ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຊົມໃຊ້ໄຟຟ້າໃນລາວ ຈະເພີ້ມຂຶ້ນ ເຖິງ 2 ເທົ່າຕົວ ​ພາຍຫລັງ ທາງລົດໄຟ ລາວ-ຈີນສ້າງ ສຳ​ເລັດ​ ໃນທ້າຍປີ 2021


​ຕາ​ຂ່າຍສາຍ​ສົ່ງ​ໄຟ​ຟ້າຈາກ​ເຂື່ອນນ້ຳ​ເທີນ 2 ຊຶ່ງ​ໃນ​ນັ້ນ ເສົາ​ໄຟ​ຟ້າ​ສູງທີ່​ມີ​ກຳ​ລັງສົ່ງກະ​ແສ​ໄຟ​ຟ້າແຮງ 500 ກິ​ໂລ​ໂວນ ໄປ​ຫາ​ໄທ, ໃນ​ຂະ​ນະ​ທີ່ເສົາ​ຕ່ຳ​ກວ່າ ທີ່ມີ​ກຳ​ລັງສົ່ງກະ​ແສ​ໄຟ​ຟ້າແຮງ​ 11 ກິ​ໂລ​ໂວນ ໄປ​ໃຫ້​ຄົນຊົມ​ໃຊ້​ຢູ່ພາຍ​ໃນ​ລາວ
​ຕາ​ຂ່າຍສາຍ​ສົ່ງ​ໄຟ​ຟ້າຈາກ​ເຂື່ອນນ້ຳ​ເທີນ 2 ຊຶ່ງ​ໃນ​ນັ້ນ ເສົາ​ໄຟ​ຟ້າ​ສູງທີ່​ມີ​ກຳ​ລັງສົ່ງກະ​ແສ​ໄຟ​ຟ້າແຮງ 500 ກິ​ໂລ​ໂວນ ໄປ​ຫາ​ໄທ, ໃນ​ຂະ​ນະ​ທີ່ເສົາ​ຕ່ຳ​ກວ່າ ທີ່ມີ​ກຳ​ລັງສົ່ງກະ​ແສ​ໄຟ​ຟ້າແຮງ​ 11 ກິ​ໂລ​ໂວນ ໄປ​ໃຫ້​ຄົນຊົມ​ໃຊ້​ຢູ່ພາຍ​ໃນ​ລາວ

ການຊົມໃຊ້ພະລັງງານໄຟຟ້າໃນລາວຈະເພີ້ມຂຶ້ນເຖິງ 2 ເທົ່າຕົວ ໃນປີ 2021 ໂດຍມີ ສາເຫດມາຈາກການເປີດການເດີນລົດໄຟລາວ-ຈີນ ໃນທ້າຍປີ 2021 ທີ່ຈະເຮັດໃຫ້ມີ ການຂົນສົ່ງສິນຄ້າ ແລະໂດຍສານ ເພີ້ມຂຶ້ນນັບມື້.

ທ່ານຄຳ​ມະ​ນີ ອິນ​ທິ​ລາດ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພະ​ລັງ​ງານແລະບໍ່​ແຮ່ຖະ​ແຫຼງ
ວ່າການຊົມໃຊ້ ພະລັງງານໄຟຟ້າໃນລາວ ຍັງມີທ່າອ່ຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະ ເພາະແມ່ນພາຍຫລັງການເປີດ ການເດີນລົດໄຟລາວ-ຈີນ ໃນທ້າຍປີ 2021 ຍັງຈະ
ເຮັດໃຫ້ການຊົມໃຊ້ພະລັງງານໄຟຟ້າໃນລາວເພີ້ມຂຶ້ນເຖິງ 2 ເທົ່າຕົວ ຈາກລະດັບປັດ
ຈຸບັນ ເພາະວ່າ ການເປີດການເດີນລົດໄຟລາວ-ຈີນ ດັ່ງກ່າວຈະເຮັດໃຫ້ມີການຂົນສົ່ງ
ສິນຄ້າ ແລະໂດຍສານ ລະຫວ່າງ ລາວ-ຈີນ ເພີ້ມຂຶ້ນ ທັງຍັງຈະດຶງດູດເອົາການລົງທຶນ
ຈາກ ຕ່າງປະເທດເຂົ້າມາໃນລາວ ໄດ້ເພີ້ມຂຶ້ນອີກດ້ວຍ ດັ່ງທີ່ທ່ານຄໍາມະນີ ໄດ້ໃຫ້ການ
ຢືນຢັນວ່າ:
“ການຊົມໃຊ້ໄຟຟ້າຢູ່ພາຍໃນປະເທດ ປັດຈຸບັນນີ້ແມ່ນ 1,222 ເມກາວັດ ຕາມແຜນ ການຄາດຄະເນນີ້ ຄາດວ່າຈະເພີ້ມຂຶ້ນປີນຶ່ງ 7-8 ເປີເຊັນ ຕໍ່ປີ. ແຕ່ໃນໄລຍະຫລັງໆ
ນີ້ ຄາດວ່າໃນຊ່ວງທ້າຍ
ປີ 2021 ເຫັນວ່າ ຄວາມຕ້ອງການພະລັງງານໄຟຟ້ານີ້ ຈະ ເພີ້ມຂຶ້ນເທົ່າໂຕຍ້ອນສາເຫດວ່າ ຫລາຍກິດຈະການ ເຊັ່ນ ຕົວຢ່າງ ເສັ້ນທາງລົດໄຟ ຄວາມໄວສູງມີຄວາມສໍາເລັດແລ້ວ ກະຫລາຍກິດຈະການ ທີ່ກໍາລັງດໍາເນີນການ
ສ້າງຕັ້ງ ຢູ່ໃນປັດຈຸບັນນີ້.”

