ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະ​ຊາ​ຊົນ​ລາວ ບາງ​ຄົນ ບໍ່​ພໍ​ໃຈ​ຕໍ່ ການ​ຊົດ​ເຊີຍ ຈາກ​ໂຄງ​ການ​ພັດ​ທະ​ນາ ​ຕ່າງໆ ທີ່ຊົດ​ເຊີຍ ​ຕ່ຳ​ກວ່າ ຜົນ​ເສຍ​ຫາຍ​ ​ທີ່ແທ້​ຈິງ


​ໝູ່​ບ້ານ​ຈັດ​ສັນ​ຂອງ​ປະ​ຊົນ​ທີ່​ຖືກ​ຍົກ​ຍ້າຍ​ອອກ​ຈາກ​ບ່ອນກໍ່​ສ້າງ​ເຂື່ອນ​ນ້ຳ​ອູ ທີ່​ລົງ​ທຶນ​ໂດຍ​ພວກ​ນັກ​ລົງ​ທຶນ​ຈີນ
​ໝູ່​ບ້ານ​ຈັດ​ສັນ​ຂອງ​ປະ​ຊົນ​ທີ່​ຖືກ​ຍົກ​ຍ້າຍ​ອອກ​ຈາກ​ບ່ອນກໍ່​ສ້າງ​ເຂື່ອນ​ນ້ຳ​ອູ ທີ່​ລົງ​ທຶນ​ໂດຍ​ພວກ​ນັກ​ລົງ​ທຶນ​ຈີນ

ປະ​ຊ​າ​ຊົນ​ລາວບໍ່​ພໍ​ໃຈ​ຕໍ່​ການ​ຊົດ​ເຊີຍ​ທີ່​ໄດ້​ຮັບ​ຈາກ​ບັນ​ດາ​ຜູ້​ລົງ​ທຶນໃນ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ ເພາະ​ວ່າ ​ຊົດ​ເຊີຍ​ຕ່ຳ​ກວ່າ​ຜົນ​ເສ​ຍ​ຫາຍ ທີ່​ເປັນ​ຈິງ​ທັງ​ຍັງບໍ່​ເປັນ​ໄປ​ຕາມ​ສັນ​ຍາ​ສຳ​ປະ​ທານ​ອີກ​ດ້ວຍ. ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງນີ້ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານ​ສາຍ​ສະ​ໝອນ ຄົມ​ທະ​ວົງ, ສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດ​ ຈາກ​ແຂວງ​ຫລວງ​ພະ​ບາງ ຖະ​ແຫລງວ່າ ມີ​ປະ​ຊາ​ຊົນ​ລາວ ຈຳ​ນວນບໍ່​ໜ້ອຍໃນ​ແຂວງ​ຫລວງ​ພະ​ບາງ ທີ່ບໍ່​ພໍ​ໃຈຕໍ່​ການ​ຊົດ​ເຊີຍ​ທີ່​ໄດ້​ຮັບ​ຈາກ​ບັນ​ດາ​ຜູ້​ລົງ​ທຶນໃນ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ ໂດຍ​ສະ​ເພາະ​ແມ່ນ ໂຄງ​ການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ ແລະ​ທາງ​ລົດ​ໄຟ​ລາວ-ຈີນນັ້ນ​ ເພາະ​ວ່າ ການ​ຊົດ​ເຊີຍທີ່​ໄດ້​ຮັບ ​ມີ​ມູນ​ຄ່າ​ຕ່ຳ​ກວ່າການ​ເສ​ຍ​ຫາຍທີ່​ເປັນ​ຈິງ ແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​ບໍ່​ເປັນ​ໄປ​ຕາມ​ສັນ​ຍາ​ສຳ​ປະ​ທານ​ອີກ​ດ້ວຍ ດັ່ງ​ທີ່​ທ່ານສາຍ​ສະ​ໝອນ​ຢືນ​ຢັນ​ວ່າ:

“ເປັນ​ຕົ້ນ​ວ່າ​ແມ່ນ​ຜົນ​ກະ​ທົບ​ຈາກ​ການ​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຄານ, ນ້ຳ​ອູ1, ນ້ຳ​ອູ2, ນ້ຳ​ອູ3, ຜົນ​ກະ​ທົບຈາກ​ການ​ສ້າງທາງ​ລົດ​ໄຟ​ ໂດຍ​ທົ່ວ​ໄປ​ແລ້ວ ກໍ​ໄດ້​ມີ​ການ​ຊົດ​ເຊີຍໃຫ້​ແກ່​ປະ​ຊາ​ຊົນ ແຕ່​ວ່າກໍ​ມີ​ຈຳ​ນວນ​ນຶ່ງກະ​ຍັງ​ບໍ່​ທັນ​ພໍ​ໃຈ​ບາງ​ດ້ານ ເພາະ​ບາງ​ເທື່ອກໍ​ບໍ່​ໄດ້​ຕ້ານ​ເຈື່ອນ, ບາງ​ເທື່ອ​ກະ​ສ້າງ​ໄປ​ແລ້ວໄມ້​ມັນ​ກະ​ແຫ່ວ ແລ້ວ​ມັນ​ກໍຫ່າງ​ ຫລື​ວ່າຈາກ​ການ​ທີ່​ມີ​ການ​ຈັດ​ສັນ​ບ້ານ​ແລ້ວ ກໍ​ຮຽກ​ຮ້ອງ​ເຖິງ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່ ຖື​ວ່າ​ບາງ​ດ້ານ ຍັງ​ເຮັດ​ບໍ່​ທັນ​ໄດ້​ດີ.”

