ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ນາ​ຍົກ​ລາວ​ກ່າວວ່າ ຍັງ​ຕ້ອງໄດ້​ເຂັ້ມງວດ​ ໃນການຫ້າມ​ສົ່ງ​ອອກ​ ໄມ້​ທ່ອນ​ໄປ​ຂາຍ​ຕ່າງ​ປະ​ເທດ


​ໄມ້​ທ່ອນ​ເຖື່ອນ​ທີ່​ຖືກ​ຢຶດ​ໄດ້ ໂດຍ​ທາງ​ການ​ລາວ
​ໄມ້​ທ່ອນ​ເຖື່ອນ​ທີ່​ຖືກ​ຢຶດ​ໄດ້ ໂດຍ​ທາງ​ການ​ລາວ

ນາ​ຍົກລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ ຍັງ​ຈະ​ສືບ​ຕໍ່​ດຳ​ເນີນ​ມາດ​ຕະ​ການ ຫ້າມ​ສົ່ງ​ອອກ​ໄມ້​ທ່ອນ​ຢ່າງ​ເຂັ້​ມງວດ ແຕ່​ຈະ​ໃຫ້​ການ​ສົ່ງ​ເສີມການ​ແປ​ຮູບ​ໄມ້​ເປັນ​ສິນ​ຄ້າ ສຳ​ເລັດ​ຮູບ​ເພື່ອ​ສົ່ງ​ອກກ​ໄປ​ຕ່າງ​ປະ​ເທດ​ໃຫ້​ຫຼາຍ​ຂຶ້ນ.

ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ຖະ​ແຫຼງວ່າ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລກ​ທີ 15/ນຍ ຍັງ​ຈະ​ດຳ​ເນີນ​ການ​ຈັດ​ຕັ້ງປະ​ຕິ​ບັດ​ຕໍ່​ໄປ​ຢ່າງ​ເຂັ້​ມງວດ ທັງ​ຈະ​ລົງ​ໂທດ​ຜູ້​ກະ​ທຳ​ຄວາມ​ຜິດ​ທຸກ​ຄົນ ໂດຍ​ບໍ່​ມີ​ການ​ຍົກ​ເວັ້ນ. ສ່ວນໄມ້​ທີ່​ຢຶດ​ໄດ້​ນັ້ນ​ກໍ​ຕ້ອງ​ຂາຍ​ໃຫ້​ກັບ​ໂຮງ​ງານ​ແປ​ຮູບ​ໄມ້​ໃຫ້​ເປັນ​ຜະ​ລິດ​ຕະ​ພັນ​ສຳ​ເລັດ​ຮູບ ສຳ​ລັບ​ຕອບ​ສະ​ໜອງ​ການ​ຊົມ​ໃຊ້​ພາຍ​ໃນ ແລະ​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ​ເທົ່າ​ນັ້ນ. ໃນ​ຂະ​ນະ​ດຽວ​ກັນ ລັດ​ຖະ​ບານ​ລາວ​ກໍ​ຍັງ​ຈະ​ສົ່ງ​ເສີມ​ໃຫ້​ບໍ​ລິ​ສັດ​ເອກ​ກະ​ຊົນ​ລົງ​ທຶນ​ປູກ​ຕົ້​ນ​ໄມ້ ແລະ​ສາ​ມາດ​ຕັດ​ໄມ້​ທີ່​ປູກ​ເພື່ອ​ນຳ​ມາ​ແປ​ຮູບ​ເປັນ​ຜະ​ລິດ​ຕ​ະ​ພັນ​ສຳ​ເລັດ​ຮູບ ຢ່າງ​ຖືກ​ຕ້ອງ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ທອງ​ລຸນ ຢືນ​ຢັນ​ວ່າ:
“ຮວມ​ທັງ​ໄມ້​ທີ່​ພວກ​ເຮົາ​ຍຶດ​ເອົ​າ​ມາ ຫຼື​ວ່າ​ອັນ​ຖືກ​ຕ້ອງ​ແລ້ວ ຂາຍ​ເຂົ້າ​ໂຮງ​ງານ​ກໍ​ຕ້ອງ​ຜະ​ລິດ​ເປັນ​ຜະ​ລິດ​ຕະ​ພັນສຳ​ເລັດ​ຮູບ​ເພື່ອ​ສົ່ງ​ອອກ. ລັດ​ຖະ​ບານ​ໄດ້​ເປີດ​ໂອ​ກາດ​ໃຫ້​ສາ​ມາດ​ນຳ​ໃຊ້​ໄມ້​ປູກ​ຂອງ​ຕົນ​ເອງ ເພື່ອ​ນຳ​ມາ​ຜະ​ລິດ​ເປັນ​ສິນ​ຄ້າ ຜ​ະ​ລິດ​ເປັນ​ສຳ​ເລັດ​ຮູບ ເພື່ອ​ສົ່ງ​ຂາຍ ຫຼື​ວ່າ​ໃຊ້​ພາຍ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ ແລະ​ເວ​ລ​າ​ດຽວ​ກັນ​ນັ້ນ ຕ້ອງ​ສະ​ກັດ​ກັ້ນ​ສຸດ​ຂີດເລື້ອງ​ການ​ໄປ​ຕັດ​ໄມ້ທຳ​ມະ​ຊາດເພື່ອ​ສົ່ງ​ອອກ​ໄມ້​ທ່ອນ.”