​ໂຄງ​ການລົດ​ໄຟ​ຄວາມ​ໄວ​ສູງທີ່​ລາວ-ຈີນ ຊຶ່ງ​ຈະ​ສຳ​ເລັດ​ໃນ​ທ້າຍ ປີ 2021 ນີ້
​ໂຄງ​ການລົດ​ໄຟ​ຄວາມ​ໄວ​ສູງທີ່​ລາວ-ຈີນ ຊຶ່ງ​ຈະ​ສຳ​ເລັດ​ໃນ​ທ້າຍ ປີ 2021 ນີ້

​ໃນປັດ​ຈຸ​ບັນລາວມີ​ແຫລ່ງ​ພະ​ລັງ​ງານ​ໄຟ​ຟ້າ 71 ໂຄງ​ການ ມີ​ກຳ​ລັງ​ຕິດ​ຕັ້ງ​ລວມ 9,531
ເມ​ກາ​ວັດ, ​ຜະ​ລິດ​ກະ​ແສ​ໄຟ​ຟ້າ​ໄດ້ 50,438 ລ້ານ ​ກິ​ໂລ​ວັດ/ໂມງ ແລະ​ມີເຂື່ອນ​ໄຟ​ຟ້າ​
ຂະ​ໜາດ​ໃຫຍ່ທີ່​ຈະ​ກໍ່​ສ້າງ​ສຳ​ເລັດ​ໃນ​ປີ 2019 ນີ້ 4 ໂຄງ​ການ ກໍ​ຄື ​ໂຄງ​ການ​ເຂື່ອນດອນ
​ສະໂຮງ, ​ເຂື່ອນ​ນ້ຳ​ງຽບ 1, ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ແລະ ເຂື່ອນ​ໄຊ​ຍະ​ບູ​ລີ ​ຊຶ່ງ​ຈະ​ເຮັດ​
ໃຫ້​ລາວມີ​ລາຍ​ໄດ້​ຈາກ​ການ​ສົ່ງ​ພະ​ລັງ​ງານ​ໄຟ​ຟ້າ​ ໄປຂາຍ​ໃຫ້​ໄທ 1,460 ລ້ານ ໂດ​ລາ
ໃນ​ຕະ​ລອດ​ປີ 2019 ແລະ​ຍັງ​ເຫລືອ​ພະ​ລັງ​ງານ​ໄຟ​ຟ້າ​ເພື່ອ​ຕອບ​ສະ​ໜອງ​ການ​ຊົມ​ໃຊ້
​ພາຍ​ໃນປະ​ເທດ​ເກີນກວ່າ 14,400 ກິ​ໂລ​ວັດ/ໂມງ ຕໍ່​ປີ.

