ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ ຈະຕ້ອງ​ຮັກສາ​ ຄວາມປອດ​ໄພ ​ແກ່ໂຄງການ ສ້າງທາງ​ລົດ​ໄຟ​ ລາວ-​ຈີນ


ການເຈາະອຸໂມງ ເພື່ອສ້າງທາງລົດໄຟຄວາມໄວສູງ ແຫ່ງນຶ່ງລາວ
ການເຈາະອຸໂມງ ເພື່ອສ້າງທາງລົດໄຟຄວາມໄວສູງ ແຫ່ງນຶ່ງລາວ

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເນັ້ນຢໍ້າວ່າ ກອງທັບ​ມີ​ພາລະໜ້າທີ່​ທີ່​ສໍາຄັນ ທີ່​ຈະ​ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ໂຄງການ​ກໍ່ສ້າງ​ລົດ​ໄຟ​ເຊື່ອມ​ຕໍ່ລາວ​ກັບ​ຈີນ.

ພົນ​ໂທ​ຈັນ​ສະໝອນ ຈັນຍາ​ລາດລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຖະ​ແຫລ​ງຢືນຢັນ​ວ່າ ພາລະໜ້າ ​ທີ່​ສໍາຄັນ ທີ່ກອງທັບ​ປະຊາຊົນ​ລາວ​ຈະ​ຕ້ອງ​ປະຕິບັດ​ໃຫ້​ໄດ້ 100 ​ເປີ​ເຊັນ​ກໍ​ຄື​ການ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ໂຄງການ​ກໍ່ສ້າງ​ລົດ​ໄຟ​ເຊື່ອມ​ຕໍ່ລະຫວ່າງລາວ​ກັບ​ຈີນ ​ໂດຍ​ປະສານ​ສົມທົບ​ກັບ​ທຸກ​ພາກສ່ວນ ​ໃນ​ທຸກພື້ນທີ່ ທີ່​ທາງ​ລົດ​ໄຟ​ຜ່ານ ທັງ​ຍັງ​ຈະ​ຕ້ອງ​ກວດກາ​ທຸກ​ການ​ເຄື່ອນ​ໄຫວ​ໃນ​ສັງຄົມ ອີກ​ດ້ວຍ ດັ່ງ​ທີ່​ພົນ​ໂທ​ຈັນ​ສະໝອນ ​ໄດ້​ໃຫ້ການ​ເນັ້ນຢໍ້າວ່າ:

ພົນໂທຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ
ພົນໂທຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ

“ການ​ປະຕິບັດໜ້າທີ່ຢູ່​ພາກ​ສະໜາມ ມັນ​ມີ​ການ​ພົວພັນ​ກັບ​ຫລາຍພາກສ່ວນ​ ດັ່ງນັ້ນ ຖ້າ​ປະຕິບັດໜ້າທີ່ ພື້ນທີ່​ໃດ ກໍ​ຈະ​ຕ້ອງ​ປະສານ​ສົມທົບ​ກັບ​ຄະນະ​ພັກ ອໍານາດ​ການ​ປົກຄອງ​ຂອງ​ທ້ອງ​ຖິ່ນ​ນັ້ນ ​ໃຫ້​ແໜ້ນ​ແຟ້ນ ​ໃຫ້​ມີ​ຄວາມ​ເປັນ​ເອກ​ະພາບ ​ໃຫ້​ຮັບປະກັນ ​ເພາະ​ບໍ່​ແມ່ນ​ແຕ່ໜ້າທີ່ ທີ່​ຈະ​ກວດຄົ້ນ ​ເກັບ​ກູ້​ລະ​ເບີດ​ເທົ່າ​ນັ້ນ ພວກ​ສະຫາຍ​ຍັງ​ຕ້ອງ​ເຮັດໜ້າທີ່ ​ຮັບປະກັນ​ຄວາມສະຫງົບ​ປອດ​ໄພ ຢູ່​ໃນ​ເຂດ​ດັ່ງກ່າວ ຊຶ່ງ​ບັນດາ​ຄົນ​ບໍ່ດີ ຍັງ​ຈະ​ເລັດ​ລອດ​ສ້າງ​ບັນຫາ​ໃຫ້​ພວກ​ເຮົາ ໝາຍຄວາມ​ວ່າ ການ​ເຄື່ອນ​ໄຫວ​ປະຕິບັດໜ້າທີ່ ຕ້ອງ​ຕິດ​ພັນ​ກັບ​ການກໍ່ສ້າງ​ຮາກ​ຖານ​ການ​ເມືອງ ພັດທະນາ​ຊົນນະບົດ ປະກອບສ່ວນ​ໃນ​ການກໍ່ສ້າງ ຮາກ​ຖານ.”​

