ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ຍັງ​ມີການລັກລອບຕັດໄມ້ ຢ່າງ​ແຜ່​ຫລາຍ ໃນ ຂ. ຊຽງຂວາງ ເພື່ອຂົນໄປ​ຂາຍ ​ຢູ່ ຫວຽດນາມ


ລົດ​ບັນທຸກທີ່​ລັກ​ລອບຂົນ​ສົ່ງໄມ້​ທ່ອນ​ເຖື່ອນ ທີ່​ຖືກ​ເຈົ້າ​ໜ້າ​ທີ່​ຢຶດ​ໄດ້​
ລົດ​ບັນທຸກທີ່​ລັກ​ລອບຂົນ​ສົ່ງໄມ້​ທ່ອນ​ເຖື່ອນ ທີ່​ຖືກ​ເຈົ້າ​ໜ້າ​ທີ່​ຢຶດ​ໄດ້​

ການລັກລອບຕັດໄມ້ ໃນແຂວງຊຽງຂວາງ ເພື່ອລັກລອບຂົນໄປຫວຽດນາມ ຍັງເກີດຂຶ້ນ ຢູ່ເລື້ອຍມາ ທັງນີ້ ໜ່ວຍສະເພາະກິດຈາກສູນກາງຢຶດໄມ້ເຖື່ອນໄດ້ 13,000 ແມັດ
ກ້ອນ ກັບລົງໂທດພະນັກງານລັດ 33 ຄົນ.

ທ່ານບຸນຕົ້ນ ຈັນທະພອນ, ເຈົ້າແຂວງ ແລະເລຂາພັກແຂວງຊຽງຂວາງ ຖະແຫລງຍອມ
ຮັບວ່າ ການທຸດຈະລິດ ໂດຍບັນດາພະນັກງານ ໃນແຂວງຊຽງຂວາງ ຍັງຄົງເກີດຂຶ້ນຢູ່
ເລື້ອຍມາ ໂດຍສະພາະ ແມ່ນການທຸດຈະລິດ ດ້ວຍການຍັກຍອກເອົາຈາກງົບປະມານ ໃນໂຄງການພັດທະນາຕ່າງໆ ຂອງລັດຖະບານ ແລະ ການລັກລອບຕັດໄມ້ ໃນແຂວງ
ຊຽງຂວາງ ເພື່ອລັກລອບຂົນໄປຫວຽດນາມນັ້ນ ກໍຖືເປັນບັນຫາທີ່ເກີດຂຶ້ນ ຢ່າງກ້ວາງ
ຂວາງ ໂດຍຫລ້າສຸດ ໜ່ວຍສະເພາະກິດຈາກສູນກາງຂອງລັດຖະບານລາວ ກໍສາ
ມາດຢຶດໄມ້ເຖື່ອນ ໃນຂະນະທີ່ກໍາລັງລັກລອບຂົນສົ່ງໄປຫວຽດນາມ ໄດ້ ໃນປະລິມານ
ລວມເຖິງ 13,000 ແມັດກ້ອນ ແລະກໍໄດ້ລົງໂທດ ພະນັກງານລັດ ທີ່ກ່ຽວຂ້ອງໃນການ
ລັກລອບດັ່ງກ່າວ ຈໍານວນ 33 ຄົນ. ທັງຍັງມີພະນັກງານລັດອີກຈໍານວນຫລາຍ ທີ່ຈະ
ຕ້ອງຖືກດໍາເນີນຄະດີແພ່ງ ແລະຄະດີອາຍາ ໃນສານປະຊາຊົນລາວ ໃນໄລຍະຕໍ່ໄປ
ດັ່ງທີ່ ທ່ານບຸນຕົ້ນ ໃຫ້ການຢືນຢັນວ່າ:
“ຕົ້ນຕໍແມ່ນບັນຫາເລື່ອງໄມ້ ແລ້ວກະໂຄງການລົງທຶນຂອງລັດ ຮັບເງິນແບບຊໍ້າຊ້ອນ
ຫັ້ນ ເຄື່ອນຍ້າຍໄມ້ບໍ່ຖືກຕ້ອງ ເຊັນບໍ່ຖືກຕ້ອງ ແລ້ວກໍຍັງໆ ເດ້ ບໍ່ແມ່ນໝົດແຕ່ເທົ່າ
ນັ້ນເດ້ ບາງບັນດາພະແນກການໜີ້ ກະຍັງມີ ຈະໄດ້ດໍາເນີນຜ່ານອົງການຕຸລາການ
ຕໍ່ໄປໜີ້ຫັ້ນຫລະ. ອັນນີ້ ບໍ່ແມ່ນກະດັນ ກະດ້າງ ແລ້ວກະບໍ່ແມ່ນວ່າ ແຜນໄທເຮົາ
ຫລືວ່າ ເຈົ້າແຂວງ ມີເຈດຕະນາເຮັດແນວນັ້ນ. ຂໍ້ມູນທັງໝົດນີ້ ແມ່ນຄະນະສະເພາະ
ກິດຂອງສູນກາງ ເຂົາເຈົ້າໄດ້ໄປກວດ ມີຂໍ້ມູນໝົດແລ້ວ ຕ່າງແຕ່ວ່າ ການດໍາເນີນ
ເທົ່ານັ້ນ ສິເປັນໄປແນວໃດ.”

