ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກວ່າ ການ​ລົບ​ລ້າງ ​ຄວາມ​ຍາກຈົນ ບໍ່ໝາຍຄວາມວ່າ ຈະບໍ່ມີຄົນທຸກຈັກຄົນ ໃນລາວ


ເດັກນ້ອຍທີ່ທຸກຈົນໃນເຂດຊົນນະບົດຂອງລາວ
ເດັກນ້ອຍທີ່ທຸກຈົນໃນເຂດຊົນນະບົດຂອງລາວ

ນາຍົກລັດຖະມົນຕີລາວ​ອະທິບາຍ​ວ່າ ການ​ລົບ​ລ້າງ​ຄວາມ​ຍາກຈົນ​ຂອງ​ປະ​ເທດ​ລາວ
ໃຫ້​ໄດ້​ໃນ​ປີ 2020 ນັ້ນ ບໍ່​ໄດ້ໝາຍຄວາມ​ວ່າ ຈະ​ບໍ່ທີ​ຄົນ​ລາວ​ທີ່​ຍາກຈົນ​ຫລົງ​ເຫລືອ​
ຢູ່​ເລີຍແຕ່​ຢ່າງ​ໃດ.

ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ໄດ້​ໃຫ້ການ​ອະທິບາຍ​ຕໍ່ກອງ​ປະຊຸມ​ສະ​ໄໝ
ສາມັນ ຄັ້ງທີ 3 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 8 ​ເມື່ອ​ບໍ່ນານ​ມານີ້ວ່າ ​ເປົ້າໝາຍຂອງ​ລັດ
ຖະບານລາວ​ກ່ຽວກັບ ການ​ລົບ​ລ້າງຄວາມ​ຍາກຈົນ​ຂອງ​ປະ​ເທດໃຫ້​ໄດ້ຢ່າງ​ສິ້ນ​ເຊີງ
​ເພື່ອເຮັດ​ໃຫ້​ປະ​ເທດ​ລາວ​ຫລຸດ​ພົ້ນຈາກ​ສະພາບ​ດ້ອຍ​ພັດທະນາ ໃຫ້ໄດ້ຢ່າງ​ແທ້​ຈິງ​ໃນ
​ປີ 2020 ນັ້ນ ບໍ່​ໄດ້ໝາຍຄວາມ​ວ່າ ຈະ​ບໍ່ມີ​ຄົນ​ຍາກຈົນ ຫລົງ​ເຫລືອ​ຢູ່​ໃນ​ລາວ ​ແຕ່​ຢ່າງ​ໃດ
ດັ່ງທີ່​ທ່ານ​ທອງ​ລຸນ ​ໄດ້​ໃຫ້ການ​ເນັ້ນຢໍ້າວ່າ:

“ຄາດໝາຍລົບ​ລ້າງຄວາມທຸກ​ຍາກອອກ​ຈາກ ສະພາບ​ດ້ອຍ​ພັດທະນາຂອງສະຫະ​
ປະຊາ​ຊາດ ມັນບໍ່ໝາຍຄວາມ​ວ່າ ປະ​ເທດ​ນັ້ນໆ ຈະ​ບໍ່ມີ​ຄົນ​ທຸກ​ຈັກ​ຄົນ ບໍ່​ແມ່ນ​ເດີ້
ປະ​ເທດ​ພັດທະນາ​ແລ້ວ ກໍ​ຍັງ​ມີ​ຄົນ​ທຸກ​ຢູ່ ຍັງ​ມີ​ຄົນ​ຂໍທານ​ຢູ່ ​ແຕ່​ເປົ້າໝາຍ​ລົບ​ລ້າງ
ຄວາມ​ຍາກຈົນ​ຂອງ​ປະ​ເທດເຮົາ ​ແມ່ນ​ແນ​ໃສ່​ໃຫ້​ປະຊາຊົນ​ມີ​ຢູ່ ມີ​ກິນ ຫລື​ວ່າ ​ເຈັບ
​ເປັນ​ກໍ​ໄດ້​ຮັບ​ການ​ປິ່ນປົວ ລູກ​ຫລານ​ໄດ້​ເຂົ້າ​ໂຮງຮຽນ ສ້າງ​ເງື່ອນ​ໄຂ​ໃຫ້​ມີ​ການ​ຜະ
ລິດ​ກຸ້ມ​ຕົນ​ເອງ ຍືນ​ຍົງ. ບ້າ​ນໃດ ​ເມືອງ​ໃດ ຄອບຄົວ​ໃດ ​ໄດ້​ພົ້ນທຸກ​ແລ້ວ ບໍ່​ໃຫ້​ກັບ​
ຄືນ​ມາ​ທຸກ​ອີກ ​ໃຫ້​ຫລຸດ​ລົງ​ເລື້ອຍໆ ອັນ​ນີ້​ແຫລະ ​ແມ່ນ​ພາລະໜ້າທີ່​ຂອງ​ພວກ​ເຮົາ.​”

