ານແຮງງານໃນຊ່ວງປີ 2016-2020 ນັ້ນ
ລັດຖະບານລາວ ໃຫ້ຄວາມສຳຄັນເປັນພິເສດ ໃນການພັດທະນາຫລັກສູດ ເພື່ອສ້າງ
ແຮງງານທີ່ມີຝີມືໃຫ້ໄດ້ ຫຼາຍກວ່າ 658,000 ຄົນ ສຳລັບຕອບສະໜອງໃຫ້ແກ່ບັນດາ
ບໍລິສັດຕ່າງຊາດ ທີ່ລົງທຶນໃນລາວໃຫ້ໄດ້ຢ່າງພຽງພໍ ແລະສ້າງມາດຕະຖານຝີມື
ແຮງງານໃໝ່ໃຫ້ໄດ້ໃນ 25 ສາຂາອາຊີບ ດຳເນີນການທົດສອບ ແລະອອກໃບຢັ້ງຢືນ
ມາດຕະຖານຝີມືແຮງງານ 27 ສາຂາອາຊີບ ໃຫ້ກັບແຮງງານລາວ 12,500 ຄົນ ເພື່ອ
ໃຫ້ສາມາດໄປເຮັດວຽກໄດ້ໃນທຸກປະເທດ ໃນອາຊ່ຽນດ້ວຍກັນ.
ທາງດ້ານກະຊວງແຮງງານ ແລະສະຫວັດດີການສັງຄົມ ກໍໄດ້ຂຶ້ນທະບຽນແຮງງານຕ່າງ
ຊາດໃນລາວໄດ້ທັງໝົດ 22,766 ຄົນ ໃນນີ້ແບ່ງເປັນແຮງງານຫວຽດນາມ 17,537 ຄົນ,
ຈີນ 4,323 ຄົນ, ໄທ 612 ຄົນ ແລະ ອື່ນໆ 132 ຄົນ ຫາກແຕ່ວ່າກໍຍັງມີແຮງງານຊາວ
ຕ່າງຊາດອີກຫຼາຍກວ່າ 30,000 ຄົນ ທີ່ຍັງບໍ່ໄດ້ຂຶ້ນທະບຽນ.
ສ່ວນະມາຄົມອຸດສາຫະກຳຕັດຫຍິບລາວ ລາຍງານວ່າ ໂຮງງານ 85 ແຫ່ງຕ້ອງການ
ແຮງງານມີຝີມືຫຼາຍກວ່າ 60,000 ຄົນໃນປີ 2017 ນີ້ ແຕ່ໃນຕົວຈິງແຮງງານລາວ ກໍ
ສາມາດຕອບສະໜອງໄດ້ພຽງ 31,000 ຄົນເທົ່ານັ້ນ ຈຶ່ງນັບເປັນປັດໄຈໜຶ່ງທີ່ເຮັດໃຫ້
ພາກອຸດສາຫະກຳຕັດຫຍິບໃນລາວ ບໍ່ໄດ້ຮັບການພັດທະນາຄຸນນະພາບການຜະລິດ
ໃຫ້ໄດ້ມາດຕະຖານສາກົນ ໃນປັດຈຸບັນນີ້.