ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປັກ​ປັນ ​ເຂດ​ແດນ ​ລາວ-ໄທ ໃນແມ່​ນ້ຳ​ຂອງ ມີ​ຄວາມ​ຄືບ​ໜ້າ ແຕ່​​ຄວາມເປັນ​ຫ່ວງ ດ້ານ​ສິ່ງແວ​ດ​ລ້ອມ ໃນ​​ແມ່​ນ້ຳ​ນັ້ນ ຍັງ​​ສືບ​ຕໍ່ມີ​ຢູ່


ການ​ລ່ອງ​ເຮືອ​ເພື່ອ​ສຳ​ຫລວດ​ ແລະ​ປັກ​ປັນ​ຊາຍ​ແດນ​ລາວ-ໄທ ໂດຍ​ເຈົ້າ​ໜ້າ​ທີ່ໃນຄະ​ນະ​ກຳ​ມາ​ທິ​ການ​ຊາ​ຍ​ແດນຮ່ວມ​ລະ​ຫວ່າງລາວກັບໄທ​
ການ​ລ່ອງ​ເຮືອ​ເພື່ອ​ສຳ​ຫລວດ​ ແລະ​ປັກ​ປັນ​ຊາຍ​ແດນ​ລາວ-ໄທ ໂດຍ​ເຈົ້າ​ໜ້າ​ທີ່ໃນຄະ​ນະ​ກຳ​ມາ​ທິ​ການ​ຊາ​ຍ​ແດນຮ່ວມ​ລະ​ຫວ່າງລາວກັບໄທ​

ການ​ສຳ​ຫລວດ​ເພື່ອ​ປັກ​ປັນ​ເຂດ​ແດນ​ໃນ​ລຳແມ່​ນ້ຳ​ຂອງລະ​ຫວ່າງ​ໄທ ກັບ​ລາວ
ມີ​ຄວາມ​ຄືບ​ໜ້າ ໃນ​ຂະ​ນະ​ທີ່​ນັກ​ອະ​ນຸ​ລັດ​ສິ່ງ​ແວດ​ລ້ອມ ຍັງສືບ​ຕໍ່​ຄັດ​ຄ້ານ​ການ
​ລະ​ເບີດ​ແກ້ງ​ເພື່ອຮອງ​ຮັບ​ການ​ເດີນ​ເຮືອ​ໃນແມ່​ນ້ຳ​ຂອງ, ຊົງ​ລິດ ໂພນເງິນມີລາຍ
ລະອຽດກ່ຽວກັບເລື້ອງນີ້ມາສະເໜີທ່ານຈາກບາງກອກ.

ເຈົ້າ​ໜ້າ​ທີ່ຂັ້ນ​ສູງ​ຂອງໄທ ໃນຄະ​ນະ​ກຳ​ມາ​ທິ​ການ​ຊາ​ຍ​ແດນຮ່ວມ​ລະ​ຫວ່າງລາວ
ກັບໄທຢືນ​ຢັນວ່າ ຄະະ​ນະປະ​ຕິ​ບັດ​ງານ​ຂອງ​ທາງ​ການລາວ-ໄທ ໄດ້​ຮ່ວມ​ກັນສ້າງ
ແຜນທີ່ແມ່ນໍ້າຂອງສະບັບໃໝ່ ທີ່​ມີມາດຕາສ່ວນ 1/25,000 ໄດ້ແລ້ວ ​ໃນຈຳນວນ
115 ເລກໝາຍ ແລະໄດ້ດຳ​ເນີນ​ການຖ່າຍທອດເສັ້ນຊາຍແດນລົງໃນແຜນທີ່ແມ່ນໍ້າ
ຂອງສະບັບໃໝ່ດັ່ງກ່າວແລ້ວ ລວມທັງໄດ້ດຳເນີນການສຳຫຼວດ ແລະວັດແທກດ້ວຍ
ເຄື່ອງຮັບສັນຍານລະ​ບົບດາວທຽມ GPS ຕາມຝັ່ງແມ່ນໍ້າຂອງຢູ່ເບື້ອງໄທໄດ້ 167
ຈຸດ ແລະ​ຍັງສືບ​ຕໍ່​ດຳ​ເນີນ​ງາມ​ຮ່ວມ​ກັນ​ເລື້ອຍ​ມາຈົນ​ເຖິງ​ປັດ​ຈຸ​ບັນ.