ໄມ້​ເຖື່ອນ​ທີ່​ກຳ​ລັງ​ຈະ​ສົ່ງ​ອອກ​ທີ່​ຖືກ​ຢຶດ​ໄດ້
ໄມ້​ເຖື່ອນ​ທີ່​ກຳ​ລັງ​ຈະ​ສົ່ງ​ອອກ​ທີ່​ຖືກ​ຢຶດ​ໄດ້

ໃນປີ 2018 ຜ່ານ​ມາ ທ່ານທອງ​ລຸນ ສີ​ສຸ​ລິດ ໄດ້​ມີ​ການ​ອອກ​ຄຳ​ສັ່ງ​ປິດ​ໂຮງ​ງານ​ໄມ້
ທີ່ບໍ່ ​ໄດ້ມາດ​ຕະ​ຖານ 952 ແຫ່ງຈາກ​ທີ່​ເຄີຍ​ມີ​ຢູ່​ທັງ​ໝົດ 2,102 ແຫ່ງ​ ໃນ​ທົ່ວ​ປະ​ເທດຈຶ່ງ
​ເຮັດໃຫ້​ຍັງ​ເຫລືອ​ໂຮງ​ງານ​ໄມ້ 1,150 ແຫ່ງ ໃນ​ປັດ​ຈຸ​ບັນ. ພ້ອມ​ກັນ​ນັ້ນ ກໍ​ໄດ້​ທຳ​ການ​ຍຶດ
​ໄມ້ທີ່​ຜິດ​ກົດ​ໝາຍ ແລະ​ນຳ​ອອກ​ປະ​ມູນ​ຂາຍ ໃຫ້​ກັບ​ພາກ​ເອ​ກະ​ຊົນ ພາຍ​ໃນ​ປະ​ເທດ​ໄດ້
​ເງິນເຂົ້າ​ລັດ​ຖະ​ບານ​ແລ້ວໃນ​ມູນ​ຄ່າ​ຫລາຍກວ່າ 34 ຕື້​ກີບ ແລະເກືອບ 2 ລ້ານ ໂດ​ລາ.

