ນາຍົກລັດຖະມົນຕີຍອມຮັບວ່າ ລັດຖະບານລາວ ບໍ່ສາມາດນໍາພາປະເທດຊາດໃຫ້
ຫລຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາໄດ້ ໃນປີ 2020 ເພາະວ່າການ
ພັດທະນາທາງເສດຖະກິດບໍ່ມີຄວາມໝັ້ນທ່ຽງ.
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ຖະແຫລງຍອມຮັບຕໍ່ກອງປະຊຸມສະໄໝສາ
ມັນຄັ້ງທີ 5 ຂອງສະພາແຫ່ງຊາດຊຸດທີ 8 ທີ່ໄຂຂຶ້ນຢ່າງເປັນທາງການໃນວັນທີ 5 ມິຖຸນາ
ແລະຈະດໍາເນີນໄປເຖິງວັນທີ 29 ມິຖຸນາ 2018 ນີ້ວ່າການຈັດຕັ້ງປະຕິບັດແຜນພັດທະ
ນາເສດຖະກິດ ແລະສັງຄົມ ນັບແຕ່ປີ 2001 ເປັນຕົ້ນມາ ຊຶ່ງໄດ້ກໍາໜົດເປົ້າໝາຍທີ່ຈະ
ນໍາພາປະເທດລາວໃຫ້ຫລຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ ໃນປີ 2020 ນັ້ນ
ຈະບໍ່ສາມາດບັນລຸດເປົ້າໝາຍທີ່ວາງໄວ້.
ທັງນີ້ກໍເພາະຄະນະກຳມະການ ວ່າດ້ວຍນະໂຍບາຍ ເພື່ອການພັດທະນາ ຊຶ່ງເປັນໜ່ວຍ
ງານສະເພາະກິດ ໃນສະພາເສດຖະກິດ ແລະສັງຄົມຂອງອົງການສະຫະປະຊາຊາດ
ຖະແຫລງການວ່າ ລັດຖະບານລາວ ສາມາດຈັດຕັ້ງປະຕິບັດໄດ້ແລ້ວ 2 ໃນ 3 ເງື່ອນໄຂ
ທີ່ເປັນເກນມາດຕະຖານຂອງສະຫະປະຊາຊາດ ໃນການຫລຸດພົ້ນອອກຈາກສະຖານະ
ພາບຂອງການເປັນປະເທດດ້ອຍພັດທະນາ ຊຶ່ງເມື່ອປະເມີນຈາກການຈັດຕັ້ງປະຕິບັດ
ຂອງລັດຖະບານລາວດັ່ງກ່າວ ຈຶ່ງເຮັດໃຫ້ຄາດໝາຍໄດ້ວ່າ ສປປ ລາວ ຈະຫລຸດພົ້ນ
ອອກຈາກການເປັນປະເທດດ້ອຍພັດທະນາໄດ້ ໃນປີ 2024 ເປັນຢ່າງຊ້າ.
ໂດຍທັງ 2 ເງື່ອນໄຂທີ່ລັດຖະບານລາວ ສາມາດຈັດຕັ້ງປະຕິບັດໄດ້ແລ້ວນັ້ນ ກໍຄືເກນ
ມາດຕະຖານຂັ້ນຕໍ່າຂອງຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI) ທີ່ເກນມາດຕະຖານ
ຂັ້ນຕໍ່າຂອງສະຫະປະຊາຊາດກຳນົດໄວ້ ທີ່ລະດັບ 1,230 ໂດລາຕໍ່ຄົນ ແຕ່ລັດຖະບານ
ລາວ ກໍສາມາດຈັດຕັ້ງປະຕິບັດໄດ້ແລ້ວທີ່ລະດັບ 1,996 ໂດລາຕໍ່ຄົນ ແລະດັດຊະນີຊັບ
ສິນມະນຸດ (HAI) ຊຶ່ງເກນມາດຕະຖານຂອງສະຫະປະຊາຊາດ ໄດ້ກຳນົດໄວ້ ທີ່ອັດຕາ
ສະເລ່ຍ 66 ເປີເຊັນ ລັດຖະບານລາວ ກໍສາມາດຈັດຕັ້ງປະຕິບັດໄດ້ແລ້ວທີ່ອັດຕາສະ
ເລ່ຍ 72.8 ເປີເຊັນ ຈຶ່ງເຫຼືອພຽງດັດຊະນີຄວາມອ່ອນໄຫວທາງເສດຖະກິດ (EVI) ຊຶ່ງ
ເກນມາດຕະຖານກຳນົດໄວ້ ທີ່ລະດັບຕໍ່າກວ່າ 36.2 ເປີເຊັນ ແຕ່ວ່າລັດຖະບານລາວ
ຍັງສາມາດຈັດຕັ້ງປະຕິບັດໄດ້ພຽງ 33.7 ເປີເຊັນ ດັ່ງທີ່ທ່ານທອງລຸນຍອມຮັບວ່າ
“ປະເທດດ້ອຍພັດທະນາ ຈະອອກໄດ້ແມ່ນນຶ່ງລະແມ່ນ GNI ລາຍໄດ້ແຫ່ງຊາດ ຖ້າ
ບັນລຸ 1,230 ໂດລາ ນີ້ແມ່ນໄດ້ແລ້ວ ແຕ່ວ່າລາວເຮົາແມ່ນໄດ້ 1,996 ໂດລາຕໍ່ຄົນ
ຕໍ່ປີ ແລ້ວ ບັດນີ້ ດັດຊະນີອັນນຶ່ງ ແມ່ນ ດັດຊະນີຊັບສິນມະນຸດຕ້ອງສູງກວ່າ 66 ເປີ
ເຊັນ ແຕ່ເຂົາມາ survey ເບິ່ງພວກເຮົານີ້ ແມ່ນໄດ້ 72.8 ເປີເຊັນ ແຕ່ວ່າດັດຊະນີ
ຄວາມອ່ອນໄຫວທາງເສດຖະກິດຈະຕ້ອງແມ່ນຕໍ່າກວ່າ 32 ແຕ່ໃນຕົວຈິງພວກເຮົາ
ປະຕິບັດໄດ້ 33.7 ເປີເຊັນ. ໝາຍຄວາມວ່າ ປີ 2020 ນີ້ ພວກເຮົາບໍ່ສາມາດອອກ
ໄດ້ເທື່ອ.”
