ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການຂຶ້ນລາຄານ້ຳມັນ ໃນ​ລາວ ​ໂດຍ​ຂາດ​ການກວດ​ກາເຂັ້ມງວດ ກາຍ​ເປັນ​ຊ່ອງຫວ່າງ ​ໃຫ້ມີ​ການລັກ​ລອບ ​ຂາຍ​ນ້ຳ​ມັນ​ເຖື່ອນ ເພີ້ມ​ຂຶ້ນ


​ລົດ​ບັນ​ທຸກ​ຂົນ​ສົ່ງ​ນ້ຳ​ມ​ັນເຖື່ອນ​ເຂົ້າ​ມາ​ລາວ ຢູ່​ສາງ​ເກັບ​ນ້ຳ​ມັນ​ແຫ່ງ​ນຶ່ງ​ໃນ​ລາວ
​ລົດ​ບັນ​ທຸກ​ຂົນ​ສົ່ງ​ນ້ຳ​ມ​ັນເຖື່ອນ​ເຂົ້າ​ມາ​ລາວ ຢູ່​ສາງ​ເກັບ​ນ້ຳ​ມັນ​ແຫ່ງ​ນຶ່ງ​ໃນ​ລາວ

ທາງການລາວປັບຂຶ້ນລາຄາຈຳໜ່າຍນ້ຳມັນຢູ່​ເລື້ອຍ​ແຕ່​ກັບບໍ່​ມີ​ມາດ​ຕະ​ການກວດ​ສອບ ເຂັ້ມງວດນັ້ນ ໄດ້​ກາຍ​ເປັນ​ຊ່ອງ​ທາງ​ໃຫ້ມີການສວຍໂອກາດລັກ​ລອບ​ຄ້າ​ຂາຍ​ນ້ຳ​ມັນ
​ເຖື່ອນ​ເພີ້ມ​ຂຶ້ນ. ຊົງ​ລິດ ໂພນ​ເງິນມີ​ລາຍ​ງານ​ກ້ຽວ​ກັບ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ເຈົ້າ​ໜ້າ​ທີ່​ຂັ້​ນ​ສູງ ໃນກະຊວງອຸດສາຫະກຳ ແລະການຄ້າເປີດ​ເຜີຍ​ວ່າ ການປັບຂຶ້ນລາ ຄານ້ຳມັນເຊື້ອໄຟ ທີ່​ເຮັດ​ໃຫ້ລາ​ຄາຈຳໜ່າຍ​ເພີ້ມ​ຂຶ້ນ ຕັ້ງ​ແຕ່ 700-810 ກີບ​ຕໍ່​ລິດເມື່ອ
​ສົມທຽບລະ​ຫວ່າງ​ເດືອນ​ມັງ​ກອນ ກັບ​ເດືອນ​ທັນ​ວາ 2019 ນີ້ ນອກ​ຈາ​ກ​ຈະ​ກະ​ທົບ​ຕໍ່​ຊີ
​ວິດການ​ເປັນ​ຢູ່​ປະ​ຈຳ​ວັນຂອງ​ປະ​ຊາ​ຊົນ​ລາວ ຢ່າງກວ້າງ​ຂວາງ​ເພາະ​ລາ​ຄາ​ສິນ​ຄ້າ​ອຸ​ປະ​
ໂພກບໍ​ລິ​ໂພກ​ໄດ້​ປັບ​ຕົວ​ເພີ້ມ​ຂຶ້ນ ໃນ​ທຸກ​ລາຍ​ການແລ້ວ ກໍ​ຍັງໄດ້​ກາຍ​ເປັນ​ຊ່ອງ​ທາງ​ໃຫ້ມີການສວຍໂອກາດສະ​ແຫວງ​ຫາ ຜົນ​ປະ​ໂຫຍດ​ຈາກ​ການຄ້າ​ຂາຍ​ນ້ຳ​ມັນລັກ​ລອບ​
ນ້ຳ​ເຂົ້າ​ມາ​ໃນ​ລາວ ໂດຍບໍ່​ເສຍ​ຄ່າ​ພາ​ສີ​ອາ​ກອນ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ອີກ​ດ້ວຍ.