ທັງ​ນີ້ ​ໂດຍ​ໜ່ວຍ​ສະ​ເພາະ​ກິດ​ຂອງລັດຖະບານ​ລາວ ​ໄດ້​ຈັດ​ຕັ້ງ​ປະຕິບັດ​ ຄຳ​ສັ່ງ​ນາຍົກ
ລັດຖະມົນຕີ ເລກ​ທີ 15/ນຍ ວ່າ​ດ້ວຍ​ການ​ຫ້າມ​ສົ່ງ​ໄມ້​ທ່ອນ ​ໄປ​ຕ່າງປະ​ເທດ​ຢ່າງ​ເດັດ
ຂາດ ນັບແຕ່ເດືອນ​ພຶ​ດສະພາ 2016 ​ເປັນ​ຕົ້ນ​ມາ ​ແລະ​ໄດ້​ມີ​ຄຳ​ສັ່ງ​ປິດ​ ໂຮງງານ​ປຸງ
​ແຕ່ງ​ໄມ້​ ທີ່​ລະ​ເມີດ​ຄຳ​ສັ່ງ​ດັ່ງກ່າວ​ນີ້ແລ້ວ 1,545 ​ແຫ່ງ​ ຈາກ​ການ​ກວດກາ​ທັງ​ໝົດ
2,857 ​ແຫ່ງ ​ໃນ​ຕະ​ຫຼອດ​ປີ 2017 ຜ່ານ​ມາ ​ໂດຍ​ໃນ​ນີ້​ແບ່ງ​ເປັນ​ໂຮງງານ​ປຸງ​ແຕ່ງ​ໄມ້
​ຂະໜາດ​ໃຫຍ່ ​ແລະ​ຂະໜາດ​ກາງ 355 ​ແຫ່ງ ​ແລະ​ໂຮງງາ​ນຂະໜາ​ດນ້ອຍ 1,190
​ແຫ່ງ. ພ້ອມ​ກັນ​ນັ້ນ ​ກໍ​ຍັງ​ກວດ​ພົບ​ການລະ​ເມີດ​ຄຳ​ສັ່ງເລກ​ທີ 15/ນຍ ຈຳນວນ 630
ກໍລະນີ​ ຈັບ​ກຸມ​ຜູ້​ກະທຳ​ຜິດ​ໄດ້ 700 ຄົນ ​ໃນ​ນີ້​ຮວມ​ເຖິງ​ພະນັກ​ງານ​ຂອງ​ລັດຖະບານ
​ທີ່​ຮ່ວມກະທຳ​ຄວາມ​ຜິດ​ດ້ວຍ 421 ຄົນ ນອກຈາກ​ນັ້ນ ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາຍົກ
ລັດຖະມົນຕີ ກໍ​ໄດ້​ສັ່ງ​ປິດ​ໂຮງ​ເລື່ອຍ 1,206 ​ແຫ່ງ ​ເພາະວ່າ​ ມີ​ສ່ວນ​ກ່ຽວ​ຂ້ອງ​ໃນ​
ການ​ລັກ​ລອບຕັດໄມ້ ​ແລະ​ຄ້າ​ໄມ້​ໂດຍ​ຜິດ​ກົດໝາຍ ​ໃນ​ນີ້​ເປັນ​ໂຮງ​ເລື່ອຍ ທີ່​ບໍ່​ມີ​ໃບ​
ອະນຸຍາດ​ເຖິງ 1,186 ​ແຫ່ງ.