ທາງ​ດ້ານທ່ານ ແທ່ນ​ຄຳ ທອງ​ບົນ, ຮັກ​ສາ​ການຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງໂຄງການກໍ່​ສ້າງ ທາງລົດໄຟລາວ-ຈີນ ​ຢືນ​ຢັນ​ວ່າ ການຊົດເຊີຍຄ່າ​ທີ່​ດິນ ແລະ​ສິ່ງ​ປຸກ​ສ້າງ​ຕ່າງໆ ທີ່​ຖືກ​ເວນ​ຄືນໃນ​ການກໍ່ສ້າງທາງລົດໄຟລາວ-ຈີນ ຈະ​ຕ້ອງ​ນຳ​ໃຊ້​ເງິນ​ທຶນ​ທັງ​ໝົດ 2,492 ຕື້​ກີບ. ຫາກ​ແຕ່​ໃນ​ໄລ​ຍະ​ຜ່ານ​ມາກໍ​ສາ​ມາດ​ຈ່າຍ​ເງິນ​ຊົດ​ເຊີຍໃຫ້​ແກ່​ປະ​ຊາ​ຊົນ​ໄດ້​ພຽງ 369 ຕື້ ​ກີບ ​ຄິດເປັນ 20.4 ເປີ​ເຊັນ ເທົ່າ​ນັ້ນ​ຂອງການ​ຊົດ​ເຊີຍ​ທັງ​ໝົດ. ໂດຍ​ໃນ​ປີ 2019 ນີ້ໄດ້ວາງ​ແຜນທີ່​ຈະ​ຈ່າຍ​ຄ່າຊົດ​ເຊີຍໃຫ້​ໄດ້​ 450 ຕື້​ກີບ ຫາກແຕ່​ວ່າ ​ໃນ​ໄລ​ຍະ 9 ເດືອນ​ຜ່ານ​ມາ ກໍ​ສາ​ມາດ​ຈ່າຍຄ່າ​ຊົດ​ເຊີຍໃຫ້​ແກ່​ປະ​ຊາ​ຊົນ​ໄດ້ພຽງ 134 ຕື້​ກີບເທົ່າ​ນັ້ນ.

ແມ່​ຍິງ​ລາວ ເກ່ຍ​ລູກ​ ຢືນ​ເບິ່ງ​ພາບ​ຂອງ​ໂຄງການ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ລາວ-ຈີນ
ແມ່​ຍິງ​ລາວ ເກ່ຍ​ລູກ​ ຢືນ​ເບິ່ງ​ພາບ​ຂອງ​ໂຄງການ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ລາວ-ຈີນ

ແຕ່​ຢ່າງ​ໃດ​ກໍ​ຕາມ, ທາງ​ການ​ລາວ​ກໍ​ຄາດ​ໝາຍ​ວ່າ ຈົນ​ເຖິງ​ທ້າຍ​ປີ 2019 ນີ້ຈະ​ສາ​ມາດ
ຈ່າຍ​ຄ່າຊົດເຊີຍໃຫ້​ແກ່​ປະ​ຊາ​ຊົນ​ລາວ ເມື່ອ​ຮວມ​ໃສ່​ກັບ​ເງິນຊົດ​ເຊີຍທີ່ໄດ້​ຈ່າຍ​ໄປ​ແລ້ວ
ໃນ​ໄລ​ຍະ​ທີ່​ຜ່ານ​ມາກໍ​ຈະ​ຄິດ​ເປັນ​ມູນ​ຄ່າ​ລວມເຖິງ 1,136 ຕື້​ກີບ ຊຶ່ງ​ໃນ​ນີ້ກໍ​ລວມ​ເຖິງ​ເງິນ
​ສົມ​ທົບ​ຈາກ​ບໍ​ລິ​ສັດ​ລົດ​ໄຟ​ລາວ-ຈີນ 200 ຕື້​ກີບ ແລະ​ເງິນ​ຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ
​ຈີນ 317 ຕື້​ກີບ. ສຳ​ລັບ​ການກໍ່​ສ້າງບ້ານຈັດສັນໃໝ່ໃຫ້ປະຊາຊົນລາວທີ່​ຖືກ​ເວນ​ຄືນ​ທີ່​ດິນ
ແລະ​ ສິ່ງ​ປຸກ​ສ້າງ​ຕ່າງໆ​ ແລ້ວນັ້ນ ໂດຍ​ຖ້າ​ຫາກວ່າການ​ຈັດ​ຕັ້ງ​ປະ​ຕິ​ບັດເປັນ​ໄປ​ຕາມແຜນ​ການດັ່ງກ່າວ ກໍ​ໝາຍ​ຄວາມ​ວ່າ ລັດ​ຖະ​ບານ​ລາວ​ຈະ​ຕ້ອງ​ຈັດ​ຫາ​ເງິນ​ທຶນ​ອີກ 1,356 ຕື້​ກີບ ເພື່ອ ​ຊົດ​ເຊີຍ​ໃຫ້​ແກ່​ປະ​ຊາ​ຊົນລາວ ໃນ​ສ່ວນ​ທີ່​ເຫລືອນັ້ນ.