​ສະ​ໜາມ​ໄມ້​ທີ່​ມີ​ໄມ້​ລັກ​ລອບ​ຕັດແຫ່ງນຶ່ງ​ໃນ​ລາວ
​ສະ​ໜາມ​ໄມ້​ທີ່​ມີ​ໄມ້​ລັກ​ລອບ​ຕັດແຫ່ງນຶ່ງ​ໃນ​ລາວ

ສ່ວນທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຖະແຫລງວ່າ ການຈັດຕັ້ງ
ປະຕິບັດຕາມຄຳສັ່ງເລກທີ 15/ນຍ ຂອງນາຍົກລັດຖະມົນຕີລາວ ຍັງຄົງສືບຕໍ່ຢ່າງເຂັ້ມ
ງວດໂດຍ ໄດ້ມີການລົງໂທດຜູ້ກະທຳຄວາມຜິດທຸກຄົນ ໂດຍບໍ່ມີການຍົກເວັ້ນ ຊຶ່ງໃນ
ປີ 2018 ຜ່ານມາ ລັດຖະບານລາວ ໄດ້ມີຄຳສັ່ງປິດໂຮງງານໄມ້ ທີ່ບໍ່ໄດ້ມາດຕະຖານ
952 ແຫ່ງ ເຮັດໃຫ້ຍັງເຫຼືອໂຮງງານໄມ້ 1,150 ແຫ່ງໃນປັດຈຸບັນນີ້ ພ້ອມກັນນັ້ນ ກໍໄດ້
ທຳການຢຶດໄມ້ທີ່ຜິດກົດໝາຍ ແລະນຳອອກປະມູນຂາຍໃຫ້ພາກເອກກະຊົນໄດ້ ມູນ
ຄ່າຫລາຍກວ່າ 51 ຕື້ກີບ ຫາກແຕ່ວ່າ ກໍຍັງມີການລັກລອບຕັດໄມ້ເກີດຂຶ້ນຢູ່ເລື້ອຍມາ
ໂດຍບັນດານັກທຸລະກິດ ໄດ້ພາກັນວ່າຈ້າງປະຊາຊົນລາວໃນທ້ອງຖິ່ນ ໃຫ້ເປັນພາກ
ສ່ວນທີ່ລັກລອບຕັດໄມ້ໃຫ້ກັບພວກຕົນ ດ້ວຍການນຳໃຊ້ສິດຂອງປະຊາຊົນຕາມກົດ
ໝາຍ ກ່ຽວກັບການຕັດໄມ້ເພື່ອທີ່ຢູ່ອາໄສນັ້ນ ເປັນຂໍ້ອ້າງໃນການລັກລອບຕັດໄມ້
ດັ່ງກ່າວນີ້ ດັ່ງທີ່ ທ່ານສອນໄຊ ໄດ້ໃຫ້ການຢືນຢັນວ່າ:
ຜ່ານມານີ້ ກະມີຊ່ອງຫວ່າງກົດໝາຍປ່າໄມ້ ວ່າ ອະນຸມັດໄມ້ 5 ແມັດກ້ອນ ໃຫ້ປະຊາ
ຊົນ ຢູ່ໃນເຂດເນື້ອທີ່ຮົ້ວໄຮ່ປາຍນາເນາະ ຫຼືວ່າ ປ່ານຳໃຊ້ຂອງບ້ານຫັ້ນ 5 ແມັດກ້ອນ
ເພື່ອປຸກເຮືອນ ແລ້ວເຂົາເຈົ້າກະໄປຮວມເອົາລາຍຊື່ປະຊາຊົນໃນບ້ານ 20 ຫາ 30
ຄົນ ຜູ້ລະ 5 ແມັດກ້ອນ 5 ແມັດກ້ອນ ເພື່ອເຮັດແນວໃດ ກະມອບໄມ້ດັ່ງກ່າວນີ້ ໃຫ້
ພະນັກງານ ໃຫ້ນັກທຸລະກິດ ມອບໃຫ້ໂຮງເລື່ອຍ ແທນທີ່ເຂົາສິໄປຕັດ 50 ແມັດກ້ອນ
ເຂົາກະໄປຕັດຫຼາຍກວ່ານັ້ນ ອັນນີ້ກໍເປັນຊ່ອງຫວ່າງ.”

