ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສ​ປ​ປ ລາວ ສະ​ເໜີ ຂຶ້ນ​ທະ​ບຽນ​ເອົາ​ທົ່ງ​ໄຫຫີນ ໃຫ້​ເປັນ​ມໍ​ລະ​ດົກ​ໂລກ


​ທົ່ງ​ໄຫຫີນ ແຂວງ​ຊຽງ​ຂວາງ
​ທົ່ງ​ໄຫຫີນ ແຂວງ​ຊຽງ​ຂວາງ

ລັດ​ຖະ​ມົນ​ຕີ​ລາວ​ຄາດ​ວ່າ ອົງ​ການ UNESCOຈະ​ຮັບ​ຮອງທົ່ງ​ໄຫ​ຫີນ​ເປັນ​ມໍ​ລະ​ດົກ
​ໂລກ ພາຍ​ໃນ​ປີ 2019 ພ້ອມ​ກັນ​ນີ້ ລັດ​ຖະ​ບານ​ລາວ ຍັງ​ໄດ້ ສະ​ເໜີ​ໃຫ້​ລຳ​ວົງ​ລາວ​
ແລະ​ສິ້ນ​ລາຍ​ນາກ​ເປັນ​ມໍ​ລະ​ດົກ​ນາມ​ມະ​ທຳ​ຂອງ​ໂລກ​ອີກດ້ວຍ ຊົງຣິດ ​ໂພນ​ເງິນ ມີ​ລາຍ
​ງານ​ຈາກ​ບາງກອກ.

ລັດ​ຖະ​ມົນ​ຕີ​ລາວ​ຄາດ​ວ່າ ອົງ​ການ UNESCOຈະ​ຮັບ​ຮອງທົ່ງ​ໄຫ​ຫີນ​ເປັນ​ມໍ​ລະ​ດົກ​
ໂລກ ພາຍ​ໃນ​ປີ 2019 ພ້ອມ​ກັນ​ນີ້ ລັດ​ຖະ​ບານ​ລາວ ຍັງ​ໄດ້ ສະ​ເໜີ​ໃຫ້​ລຳ​ວົງ​ລາວ​
ແລະ​ສິ້ນ​ລາຍ​ນາກ​ເປັນ​ມໍ​ລະ​ດົກ​ນາມ​ມະ​ທຳ​ຂອງ​ໂລກ​ອີກ ຊົງຣິດ ​ໂພນ​ເງິນ ມີ​ລາຍ
​ງານ​ຈາກ​ບາງກອກ.