ການ​ດຳ​ເນີນ​ງານ​ດັ່ງ​ກ່າວນີ້ ເປັນ​ການ​ປະ​ຕິ​ບັດ​ຕາມ​ມະ​ຕິຕົກ​ລົງຂອງກອງປະຊຸມຄະ
ນະກຳມາທິການຊາຍແດນຮ່ວມລະຫວ່າງລາວກັບໄທ ຄັ້ງທີ 11 ເມື່ອວັນທີ 17-19
ມັງກອນ 2018 ທີ່ບາງກອກ ປະເທດໄທ ໂດຍມີທ່ານ ສະເຫຼີມໄຊ ກົມມະສິດ ແລະ
ທ່ານດອນ ປະລະມັດວິໄນ, ລັດຖະມົນຕີວ່າການຕ່າງປະເທດຂອງລາວ ແລະໄທ
ເປັນປະທານໃນກອງປະຊຸມຮ່ວມ​ກັນນັ້ນ ໄດ້ຕົກລົງກຳນົດເປົ້າໝາຍການປັກປັນເຂດ
ແດນທາງບົກ ແລະ ເຂດແດນທາງນໍ້າລະຫວ່າງກັນ ໃຫ້ແລ້ວສຳເລັດໃນປີ 2020
ແລະ ປີ 2021 ຕາມລຳດັບ. ຫາກແຕ່ກໍຖືເປັນການເລື່ອນກຳນົດຈາກເດີມເຖິງ 2-3 ປີ
ເພາະກອງປະຊຸມຄັ້ງທີ 10 ເມື່ອຕົ້ນປີ 2015 ທີ່ນະຄອນຫຼວງວຽງຈັນ ທັງສອງຝ່າຍ
ໄດ້ຕົກລົງຈະປັກປັນເຂດແດນໃຫ້ສຳເລັດທັງໝົດໃນປີ 2018 ນັ້ນເອງ.

ແຕ່ຢ່າງໃດກໍຕາມ ສຳລັບໃນປີ 2018-2019 ຄະ​ນະ​ເຈົ້າ​ໜ້າ​ທີ່​ຮ່ວມ​ລາວ-ໄທ
ກໍຈະໄດ້ຮ່ວມກັນລົງ​ສຳ​ຫຼວດພື້ນທີ່ຕົວຈິງຢູ່ບໍລິເວນພູຜາໝົ່ນ, ບໍລິເວນ 3 ບ້ານທີ່
ຂັດແຍ້ງກັນ ແລະ ທີ່ບໍລິເວນຕົ້ນກຳເນີດຂອງແມ່ນໍ້າເຫືອງ ໂດຍທັງສອງຝ່າຍໄດ້ມອບ
ໝາຍໃຫ້ຄະນະປະຕິບັດງານຮ່ວມທາງດ້ານກົດໝາຍສືບຕໍ່ປຶກສາຫາລື ເພື່ອຊອກຫາ
ຊ່ອງທາງການແກ້ໄຂຈຸດຄົງຄ້າງໃຫ້ໄດ້ຢ່າງເປັນຮູບປະທຳ.

ນັບແຕ່ປີ 1997 ເປັນຕົ້ນມາ ທາງການ ລາວ-ໄທ ສາມາດຕົກລົງປັກປັນເຂດແດນ
ລະຫວ່າງກັນໄດ້ແລ້ວ ໃນໄລຍະທາງລວມ 676 ກິໂລແມັດ ແລະ ໄດ້ປັກຫຼັກໝາຍ
ຊາຍແດນໄປແລ້ວ 210 ຫຼັກ ຄິດເປັນ 93 ເປີເຊັນ ຂອງເຂດແດນທາງບົກທັງໝົດ
ຈຶ່ງເຫຼືອອີກປະມານ 50 ກິໂລແມັດ ໃນ 14 ພື້ນ​ທີ່ ທີ່ຈະຕ້ອງຕົກລົງຮ່ວມກັນໃຫ້ໄດ້
ຢ່າງ​ເປັນຮູບ​ປະ​ທຳ ໃນ​ປີ 2020. ພ້ອມ​ກັນ​ນັ້ນ ກໍ​ຈະ​ຕ້ອງ ດຳເນີນການໃນທຸກວິທີທາງ
ເພື່ອຕົກລົງປັກປັກເຂດແດນທັງໃນແມ່ນໍ້າເຫືອງແລະ ແມ່ນໍ້າຂອງ ໃຫ້ສຳເລັດໃນປີ
2021ອີກ​ດ້ວຍ.

ການປະ​ທ້ວງ​ຂອງ​ປະ​ຊາ​ຊົນໄທ ທີ່​ນຳ​ພາ​ໂດຍເຄືອຂ່າຍປະຊາຊົນໄທ ເພື່ອການອະນຸລັກ ສິ່ງແວດລ້ອມໃນແມ່ນ້ຳຂອງ ເພື່ອຄັດຄ້ານການລະເບີດແກ້ງ
ການປະ​ທ້ວງ​ຂອງ​ປະ​ຊາ​ຊົນໄທ ທີ່​ນຳ​ພາ​ໂດຍເຄືອຂ່າຍປະຊາຊົນໄທ ເພື່ອການອະນຸລັກ ສິ່ງແວດລ້ອມໃນແມ່ນ້ຳຂອງ ເພື່ອຄັດຄ້ານການລະເບີດແກ້ງ