ທ່ານ ຄຳ​ມະ​ນີ ຢືນ​ຢັນອີກ​ດ້ວຍ​ວ່າ ລັດ​ຖະ​ບານຫວຽດ​ນາມ ຕ້ອງ​ການ​ທີ່​ຈະ​ເລັ່ງ​ການ​ຮັບ​
ຊື້ກະ​ແສ​ໄຟ​ຟ້າ​ຈາກລາວໃຫ້​ໄວ​ຂຶ້ນແຕ່​ມີ​ຂໍ້​ຈຳ​ກັດ​ດ້ານ​ລະ​ບົບ​ສາຍ​ໄຟ​ຟ້າ​ແຮງ​ສູງ​ທີ່​ຍັງ​ບໍ່​
ເຊື່ອມ​ຕໍ່​ກັບລາວ ຊຶ່ງ​ກໍ​ເຊັ່ນ​ດຽວ​ກັບກຳ​ປູ​ເຈຍທີ່​ຕ້ອງ​ການ​ຊື້​ກະ​ແສ​ໄຟ​ຟ້າ​ຈາກລາວໃນ
​ປະລິ​ມານ​ລວມ 1,700 ເມ​ກາ​ວັດ. ຫາກ​ແຕ່​ການ​ຊື້​ກະ​ແສ​ໄຟ​ຟ້າ​ຈາກລາວດັ່ງ​ກ່າວນີ້​ຈະ​
ເກີດຂຶ້ນ​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ​ຈະ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງ​ປະ​ເທດຊຶ່ງ​ລັດ
​ຖະ​ບານກຳ​ປູ​ເຈຍໄດ້​ຂໍ​ໃຫ້​ລັດ​ຖະ​ບານຍີ່​ປຸ່ນ ຊ່ວຍ​ເຫຼືອ​ໃນ​ການ​ວາງ​ແນວ​ສາຍ​ສົ່ງ​ກະ​ແສ​
ໄຟ​ຟ້າແຮງ​ສູງ​ທີ່​ເຊື່ອມ​ຕໍ່​ຈາກ​ພາກ​ໃຕ້​ຂອງລາວ ໄປ​ພາກ​ເໜືອ​ຂອງກຳ​ປູ​ເຈຍ.

ໃນປັດ​ຈຸ​ບັນ​ກຳ​ປູ​ເຈຍຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາວໃນ​ປະ​ລິ​ມານ 200 ເມ​ກາ​ວັດ​ເທົ່າ​ນັ້ນ
ເນື່ອງ​ຈາກວ່າມີ​ຂໍ້​ຈຳ​ກັດ​ດ້ານ​ສາຍ​ສົ່ງ​ໄຟ​ຟ້າແຮງ​ສູງ​ດັ່ງ​ກ່າວ. ສ່​ວນຫວຽດ​ນາມ​ໄດ້​ຕົກ​ລົງ
ຈະ​ຊື້ໄຟ​ຟ້າ​ຈາກ​ລາວ ໃນ​ປະ​ລິ​ມານ 5,000 ເມ​ກາວັດ ໃນ​ປີ 2025. ທາງ​ດ້ານມາ​ເລ​ເຊຍ
ກໍ​ໄດ້ຕົ​ກ​ລົງ​ຊື້​ໄຟ​ຟ້າ​ຈາກລາວໃນ​ປະ​ລິ​ມານ 300 ເມ​ກາ​ວັດ ທັງ​ຍັງ​ໄດ້​ເຈ​ລະ​ຈາ​ກັບ​ລັດ​ຖະ
​ບານສິງ​ກະ​ໂປ ເພື່ອ​ໃຫ້​ເລັ່ງ​ການ​ເຊື່ອມ​ຕໍ່​ລະ​ບົບ​ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ​ເຂົ້າ​ດ້ວຍ​ກັນ ຊຶ່ງ
ກໍ​ຈະ​ເຮັດ​ໃຫ້ລາວ ສາ​ມາດ​ສົ່ງ​ໄຟ​ຟ້າ​ໄປ​ຂາຍ​ໃຫ້ສິງ​ກະ​ໂປໂດຍ​ຜ່ານໄທ ແລະມາ​ເລ​ເຊຍ
ໄດ້ຕາມ​ການ​ຕົກ​ລົງ​ທີ່​ທັງ 4 ປະ​ເທດ ​ມີ​ຮ່ວມ​ກັນ​ນັບ​ແຕ່​ປີ 2017 ເປັນ​ຕົ້ນ​ມາໂດຍ​ສາ​ເຫດ
​ທີ່ເຮັດ​ໃຫ້​ເກີດ​ການ​ຊັກ​ຊ້າ​ໃນ​ໄລ​ຍະ​ຜ່ານ​ມາ​ກໍ​ເນື່ອງ​ຈາກວ່າລັດ​ຖະ​ບານມາ​ເລ​ເຊຍຕ້ອງ
​ການ​ສຶກ​ສາ​ສຳຫຼວດ​ເພື່ອ​ປ້ອງ​ກັນ​ຜົນ​ກະ​ທົບ​ຕໍ່​ສັງ​ຄົມ ແລະສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່
​ຈະເກີດ​ຂຶ້​ນ​ຈາກ​ການ​ວາງ​ແນວ​ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ​ໃນ​ປະ​ເທດ​ຕົນ​ເສຍ​ກ່ອນ.