ທ່ານ​ບໍ່​ແສງ​ຄຳ ວົງ​ດາ​ລາ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ແຖຼງ​ຂ່າວ ວັດ​ທະ​ນະ​ທຳ
ແລະ​ທ່ອງ​ທ່ຽວໄດ້​ໃຫ້ການ​ຢືນ​ຢັນ​ວ່າ ຄະ​ນະ​ຊ່ຽວ​ຊານ ຂອງ UNESCO ໄດ້​ເດີນ
ທາງ​ມາ​ເກັບ​ກຳ​ຂໍ້​ມູນ ແລະ​ກວດ​ກາ​ຄວາມ​ພ້ອ​ມ ໃນ​ດ້ານ​ຕ່າງໆ​ຂອງ​ທົ່ງ​ໄຫ​ຫີນ
ເ​ມື່ອເດືອນ​ຕຸ​ລາ ທີ່​ຜ່ານ​ມາ ຊຶ່ງ​ຖ້າ​ຫາກ​ບໍ່​ມີ​ບັນ​ຫາ ກໍ​ເຊື່ອ​ໝັ້ນ​ວ່າ UNESCO
​ຈະຮັບ​ຮອງ​ເອົາທົ່ງ​ໄຫ​ຫີນໃຫ້​ເປັນ​ມໍ​ລະ​ດົກ​ໂລກ​ທາງ​ປະ​ຫວັດສາດ​ພາຍ​ໃນ​ກາງ​ປີ 2019.
ການ​ສະ​ເໜີ​ໃຫ້ UNESCO ​ພິ​ຈາ​ລະ​ນາເພື່ອ​ຮັບ​ຮອງ​ເອົາ​ທົ່ງ​ໄຫ​ຫີນ​ໃຫ້​ເປັນ​ມໍ​ລະ​ດົກ
ໂລກ​ໄດ້​ເລື່ອນ​ມາ​ຫຼາຍ​ຄັ້ງ​ແລ້ວ ເພາະ​ວ່າທາງການ​ລາວ​ ຍັງ​ຂາດ​ການ​ສຶກ​ສາ​ໃນ​ລາຍ
​ລະ​ອຽດແລະ​ກຳນົດ​ແຜນ​ການ​ຄຸ້ມ​ຄອງ​ແລະ​ອະ​ນຸ​ລັກ​ເຂດ​ທົ່ງ​ໄຫ​ຫີນ​ທີ່​ຜ່ານ​ມາ ກໍ​ຍັງ​ຈັດ
​ຕັ້ງປະ​ຕິ​ບັດ​ບໍ່​ໄດ້​ຕາມ​ເງື່ອນ​ໄຂ ທີ່ UNESCO ກຳ​ນົດ ໄວ້​ໃນ​ຫຼາຍ​ດ້ານ ເຊັ່ນ​ການ​ທີ່​
ໄຫ​ຫີນຈຳ​ນວນ​ຫຼາຍກວ່າ 2,000 ໜ່ວຍ ທີ່​ບໍ່​ໄດ້​ຕັ້ງ​ຢູ່​ໃນ​ບໍ​ລິ​ເວນ​ດຽວ​ກັນ ເຮັດ​ໃຫ້​ຕ້ອງ
​ໃຊ້​ເວ​ລາໃນ​ການ​ເກັບ​ກຳ​ຂໍ້​ມູນ ແລະ​ຂຶ້ນ​ທະ​ບຽນໄຫ​ຫີນ​ທຸກ​ໜ່ວຍ​ຢ່າງ​ຍາວ​ນານ
ທັງ​ກໍຍັງຍາກ​ຕໍ່​ການ​ອະ​ນຸ​ລັກ ແລະ​ປົກ​ປັກ​ຮັກ​ສາ ໄດ້​ຢ່າງ​ທົ່ວ​ເຖິງ​ອີກ​ດ້ວຍ.

ແຕ່ຢ່າງ​ໃດ ກໍ​ຕາມ ເພື່ອ​ເຮັດ​ໃຫ້​ສະ​ດວກ​ຕໍ່​ການ​ຄຸ້ມ​ຄອງ​ເຂດ​ທົ່ງ​ໄຫ​ຫີນ​ດັ່ງ​ກ່າວ
ທາງ​ການ​ລາວ ກໍ​ໄດ້ເລືອກ​ເອົາ​ສະ​ເພາະ 11 ຈຸດ ເທົ່າ​ນັ້ນ ທີ່​ໄດ້​ສະ​ເໜີ ຕໍ່ UNESCO
ເພື່ອ​ຮັບ​ຮອງ​ໃຫ້​ເປັນ​ມໍ​ລະ​ດົກ​ໂລກ​ໃນ​ໂອ​ກາດ​ທີ່​ຄະ​ນະ​ຊ່ຽວ​ຊານ​ຂອງ UNESCO
ເດີນ​ທາງ​ມາ​ກວດ​ກາ​ທົ່ງ​ໄຫ​ຫີນ ໃນ​ເດືອນ​ຕຸ​ລາ 2018 ທີ່​ຜ່ານ​ມາ​ໂດຍ​ໄຫ​ຫີນ ທັງ 11 ຈຸດ
ດັ່ງ​ກ່າວ ຕັ້ງ​ຢູ່​ເຂດ​ເມືອງ​ຄຳ ເມືອງ​ແປກ ເມືອງ​ຜາ​ໄຊ​ແລະ​ເມືອງ​ພູ​ກູດ ​ຊຶ່ງ​ມີ​ໄຫ​ຫີນ
ຫີນ​ທີ່​ໄດ້​ຂຶ້ນ​ທະ​ບຽນ​ໄວ້​ແລ້ວ ມີ​ຈຳ​ນວນ​ທັງໝົດ 999 ໜ່ວຍ.

