ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ເຊັນສັນຍາ ທີ່​ຈະ​ຂາຍ​ກະ​ແສ​ໄຟ​ຟ້າ ໃຫ້​ກັບ ​ມຽນ​ມາ ໃນ​ປະ​ລິ​ມານ 300 ເມ​ກາ​ວັດ ນັບ​​ແຕ່​ປີ 2021


ການ​ສົ່ງກະ​ແສໄຟ​ຟ້າຂອງ​ລາວ
ການ​ສົ່ງກະ​ແສໄຟ​ຟ້າຂອງ​ລາວ

ລັດ​ຖະ​ບານ​ມຽນ​ມາ ຕົກ​ລົງ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາວ 300 ເມ​ກາ​ວັດ ໃນ​ປີ 2021
ສ່ວນ​ທາງ​ການ​ລາວ ຍັງ​ມີ​ຄວາມ​ຫວັງ​ວ່າ ທາງ​ການ​ໄທ​ ຈະ​ເພີ້ີ້ມ​ການ​ຮັບ​ຊື້ກະ​ແສ​ໄຟ​ຟ້າ
ຈາກ​ລາວ ເປັນ 9,500 ເມ​ກາ​ວັດ ໃນ​ປີ 2021 ຊົງຣິດ ​ໂພນ​ເງິນ ​ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ຄຳ​ມະ​ນີ ອິນ​ທິ​ລາດ ລັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ​ພະ​ລັງ​ງານ​ແລະ​ບໍ່​ແຮ່ ຖະ​ແຫຼງ​
ຢືນ​ຢັນ​ວ່າ ທາງ​ການ​ລັດ​ຖະ​ບານ​ມຽນ​ມາ ໄດ້​ຕົກ​ລົງ​ຈະ​ຊື້​ກະ​ແສ​ໄຟ​ຟ້​າ​ຈາກ​ລາວ
ໃນ​ປະ​ລິ​ມານ 300 ເມ​ກາ​ວັດ ນັບແຕ່​ປີ 2021 ເປັນ​ຕົ້ນ​ໄປ ທັງ​ຍັງ​ຈະ​ພິ​ຈາ​ລະ​ນາ ຮັບ​ຊື້​
ເພີ້ມ​ຂຶ້ນ​ຕາມ​ລະ​ດັບ​ຂອງ​ຄວາມ​ຕ້ອງ​ການ​ຊົມໃຊ້​ພະ​ລັງ​ງານ​ໄຟ​ຟ້າ ໃນ​ເຂດ​ລັດ​ສານ
ໃນ​ພາກ​ເໜືອ​ຂອງ​ມຽນ​ມາ​ເປັນ​ຫຼັກ.

ໂດຍທາງ​ການ​ລາວ ໄດ້​ເຈ​ລະ​ຈາ​ຮ່ວມ​ກັນ​ກັບ​ທາງ​ການ​ຫວຽດ​ນາມ ກຳ​ປູູູູູູູູູູູູູູູູູູູູູູູູູູູູູູູູູູູູູູູູູູູູູູູູ​ເຈຍ ມາ​ເລ​ເຊຍ
ສິງ​ກະ​ໂປ ມຽນ​ມາ​ແລະ​ໄທ ເມື່ອ​ບໍ່​ນານ​ມາ​ນີ້ ເພື່ອ​ຂໍ​ໃຫ້​ພິ​ຈາ​ລະ​ນາ​ເພິ້ມ​ການ​ຮັບ​ຊື້​ພະ​ລັງ​
ງານ​ໄຟ​ຟ້າ ຈາກ​ລາວ​ໃຫ້​ຫຼາຍ​ຂຶ້ນ​ໂດຍ​ສະ​ເພາະ​ແມ່ນ​ຫວຽດ​ນາມ ທີ່​ໄດ້​ຕົກ​ລົງ​ຈະ​ຮັບ​ຊື້
​ໄຟ​ຟ້າ​ຈາກ​ລາວ ໃນ​ປະ​ລິ​ມານ 5,000 ເມ​ກາ​ວັດ ນັບແຕ່​ປີ 2025 ເປັນ​ຕົ້ນ​ໄປ​ນັ້ນ ກໍ​ໄດ້​
ຂໍ​ໃຫ້​ເພີ້ມ​ຂຶ້ນ​ເປັນ 7,000-9,000 ເມ​ກາ​ວັດ ສ່ວນ​ມາ​ເລ​ເຊຍ​ນັ້ນ ກໍ​ຂໍ​ໃຫ້​ເພີ້​ມ​ຈາກ 300
ເປັນ 500 ເມ​ກາ​ວັດ ແລະ​ກຳປູູູູູູູູູູູູູູູູູູູູູູູູູູູູູູູູູູູູູູູູູູູູູູູເຈຍຈາກ 200 ເປັນ 500 ເມ​ກາ​ວັດ.

