ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນຍ ​ລາວ ມີ​ຄຳ​ສັ່ງ​ ໃຫ້​ກວດ​ສອບ​ ສຳ​ປະ​ທານ​ທີ່​ດິນ​ຂະ​ໜາດ​ໃຫຍ່ ຂອງ​ບໍ​ລິ​ສັດ​ຕ່າງ​ດ້າວ ທີ່​​ວ່າ ໄດ້​ປະ​ຕິ​ບັດ​ຕາມ​ສັນ​ຍາ ​ຫຼື​ບໍ່?


ປ່າ​ໄມ້ ໃນ​ລາວ
ປ່າ​ໄມ້ ໃນ​ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ມີ​ຄຳ​ສັ່ງ​ໃຫ້​ດຳ​ເນີນ​ການກວດ​ສອບ​ສຳ​ປະ​ທານທີ່​ດິນ​ຂະ​ໜາດ
ໃຫຍ່ ຈຳ​ນວນ 438 ຕອນ​ທີ່​ເປັນ​ພື້ນ​ທີ່​ສຳ​ປະ​ທານ​ ຂອງ​ບັ​ນ​ດາ​ບໍ​ລິ​ສັດ​ຕ່າງ​ຊາດ​ວ່າ ໄດ້
ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ສັນ​ຍາ ຫຼື​ບໍ່ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ເຈົ້າໜ້າ​ທີ່​ຂັ້ນ​ສູງ ໃນ​ສຳ​ນັກ​ງານນາ​ຍົກ​ລັດ​ຖະ​ມົນ​ຕີ ເປີດ​ເຜີຍ​ວ່າ ທ່ານ​ທອງ​ລຸນ ສີ​ສຸ​ລິດ
ນາ​ຍົກ​ລັດ​ຖ​ມົນ​ຕີ​ລາວ ໄດ້​ມີ​ຄຳ​ສັ່ງ​ໃຫ້​ດຳ​ເນີນ​ການກວດ​ສອບ​ສຳ​ປະ​ທານ ທີ່​ດິນ​ຂະ​ໜາດ​
ໃຫຍ່ ຈຳ​ນວນ 438 ຕອນ​ທີ່​ເປັນພື້ນທີ່​ສຳ​ປະ​ທານຂອງ​ບັນ​ດາບໍ​ລິ​ສັດ​ຕ່າງ​ຊາດ ວ່າ​ໄດ້​
ຈັດ​ຕັ້ງ​ປະ​ຕິ​ບັດ​ທີ່​ເປັນ​ໄປ​ຕາມ​ສັນ​ຍາການ​ລົງ​ທຶນ​ໃນ​ລາວ​ຫຼື​ບໍ່ ໂດຍ​ສະ​ເພາະ​ແມ່ນ​ພື້ນ​ທີ່​
ສຳ​ປະ​ທານທີ່​ດິນ​ສຳ​ລັບ​ການ​ສຳ​ຫຼວດ​ແລະ​ຂຸດ​ຄົ້ນ​ແຮ່​ທາດ​ນັ້ນ ຈະ​ຕ້ອງ​ດຳ​ເນີນ​ການ
ກວດ​ສອບ​ຢ່າງ​ລະ​ອຽດ ເນື່ອງ​ຈາກ​ຖື​ເປັນ​ກິດ​ຈະ​ການສຳ​ປະ​ທານ​ທີ່ກວມ​ເອົາ​ເນື້ອ​ທີ່ດິນ
ໃນ​ລາວ​ຢ່າງ​ກວ້າງ​ຂວາງ​ຫຼາຍ​ທີ່​ສຸດ​ນັ້ນ​ເອງ.

ທັງ​ນີ້ ທ່ານ​ຄຳ​ມະ​ນີ ອິນ​ທິ​ລາດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ​ແລະ​ບໍ່​ແຮ່ ຖະ​ແຫຼງ
​ຢືນ​ຢັນ​ວ່າ ການ​ສຳ​ຫຼວດ​ຫາ​ແຫຼ່ງ​ແຮ່​ທາດ​ຕ່າງໆ ໃນ​ລາວ ໄດ້​ສຳ​ຫຼວດ ພົບ​ແຮ່​ທາດ
​ແລ້ວ ກວ່າ 570 ແຫຼ່ງ ຊຶ່ງກວມ​ເອົາ​ເນື້ອທີ່ກວ້າງກວ່າ 162,104 ກິ​ໂລ​ແມັດ​ມົນ​ທົນ
ຫຼືເກີນກວ່າ 68 ເປີ​ເຊັນ ຂອງ​ພື້ນ​ທີ່​ທັງ​ໝົດ​ຂອງ​ລາວ. ໂດຍ​ໃນ​ນີ້ ທາງ​ການ​ລາວ
ທັງ​ໃນຂັ້ນ​ສູນ​ກາງ ແລະ​ທ້ອງ​ຖິ່ນກໍ​ໄດ້​ອະ​ນຸ​ຍາດ​ໃຫ້​ສຳ​ປະ​ທານ​ແກ່​ບໍ​ລິ​ສັດ​ເອກ​ກະ​ຊົນ
​ລາວ​ແລະ​ຕ່າງ​ຊາດ ໄປ​ແລ້ວ ເຖິງ 649 ບໍ​ລິ​ສັດ ໃນ 942 ກິດ​ຈະ​ການ​ສຳ​ຫຼວດ​ແລະ
​ຂຸດ​ຄົ້ນ​ແຮ່​ທາດ​ໃນ​ປັດ​ຈະ​ບັນ.