ພ້ອມ​ກັນ​ນີ້ ທາງ​ການ​ລາວ ຍັງ​ໄດ້​ສະເໜີໃຫ້ UNESCO ຮັບ​ຮອງເຂດ​ປ່າ​ສະ​ຫງວນ
ແຫ່ງ​ຊາດ ພູ​ຫີນ​ໜາມ​ໜໍ່​ໃນ​ແຂວງ​ຄຳ​ມ່ວນ ເປັນ​ມໍ​ລະ​ດົກ​ໂລກ​ທາງ​ທຳ​ມະ​ຊາດອີກ
ດ້ວຍ​ໂດຍ​ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຈັດ​ສົ່ງ​ຄະ​ນະ​ຊ່ຽວ​ຊານ​ທີ່​ປະ​ສົບຄວາມ​ສຳ​ເລັດ
ໃນ​ການ​ສະ​ເໜີ ໃຫ້ UNESCO ຮັບ​ຮອງເອົາ​ອຸດ​ມະ​ຍານ​ແຫ່ງ​ຊາດ Phong Nha –
Ke Bang ໃນ​ແຂວງກວາງ​ບິນ ເປັນ​ມໍ​ລະ​ດົກ​ໂລກ​ທາງ​ທຳ​ມະ​ຊາດ​ຢ່າງ​ເປັນ​ທາງ​ການ
ມາ​ແລ້ວ ໃນ​ປີ 2003 ຈຶ່ງ​ເປັນ​ໂອ​ກາດ​ດີ ສຳ​ລັບ​ຄະ​ນະ​ຮັບ​ຜິດ​ຊອບ​ຂອງ​ລັດ​ຖະ​ບານ​
ລາວ ທີ່​ໄດ້​ຮັບ​ຖ່າຍ​ທອດ​ປະ​ສົບ​ການ​ຈາກ​ຄະ​ນະ​ຊ່ຽວ​ຊານຂອງ​ຫວຽດ​ນາມ ໂດຍ​ຕົງ
ແລະ​ຄາດ​ວ່າ ຈະ​ສາ​ມາດ​ນຳ​ສະ​ເໜີ​ເອກ​ກະ​ສານ​ສຳ​ຄັນ​ຕ່າງໆ ເຖິງ UNESCO
ໄດ້ຢ່າງ​ຄົບ​ຖ້ວນ ໃນ​ຕົ້ນ​ປີ 2019.

“ທາງ​ຝ່າຍຫວຽດ​ນາມ ໄດ້​ໃຫ້​ການ​ຮ່ວມ​ມື​ພວກ​ເຮົາ ແລະ​ດຽວ​ນີ້ ພວມ​ພ້ອມ​ກັນ
ສ້າງ​ເອກ​ກະ​ສານ​ເພື່ອ​ຈະ​ສົ່ງ​ໄປ​ອົງ​ການ UNESCO ​ຕື່ມ ນອກ​ຈາກ​ນັ້ນ ທາງ​ດ້ານ
ວັດ​ທະ​ນະ​ທຳ-ນາມ​ມະ​ທຳ ພວກ​ເຮົາ ກໍ​ໄດ້​ສືບ​ຕໍ່​ສົ່ງ​ເອກ​ກະ​ສານ​ກ່ຽວ​ກັບ​ລຳ​ວົງລາວ
ແລະ​ລາຍ​ນາກສິ້ນ​ໄໝ​ລາວ ໄປ​ຫາ​ອົງ​ການ ​ UNESCO ​ເພື່ອຈົດ​ທະ​ບຽນ​ເຂົ້າ​ເປັນ
​ມໍ​ລະ​ດົກ​ໂລກ ດຽວ​ນີ້​ກຳ​ລັງ​ຢູ່​ໃນ​ຂັ້ນ​ຕອນ​ພິ​ຈາ​ລະ​ນາ​ຂອງ​ອົງ​ການ UNESCO.”

