ຮອງນາຍົກລັດຖະມົນຕີໄທ ຢືນຢັນວ່າ ຈະໃຫ້ການສະໜັບສະໜຸນໃນດ້ານທຶນເພື່ອ
ການພັດທະນາລະບົບ ພື້ນຖານໂຄງລ່າງ ແລະໂຄງການຂະໜາດໃຫຍ່ໃນລາວໂດຍ
ຈະສົ່ງເສີມໃຫ້ລະດົມເງິນທຶນຈາກຕະຫລາດຮຸ້ນໄທ.
ທ່ານສົມຄິດ ຈາຕຸສີພິທັກ ຮອງນາຍົກລັດຖະມົນຕີ ຜູ້ຮັບຜິດຊອບແລະກໍາກັບນະ
ໂຍບາຍທາງເສດຖະກິດຂອງລັດຖະບານໄທ ຖະແຫລງຢືນຢັນເນື່ອງໃນໂອກາດ
ພົບປະເຈລະຈາຮ່ວມກັນກັບທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດ
ຖະມົນຕີະຫະຊວງການເງິນຂອງລາວ ເມື່ອບໍ່ນານມານີ້ ທີ່ນະຄອນຫລວງວຽງຈັນ
ວ່າທາງລັດຖະບານໄທ ຍິນດີທີ່ຈະໃຫ້ການສະໜັບສະໜຸນການສ້າງຕັ້ງກອງທຶນ
ເພື່ອການພັດທະນາລະບົບພື້ນຖານໂຄງລ່າງ ແລະໂຄງການພັດທະນາຂະໜາດ
ໃຫຍ່ໃນລາວ ໂດຍຈະສົ່ງເສີມໃຫ້ມີການລະດົມເງິນທຶນ ຈາກຕະຫລາດຮຸ້ນ ແລະ
ສະຖາບັນການເງິນໃນໄທຢ່າງເປີດກວ້າງ.
ໂດຍຈະດໍາເນີນງານຮ່ວມກັນໃນຖານະຫຸ້ນສ່ວນຍຸດທະສາດ ໃນການພັດທະນາ
ເສດຖະກິດ ລະຫວ່າງກັນໃນໄລຍະຍາວ ດັ່ງທີ່ທ່ານສົມຄິດໄດ້ໃຫ້ການຢືນຢັນວ່າ:
“ການໃຊ້ເງິນສະກຸນຮ່ວມກັນ ການເຊື່ອມໂຍງຕະຫລາດຫລັກຊັບ ກໍສາມາດເຊື່ອມ
ໂຍງກັນໄດ້ເລີຍ ຕໍ່ໄປຂ້າງໜ້າ ຈະຕ້ອງເປັນ Strategic Partner ຮ່ວມກັນ, ເປັນ
Joint Cabinet ຍຸດທະສາດຮ່ວມກັນໃນການພັດທະນາເສດຖະກິດຂອງສອງປະ
ເທດ, Partnerships ໃນເຊີງຂອງການສ້າງລາຄາຂອງ Commodity Strategy
ຮ່ວມກັນໃນການສ້າງ Connectivity ຖະໜົນ ຫົນທາງ, Strategy ໃນການ
ເຊື່ອມໂຍງເລື່ອງຂອງສະໜາມບິນ, Strategy ຮ່ວມໃນເຊີງຂອງການພັດທະນາ
Digital. ສະນັ້ນ ຄໍາວ່າ Strategic Partnerships ເປັນຫຸ້ນສ່ວນທາງເສດຖະກິດ
ຫຸ້ນສ່ວນຍຸດທະສາດ. ສະນັ້ນ ໃນເຊີງການສ້າງຍຸດທະສາດ ຮ່ວມກັນ ເປັນສິ່ງສໍາ
ຄັນທີ່ສຸດຂອງເສດຖະກິດໃນອະນາຄົດຂ້າງໜ້າ.”
ກ່ອນໜ້ານີ້ ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ (EDL-GEN) ກໍໄດ້ລະດົມເງິນທຶນ ດ້ວຍການສະເໜີຂາຍພັນທະບັດ ມູນຄ່າລວມ 312 ລ້ານໂດລາ ໃນຕະຫຼາດຫລັກຊັບ
ແຫ່ງປະເທດໄທ ຊຶ່ງກໍປາກົດວ່າ ບັນດານັກລົງທຶນໃນຕະຫຼາດຮຸ້ນໄທ ໄດ້ພາກັນຈອກຊື້
ພັນທະບັດດັ່ງກ່າວ ຢ່າງຄົບຖ້ວນໃນເວລາອັນສັ້ນ ເພາະໝັ້ນໃຈໃນສະຖຽນລະພາບ
ທາງທຸລະກິດຂອງ EDL-GEN ທີ່ສ້າງລາຍຮັບ ຈາກການຂາຍໄຟຟ້າໃນລາວ ແລະສົ່ງ
ໄປໄທໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ.