ກ່ອນໜ້ານີ້ ລັດຖະບານ​ລາວ​ຍັງ​ໄດ້​ມອບໝາຍ​ໃຫ້ກອງທັບ​ປະຊາຊົນ​ລາວ​ເປັນ​ພາກສ່ວນ
ຮັບຜິດຊອບ​ໃນ​ການ​ກວດຄົ້ນ ​ແລະ​ເກັບ​ກູ້​ລະ​ເບີດ​ບໍ່ທັນ​ແຕກ ຫລື UXO ທີ່​ຕົກ​ຄ້າງຕະ
ຫລອດ​ພື້ນທີ່​ທີ່​ເປັນ​ເຂດ ​ແລວ​ທາງ ​ແລະ​ທີ່​ຕັ້ງສະຖານີ​ລົດ​ໄຟ​ອີກ​ດ້ວຍ ຊຶ່ງ​ຜ່ານ​ມາ​ກໍ​ປາ
ກົດ​ວ່າ ກອງທັບ​ປະຊາຊົນ​ລາວ ທີ່​ມີ​ກົມ​ໃຫຍ່​ແສ​ນາ​ທິການ​ເປັນ​ພາກສ່ວນ​ທີ່​ຮັບຜິດຊອບ
​ໂດຍ​ກົງ​ນັ້ນ ກໍ​ໄດ້​ດໍາ​ເນີນການ​ກວດຄົ້ນພື້ນທີ່​ໄດ້​ແລ້ວ 314,682 ​ເຮັກຕາ, ສໍາ​ຫລວດ
​ແລະ​ເຈາະ​ທາງ​ທໍລະນີ​ສາດ​ໃນ​ພື້ນທີ່ 125,625 ເຮັກຕາ, ​ແລະ​ເກັບ​ກູ້​ລະ​ເບີດ​ໄດ້ 145
ໜ່ວຍ. ສ່ວນ​ການດໍາ​ເນີນ​ງານ​ໃນ​ໄ​ລຍະຕໍ່​ໄປ​ນີ້ ກໍ​ຈະ​ທໍາ​ການ​ກວດຄົ້ນ ​ແລະ​ເກັບ​ກູ້​ລະ
​ເບີດ​ທັງໝົດ ​ໃນ​ຕະຫລອດ​ເສັ້ນທາງ​ລົດ​ໄຟ​ໃຫ້​ສໍາ​ເລັດ​ພາຍ​ໃນ 36 ​ເດືອນ​ຕໍ່ໜ້າ.

ທາງ​ດ້ານ​ທ່ານ ອາຄົມເຕີມພິທະຍາ ລັດຖະມົນຕີວ່າການກະຊວງຄົມມະນາຄົມຂອງໄທ ກໍຢືນຢັນວ່າ ການກໍ່ສ້າງທາງລົດໄຟຄວາມໄວສູງຈາກ​ໃນໄທ​ເພື່ອ​ເຊື່ອມ​ຕໍ່ກັບ​ລາວແລະຈີນນັ້ນ​ໄດ້​ຜ່ານ​ການ​ຮັບຮອງ ​ແລະ​ອະນຸມັດແຜນການ​ໂດຍ​ຄະນະ​ລັດຖະມົນຕີ​ຂອງ​ໄທຢ່າງ​ເປັນ​ທາງ​ການແລ້ວ ​ໂດຍ​ໄດ້​ແບ່ງ​ເປັນ​ສອງ​ໄລຍະ ຄື​ໄລຍະ​ທີ 1 ​ແມ່ນ​ເສັ້ນທາງ​ຈາກ​ບາງກອກໄປກາໂຄລາດ ກັບ​ໄລຍະ​ທີ 2 ຈາກ​ໂຄ​ລາດ​ໄປ​ຫາໜອງຄາຍ ​ເພື່ອເຊື່ອມຕໍ່ກັບ​ລາວທີ່ນະຄອນວຽງຈັນ ​ໂດຍ​ມີກຳນົດການກໍ່ສ້າງໃຫ້ແລ້ວສຳເລັດ ​ແລະ​ເປີດ​ບໍລິການໃນປີ 2021 ຊຶ່ງຖື​ເປັນ​ສ່ວນນຶ່ງຂອງ​ແຜນການ​ນຶ່ງແລວທາງນຶ່ງເສັ້ນທາງ (One Belt-One Road) ທີ່​ລິ​ເລີ້ມ​ໂດຍ​ລັດຖະບານຈີນ.