ທັງ​ນີ້​ການ​ລັກ​ລອບ​ດັ່ງ​ກ່າວເຮັດ​ໃຫ້​ຜູ້​ປະ​ກອບ​ການ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ສ່ວນ​ຕ່າງ
ຂອງ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ ທີ່ບໍ່​ໄດ້​ເສຍ​ພາ​ສີອາ​ກອນຢ່າງ​ຖືກ​ຕ້ອງຕາມ​ກົດ​ໝາຍນັ້ນ ໃນ
​ອັດ​ຕາ 39 ເປີ​ເຊັນ ສຳ​ລັບນໍ້າມັນແອັດຊັງພິເສດ, 34 ເປີ​ເຊັນສຳ​ລັບນໍ້າມັນແອັດຊັງທຳ​
ມະ​ດາ, 24 ເປີ​ເຊັນສຳ​ລັບນໍ້າມັນກາຊວນນັ້ນ ໂດຍເມື່ອປະກອບກັບການກວດກາຂອງ
ພາກສ່ວນທີ່ຮັບຜິດຊອບກໍບໍ່ເຂັ້ມງວດ ທັງຍັງມີປະສິດທິພາບຕໍ່າດ້ວຍແລ້ວຈຶ່ງເຮັດໃຫ້
ມີການລັກ ລອບຄ້າຂາຍນໍ້າມັນເຖື່ອນເກີດຂຶ້ນຢ່າງກວ້າງຂວາງ ແລະເປັນຂະບວນການ
ທີ່ຮູ້ກັນເປັນການພາຍ ໃນລະຫວ່າງຜູ້ຊື້ ຫລືເຈົ້າຂອງປໍ້າ ກັບຜູ້ຈັດຫານໍ້າມັນ ດັ່ງເຈົ້າໜ້າ
ທີ່ຂັ້ນສູງໃນກະຊວງອຸດສາຫະກໍາ ໄດ້ໃຫ້ການຢືນຢັນວ່າ:
“ຈາກການສອບຖາມເຈົ້າຂອງປໍ້າ ບາງປໍ້ານີ້ກະແມ່ນເຈົ້າຂອງປໍ້າສະໝັກໃຈຊື້ມາເອງ ບາງປໍ້າກະບໍ່ຮູ້ເລື່ອງ ກະແມ່ນວ່າ ທາງບໍລິລັດໃຫຍ່ຫັ້ນ ມັນມີສອງແງ່ເນາະ ອັນນີີ້
ເພາະວ່າມັນຈະມີແຕ່ລະມື້ ມັນຈະມີຜູ້ຕິດຕໍ່ຂາຍນໍ້າມັນ ໂດຍສະເພາະຫລະແມ່ນລູກ
ຄ້າລາຍໃຫຍ່ໃສ່ລົດຮຸນໄດແລ້ວ ແກ່ໃສ່ເປັນຟຸ້ຍ ເປັນຟຸ້ຍ ໄປຂາຍໃຫ້ລາຄາຖືກ ມີ
ກໍາໄລແລ້ວກະຊື້ ເປັນແນວນັ້ນດຽວນີ້.”

ປ້ຳ​ຂາຍ​ນ້ຳ​ມັນ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລວງວຽງ​ຈັນ ຂອງ​ລາວ
ປ້ຳ​ຂາຍ​ນ້ຳ​ມັນ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລວງວຽງ​ຈັນ ຂອງ​ລາວ

ໂດຍການປັບຂຶ້ນລາຄາຈຳໜ່າຍນ້ຳມັນໃນຄັ້ງຫລ້າສຸດນີ້ ໄດ້ເຮັດໃຫ້ລາຄາຈຳໜ່າຍ
ນ້ຳມັນແອັດຊັງພິເສດໄດ້ປັບຂຶ້ນມາຢູ່ທີ່ 10,560 ກີບຕໍ່ລິດ, ແອັດຊັງທຳມະດາ 9,240
ກີບຕໍ່ລິດ ແລະກາຊວນ 8,630 ກີບຕໍ່ລິດໃນເຂດນະຄອນວຽງຈັນ ແລະແຂວງວຽງຈັນ.
ສ່ວນແຂວງອື່ນໆນັ້ນ ກໍມີລາຄາທີ່ແຕກຕ່າງກັນລະຫວ່າງ 30 ກີບເຖິງ 760 ກີບ ຕໍ່ລິດ
ຊຶ່ງກໍຂຶ້ນຢູ່ກັບໄລຍະທາງຂອງການຂົນສົ່ງນ້ຳມັນ ໂດຍແຂວງຜົ້ງສາລີ ເປັນເຂດທີ່ນ້ຳມັນ
ມີລາຄາຈຳໜ່າຍສູງທີ່ສຸດ ຄືນ້ຳມັນແອັດຊັງທຳມະດາ 9,870 ກີບຕໍ່ລິດ, ກາຊວນ
9,370 ກີບ ຕໍ່ລິດ ແລະບໍ່ມີການຈຳໜ່າຍນ້ຳມັນແອັດຊັງພິເສດແຕ່ຢ່າງໃດ.