ທັງ​ນີ້ ນອກ​ຈາກ​ການ​ປັກ​ປັນເ​ຂດ​ແດນ​ ​ລະຫວ່າງ​ລາວ-​ໄທດັ່ງ​ກ່າວ​ແລ້ວ ການ​ພັດ​ທະ​
ນາ ການ​ເດີນ​ເຮືອ ໃນ​ລຳ​ແມ່​ນ້ຳ​ຂອງ ລະ​ຫວ່າງ​ພາກ​ໃຕ້​ຂອງ​ຈີນ-ພະ​ມ້າ-ລາວ-ໄທ
ກໍ​ນັບ​ເປັນ​ອີກ​ບັນ​ຫາ​ນຶ່ງ ທີ່ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເ​ຂດ​ແດນ​ໃນ​ແມ່​ນໍ້າຂອງ​ລະຫວ່າງ​ລາວ-
​ໄທ ເພາະ​ຈະ​ຕ້ອງ​ມີ​ການ​ລະ​ເບີດ​ແກ້ງ​ຫີນ​ອອກຈາກເສັ້​ນ​ທາງ​ເດີນ​ເຮືອ ໂດຍ​ສະເພາະ
ແມ່ນ​ແກ້ງຄອນ​ຜີຫລົງໃນ​ແມ່​ນໍ້າຂອງ ລະຫວ່າງ​ແຂວ​ງບໍ່​ແກ້ວຂອງ​ລາວ ​ກັບ​ຈັງ​ຫວັດ
​ຊຽງ​ຣາຍຂອງ​ໄທ​ນັ້ນ ຊຶ່ງ​ຕໍ່​ບັນ​ຫາ​ດຽວ​ກັນ​ນີ້ ເຄືອຂ່າ​ຍປະ​ຊາ​ຊົນ​ໄທ ເພື່ອ​ການອະນຸລັກ
​ສິ່ງ​ແວດ​ລ້ອມ​ໃນ​ແມ່ນ​ນ້ຳ​ຂອງ ກໍ​ຍັງ​ສືບ​ຕໍ່​ຄັດ​ຄ້ານ​ການ​ລະ​ເບີດແກ້ງຄອນ​ຜີຫລົງນັ້ນ
ຢູ່​ເລື້ອຍ​ມາ ແລະ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ໄທຍົກ​ເລີກ​ແຜນ​ການ​ເດືອນ​ເຮືອ​ອີກ
ດ້ວຍ ດັ່ງ​ທີ່ທ່ານ​ນິວັດ ຮ້ອຍ​ແກ້ວ ຜູ້ນຳ​ເຄື່ອຂ່າຍ​ຍປະ​ຊາ​ຊົນ​ໄທ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

ເຣົາ​ໃນ​ຖາ​ນະ​ຄົນ​ທ້ອງ​ຖິ່ນ​ແລ້ວ ກໍ​ຢູ່​ກັບ​ແມ່ນ​ນ້ຳ​ຂອງ​ມາ​ນານ ເຣົາ​ຄິດ​ວ່າ ໂຄງ​ການ
ນີ້ນັ້ນ ມັນ​ໄມ່​ເປັນ​ປະ​ໂຫຍດ​ກັບ​ຄົນ​ທ້ອງ​ຖິ່ນ. ມິ​ໜຳ​ຊ້ຳ ຍັງ​ຈະ​ສ້າງ​ຜົນ​ກະ​ທົບ​ມາກ
​ມາຍ ໃຫ້​ກັບຄົນ​ທ້ອງ​ຖິ່ນ ຊຶ່ງ​ເປັນ​ຜົນ​ກະ​ທົບ ທີ່​ໃຫຍ່​ຫລວງ​ມາກ ເພາະ​ແມ່​ນ້ຳ​ຂອງ
ນັ້ນ ເປັນ​ແມ່​ນ້ຳ​ປຽບ​ສະ​ເໝືອນ​ເສັ້ນ​ເລືອດ​ຂອງ​ຄົນ​ທ້ອງ​ຖິ່ນ ຄະ​ນະ​ລັດ​ຖະ​ມົນ​ຕີ
ຈະ​ຕ້ອງ​ມີ​ການ​ທົບ​ທວນ​ເລື້ອງນີ້.

​ການ​ເດີນ​ເຮືອໃນ​ແມ່​ນໍ້າຂອງ​ແມ່ນ​ປະກອບ​ມີ​ທ່າ​ເຮືອ 4 ​ແຫ່ງ​ໃນ​ຈີນ, 6 ​ແຫ່ງ​ໃນ​ລາວ,
2 ​ແຫ່ງ​ໃນ​ມຽນມາ ​ແລະ 2 ແຫ່ງ​ໃນ​ໄທ. ​ແຕ່​ວ່າ​ກໍ​ຍັງ​ບໍ່​ເຊື່ອມ​ຕໍ່​ໄປ​ເຖິງທ່າ​ເຮືອ​ປາຍ
ທາງທີ່​ຫລວງ​ພະ​ບາງໄດ້​ເລີ​ຍ ເພາະ​ມີ​ແກ້ງຄອນ​ຜີຫລົງທີ່​ຂວາງ​ກັ້ນ​ເສັ້ນທາງ​ເດີນ​ເຮືອ
ທີ່​ເປັນ​ເຂດ​ແດນລະ​ຫວ່າງ​ລາວ ກັບ​ໄທດັ່ງ​ກ່າວ.

XS
SM
MD
LG