ການລະດົມເງິນທຶນໃນຄັ້ງນີ້ ຂອງ EDL-GEN ນັບເປັນຄັ້ງທີ 2 ແລ້ວ ໂດຍຄັ້ງທຳອິດ
ໄດ້ຈັດຂຶ້ນໃນທ້າຍປີ 2014 ທີ່ສາມາດລະດົມເງິນທຶນໄດ້ໃນມູນຄ່າ ລວມ 6,500 ລ້ານ
ບາດ ຫາກແຕ່ສຳລັບການລະດົມເງິນທຶນ ໃນຄັ້ງທີ 2 ນີ້ ເປັນການລະດົມເງິນທຶນ ໃນ
ສະກຸນເງິນໂດລາ ສະຫະລັດ ເປັນການສະເພາະ ເພື່ອນຳໃຊ້ໃນການຮ່ວມລົງທຶນ ກໍ່ສ້າງເຂື່ອນຜະລິດໄຟຟ້າໃນລາວ ໃຫ້ເພີ່ມຂຶ້ນຈາກ 1,131 ເມກາວັດ ໃນປະຈຸບັນນີ້ ແມ່ນບໍ່ໜ້ອຍກວ່າ 2,238 ເມກາວັດ ໃນປີ 2020 ຕໍ່ໄປ.
ພັນທະບັດທີ່ EDL-GEN ສະເໜີຂາຍໃນຕະຫຼາດຮຸ້ນໄທ ຄັ້ງຫຼ້າສຸດນີ້ ໄດ້ແບ່ງການຊຳ
ລະຄືນເງິນຕົ້ນທຶນ ອອກເປັນ 3 ລະຍະຄື 7 ປີ 10 ປີ ແລະ 12 ປີ ດ້ວຍອັດຕາ ດອກເບ້ຍ
5 ເປີເຊັນ 5.59 ເປີເຊັນ ແລະ 5.98 ເປີເຊັນ ຕໍ່ປີຕາມລຳດັບ ຊຶ່ງນັບເປັນ ບໍລິສັດຕ່າງ
ຊາດລາຍທຳອິດ ທີ່ມີລະຍະຊຳລະໜີ້ຍາວນານທີ່ສຸດເຖິງ 12 ປີ ທັງຍັງມີ ມູນຄ່າຂອງ
ການລະດົມເງິນທຶນ ໄດ້ສູງທີ່ສຸດອີກດ້ວຍ.
ທາງດ້ານທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະບໍ່ແຮ່
ໃຫ້ການຢືນຢັນວ່າ ລັດວິສາຫະກິດຖືຮຸ້ນລາວ (Laos Holding State Enterprise) ໄດ້ວາງແຜນການຈະຂະຫຍາຍການລົງທຶນໄປໃນການພັດທະນາແຫລ່ງພະລັງງານ
ທາງເລືອກ ດ້ວຍການຮ່ວມລົງທຶນກັບບັນດາບໍລິສັດເອກກະຊົນລາວ ແລະຕ່າງຊາດ
ໃຫ້ຫຼາຍຂຶ້ນ ຮວມທັງການຂຸດຄົ້ນແຮ່ທາດຕ່າງໆ ອີກດ້ວຍ.
ໂດຍລັດວິສາຫະກິດຖືຮຸ້ນລາວ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2005 ແລະໃນໂອກາດການ
ສະເຫຼີມສະຫຼອງ ການສ້າງຕັ້ງຄົບຮອບ 10 ປີ ໃນເດືອນມີນາ 2015 ທີ່ຜ່ານມານັ້ນ ກໍ
ມີ ລາຍງານວ່າ ລັດວິສາຫະກິດດັ່ງກ່າວ ໄດ້ລະດົມເງິນທຶນເພື່ອປະກອບສ່ວນເຂົ້າໃນ
ການລົງທຶນສ້າງເຂື່ອນຜະລິດກະແສໄຟຟ້າ 5 ໂຄງການຄິດເປັນມູນຄ່າ ການຮ່ວມລົງ
ທຶນລວມຫຼາຍກວ່າ 600 ລ້ານໂດລາ.
ໂດຍການຮ່ວມລົງທຶນໃນ 5 ໂຄງການດັ່ງກ່າວ ປະກອບດ້ວຍໂຄງການເຂື່ອນໄຟຟ້າ
ນ້ຳເທີນ 2 ຊຶ່ງລັດວິສາຫະກິດ ຖືຮຸ້ນລາວ ຮ່ວມລົງທຶນ 112 ລ້ານໂດລາ ໂຄງການຫົງ
ສາລິກໄນຕ໌ 220 ກວ່າລ້ານໂດລາ ໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ 100
ກວ່າລ້ານໂດລາ ໂຄງການເຂື່ອນນ້ຳງຽບ 1 ຫຼາຍກວ່າ 100 ລ້ານໂດລາ ແລະທຸລະ
ກິດກຳຈັດ ຂີ້ເຖົ່າລອຍ ໃນໂຄງການຫົງສາລິກໄນຕ໌ ອີກ 64 ລ້ານໂດລາ.