​ສ່ວນ​ການ​ເຈ​ລະ​ຈາ​ກັບ​ທາງ​ການ​ສິງ​ກະ​ໂປ​ນັ້ນ ທາງ​ການ​ລາວ ໄດ້​ຂໍ​ໃຫ້​ເລັ່ງຈັດ​ທຳ​ຂໍ້​ຕົກ​
ລົງ​ກັບ​ມາ​ເລ​ເຊຍ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່ ລະບົບສາຍສົ່ງໄຟ​ຟ້າແຮງ​ສູງ​ເຂົ້າ​ດ້ວຍ​ກັນ
ເພື່ອ​ທີ່ວ່າລາວ ຈະ​ໄດ້​ສົ່ງ​ກະ​ແສໄຟ​ຟ້າ ໄປ​ຂາຍ​ໃຫ້​ສິງ​ກະ​ໂປ​ໄດ້ ໂດຍ​ຜ່ານ​ໄທ ແລະ​ມາ​
ເລ​ເຊຍ ຕາມ​ຂໍ້​ຕົກ​ລົງ ທີ່​ທັງ 4 ປະ​ເທດ ທີ່​ມີຢູ່​ຮ່ວມ​ກັນ ນັບແຕ່​ປີ 2017 ເປັ​ນ​ຕົ້ນ​ມາ​
ແລະ​ພ້ອມ​ກັນ​ນັ້ນ ທາງ​ການ​ລາວ ຍັງ​ມີ​ຄວາມ​ຫວັງ​ວ່າ ທາງ​ການ​ໄທ ຈະ​ພິ​ຈາ​ລະ​ນາ
ຮັບ​ຊື້ກະ​ແສ​ໄຟ​ຟ້າ​ຈາກ​ລາວ​ເພີ້ມ​ຂຶ້ນ​ຈາກ 9,000 ເປັນ 9,500 ເມ​ກາ​ວັດ ນັບແຕ່​ປີ
2017 ເປັ​ນ​ຕົ້ນ​ໄປ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ຄຳ​ມະ​ນີ ອິນ​ທິ​ລາດ ລັດ​ຖະ​ມົນ​ຕີ​ວ່າ​ການ​
ກະ​ຊວງພະ​ລັງ​ງານ​ແລະ​ບໍ່​ແຮ່ ຢືນ​ຢັນ​ວ່າ: “ພວ​ກ​ເຮົາ ກໍ​ໄດ້ມີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີ​ການ​ສົມ​ທົບ​ປະ​ສານ​ກັນ​
ລະ​ຫວ່າງ​ໄຟ​ຟ້າ​ລາວ ກັບ​ທາງ​ການ​ໄຟ​ຟ້າ​ຝ່າ​ຍະ​ລິດ​ແຫ່ງ​ປະ​ເທດ​ໄທ ແລະ​ຄາດ​ວ່າ
ພວກ​ເຮົາ​ຈະ​ສົ່ງ​ຕື່ມ​ອີກ​ປະ​ມານ 3,500 ເມ​ກາ​ວັດ ປັດ​ຈຸ​ບັນ​ນີ້ ຄິດ​ໄລ່​ສ​ະເລ່ຍແລ້ວ
ພວກ​ເຮົາມີ​ຮວມ​ກັນ​ທັງໝົດ 6,000 ເມ​ກາ​ວັດ ທັງ​ເຂື່ອນ​ທີ່​ສົ່ງ​ແລ້ວ ທັງ​ເຂື່ອນ​ທີ່​ເຊັນ​
ແລ້ວ ແລະ​ຕຽມ​ຈະ​ສົ່ງ​ໃນ​ປີ 2021 ນີ້ ແລະ​ບວກ​ໃສ່​ອີກ 3,500 ເປັນ 9,500 ເມ​ກາ​
ວັດ ອັນ​ນີ້ ແມ່ນ​ເປັນ​ສ່ວນ​ນຶ່ງ​ທີ່​ພວກ​ເຮົາ​ຈະ​ໄດ້ມີ​ການ​ພັດ​ທະ​ນາ.”