​ສ່ວນທະ​ນາຄານ​ພັດ​ທະ​ນາ​ເອ​ເຊຍ (ADB) ລາຍ​ງານວ່າ​ ການ​ຜະ​ລິດພະ​ລັງ​ງານ​ໄຟ​ຟ້າໃນ​ລາວ ຈະ​ຂະ​ຫຍາຍ​ຕົວ​ເພີ້ມ​ຂຶ້ນ 7.5 ເປີ​ເຊັນ ໃນ​ປີ 2019 ທຽບ​ໃສ່ ປີ 2018 ຊຶ່ງຈະເຮັດ​ໃຫ້​ການ​ສົ່ງ​ອອກພະ​ລັງ​ງານ​ໄຟ​ຟ້າ​ຂອງ​ລາວ ຍັງ​ສືບ​ຕໍ່​ເພີ້ມ​ສູງ​ຂຶ້ນ ໂດຍ​ສະ​ເພາະ​ແມ່ນການ​ສົ່ງ​ພະ​ລັງ​ງານໄຟ​ຟ້າ ໄປ​ຂາຍ​ໃຫ້​ໄທນັ້ນ ໄດ້​ປັບ​ຕົວ​ສູງ​ຂຶ້ນກວ່າ 20 ເປີ​ເຊັນ ແລະ​ຍັງ​ຈະ​ເພີ້ມ​ຂຶ້ນ​ອີກ ໃນ​ປີ 2020 ເພາະ​ວ່າ​ທາງ​ການໄທ​ ຈະຕ້ອງ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ຮັບ​ຊື້​ໄຟ​ຟ້າ​ຈາກ​ລາວ 9,000 ເມ​ກາ​ວັດ ໃນ​ຊ່ວງ​ປີ 2019-2044 ​ນັ້ນ​ເອງ.

ທັງນີ້ ໂດຍລາວຈະມີ​ແຫຼ່ງ​ຜະ​ລິດ​ໄຟ​ຟ້າ​ເພີ່ມ​ຂຶ້ນ​ເປັນ 100 ໂຄງ​ການໃນ​ປີ 2021 ທີ່​ມີ​ກຳ​ລັງ​ຕິດ​ຕັ້ງ​ລວມ 13,000 ເມ​ກາ​ວັດ, ຜະ​ລິດ​ໄຟ​ຟ້າ​ໄດ້ 67,000 ລ້ານ ​ກິ​ໂລ​ວັດ/ໂມງ​ຕໍ່​ປີ ​ໃນ​ນີ້​ຄິດ​ເປັນ​ສັດ​ສ່ວນ​ເຖິງ 85 ເປີ​ເຊັນ ​ທີ່​ຈະ​ເປັນ​ພະ​ລັ​ງ​ງານ​ໄຟ​ຟ້າ​ສຳ​ລັບ​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ. ຫາກ​ແຕ່​ວ່າ​ ສິ່ງ​ທີ່​ທ້າ​ທາຍ​ຕໍ່​ແຜນການ​ດັ່ງ​ກ່າວ​ຂອງ​ລັດ​ຖະ​ບານລາວ ກໍ​ຄື​ກາ​ນ​ຖືກ​ອົງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ສາ​ກົນ ຄັດ​ຄ້ານແຜນການ​ກໍ່​ສ້າງ​ເຂື່ອນ​ໃນລາວ. ຫຼ້າ​ສຸດ ​ກຸ່ມ​ພັນ​ທະ​ມິດ​ປົກ​ປ້ອງ​ແມ່​ນ້ຳ​ຂອງ (Save the Mekong) ແລະເຄືອ​ຂ່າຍ​ປະ​ຊາ​ຊົນໄທ 8 ຈັງ​ຫວັດ​ໃນ​ລຸ່ມ​ນ້ຳ​ຂອງ​ ໄດ້​ອອກ​ຖະ​ແຫຼງ​ການ​ຮຽກ​ຮ້ອງ​ໃຫ້​ຍົກ​ເລີກ​ໂຄງ​ການ​ເຂື່ອນ​ນ້ຳ​ຂອງ ຫຼວງ​ພະ​ບາງ ແລະທຸກໂຄງ​ການ​ເຂື່ອນ​ຢູ່​ເທິງ​ແນວ​ແມ່​ນ້ຳ​ຂອງນັ້ນ.

XS
SM
MD
LG