ແຕ່ຢ່າງໃດກໍຕາມ ທ່ານທອງລຸນ ກໍໄດ້ຢືນຢັນວ່າ ເປົ້າໝາຍຂອງລັດຖະບານລາວ ທີ່ຈະ
ລົບລ້າງຄວາມຍາກຈົນໃຫ້ໄດ້ຢ່າງສິ້ນເຊີງ ແລະການຫລຸດພົ້ນຈາກສະພາບດ້ອຍພັດ
ທະນານັ້ນ ບໍ່ໄດ້ໝາຍຄວາມວ່າ ຈະບໍ່ມີຄົນຍາກຈົນເຫຼືອຢູ່ໃນລາວເລີຍແຕ່ຢ່າງໃດ ຫາກແຕ່ແນໃສ່ເຮັດໃຫ້ປະຊາຊົນມີຢູ່ ມີກິນ ໄດ້ຮັບການຮັກສາປິ່ນປົວເມື່ອເຈັບປ່ວຍ
ລູກຫລານໄດ້ເຂົ້າໂຮງຮຽນ ແລະສ້າງເງື່ອນໄຂໃຫ້ມີການຜະລິດສິນຄ້າແລະສະບຽງອາ
ຫານທີ່ກຸ້ມຕົນເອງໄດ້ຢ່າງແທ້ຈິງ.
ຂະນະທີ່ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ລະບຸວ່າລັດຖະ
ບານລາວບໍ່ສາມາດບັນລຸເປົ້າໝາຍການພັດທະນາໃນ 6 ດ້ານ ກໍຄືເດັກອາຍຸຕໍ່າ
ກວ່າ 5 ປີ ຍັງມີສ່ວນສູງຕໍ່າກວ່າເກນເຖິງ 38 ເປີເຊັນ ສ່ວນເດັກທີ່ມີນໍ້າໜັກຕໍ່າກວ່າ
ເກນກໍຍັງມີອັດຕາສະເລ່ຍເຖິງ 27 ເປີເຊັນ ໃນຂະນະທີ່ອັດຕາການເຂົ້າຮຽນ ແລະ
ຮຽນຈົບຊັ້ນປະຖົມປີທີ 5 ກໍເພີ້ມຂຶ້ນຢ່າງຊັກຊ້າ. ສ່ວນອັດຕາການຕາຍຂອງເດັກອາຍຸ
ຕໍ່າກວ່າ 1 ປີກໍຍັງສູງເຖິງ 45 ຕໍ່ 1,000 ຄົນ ໃນຂະນະທີ່ອັດຕາການຕາຍຂອງແມ່ຍິງ
ທີ່ຖືພາກໍສູງເຖິງ 197 ຕໍ່ 1 ແສນຄົນ ສ່ວນແມ່ທີ່ເກີດລູກໂດຍໄດ້ຮັບການຊ່ວຍເຫຼືອ
ຈາກແພດ ຫລື ພະຍາບານ ກໍມີພຽງ 53.9 ເປີເຊັນເທົ່ານັ້ນໃນປີ 2015 ທີ່ຜ່ານມາ.
ສ່ວນກະຊວງແຜນການ ແລະການລົງທຶນ ກໍຍອມຮັບວ່າ ການຈັດຕັ້ງປະຕິບັດແຜນການ
ຫລຸດຜ່ອນບັນຫາຄວາມຍາກຈົນຂອງປະຊາຊົນລາວ ໃນປີ 2017 ຍັງເຮັດໃຫ້ສະພາບຊີ
ວິດການເປັນຢູ່ຂອງປະຊາຊົນລາວ ຢູ່ໃນຕົວເມືອງກັບເຂດຊົນນະບົດມີການແຕກໂຕນ
ກັນຫຼາຍຂຶ້ນ ໂດຍຈະເຫັນໄດ້ຈາກອັດຕາຄວາມຍາກຈົນຂອງປະຊາຊົນໃນເຂດນະຄອນ
ວຽງຈັນຍັງເຫຼືອພຽງ 1 ເປີເຊັນ ເທົ່ານັ້ນ ໃນຂະນະທີ່ຄວາມທຸກຈົນຢູ່ທີ່ແຂວງສາລະວັນ
ຍັງສູງເຖິງ 49.8 ເປີເຊັນໃນປັດຈຸບັນ.