ທ່ານ​ຄຳ​ມະ​ນີ ຢືນ​ຢັນ​ວ່າ ທາງ​ການ​ຫວຽດ​ນາມ ຕ້ອງ​ການ​ຈະ​ເລັ່ງ​ການ​ຮັບ​ຊື້ ກະ​ແສ​
ໄຟ​ຟ້າຈາກ​ລາວໃຫ້​ໄວ​ຂຶ້ນ ຫາກ​ແຕ່​ມີ​ຂໍ້​ຈຳ​ກັດ​ໃນ​ດ້ານ​ລະ​ບົບ​ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ
ທີ່​ຍັງ​ບໍ່​ເຊື່ອມ​ຕໍ່​ກັນ ຈຶ່ງ​ໄດ້​ເຈ​ລະ​ຈາເພື່ອ​ຕົກ​ລົງ ໃນ​ລາຍ​ລະ​ອຽດ​ຮ່ວມ​ກັນ​ຕໍ່​ໄປ.

ທາງ​ດ້ານ ທ່ານ​ຕີ ໂນ​ຣິນ ຫົວ​ໜ້າຫ້ອງ​ການ ກະ​ຊວງ​ພະ​ລັງ​ງານ​ແລະ​ບໍ່​ແຮ່ ຂອງ​ກຳ​ປູ​ເຈຍ
ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ ລັດ​ຖະ​ບານ​ກຳ​ປູ​ເຈຍ ຈະ​ຊື້​ພະ​ລັງ​ງານ​ໄຟ​ຟ້າ 200 ເມ​ກາ​ວັດ
ຈາກ​ເຂື່ອນ​ໄຟ​ຟ້າ​ດອນ​ສະ​ໂຮງ ນັບ​ແຕ່​ປີ 2019-2021 ເພື່ອ​ເປັນ​ການ​ຫຼຸດ​ຜ່ອນ​ບັນ​ຫາ​
ຂາດ​ແຄນ ພະ​ລັງ​ງານ​ໄຟ​ຟ້າ ໃນກຳ​ປູ​ເຈຍ ທັງ​ຍັງ​ຈະ​ມີ​ການ​ພິ​ຈາ​ລະ​ນາ ຮັບ​ຊື້​ໄຟ​ຟ້າ​
ລາວ​ເພີ້ມ​ຂຶ້ນ​ອີກ ຖ້າ​ຫາກວ່າ ຄວາມ​ຕ້ອງ​ການ​ພະ​ລັງ​ງານ​ໄຟ​ຟ້າ​ໃນ ກຳ​ປູ​ເຈຍເພີ້ມ​ຂຶ້ນ.

ໂຄງ​ການ​ເຂື່ອນ​ໄຟ​ຟ້າ ດອນ​ສະ​ໂຮງ​ມີ​ກຳ​ລັງ​ຕິດ​ຕັ້ງ 260 ເມ​ກາ​ວັດ ໂດຍ​ຈະ​ສາ​ມາດ​
ຜະ​ລິດ​ພະ​ລັງ​ງານ​ໄຟ​ຟ້າ​ໄດ້ ໃນ​ປະ​ລິ​ມານ 2,000 ລ້ານ​ກິ​ໂລ​ວັດ/ໂມງ ຕໍ່​ປີ ທີ່​ລົງ​ທຶນ​
ໂດຍ​ກຸ່ມ​ບໍ​ລິສັດ Mega First Berhad ​ຈາກມາ​ເລ​ເຊຍ ມີ​ມູນ​ຄ່າ​ການ​ລົງ​ທຶນ​ຮວມ
500 ລ້ານ​ໂດ​ລາ ໂດຍ​ພະ​ລັງ​ງານ​ໄຟ​ຟ້າ​ທີ່​ຜະ​ລິດ​ໄດ້​ສ່ວນ​ຫຼາຍ​ຈະ​ຕອບ​ສະ​ໜອງ
ໃຫ້​ກັບ​ເຂດ​ເສດ​ຖະ​ກິດ​ໃໝ່​ສີ່​ພັນ​ດອນ​ໃນ​ເຂດ​ເມືອງ​ໂຂງ ຊຶ່ງ​ເປັນ​ໂຄງ​ການ​ການ​ລົງ​ທຶນ​
ຂະ​ໜາດ​ໃຫຍ່ ທີ່​ມີ​ພື້ນ​ທີ່​ສຳ​ປະ​ທານ 9,800 ເຮັກ​ຕາ ແລະ​ຈະ​ຕ້ອງ​ໃຊ້​ເງິນ​ທຶນ​ຮວມ​ເຖິງ
10,000 ລ້ານ​ໂດ​ລາ ເພື່ອ​ພັດ​ທະ​ນາ​ເປັນ​ເຂດ​ທ່ອງ​ທ່ຽວ​ທຳ​ມະ​ຊາດ ແລະ​ວັດ​ທະ​ນະ​ທຳ
​ທີ່​ມີ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ຢ່າງ​ຄົບ​ວົງ​ຈອນ ພາຍ​ໃນ​ປີ 2025.

ໃນ​ປັດ​ຈຸ​ບັນ​ນີ້ ລາວ​ມີ​ແຫຼ່ງ​ຜ​ະລິດພະ​ລັງ​ງາ​ນ​ໄຟ​ຟ້າ 61 ແຫ່ງ ມີ​ກຳ​ລັງ​ຕິດ​ຕັ້ງ​
ຮວມກວ່າ 7,200 ເມ​ກາ​ວັດ ສາ​ມາດ​ຜະ​ລິດ ພະ​ລັງ​ງານ​ໄຟ​ຟ້າ ໄດ້​ຫຼາຍກວ່າ 37,000
ລ້ານ​ກິໂລ​ວັດຕໍ່ໂມງ ຕໍ່​ປີ ສ່ວນ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ (ADB) ລາຍ​ງານ​ວ່າ
ການ​ຜະ​ລິດ​ພະ​ລັງ​ງານ​ໄຟ​ຟ້າ​ໃນ​ລາວ ໃນ​ປີ 2018 ໄດ້​ຂະ​ຫຍາຍ​ຕົວ​ເພີ້ມ​ຂຶ້ນ ໃນ​ອັດ​ຕາ
​ສະ​ເລ່ຍ 7.5 ເປີ​ເຊັນ ທຽບ​ໃສ່​ປີ 2017 ຊຶ່ງ​ກໍ​ເຮັດ​ໃຫ້ການ​ສົ່ງ​ອອກ​ພະ​ລັງ​ງານ​ຂອງ​ລາວ
ຍັງ​ສືບ​ຕໍ່​ເພີ້ມ​ສູງ​ຂຶ້ນໂດຍ​ສະ​ເພາະ ການ​ສົ່ງ​ກະ​ແສໄຟ​ຟ້າ ໄປ​ຂາຍ​ໃຫ້​ໄທ​ ໄດ້​ປັບ​ປຸງ​ຕົວ
ສູງ​ຂຶ້ນ ເຖິງ 23 ເປີ​ເຊັນໃນ​ປີ 2018 ທີ່​ຜ່ານ​ມາ.

XS
SM
MD
LG