ໂດຍການເຊື່ອມຕໍ່ທາງລົດໄຟ ໄທ-ຈີນ ດັ່ງກ່າວນີ້ ກໍຄືເສັ້ນທາງລົດໄຟ ທີ່ລາວເປັນສູນ
ກາງການເຊື່ອມຕໍ່ນັ້ນເອງ ເຊິ່ງການກໍ່ສ້າງທາງລົດໄຟໃນລາວ ເພື່ອເຊື່ອມຕໍ່ຈີນ ແລະ
ໄທ ມີກຳນົດການກໍ່ສ້າງແລ້ວສຳເລັດ ພາຍໃນ 60 ເດືອນ ນັບຈາກພິທີເປີດການກໍ່ສ້າງ
ທີ່ຈັດຂຶ້ນຢ່າງເປັນທາງການເມື່ອວັນທີ 25 ທັນວາ 2016 ທີ່ຜ່ານມາ ຢູ່ທີ່ແຂວງ
ຫລວງພະບາງ.

ທັງນີ້ ມີ 11 ບໍລິສັດ ຈີນ ​ເປັນພາກສ່ວນຮັບຜິດຊອບ​ໂຄງການ ​ແລະ​ໄດ້ນຳໃຊ້ແຮງງານ ທີ່ມີປະສົບການຈາກຈີນຫຼາຍກວ່າ 10,000 ຄົນ ເຊັ່ນຢູ່ທີ່ແຂວງອຸດົມໄຊ ຈະຕ້ອງນຳ
ໃຊ້ແຮງງານຈາກຈີນ 5,000 ກວ່າຄົນ ເນື່ອງຈາກທາງລົດໄຟຈະຕ້ອງຜ່ານເຂດແຂວງ
ອຸດົມໄຊເຖິງ 126.6 ກິໂລແມັດ ຄິດເປັນ 1 ສ່ວນ 3 ຂອງເສັ້ນທາງທັງໝົດໃນລາວ.
ທັງຍັງຈະຕ້ອງກໍ່ສ້າງຂົວ ແລະເຈາະອຸໂມງ ຄິດເປັນ 40 ເປີເຊັນຂອງທາງລົດໄຟ.
ສ່ວນ​ໃນແຂວງຫລວງ​ພະ​ບາງ ກໍ​ຕ້ອງໃຊ້ແຮງງານຈາກຈີນ 3,000 ກວ່າຄົນ ​ເພື່ອ​ສ້າງ
ທາງ​ລົດໄຟ​ທີ່​ຍາວ 80 ກິໂລແມັດ, 1 ສະຖານີ​ໃຫຍ່, 4 ສະຖານີ​ຍ່ອຍ, ຂົວ​ຂ້າ​ມ​ແມ່​ນໍ້າ
ຂອງ 1 ​ແຫ່ງ ​ແລະ​ອຸ​ໂມງ 6 ​ແຫ່ງ.

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເປັນການຮ່ວມທຶນລະຫວ່າງລັດຖະບານລາວ
ກັບຈີນ ໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນ ຂອງມູນຄ່າການລົງທຶນລວມ 6,000 ລ້ານໂດລາທີ່ກູ້ຢືມຈາກສະຖາບັນການເງິນຂອງຈີນ ມີໄລຍະທາງ 417 ກິໂລແມັດ
ຈາກດ່ານບໍ່ເຕັນ ແຂວງຫຼວງນໍ້າທາ ຜ່ານອຸດົມໄຊ-ຫຼວງພະບາງ-ຊຽງຂວາງ-ວັງວຽງ
ແລະນະຄອນຫຼວງວຽງຈັນ ໂດຍລາງລົດໄຟກວ້າງ 1.435 ແມັດ​ໂດຍຂະບວນລົດ​ທີ່
ຂົນສົ່ງສິນຄ້າ ແລະໂດຍສານແລ່ນດ້ວຍຄວາມໄວ 120 ແລະ 160 ກິໂລແມັດຕໍ່ຊົ່ວ
ໂມງຕາມລຳດັບ.

XS
SM
MD
LG