​ໃນ​ແຜນການປະຈຳ​ສົກ​ປີ 2015-2016 ຜ່ານ​ມາ ລັດຖະບານ​ລາວ ​ໄດ້​ວາງ​ເປົ້າ​ໝາຍໄວ້
ວ່າຈະ​ລົບລ້າງ ບັນຫາ​ຄວາມ​ຍາກຈົນ​ຂອງ​ປະຊາຊົນໃຫ້​ໄດ້​ໃນ 179 ບ້ານ ຫຼື ຄຶດ​ເປັນ
0.48 ເປີ​ເຊັນ ຂອງບ້ານ​ທີ່​ຍາກຈົນທັງ​ໝົດໃນ​ທົ່ວ​ປະ​ເທດຫາກ​ແຕ່ ຈາກ​ການຈັດ​ຕັ້ງ​ປະ
ຕິບັດຕົວ​ຈິງ ກໍ​ສາມາດບັນລຸ​ໄດ້ພຽງ​ແຕ່ 50 ບ້ານ ຫລື 0.03 ​ເປີ​ເຊັນ ​ເທົ່າ​ນັ້ນຂອງ​ບ້ານ​ ທັງໝົດ 1,736 ບ້ານ​.

ສ່ວນ​ເມືອງ​ທຸກ​ຍາກ​ທີ່​ສຸດ​ນັ້ນ ກໍ​ຫລຸດ​ລົງ​ຈາກ 47 ​ເມືອງ ​ເປັນ 33 ​ເມືອງ. ທັງ​ຍັງ 14
​ເມືອງ ທີ່​ຍັງ​ບໍ່ມີ​ເງື່ອນ​ໄຂ​ຄົບ​ຖ້ວນ ​ໂດຍ​ສະ​ເພາະ​ແມ່ນ​ແຂວງ ​ໄຊ​ສົມບູນ, ຫົວພັນ, ຜົ້ງ
ສາລີ, ​ແລະ​ເຊ​ກອງ​ນັ້ນ​ ຖື​ເປັນ​ເຂດ​ທີ່​ຍັງ​ມີ​ປະຊາຊົນ ​ແລະ​ເມືອງ​ທີ່​ທຸກ​ຍາກ ​ເຫລືອ​ຢູ່​ຢ່າງ​ແໜ້ນໜາ ທີ່​ສຸດ.​ ທາງ​ດ້ານ​ຄະນະ​ພັດທະນາ​ຊົນນະບົດ​ແລະ​ລົບ​ລ້າງ​ຄວາມທຸກ​ຍາກ​ຂັ້ນສູງກາງລາຍ​ງານ​ວ່າ ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ພັດທະນາ​ຊົນ​ນະ​ບົດ​ໃນ​ປີ 2017
​ໄດ້​ວາງ​ເປົ້າ​ໝາຍທີ່​ຈະ​ລົບ​ລ້າງ​ບັນຫາ​ທຸກ​ຍາກ​ຂອງ​ປະຊາຊົນ​ລາວ​ໃຫ້​ໄດ້​ບໍ່​ນ້ອຍ​ກວ່າ​
5 ພັນ 580 ຄອບຄົວ ​ເພື່ອ​ເຮັດ​ໃຫ້​ຍັງ​ເຫຼືອ 70 ພັນ 924 ຄອບຄົວ​ທຸກ​ຍາກ ຫຼື​ຄິດ​ເປັນ
6.09 ​ເປີ​ເຊັນຂອງ​ຈຳນວນ​ຄອບຄົວ​ທັງ​ໝົດ ​ໃນ​ທົ່ວປະ​ເທດ​ລາວ.

ພ້ອມ​ກັນ​ນີ້ ຄະນະພັດທະນາ​ຊົນນະບົດ​ແລະ​ລົບ​ລ້າງ​ຄວາມທຸກ​ຍາກ ຊັ້ນ​ສູນ​ກາງ
ກໍ​ຍັງ​ໄດ້ວາງຄາດໝາຍ​ການ​ລົບ​ລ້າງ​ບ້ານ​ທຸກ​ຈົນ​ໃຫ້​ໄດ້ 178 ບ້ານ ​ໂດຍ​ຖ້າ​ຫາກ​ຈັດ​ຕັ້ງ
ປະຕິບັດ ​ໄດ້​ຈິງກໍ​ຈະ​ເຮັດ ​ໃຫ້​ຍັງ​ເຫຼືອ​ບ້ານ​ທຸກ​ຍາກ​ບໍ່​ເກີນ 1. ພັນ 511 ບ້ານ ຫຼື​ເທົ່າ​ກັບ
18 ​ເປີ​ເຊັ ນ ຂອງ​ຈຳນວນ​ບ້ານ​ທັງ​ໝົດ ​ໃນ​ທົ່ວ​ປະ​ເທດ ​ແລະ​ໃນ​ນີ້ ​ກໍ​ຮວມ​ເຖິງ 78 ບ້ານ​
ທີ່​ຈະ​ໄດ້​ຮັບ​ການ​ຍົກ​ລະດັບ​ບ້ານ​ພັດທະນາ ຊຶ່ງ​ຈະ​ເຮັດ​ໃຫ້​ມີ​ບ້ານ​ພັດທະນາ​ເພີ່ມ​ຂຶ້ນ​ເປັນ
3 ພັນ 914 ບ້ານ ຫຼື ​ເກືອບ​ເຖິງ 46 ​ເປີ​ເຊັນ ຂອງ​ບ້ານ​ທັງ​ໝົດ​ໃນ​ລາວ.

