ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໗ ທັນວາ ໒໐໒໔

ພາກທຸລະກິດການຄ້າໃນລາວຍັງບໍ່ເຊື່ອໝັ້ນໃນສະຖຽນລະພາບຂອງເງິນກີບ


ເງິນກີບ ແລະເງິນຈາກປະເທດອື່ນໆ
ເງິນກີບ ແລະເງິນຈາກປະເທດອື່ນໆ

ພາກທຸລະກິດການຄ້າໃນລາວຍັງບໍ່ເຊື່ອໝັ້ນໃນສະຖຽນລະພາບຂອງເງິນກີບ ເພາະວ່າທະນາຄານແຫ່ງຊາດຍັງບໍ່ສາມາດດຳເນີນມາດຕະການຄວບຄຸມການແລກປ່ຽນ ແລະຕອບສະໜອງເງິນຕາໄດ້ຢ່າງແທ້ຈິງ.

ຣສ. ດຣ. ປິຕິ ສີແສງນາມ ຜູ້ອຳນວຍການ ສູນເສດຖະກິດລະຫວ່າງປະເທດ ແຫ່ງຈຸລາລົງກອນ ມະຫາວິທະຍາໄລ ຂອງໄທ ໃຫ້ທັດສະນະວ່າ ສາເຫດສຳຄັນປະການນຶ່ງທີ່ເຮັດໃຫ້ຄ່າເງິນກີບຍັງສືບຕໍ່ຕົກຕໍ່າລົງ ກໍຄືພາກທຸລະກິດການຄ້າໃນລາວ ຍັງຄົງບໍ່ເຊື່ອໝັ້ນໃນສະຖຽນລະພາບຂອງເງິນກີບ ຈຶ່ງຍັງພາກັນຖືຄອງເງິນຕາຕ່າງປະເທດໄວ້ເປັນສ່ວນໃຫຍ່ ໂດຍຈະນຳເອົາເງິນຕາຕ່າງປະເທດ ອອກມາແລກປ່ຽນເປັນເງິນກີບເທົ່າທີ່ຈຳເປັນ ຫຼື ຄິດເປັນສັດສ່ວນພຽງແຕ່ 1 ໃນ 3 ເທົ່ານັ້ນຂອງເງິນຕາຕ່າງປະເທດ ທີ່ພາກທຸລະກິດການຄ້າໃນລາວ ຖືຄອງໄວ້ ທັງໝົດ. ສະນັ້ນ, ຈຶ່ງເຮັດໃຫ້ລະບົບທະນາຄານໃນລາວ ຕ້ອງປະເຊີນກັບພາວະຂາດແຄນເງິນຕາຢ່າງຮຸນແຮງ ດັ່ງທີ່ ຣສ. ດຣ. ປິຕິ ໄດ້ໃຫ້ການຢືນຢັນວ່າ:

“ເງິນໂດລາບໍ່ຖືກປ່ອຍເຂົ້າລະບົບເພາະທຸກຄົນຄິດວ່າ ກີບມັນຈະອ່ອນຄ່າຫຼາຍກວ່ານີ້ ມີການປະມານການກັນວ່າ ຄົນທີ່ສົ່ງອອກທີ່ໄດ້ເງິນໂດລາມາຮ້ອຍນຶ່ງ ຈະເກັບໄວ້ 2 ໃນ 3 ແລະ ອີກ 1 ໃນ 3 ນີ້ ແລກເຂົ້າລະບົບເປັນເງິນກີບ ເພາະສະນັ້ນບັນຫາຢ່າງນຶ່ງທີ່ເປັນບັນຫາຊ້ຳເຮື້ອຂອງ ສປປ ລາວ ກໍຄືການບໍ່ເຊື່ອໝັ້ນເງິນຕາສະກຸນຂອງປະເທດຕົວເອງ ແລ້ວໄປໃຊ້ເງິນຕາຂອງປະເທດອື່ນແທນ ກໍເຮັດໃຫ້ ສປປ ລາວ ຂາດແຄນເງິນຕາຕ່າງປະເທດ.”

ສ່ວນນັກທຸລະກິດໄທໃນລາວ ໃຫ້ການຢືນຢັນວ່າ ການເພີ້ມອັດຕາແລກປ່ຽນເງິນ ລະຫວ່າງທະນາຄານລັດ ກັບທະນາຄານທຸລະກິດໃຫ້ກວ້າງຂຶ້ນ ເພື່ອທີ່ຈະດຶງເອົາເງິນຕາເຂົ້າໄປສູ່ລະບົບທະນາຄານໃຫ້ໄດ້ຫຼາຍຂຶ້ນນັ້ນ ບໍ່ສາມາດແກ້ໄຂບັນຫາຄ່າເງິນກີບຕົກຕໍ່າໄດ້ເລີຍ ເພາະວ່າ ປັດໄຈສຳຄັນທີ່ເຮັດໃຫ້ຄ່າເງິນກີບຕົກຕໍ່າລົງກໍ່ຄືຕະຫຼາດການເງິນ ບໍ່ເຊື່ອມໝັ້ນໃນສະຖຽນລະພາບຂອງເງິນກີບ ອັນເປັນຜົນໂດຍກົງຈາກການຂາດດຸນການຄ້າຕ່າງປະເທດ ທີ່ເຮັດໃຫ້ລາວ ຂາດດຸນການຊຳລະບັນຊີເງິນຕາຕ່າງປະເທດຢ່າງໜັກ ຈຶ່ງຕ້ອງປະເຊີນກັບການຂາດແຄນເງິນຕາທີ່ຮຸນແຮງຂຶ້ນນັບມື້ ກໍເພາະນັກທຸລະກິດລາວ ແລະ ຊາວຕ່າງຊາດບໍ່ຍອມຮັບອັດຕາແລກປ່ຽນທີ່ທະນາຄານແຫ່ງຊາດລາວ ກຳນົດ ຈຶ່ງພາກັນແລກປ່ຽນເງິນນອກທະນາຄານ ໂດຍເຖິງແມ່ນວ່າ ຮ້ານແລກປ່ຽນເງິນເອກະຊົນໄດ້ຖືກສັ່ງປິດໄປທັງໝົດແລ້ວກໍຕາມ ແຕ່ກໍຍັງມີການລັກລອບແລກປ່ຽນເລື້ອຍມາ ໂດຍທີ່ທະນາຄານແຫ່ງຊາດ ບໍ່ສາມາດຄວບຄຸມໄດ້ເລີຍ ທັງໆທີ່ວ່າ ໄດ້ມີການອອກມາດຕະການຕ່າງໆ ເພື່ອແກ້ໄຂບັນຫາຢ່າງຄົບຊຸດແລ້ວ ນັບແຕ່ທ້າຍປີ 2023 ເປັນຕົ້ນມາ ແຕ່ວ່າ ການຈັດຕັ້ງປະຕິບັດຕົວຈິງ ກໍຍັງບໍ່ມີປະສິດທິພາບໃນທຸກດ້ານ ດັ່ງທີ່ນັກທຸລະກິດໄທໃນລາວ ໄດ້ໃຫ້ການຢືນຢັນວ່າ:

“ມາດຕະການແກ້ໄຂເງິນເຟີ້ເປັນມາດຕະການທີ 1 ມາດຕະການທີ 2 ຄືມາດຕະການແກ້ໄຂອັດຕາແລກປ່ຽນ ມາດຕະການທີ 3 ຄືການຄວບຄຸມລາຄາສິນຄ່າ ແລະ ມາດຕະການສຸດທ້າຍ ຄືມາດຕະການແກ້ໄຂໜີ້ສິນຕ່າງປະເທດ ຍົກຕົວຢ່າງຄືມາດຕະການແກ້ໄຂເງິນເຟີ້ທີ່ສັ່ງການໄປທີ່ທະນາຄານແຫ່ງຊາດ ສປປ ລາວ ໃຫ້ຄຸ້ມຄອງປະລິມານເງິນ M2 ແລ້ວກໍໃຫ້ຄວບຄຸມການເຄື່ອນໄຫວຂອງການເງິນຂອງທະນາຄານທຸກແຫ່ງຢ່າງໃກ້ຊິດ ຫາກມີການກະທຳຄວາມຜິດໃຫ້ລົງໂທດທັນທີ.”

ທັງນີ້ ໃນປີ 2023 ທະນາຄານແຫ່ງຊາດລາວ ໄດ້ຂະຫຍາຍອັດຕາແລກປ່ຽນເງິນໃນລະບົບທະນາຄານ 2 ຄັ້ງ ກໍຄືໃນເດືອນກຸມພາ ແລະ ມິຖຸນາ ໂດຍ ໄດ້ເພີ້ມຄວາມແຕກຕ່າງຂອງອັດຕາແລກປ່ຽນ ລະຫວ່າງ ທະນາຄານແຫ່ງຊາດ ກັບທະນາຄານທຸລະກິດ ໃຫ້ຢູ່ທີ່ອັດຕາສະເລ່ຍ 4.5 ເປີເຊັນ ແລະ 7.5 ເປີເຊັນ ຕາມລຳດັບ ແຕ່ອັດຕາແລກປ່ຽນໃນຕະຫຼດທີ່ເປັນຈິ່ງນັ້ນ ສູງກວ່າອັດຕາທາງການ ລະຫວ່າງ 20 ເປີເຊັນ ຫາ 25 ເປີເຊັນ ເມື່ອທຽບໃສ່ເງິນໂດລາສະຫະລັດ ແລະ ເງິນບາດຕາມລຳດັບ ຊຶ່ງເປັນຍ້ອນການຂາດດຸນການຄ້າຕ່າງປະເທດຂອງລາວ ໂດຍສະເພາະການຂາດດຸນການຄ້າຕໍ່ໄທ ທີ່ມີມູນຄ່າລວມເກີນກວ່າ ນຶ່ງແສນລ້ານບາດໃນຕະຫຼອດປີ 2023 ນັ້ນ.

ໃນປັດຈຸບັນ ປະຊາຊົນລາວ ຍັງຖືກກະທົບຢ່າງໜັກຈາກອັດຕາເງິນເຟີ້ທີ່ສູງເກີນກວ່າ 25 ເປີເຊັນ ແລະ ດັດຊະນີລາຄາການຊົມໃຊ້ທີ່ສູງກວ່າ 200 ເປີເຊັນ ເຖິງແມ່ນວ່າ ຈະໄດ້ປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າຈາກ 1.3 ລ້ານກີບ ເປັນ 1.6 ລ້ານກີບຕໍ່ເດືອນກໍຕາມ ແຕ່ການທີ່ປະຊາຊົນລາວ ຕ້ອງແບກຮັບຄ່າຄອງຊີບທີ່ເພີ້ມຂຶ້ນເຖິງ 2 ເທົ່າ ກໍເຮັດໃຫ້ແຕ່ລະຄົນຕ້ອງມີລາຍໄດ້ເຖິງ 3 ລ້ານກີບ ຈຶ່ງຈະສາມາດດຳລົງຊີວິດປະຈຳວັນຕໍ່ໄປໄດ້.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG