ລັດຖະບານລາວອະນຸຍາດສຳປະທານທີ່ດິນໃຫ້ແກ່ນັກລົງທຶນລາວ ແລະຊາວຕ່າງປະເທດ 1,758 ໂຄງການ ທີ່ມີພື້ນທີ່ສຳປະທານກວ້າງກວ່າ 11 ລ້ານ ເຮັກຕາ ແຕ່ກໍມີການນຳໃຊ້ທີ່ດິນຕົວຈິງບໍ່ເຖິງ 5 ເປີເຊັນ ຂອງພື້ນທີ່ທັງໝົດ. ຊົງລິດ ໂພນເງິນ ມີລາຍລະອຽດກ່ຽວກັບເລື້ອງນີ້ ມາສະເໜີຈາກບາງກອກ.
ທ່ານ ບຸນປອນ ສີສຸລາດ, ປະທານຄະນະກຳມາທິການເສດຖະກິດ, ເທັກໂນໂລຈີ ແລະ ສິ່ງແວດລ້ອມ ຂອງສະພາແຫ່ງຊາດລາວ ຖະແຫລງຢືນຢັນວ່າ ລັດຖະບານລາວ ໄດ້ອະນຸຍາດສຳປະທານທີ່ດິນໃຫ້ແກ່ນັກລົງທຶນລາວ ແລະຊາວຕ່າງປະເທດຈຳນວນ 1,758 ໂຄງການ ທີ່ມີພື້ນທີ່ສຳປະທານລວມກັນ 11,754,417 ເຮັກຕາ ແຕ່ຈາກການສຳຫລວດພາກສະໜາມ ໃນໄລຍະຜ່ານມາພົບວ່າ ບັນດານັກລົງທຶນ ໄດ້ມີການນຳໃຊ້ທີ່ດິນຕົວຈິງໃນພື້ນທີ່ລວມພຽງແຕ່ 549,248 ເຮັກຕາ ຊຶ່ງຄິດເປັນ 4.67 ເປີເຊັນເທົ່ານັ້ນຂອງພື້ນທີ່ສຳປະທານທັງໝົດ ແລະໃນນີ້ກໍຍັງເປັນອະນຸຍາດສຳປະທານ ໂດຍອຳນາດການປົກຄອງລະດັບທ້ອງຖິ່ນຈຳນວນເຖິງ 1,331 ໂຄງການນັ້ນ ອັນເຮັດໃຫ້ລັດຖະບານລາວ ທີ່ຂັ້ນສູນກາງ ບໍ່ສາມາດກວດກາໄດ້ຢ່າງທົ່ວເຖິງອີກດ້ວຍນັ້ນ ຈຶ່ງເຮັດໃຫ້ບໍ່ສາມາດຮັບປະກັນດ້ານລາຍຮັບໄດ້ຢ່າງຄັກແນ່ ດັ່ງທີ່ທ່ານບຸນປອນໄດ້ໃຫ້ການຢືນຢັນວ່າ:
“ນະໂຍບາຍທີ່ດິນໃນປັດຈຸບັນນີ້ເປັນບັນຫາທີ່ຟົດເດືອດ ແລະການນໍາໃຊ້ໃນໄລຍະ
ຜ່ານມານີ້ ເຫັນວ່າ ປະສິດທິພາບບໍ່ສູງພໍເທົ່າໃດ, ລາຍຮັບຈາກທີ່ດິນຫັ້ນເປັນລາຍ
ຮັບໃຫຍ່ ເປັນລາຍຮັບທີ່ໝັ້ນຄົງ ແຕ່ວ່າ ການນໍາໃຊ້ຂອງ ສປປ ລາວຂອງພວກເຮົາ ໃນໄລຍະຜ່ານມານີ້ ເຮັດບໍ່ໄດ້ດີເທົ່າທີ່ຄວນ ຊຶ່ງທຽບໃສ່ລາຍຮັບທົ່ວໄປ.”
ທັງນີ້ທ່ານບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີລາວ ຍອມຮັບວ່າລັດຖະບານ
ລາວ ຕົກເປັນຝ່າຍທີ່ເສຍປຽບໃນໂຄງການທີ່ໄດ້ອະນຸຍາດສຳປະທານທີ່ດິນຢ່າງຍາວ
ນານ ໃຫ້ແກ່ເອກກະຊົນລາວແລະຕ່າງຊາດ ໄປແລ້ວນັ້ນ ໂດຍຈາກການກວດກາ
ໃນໄລຍະຜ່ານມາ ພົບວ່າ ໂຄງການສຳປະທານທີ່ດິນຂະໜາດໃຫຍ່ ບໍ່ໄດ້ ປະຕິບັດ
ຕາມສັນຍາ ໂດຍສະເພາະ ແມ່ນການບໍ່ນຳເງິນລົງທຶນເຂົ້າມາດຳເນີນໂຄງການ
ຢ່າງແທ້ຈິງ ຈຶ່ງເຮັດໃຫ້ ເກີດການຊັກຊ້າໃນໂຄງການສ່ວນໃຫຍ່ໃນຂະນະທີ່
ກະຊວງ ຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມກັບ ກະຊວງແຜນການ ແລະການລົງທຶນນັ້ນ ກໍບໍ່ມີການກວດສອບໂຄງການທີ່ໃຫ້ສຳປະທານ ໄປແລ້ວ ແຕ່ຢ່າງໃດ ດັ່ງທີ່ທ່ານບຸນທອງ ຢືນຢັນວ່າ:
"ທຸກມື້ນີ້ ໄທເຮົາກະເສຍປຽບເດ່ ໃນເມື່ອອະນຸຍາດສຳປະທານແລ້ວລະແມ່ນໃຜຄຸ້ມ
ຄອງ ຈັກແມ່ນກະຊວງຊັບ ຈັກແມ່ນກະຊວງລົງທຶນ ຍົກຕົວຢ່າງສຳປະທານບາງ
ຕອນຢູ່ໃນນະຄອນຫຼວງວຽງຈັນ 99 ປີ ມາດຽວນີ້ ບໍ່ແມ່ນຮອດ 10 ປາຍປີແລ້ວຫວະ
ບໍ່ທັນໄດ້ພັດທະນາອີ່ຫຍັງມີແຕ່ບ່ອນເຮັດໃຫ້ຄົນໄປຍ່າງຕີກ໊ອຟຫັ້ນ ການພັດທະນາ
ອັນອື່ນໆ ກະບໍ່ທັນມີອີ່ຫຍັງ ຄັນກໍລະນີໃນແບບນີ້ ມັນບໍ່ມີປະສິດທິຜົນບໍ ຫຼືວ່າແນວ
ໃດ ອັນນີ້ເຮົາກະຕ້ອງໄດ້ເບິ່ງວ່າ ເຮົາຊິແກ້ໄຂແບບໃດ ອັນນີ້ກະຄືຊິແມ່ນລະດັບກະ
ຊວງຈະຕ້ອງໄດ້ກະຕຸກຊຸກຍູ້."
ທ່ານບຸນທອງ ໄດ້ໃຫ້ການຢືນຢັນວ່າ ການຍັກຍອກເອົາທີ່ດິນຂອງລັດແລະການສໍ້ໂກງ
ເອົາທີ່ດິນຂອງປະຊາຊົນລາວ ໂດຍບັນດາພະນັກງານຂອງລັດຖະບານລາວເປັນ
ບັນຫາໃຫຍ່ຂຶ້ນນັບມື້ ແລະໄດ້ເກີດຂຶ້ນຢ່າງກວ້າງຂວາງໃນຂະນະທີ່ການເກັບກຳ
ຂໍ້ມູນກ່ຽວກັບທີ່ດິນຂອງລັດຖະບານທີ່ຖືກຍັກຍອກໄປ ຫຼືຈັບຈອງເອົາຢ່າງບໍ່ຖືກ
ກົດໝາຍນັ້ນ ຍັງບໍ່ມີປະສິດທິພາບ ເພາະວ່າອຳນາດການປົກຄອງໃນລະດັບທ້ອງຖິ່ນ
ບໍ່ໃຫ້ການຮ່ວມມື ເຖິງແມ່ນວ່າລັດຖະບານຈະມີຄຳສັ່ງ ແລະໄດ້ໃຫ້ການຊີ້ນຳໄປແລ້ວ
ກໍຕາມ
ພາຍໃຕ້ສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງ ໃຫ້ດຳເນີນການກວດສອບສຳປະທານ ທີ່ດິນຂະໜາດໃຫຍ່ ຈຳນວນ 438 ຕອນ ທີ່ເປັນພື້ນທີ່ສຳປະທານຂອງບັນດາບໍລິສັດຕ່າງຊາດ ວ່າໄດ້ຈັດຕັ້ງປະຕິບັດຕາມສັນຍາການລົງທຶນໃນລາວ ຫຼືບໍ່ ໂດຍສະເພາະແມ່ນສຳປະທານທີ່ດິນໃນການສຳຫຼວດແລະຂຸດຄົ້ນແຮ່ທາດນັ້ນ ຈະຕ້ອງດຳເນີນການກວດສອບຢ່າງລະອຽດ ເນື່ອງຈາກຖືເປັນກິດຈະການສຳປະທານທີ່ກວາມເອົາເນື້ອທີ່ດິນຢ່າງກວ້າງຂວາງ
ຫຼາຍທີ່ສຸດໃນລາວ. ທັງນີ້ໂດຍໄດ້ມີຄຳສັ່ງແຕ່ງຕັ້ງຄະນະສະເພາະກິດເພື່ອຮັບຜິດຊອບ
ທັງການກວດກາ, ການສຶກສາ-ວິໄຈແລະວິເຄາະການນຳໃຊ້ທີ່ດິນໃນທົ່ວປະເທດອີກ
ດ້ວຍຊຶ່ງກໍປາກົດວ່າ ສາມາດຍຶດເອົາທີ່ດິນຂອງລັດທີ່ຖືກຍັກຍອກໄປກັບຄືນມາໄດ້ແລ້ວ
ຫລາຍໝື່ນເຮັກຕາໃນການຈັດຕັ້ງປະຕິບັດນັບແຕ່ປີ 2017 ເປັນຕົ້ນມາ.
ສ່ວນ ທ່ານຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ຖະແຫຼງ
ຢືນຢັນວ່າ ການສຳຫຼວດແຫຼ່ງແຮ່ທາດຕ່າງໆ ໃນລາວ ໄດ້ສຳຫຼວດພົບແຮ່ທາດແລ້ວ
ກວ່າ 570 ແຫຼ່ງ ຊຶ່ງກວາມເອົາເນື້ອທີ່ກວ້າງກວ່າ 162,104 ກິໂລແມັດມົນທົນ ຄິດເປັນ
68 ເປີເຊັນ ຂອງພື້ນທີ່ທັງໝົດຂອງລາວ. ໃນນີ້ ທາງການລາວ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນກໍໄດ້ອະນຸຍາດໃຫ້ສຳປະທານແກ່ບໍລິສັດເອກກະຊົນລາວແລະ ຕ່າງຊາດໄປແລ້ວ ເຖິງ 649 ບໍລິສັດ ໃນ 942 ກິດຈະການສຳຫຼວດ ແລະຂຸດຄົ້ນແຮ່ທາດໃນທົ່ວປະເທດລາວ.