​ໂດຍ​ການ​ລົບ​ລ້າງ​ຄວາມທຸກ​ຍາກ ດັ່ງກ່າວ​ນີ້ ລັດຖະບານ​ລາວ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ
​ຈາກ​ນາໆ​ຊາດ​ແລະ​ອົງການ​ສາກົນ ນັບ​ຕັ້ງ​ແຕ່​ປີ 1983 ​ເປັນ​ຕົ້ນ​ມາ ຊຶ່ງ​ກໍ​ໄດ້​ປະກອບ
ສ່ວນຢ່າງ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ ​ໃນ​ທຸກ​ດ້ານ​ທີ່​ມີ​ເປົ້າ​ໝາຍ​ເພື່ອ​ລົບ​ລ້າງ​ຄວາມ
​ຍາກຈົນຂອງ​ປະຊາຊົນ​ລາວ ດັ່ງ​ຈະ​ເຫັນ​ໄດ້​ຈາກ​ອັດຕາ​ຄວາມ​ຍາກຈົນ​ທີ່​ລົດ​ລົງ​ຈາກ
48 ​ເປີ​ເຊັນ ຂອງ​ຈຳນວນ​ປະຊາກອນ​ລາວ​ທັງ​ໝົດ​ໃນ​ປີ 1992 ​ເປັນ 27.6 ​ເປີ​ເຊັນ ​
ໃນ​ປີ 2008, 17 ​ເປີ​ເຊັນ ​ໃນ​ປີ 2015 ​ແລະ​ບໍ່​ເຖິງ 10 ​ເປີ​ເຊັນ ​ໃນ​ປີ 2016 ຕາມ​ລຳ ດັບ.

ທັງ​ນີ້​ໂດຍ​ອີງ​ຕາມ​ສະຖິຕິ​ຂອງ​ທະ​ນາຄາ​ນ​ແຫ່ງ​ສປປ ລາວ ​ໄດ້​ລະບຸ​ວ່າລັດຖະບານ​ລາວ ​
ໄດ້​ຮັບ​ການ​ຊ່ວຍ​ເຫຼື​ອຈາກ​ຕ່າງປະ​ເທດ​ໃນ​ບູນຄ່າ 475 ລ້ານ 3 ​ແສນ ​ໂດ​ລາ ​ໃນ​ປີ 2000
​ແລ້ວ ກໍ​ເພີ່ມ​ຂຶ້ນ​ເປັນ 3 ຕື້ 708 ລ້ານ 3 ​ແສນ​ໂດ​ລາ ​ໃນ​ປີ 2011 ​ແລະ​ຫລາຍ​ກວ່າ 5 ພັນ 169 ລ້ານ ໂດລາ​ໃນ​ປີ 2014 ​ແລະ 4 ພັນ 545 ລ້ານ 8 ແສນ ໃນປີ 2015 ທີ່ຜ່ານມາ. ​ແຕ່​ລັດຖະບານ​ລາວ ກໍບໍ່ບັນລຸ​ເປົ້າໝາຍສະຫັດສະຫວັດຂອງການພັດທະນາ ໃນ 6 ດ້ານ ຈາກທັງໝົດ 9 ດ້ານ ທີ່ໄດ້ຕົກລົງໄວ້ກັບອົງການ UNDP ຊຶ່ງ​ກໍ​ຄື ​ເດັກ​ອາຍຸຕ່ຳ​ກວ່າ 5 ປີ ຍັງ​ມີສ່ວນ​ສູງ ​ແລະ​ນຳ​ໜັກຕ່ຳ​ກວ່າເກນ, ການ​ຮຽນ​ຈົບ​ຊັ້ນ​ປະຖົມທີ 5 ​ເພີ່ມ​ຂຶ້ນ​ຢ່າງຊັກ
​ຊ້າ, ເດັກ​ອາຍຸ ຕ່ຳ​ກວ່າ 1 ປີ ຍັງ​ເສຍ​ຊີວິດ ​ໃນ​ອັດຕາ​ສະ​ເລ່ຍທີ່​ສູງ ​ການ​ຕາຍຂອງ​ແມ່
ຍິງຂະນະ​ຖືພາ​ກໍ​ຍັງ​ສູງການ​ເພີ່ມ​ອັດຕາ​ການ​ປົກ​ຫຸ້ມ​ຂອງ​ປ່າ​ໄມ້ປະຕິບັດ​ໄດ້​ຕ່ຳ ແລະ
​ການ​ເກັບ​ກູ້​ລະ​ເບີດບໍ່​ທັນ​ແຕກ (UXO) ກໍ​ປະຕິບັດ​ໄດ້​ໃນ​ພື້ນທີ່​ຢ່າງ​ຈຳ​ກັດ.

XS
SM
MD
LG