ທາງ​ດ້າ​ນ ທ່ານ Bastian Purer ທີ່​ປຶກ​ສາ​ຂອງ​ອົງ​ການ​ປົກ​ປັກ​ຮັກ​ສາ​ລະ​ບົບ​ນິ​ເວດ​
ປ່າ​ໄມ້ ແລະ​ຊີ​ວະ​ນາໆ​ພັນ ຂອງ​ລັດ​ຖະ​ບານ​ເຢຍ​ລະ​ມັນ ປະ​ຈຳ​ລາວ ຢືນ​ຢັນ​ວ່າ ການ​
ຊ່ວຍ​ເຫຼືອ​ລັດ​ຖະ​ບານ​ລາວ ເພື່ອ​ຕຽມ​ຄວາມ​ພ້ອມ ໃນ​ການ​ນຳ​ສະ​ເໜີ UNESCO
​ເພື່ອ​ໃຫ້​ຮັບ​ຮອງ​ເອົາ​ເຂດ​ພູ​ຫີນ​ໜາມ​ໜໍ່ ໃຫ້​ເປັນ​ມໍ​ລະ​ດົກໂລກ ທາງ​ທຳ​ມະ​ຊາດ​ນັ້ນ
ໄດ້​ດຳ​ເນີນ​ການ​ໃນ 3 ດ້ານ ເພື່ອ​ໃຫ້​ມາດ​ຕະ​ຖານ ທີ່ UNESCO ​ກຳ​ໜົດ ກໍ​ຄື
ແຜນ​ການ​ດ້ານ​ການ​ຄຸ້ມຄອງ ແຜນ​ງານ​ດ້ານ​ເທັກ​ນິກ ແລະ​ການ​ບໍ​ລິ​ຫານ​ພາຍ​ໃນ
​ກົມ​ມໍ​ລະ​ດົກ​ຂອງ​ທາງ​ການ​ລາວ ຊຶ່ງ​ການ​ດຳ​ເນີນ​ງານ​ໄດ້​ຄືບ​ໜ້າ​ແລະ​ຈະ​ແລ້ວ​ເສັດ
ພາຍ​ໃນ​ທ້າຍ​ປີ 2018 ຢ່າງ​ແນ່ນອນ ທັງ​ນີ້ ປ່າ​ສະ​ຫງວນ​ແຫ່ງ​ຊາດ ພູ​ຫີນ​ໜາມ​ໜໍ່
ເປັນ​ເຂດ​ທີ່​ມີ​ທຳ​ມະຊາດ​ສວຍ​ງາມ ປົກ​ຫຸ້ມ​ດ້ວຍ​ປ່າ​ໄມ້ຢ່າງ​ໜາ​ແໜ້ນ ມີ​ເນື້ອ​ທີ່
ກວ້າງກວ່າ 82,000 ເຮັກ​ຕ້າ ເປັນ​ທີ່​ຢູ່​ຂອງ​ຊ້າງ​ປ່າ ຫຼາຍ​ຮ້ອຍ​ໂຕ​ແລະ​ສັດ​ປ່າ
ຫາ​ຍາກຫຼາຍຊະ​ນິດ.

ປັດ​ຈຸ​ບັນ​ນີ້ ລາວ ມີ​ກໍ​ລະ​ດົກ​ໂລກ 2 ແຫ່ງ ກໍ​ຄື ເມືອງ​ຫຼວງ​ພະ​ບາງ ແລະ​ປະ​ສາດ​ວັດ​ພູ
ແຂວງ​ຈຳ​ປາ​ສັກ ສ່ວນ​ສຽງແຄນລາວ​ນັ້ນ UNESCO ​ກໍ​ໄດ້ຮັບ​ຮອງ​ເປັນ​ມໍ​ລະ​ດົກ​ໂລກ
ທີ່​ຈັບ​ຕ້ອງ​ບໍ່​ໄດ້​ດ້ານ​ສຽງ​ເພງ​ຂອງ​ມະ​ນຸດ​ຊາດ ແລະ​ໄດ້​ມອບ​ໃບ​ປະ​ກາດ​ໃຫ້​ທາງ​ລາວ
ເມື່ອ​ເດືອນ​ມີ​ນາ 2018 ທີ່​ນະ​ຄອນ​ປາ​ຣີ ສ່ວນ​ລຳ​ວົງ​ລາວ​ແລະ​ລາຍ​ນາກ​ຂອງ​ສິ້ນ​ໄໝ
​ລາວ​ນັ້ນ ທາງ​ການ​ລາວ​ຄາດ​ຫວັງວ່າ UNESCO ​ຈະ​ຮັບ​ຮອງ​ເອົາ​ໃຫ້​ເປັນ​ມໍ​ລະ​ດົກ
​ໂລກ​ທາງວັດ​ທະ​ນະ​ທຳ - ນາມ​ມະ​ທຳ ພາຍ​ໃນ​ປີ 2019 ດ້ວຍ​ເຊັ່ນ​ກັນ.

XS
SM
MD
LG