ການຈັດ​ຕັ້ງ​ປະ​ຕິ​ບັດຄຳ​ສັ່ງເລກ​ທີ 15/ນຍ ນອກຈາກ​ຈະ​ມີ​ເປົ້າ​ໝາຍ​ເພື່ອ​ເພີ່ມການ​ປົກ
​ຫຸ້ມ​ຂອງ​ປ່າ​ໄມ້​ໃຫ້​ໄດ້ 37,000 ​ເຮັກຕາ​ຕໍ່​ປີ ​ໂດຍ​ແນ​ໃສ່​ການ​ເພີ່ມ​ການ​ປົກ​ຫຸ້ມ​ຂອງ​ປ່າ
ໄມ້​ໃຫ້ໄດ້ 37,000 ເຮັກຕາຕໍ່ປີ ໂດຍແນໃສ່ການເພີ້ມການປົກຫຸ້ມຂອງປ່າໄມ້ໃຫ້​ເຖິງ
70 ​ເປີ​ເຊັນ ຂອງ​ພື້ນ​ທີ່​ທັງ​ໝົດ ​ຕາມແຜນ​ຍຸດ​ທະ​ສາດ​ປ່າ​ໄມ້​ແຫ່ງ​ຊາດ ​ເຖິງ​ປີ 2020 ​
ໂດຍ​ຊຸກຍູ້​ການ​ປູກ​ຕົ້ນ​ໄມ້ ​ໃນ​ເຂດ​ອ່າງ​ໂຕ່ງ​ຂອງ​ເຂື່ອນ​ໄຟຟ້າ ​ແລະ​ເຂດ​ຊົນລະປະທານ
​ຕ່າງໆ ຮວມທັງ​ຈະ​ຕ້ອງ​ຍຸຕິ​ການ​ຖາງ​ປ່າ​ເຮັດ​ໄຮ່ ​ໃຫ້​ໄດ້​ຢ່າງ​ສິ້ນ​ເຊີງ​ດ້ວຍ ​ແລ້​ວກໍ​ຍັງ​ແນ
​ໃສ່​ການ​ພັດທະນາ​ ຜະລິດ​ຕະພັນ​ໄມ້​ຂອງ​ລາວ ​ໃຫ້​ໄດ້​ມາດຕະຖານ ​ແລະເປັນ​ທີ່​ຍອ​ມ
ຮັບ​ໃນ​ສະຫະພາບ​ຢູ​ໂຣບອີກ​ດ້ວຍ ຊຶ່ງ​ທີ່​ຜ່ານ​ມາຄະ​ນະ​ຜູ້​ແທນ​ການ​ຄ້າ​ຂອງ​ລາວ​ ກັບ​
ສະຫະພາບ​ຢູ​ໂຣບ ກໍ​ໄດ້​ເຈລະຈາ​ກັນ​ແລ້ວ 2 ຄັ້ງ ​ແລະ​ໃນ​ປັດຈຸບັນ​ກໍ​ຍັງ​ຈະ​ສືບ​ຕໍ່ເຈລະຈາ​ຈົນ​ກວ່າ​ວ່າ ​ທາງ​ການ​ລາວ​ ຈະ​ສາ​ມາດ​ຢຸດ​ການ​ລັກ​ລອບ​ຕັດ​ໄມ້ ຢ່າງ​ສິ້ນ​ເຊີງ ໄດ້​ຢ່າງ​ແທ້​ຈິງ​ແລ້ວ ຈຶ່ງ​ຈະ​ມີ​ການ​ພິ​ຈາ​ລະ​ນາ ເປີດ​ຕະ​ຫລາດ​ຢູ​ໂຣບ ເພື່ອ​ຮອງ​ຮັບ​ຜະ​ລິດ​ຕະ​ພັນ​ໄມ້​ສຳ​ເລັດ​ຮູບ ຈາກ​ລາວ ຢ່າງ​ເປັນ​ທາງ​ການ.​

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ ​ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າ ການ​ກະຊວງ​ກະສິກຳ ​ແລະ​ປ່າ​ໄມ້
ກໍ​ປະ​ເມີນວ່າ ສະພາບ​ປ່າ​ໄມ້​ໃນ​ລາວ ​ຍັງ​ມີ​ຄວາມ​ໜາ​ແໜ້ນ​ເຫຼືອ​ຢູ່ 40 ​ເປີ​ເຊັນ​ ຂອງ​ພື້ນ​
ທີ່ທັງ​ໝົດ ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ​ໃນ​ຊ່ວງ​ປີ 2019 ຫາ 2020 ລັດຖະບານ​ລາວ​ ຕ້ອງ​ເພີ້​ມ​
ການ​ປົກ​ຫູ້​ມຂອງ​ປ່າ​ໄມ້​ໃຫ້​ໄດ້​ ໃນ​ອັດຕາສະ​ເລ່ຍ 15 ​ເປີ​ເຊັນຕໍ່​ປີ. ສ່ວນ​ອົງການ​ອະນຸ​ລັກ
​ສິ່ງ​ແວດ​ລ້ອມທຳ​ມະ​ຊາດ Global Witness ລາຍ​ງານ​ວ່າ​ ເຂດ ​ທີ່​ມີ​ການ​ລັກລອບ​ຕັດ​ໄມ້
​ຫຼາຍ​ທີ່​ສຸດ ຄື​ເຂດ​ທີ່ຕິດ​ຕໍ່ຊາຍ​ແດນກັບ ຫວຽດນາມ ທີ່​ຮວມ​ເຖິງເຂດ​ປ່າ​ສະຫງວນ​ແຫ່ງ
​ຊາດນາ​ກາຍ​ ໃນ​ແຂວງ​ຄຳ​ມ່ວນອີກ​ດ້ວຍ. ​

XS
SM
MD
LG