ໂຄງ​ການ​ກໍ່​ສ້າງ​ທາ​ງ​ລົດ​ໄຟລາວ-ຈີນ ກະ​ທົບ​ຕໍ່​ປະ​ຊາ​ຊົນລາວ 4,411 ຄອບ​ຄົວ​ໃນແຂວງ ຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະນະຄອນຫຼວງວຽງຈັນ ໂດຍມີທີ່ດິນທີ່
​ຕ້ອງ​ໄດ້​ເວນ​ຄືນ 3,832 ເຮັກຕາ, ສິ່ງປູກສ້າງ 3,346 ຫຼັງ ແລະຕົ້ນໝາກໄມ້ຕ່າງໆ ເກືອບ
1 ລ້ານ​ຕົ້ນ ໂດຍກຸ່ມແລກປ່ຽນຂໍ້ມູນທີ່ດິນລະບຸວ່າ ມີການຊົດເຊີຍ ຕ່ຳກວ່າຄວາມເປັນຈິງ
ເຊັ່ນ ທີ່ດິນເມືອງນາຊາຍທອງ, ນະ​ຄອນ​ຫລວງວຽງ​ຈັນ ທີ່ມີລາຄາຊື້-ຂາຍ ສະເລ່ຍ 1.3 ລ້ານ ກີບນັ້ນ ຫາກແຕ່ກໍໄດ້ປະ​ເມີນ​ການຊົດເຊີຍພຽງ 137,000 ກີບ ຕໍ່ຕາແມັດເທົ່ານັ້ນ.

ທາງ​ດ້ານເຈົ້າໜ້າທີ່ຂັ້ນສູງຂອງຄະນະກຳມາທິການແມ່ນ້ຳຂອງ (MRC) ບອກວ່າການກໍ່
ສ້າງເຂື່ອນໄຟຟ້າໃນລາວເຮັດ​ໃຫ້ຕ້ອງໄດ້ຍົກຍ້າຍປະຊາຊົນ 60,000 ກວ່າຄົນ ຫຼື
12,000 ຄອບຄົວໃນ 240 ກວ່າບ້ານໄປຢູ່ເຂດຈັດສັນໃໝ່ ໂດຍບັນດານັກລົງທຶນໃນໂຄງ
ການຕ່າງໆ ໄດ້ນຳໃຊ້ເງິນໄປເກີນກວ່າ 500 ລ້ານ ໂດລາ ເພື່ອໃຫ້ການຊົດເຊີຍ ແລະພັດ
ທະນາທີ່ຢູ່ອາໄສໃໝ່ໃຫ້ປະຊາຊົນ ທີ່ຖືກກະທົບດັ່ງກ່າວ.

ໂດຍຈາກການເກັບກຳຂໍ້ມູນກໍພົບວ່າ ມີປະຊາຊົນລາວກວ່າ 10,000 ຄົນຢູ່ໃນເຂດ 28
ບ້ານ ທີ່ຖືກກະທົບຈາກເຂື່ອນໄຟຟ້ານ້ຳອູ ທັງ 7 ໂຄງການ ຊຶ່ງກຸ່ມຜູ້ລົງທຶນຈາກ​ຈີນລາຍ
​ງານ​ວ່າ ໄດ້ຈ່າຍເງິນຊົດເຊີຍໃຫ້​ປະ​ຊາ​ຊົນທີ່ຖືກກະທົບຈາກເຂື່ອນນ້ຳອູ 2, 5 ແລະ 6
ແລ້ວ ແຕ່ຈາກການສຳຫຼວດໂດຍອົງການແມ່ນ້ຳສາກົນ (International Rivers) ກັບ
ພົບວ່າ ມີປະຊາຊົນ 89 ບ້ານທີ່​ຢູ່ໃນແຂວງຜົ້ງສາລີ, ອຸດົມໄຊ ແລະຫລວງພະບາງ ທີ່ໄດ້
ຮັບຜົນກະທົບຈາກໂຄງການເຂື່ອນນ້ຳອູທັງ 7 ໂຄງ​ການ ແລະສ່ວນໃຫຍ່ຍັງບໍ່ທັນໄດ້ຮັບ ການຊົດເຊີຍ ແຕ່ຢ່າງໃດ.

XS
SM
MD
LG