ຊາວນາ ຊາວສວນລາວ ໃນແຂວງວຽງຈັນ ບໍ່ສາມາດປູກເຂົ້ານາແຊງໄດ້ຕາມແຜນການ ທີ່ວາງໄວ້ ເພາະການສ້ອມແປງຄອງຊົນລະປະທານທີ່ເປ່ເພຈາກໄພນ້ຳຖ້ວມໃນປີ 2018 ປະຕິບັດໄດ້ພຽງບາງສ່ວນເທົ່ານັ້ນ. ຊົງລິດ ໂພນເງິນມີລາຍລະອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານ ຈາກບາງກອກ.
ກະເສດຕະກອນໃນເຂດ ເມືອງແກ້ວອຸດົມ, ແຂວງວຽງຈັນ ເປີດເຜີຍວ່າ ການປູກເຂົ້ານາແຊງໃນປີ 2019 ນີ້ ຈະບໍ່ສາມາດບັນລຸເປົ້າໝາຍທີ່ວາງໄວ້ ຢ່າງແນ່ນອນ ເພາະວ່າ ການສ້ອມແປງຄອງຊົນລະປະທານທີ່ໄດ້ຮັບການເສຍຫາຍຈາກໄພນ້ຳຖ້ວມຄັ້ງໃຫຍ່ ໃນປີ 2018 ຍັງບໍ່ສາມາດຕອບສະໜອງໄດ້ຕາມແຜນການຂອງອຳນາດການປົກຄອງແຂວງວຽງຈັນ ຈຶ່ງເຮັດໃຫ້ຄອງຊົນລະປະທານທີ່ໄດ້ຮັບການສ້ອມແປງເປັນບາງສ່ວນນັ້ນ ສາມາດຕອບສະໜອງນ້ຳໃຫ້ແກ່ເນື້ອທີ່ປູກເຂົ້ານາແຊງໄດ້ພຽງໃນ ເຂດ 4 ເມືອງເທົ່ານັ້ນ ຄືເມືອງທຸລະຄົມ, ໂພນໂຮງ, ສານະຄາມ ແລະເມືອງເຟືອງ ດັ່ງທີ່ ກະເສດຕະກອນທີ່ບໍ່ປະສົງອອກນາມ ໃຫ້ການຢືນຢັນວ່າ
“ວຽກທີ່ຮັບປະກັນການສະໜອງນ້ຳຊົນລະປະທານແທ້ໆ ກະອັນທີນຶ່ງລະແມ່ນເມືອງທຸລະຄົມ ແລ້ວກະຕົວເລກແຜນການສຳລັບເມືອງທຸລະຄົມນີ້ ກະແມ່ນ 6,000 ເຮັກຕາ ຖືວ່າ ເມືອງທຸລະຄົມນີ້ປະຕິບັດໄດ້ 5,900 ເຮັກຕາກວ່າໜ້ອຍນຶ່ງ ເພາະວ່າມີລະບົບຊົນລະປະທານນ້ຳມັງ, ນ້ຳປອດ, ນ້ຳງື່ມ ມີຈັກສູບນ້ຳ ສູບຂຶ້ນມາ. ອັນທີສອງກະແມ່ນເມືອງໂພນໂຮງ ໂດຍອາໄສຊົນລະປະທານນ້ຳຊວງ, ນ້ຳຈີມ, ເນື້ອທີ່ສຸມໃສ່ອັນທີສາມ ແມ່ນເນື້ອທີ່ຢູ່ເມືອງເຟືອງ ແລະເມືອງສານະຄາມ, ສີ່ເມືອງຕົ້ນຕໍທີ່ເຮົາເລັ່ງໃສ່ການຜະລິດເຂົ້ານາແຊງ.”
ທັງນີ້ ອຳນາດການປົກຄອງ ແຂວງວຽງຈັນໄດ້ວາງເປົ້າໝາຍທີ່ຈະຊຸກຍູ້ການປູກເຂົ້ານາແຊງ ປະຈຳປີ 2019 ໃຫ້ໄດ້ໃນເນື້ອທີ່ບໍ່ໜ້ອຍກວ່າ 10,000 ເຮັກຕາ ຫາກແຕ່ກໍສາມາດຈັດຕັ້ງປະຕິບັດໄດ້ຈິງ ພຽງ 9,400 ເຮັກຕາເທົ່ານັນ ໂດຍຄາດໝາຍວ່າຈະໄດ້ຜົນຜະລິດເຂົ້ານາແຊງບໍ່ເກີນ 45,000 ໂຕນກ ສ່ວນອີກ 9 ເມືອງມນແຂວງວຽງຈັນ ທີ່ຂາດນ້ຳສຳລັບປູກເຂົ້ານາແຊງນັ້ນ ກໍຕ້ອງຫັນໄປປູກພືດລະດູແລ້ງຊະນິດອື່ນແທນ ແລະຈະຕ້ອງປະເຊີນກັບການຂາດເຂົ້າກິນຢ່າງຫລີກລ່ຽງບໍ່ໄດ້.