ຫາກ​ແຕ່ ທ່ານ​ບຸນ​ທອງ ຈິດ​ມະ​ນີ ຮອງນາ​ຍົກລັດ​ຖະ​ມົນ​ຕີ ຍອມ​ຮັບ​ວ່າລັດ​ຖະ​ບານ​ລາວ ​
ຕົກ​ເປັນ​ຝ່າຍ​ທີ່​ເສຍ​ປຽບ​ໃນ​ໂຄງ​ການ​ທີ່​ໄດ້​ອະ​ນຸ​ຍາດ​ສຳ​ປະ​ທານ​ທີ່​ດິນ​ຢ່າງ​ຍາວ​ນານ
ໃຫ້​ແກ່​ເອກ​ກະ​ຊົນ​ລາວ​ແລະ​ຕ່າງ​ຊາດໄປ​ແລ້ວ​ນັ້ນ ໂດຍ​ຈາກ​ການກວດ​ກາ ໃນ​ໄລ​ຍະ​
ຜ່ານ​ມາ ພົບ​ວ່າ​ໂຄງ​ການ​ສຳ​ປ​ະ​ທານ​ທີ່​ດິນ​ຂະ​ໜາດ​ໃຫຍ່ ບໍ່ໄດ້​ປະ​ຕິ​ບັດ​ຕາມ​ສັນ​ຍາ
ໂດຍ​ສະເພາະ​ແມ່ນ​ການ​ບໍ່​ນຳ​ເງິນ​ລົງ​ທຶນ​ເຂົ້າ​ມາ​ດຳ​ເນີນໂຄງ​ການ​ຢ່າງ​ແທ້​ຈິງ ຈຶ່ງ​ເຮັດ​
ໃຫ້​ໂຄງ​ການ​ເກີດ​ການ​ຊັກ​ຊ້າ​ໃນ​ທຸກ​ດ້ານ ໃນ​ຂະ​ນະ​ທີ່​ພາກ​ສ່ວນ​ທີ່​ຮັບ​ຜິດ​ຊອບກໍ​ຄື​
ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແລະ​ສິ່ງ​ແວດ​ລ້ອ​ມ ກັບ​ກະ​ຊວງ​ແຜນ​ການ​ແລະ​
ການ​ລົງ​ທຶນ​ນັ້ນ ກໍ​ບໍ່ມີການກວດ​ສອບ​ໂຄງ​ການ​ທີ່​ໃຫ້​ສຳ​ປະ​ທານ​ໄປ​ແລ້ວ ແຕ່​ຢ່າງ​ໃດ
ດັ່ງ​ທີ່ ທ່ານ​ບຸນ​ທອງ ຢືນ​ຢັນ​ວ່າ: "ທຸກ​ມື້​ນີ້ ໄທ​ເຮົາ​ກະ​ເສຍ​ປຽບ​ເດ່ ໃນ​ເມື່ອອະ​ນຸ​ຍາດ​
ສຳ​ປະ​ທານ​ແລ້ວລະ​ແມ່ນ​ໃຜ​ຄຸ້ມ​ຄອງ ຈັກ​ແມ່ນ​ກະ​ຊ​ວງຊັບ​ພະ​ຍາ​ກອນ ຈັກ​ແມ່ນ
​ກະ​ຊວງ​ລົງ​ທຶນ ຍົກ​ຕົວ​ຢ່າງ​ສຳ​ປະ​ທານ​ບາງ​ຕອນ ຢູ່​ໃນ​ນະ​ຄອນ​ຫຼວງວຽງ​ຈັນ 99 ປີ
ມາ​ດຽວ​ນີ້ ບໍ່​ແມ່ນ​ຮອດ 10 ປາຍ​ປີ​ແລ້ວ​ຫວະ ບໍ່​ທັນໄດ້​ພັດ​ທະ​ນາ​ອີ​ຫຍັງມີ​ແຕ່​
ບ່ອນ​ເຮັດ​ໃຫ້​ຄົນ​ໄປ​ຍ່າງ​ຕີກ໊ອ​ຟ​ຫັ້ນ ​ການ​ພັດ​ທະ​ນາ​ອັນ​ອື່ນໆ ກະ​ບໍ່​ທັນ​ມີ​ອີ​ຫຍັງ
ຄັນ​ກໍ​ລະ​ນີ​ໃນ​ແບບ​ນີ້ ມັນ​ບໍ່​ມີ​ປະ​ສິດ​ທິ​ຜົນ​ບໍ ຫຼື​ວ່າ​ແນວ​ໃດ ອັນ​ນີ້​ເຮົາ​ກະ​ຕ້ອງ​ໄດ້​
ເບິ່ງວ່າ ເຮົາ​ຊິ​ແກ້​ໄຂ​ແບບ​ໃດ ອັນ​ນີ້​ກະ​ຄື​ຊິ​ແມ່ນລະ​ດັບ​ກະ​ຊວງ​ຈະ​ຕ້ອງ​ໄດ້​ກະ​ຕຸກ​
ຊຸກ​ຍູ້."