ທັງນີ້ ໂດຍໜ່ວຍສະເພາະກິດຂອງລັດຖະບານລາວ ໄດ້ຈັດຕັ້ງປະຕິບັດຄຳສັ່ງນາຍົກ
ລັດຖະມົນຕີ ເລກທີ 15/ນຍ ວ່າດ້ວຍການຫ້າມສົ່ງໄມ້ທ່ອນໄປຕ່າງປະເທດ ຢ່າງເດັດ
ຂາດ ນັບຈາກເດືອນພຶດສະພາ 2016 ເປັນຕົ້ນມາ ແລະໄດ້ມີຄຳສັ່ງເປີດໂຮງງານປຸງ
ແຕ່ງໄມ້ ທີ່ລະເມີດຄຳສັ່ງດັ່ງກ່າວນີ້ ແລ້ວ 1,545 ແຫ່ງ ຈາກການກວດກາທັງໝົດ
2,857 ແຫ່ງ ໃນນີ້ເປັນໂຮງງານປຸງແຕ່ງໄມ້ຂະໜາດໃຫຍ່ ແລະຂະໜາດກາງ 355
ແຫ່ງ ແລະໂຮງງານຂະໜາດນ້ອຍ 1,190 ແຫ່ງ ພ້ອມກັນນັ້ນ ຍັງກວດພົບການລະ
ເມີດຄຳສັ່ງເລກທີ 15/ນຍ ເຖິງ 630 ກໍລະນີ ຈັບຜູ້ກກະທຳຜິດໄດ້ 700 ຄົນ ຮວມເຖິງ
ພະນັກງານລັດດ້ວຍ 421 ຄົນ.

ທາງດ້ານ ອົງການອະນຸລັກສິ່ງແວດລ້ອມ ຫຼື Global Witness ລາຍງານວ່າ ເຂດທີ່
ມີການລັກລອບຕັດໄມ້ຫຼາຍທີ່ສຸດໃນລາວ ຄືເຂດຊາຍແດນລາວ ທີ່ຕິດຕໍ່ກັບຊາຍແດນ
ຫວຽດນາມ ແລະຈີນ ໂດຍສະເພາະ ກໍແມ່ນເຂດແຂວງຜົ້ງສາລີ ແລະຫລວງນໍ້າທານັ້ນ ກໍຄືເຂດທີ່ມີການລັກລອບຕັດໄມ້ ແລະຂົນສົ່ງໄປຈີນ ສ່ວນເຂດແຂວງບໍລິຄຳໄຊ, ຄຳ
ມ່ວນ ສະຫວັນນະເຂດ ສາລະວັນ ເຊກອງ ແລະອັດຕະປືນັ້ນ ກໍຄືເຂດທີ່ມີການລັກລອບ
ຕັດໄມ້ ແລະຂົນສົ່ງ ໄປຫວຽດນາມ ຊຶ່ງຮວມເຖິງເຂດປ່າສະຫງວນແຫ່ງຊາດນາກາຍໃນ
ແຂວງຄຳມ່ວນ ທີ່ມີການວ່າຈ້າງປະຊາຊົນລາວໃນທ້ອງຖິ່ນ ໃຫ້ລັກລອບຕັດໄມ້ ແລະ ລັກລອບຂົນສົ່ງໄປຊາຍແດນຫວຽດນາມ ໃນຕອນກາງຄືນນັ້ນ ຍັງເກີດຂຶ້ນຢູ່ເລື້ອຍມາ.
ທັງນີ້ ໂດຍພະນັກງານລັດ ມີສ່ວນກ່ຽວຂ້ອງ ແລະໄດ້ຮັບຜົນປະໂຫຍດຈາການລັກລອບ ດັ່ງກ່າວດ້ວຍນັ້ນເອງ.

XS
SM
MD
LG