ທາງດ້ານເຈົ້າໜ້າທີ່ຂອງທະນາຄານພັດທະນາເອເຊຍ ຫລື ADB ໃຫ້ນການຢືນຢັນວ່າໄພນ້ຳຖ້ວມຄັ້ງໃຫຍ່ໃນປີ 2018 ທີ່ເຮັດໃຫ້ເຂົ້ານາປີເສຍຫາຍໄປ 90,600 ເຮັກຕາ ຄິດເປັນ 12 ເປີເຊັນ ຂອງແຜນການ ປີນັ້ນ ໄດ້ສົ່ງຜົນກະທົບຕໍ່ຜົນຜະລິດເຂົ້າ ເພື່ອຕອບສະໜອງການບໍລິໂພກໃນລາວໂດຍກົງ ແລະເພື່ອເປັນການຫລຸດຜ່ອນຜົນກະທົບດັ່ງກ່າວ ຈຶ່ງມີແຕ່ການສົ່ງເສີມໃຫ້ຊາວນາ ຊາວສວນລາວ ທຳການປູກພືດລະດູແລ້ງໃນປີ 2019 ໃຫ້ໄດ້ຕາມແຜນການທີ່ວາງໄວ້ຢ່າງແທ້ຈິງເທົ່ານັ້ນ ຄືການປູກເຂົ້ານາແຊງໃຫ້ໄດ້ໃນເນື້ອທີ່ 100,000 ເຮັກຕາ ເພື່ອໃຫ້ໄດ້ຜົນຜະລິດ 525,300 ໂຕນ ຫລືເພີ້ມຂຶ້ນ 32 ເປີເຊັນ ທຽບໃສ່ ປີ 2018 ດ້ວຍການໃຫ້ການຊ່ວຍເຫລືອແກ່ຊາວນາ ຊາວສວນລາວຢ່າງທົ່ວເຖິງໃນທຸກດ້ານ.
ຫາກແຕ່ການທີ່ຈະປະຕິບັດໄດ້ໃນຕົວຈິງນັ້ນ ກໍບໍ່ແມ່ນເລື້ອງງ່າຍ ຊຶ່ງຈະເຫັນໄດ້ຈາກຜົນຜະລິດໃນເຂົ້ານາປີ ທີ່ເຄີຍເກີນຄວາມຕ້ອງການບໍລິໂພກໃນປະລິມານສະເລ່ຍ 60,000 ໂຕນ ໃນແຕ່ລະປີນັ້ນ ກໍໄດ້ຫຼຸດລົງເຫຼືອພຽງ 6,000 ໂຕນເທົ່ານັ້ນ ປີ 2018 ທີ່ຜ່ານມາ ຊຶ່ງຈະເຮັດໃຫ້ຈະຕ້ອງຊຸກຍູ້ການປູກເຂົ້ານາແຊງໃຫ້ໄດ້ຕາມແຜນການທີ່ວາງໄວ້ເທົ່ານັ້ນ ຈຶ່ງຈະສາມາດຮັບປະກັນໄດ້ວ່າ ປະຊາຊົນ ໃນເຂດນະຄອນວຽງຈັນ ຈະມີເຂົ້າກິນຢ່າງພຽງພໍໃນປີ 2019 ນີ້ ເພາະໄພ ນ້ຳຖ້ວມຄັ້ງໃຫຍ່ດັ່ງກ່າວນີ້ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ ເຖິງ 616,477 ຄົນ ໃນລາວ. ສ່ວນການຟື້ນຟູສະພາບຊີວິດການເປັນຢູ່ຂອງປະຊາຂົນທີ່ຖືກກະທົບຈາກໄພນ້ຳຖ້ວມຄັ້ງໃຫຍ່ກໍຈະຕ້ອງນຳໃຊ້ເງິນຫລາຍກວ່າ 4,400 ຕື້ກີບ.
ແຕ່ຢ່າງໃດກໍຕາມ ລັດຖະບານລາວກໍໄດ້ກຳນົດໃຫ້ 10 ແຂວງເປັນເຂດຈຸດສຸມໃນການ
ປູກເຂົ້າຂອງຊາດ ທີ່ຮວມເຖິງນະຄອນວຽງຈັນອີກດ້ວຍ. ສ່ວນອີກ 9 ແຂວງ ຄືແຂວງຄຳ
ມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ບໍລິຄຳໄຊ, ວຽງຈັນ, ໄຊຍະບຸລີ, ຫຼວງ
ນ້ຳທາ, ແລະ ບໍ່ແກ້ວ ຊຶ່ງຄາດວ່າ ຈະມີຜົນຜະລິດເຂົ້າຮວມກັນ ຄິດເປັນ 85 ເປີເຊັນ
ຂອງຜົນຜະລິດເຂົ້າ ທັງໝົດໃນລາວ ຫາກແຕ່ວ່າທັງ 10 ແຂວງ ດັ່ງກ່າວນີ້ກໍປະເຊີນກັບ
ໄພນ້ຳຖ້ວມຢ່າງໜັກ ໃນປີ 2018 ເຊັ່ນດຽວກັນ ຈຶ່ງສາມາດຜະລິດເຂົ້າໄດ້ພຽງແຕ່ 3
ລ້ານ 6 ແສນໂຕນໃນຂະນະທີ່ແຜນການໄດ້ວາງເອົາໄວ້ເຖິງ 4 ລ້ານ 2 ແສນໂຕນໃນ
ທົ່ວປະເທດ.