ທ່ານບຸນ​ທອງ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ ການ​ຍັກ​ຍອກເອົາ​ທີ່​ດິນ​ຂອງ​ລັດ​ແລະ​ການ​ສໍ້​ໂກງ
​ເອົາ​ທີ່​ດິນ​ຂອງ​ປະ​ຊາ​ຊົນ​ລາວ ໂດຍ​ບັນ​ດາ​ພະ​ນັກ​ງານ​ຂອງ​ລັດ​ຖະ​ບານ​ລາວ​ເປັນ​
ບັນ​ຫາ​ໃຫຍ່​ຂຶ້ນ ນັບ​ມື້ ແລະ​ໄດ້​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງໃນ​ຂະ​ນະ​ທີ່​ການ​ເກັບ​ກຳ​
ຂໍ້​ມູນ​ກ່ຽວ​ກັບ​ທີ່​ດິນ​ຂອງ​ລັດ​ຖະ​ບານ​ທີ່​ຖືກ​ຍັກ​ຍອກ​ໄປ ຫຼື​ຈັບ​ຈອງ​ເອົາ​ຢ່າງ​ບໍ່​ຖືກ
​ກົດ​ໝາຍ​ນັ້ນ ຍັງ​ບໍ່​ມີ​ປະ​ສິດ​ທິ​ພາບ ເພາະ​ວ່າອຳ​ນາດ​ການ​ປົກ​ຄອງ​ໃນ​ລະ​ດັບ​ທ້ອງ​ຖິ່ນ
ບໍ່​ໃຫ້​ການ​ຮ່ວມ​ມື ເຖິງ​ແມ່ນ​ວ່າລັດ​ຖະ​ບານ​ຈະ​ມີ​ຄຳ​ສັ່ງ​ແລະ​ໄດ້​ໃຫ້​ການ​ຊີ້​ນຳ​ໄປ​ແລ້ວ
ກໍ​ຕາມ

ທັງ​ນີ້ ທ່ານ​ທອງ​ລຸນ ​ສີ​ສຸ​ລິດ ນາ​ຍົກລັດ​ຖະ​ມົນ​ຕີ ໄດ້​ມີ​ຄຳ​ສັ່ງ​ແຕ່ງ​ຕັ້ງ​ຄະ​ນະສະ​ເພາະ​ກິດ
ເພື່ອ​ສຶກ​ສາ-ວິ​ໄຈ​ແລະ​ວິ​ເຄາະ​ບັນ​ຫ​າ​ການ​ນຳ​ໃຊ້​ທີ່​ດິນ​ໃນ​ທົ່ວ​ປະ​ເທດ ນັບ​ແຕ່​ປີ 2017
ເປັນ​ຕົ້ນ​ມາ ໂດຍມອບ​ໝາຍ​ໃຫ້ລັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ
​ແລະ​ສິ່ງ​ແວດ​ລ້ອມເປັນ​ຫົວ​ໜ້າ​ຄະ​ນະ​ທີ່​ມີ​ຮອງລັດ​ຖະ​ມົນ​ຕີກະ​ຊວງ​ກ່ຽວ​ຂ້ອງເປັນ​ກຳ
​ມະ​ການ ແລະ​ມີ​ກອງເລ​ຂາ​ຢູ່​ກະ​ຊວງ​ຊັບ​ພະ​ຍາ​ກອນທຳ​ມະ​ຊາດ​ແລະ​ສິ່ງ​ແວດ​ລ້ອມ
​ດ້ວຍ ຊຶ່ງ​ການ​ຈັດ​ຕັ້ງ ປະ​ຕິ​ບັດ​ໃນ​ປີ 2017-2018 ກໍ​ສາ​ມາດ​ຍຶດ​ເອົາ​ທີ່​ດິນ​ຂອງ​ລັດ
ທີ່​ຖືກ​ຍັກ​ຍອກ​ກັບ​ຄືນ​ມາໄດ້ ​ຄິດ​ເປັນ​ເນື້ອ​ທີ່ກ​ວ້າງກວ່າ 10,000 ເຮັກ​ຕາ.

XS
SM
MD
LG