ເຈົ້າ​ໜ້າ​ທີ່ຂັ້ນ​ສູງໃນ​ກະ​ຊວງວິ​ທະ​ຍາ​ສາດ​ແລະ​ເທັກ​ໂນ​ໂລ​ຈີເປີດ​ເຜີຍ​ວ່າ ການ​ອະ​ນຸ​ຍາດ
​ໃຫ້​ມີ​ການ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟ ເພື່ອ​ຕອບ​ສະ​ໜອງ​ໃຫ້​ກັບ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ
ທີ່​ເປັນ​ການ​ລົງທຶນ​ຂອງ​ຕ່າງ​ຊາດ​ໃນ​ລາວ​ນັ້ນ ເຮັດໃຫ້​ເກີດ​ການລັກ​ລອບ​ຄ້າຂົນສົ່ງນໍ້າມັນ ເຂົ້າມາໃນລາວໄດ້​ເຖິງ 16 ດ່ານ​ຊາຍ​ແດນ​ດ້ວຍ​ກັນ ຊຶ່ງ​ເຮັດ​ໃຫ້​ກວດ​ກາໄດ້​ຢ່າງ​ບໍ່​ທົ່ວ​ເຖິງ ທັງຍັງປາກົດວ່າມີ​ການ​ລັກ​ລອບ​ຄ້າ ​ເອົາ​ນ້ຳ​ມັນ​ຄຸນ​ພາບ​ຕໍ່າເຂົ້າມາຂາຍ​ໃນ​ລາວອີກ​ດ້ວຍ​.

ສ່ວນ​ນັກ​ເສດ​ຖະ​ສາດ ໃນ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ ຫຼື ADB ຢືນ​ຢັນ​ວ່າ ການ​ຊົມ​ໃຊ້
​ນ້ຳ​ມັນ​ທີ່​ເພີ້ມ​ຂຶ້ນເຮັດ​ໃຫ້​ລາວ ຕ້ອງ​ປະ​ເຊີນກັບ​ ​ການ​ຂາດ​ດຸນ​ບັນ​ຊີ​ການ​ຊຳ​ລະ​ເງິນ​ເພີ້ມ​
ຂຶ້ນທຸກ​ປີ ໂດຍ​ຄາດວ່າລາວຈະ​ຂາດ​ດຸນ​ບັນ​ຊີ​ການ​ຊຳ​ລະ​ເງິນເກີນກວ່າ 15 ເປີ​ເຊັນ ຂອງ
ຍອດ​ຜ​ະລິດຕະ​ພັນ​ລວມ​ພາຍ​ໃນ (GDP) ໃນປີ 2019 ທີ່​ຄາດ​ວ່າ​ລາວຈະ​ນຳ​ເຂົ້າ​ນ້ຳ​ມັນ
ຫລາຍກວ່າ 1,960 ລ້ານ​ລິດ ເພີ້ມ​ຂຶ້ນ​ເກີນກວ່າ 12 ເປີ​ເຊັນ ທຽບ​ໃສ່​ປີ 2018 ຊຶ່ງການ
ນໍາເຂົ້ານໍ້າມັນດັ່ງກ່າວນີ້ ບໍ່ໄດ້ລວມເຖິງການນໍາເຂົ້ານໍ້າມັນຈາກຈີນສໍາລັບຕອບສະໜອງ
ໃຫ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ຢ່າງໃດ ໂດຍເມື່ອຮວມກັບໂຄງການກໍ່ສ້າງ ເຂື່ອນໄຟຟ້າຂອງຈີນໃນລາວ ທີ່ກໍາລັງກໍ່ສ້າງຈໍານວນ 9 ໂຄງການກໍ່ເຮັດໃຫ້ຄາດໝາຍວ່າ ຈະມີການນໍາເຂົ້ານໍ້າມັນຈາກຈີນໃນປະລິມານເກີນກວ່າ 100 ລ້ານ ລິດໃນ​ປີ 2019 ນີ້ ອັນ ເປັນການນໍາເຂົ້າ​ນ້ຳ​ມັນໂດຍໄດ້ຮັບການຍົກເວັ້ນພາສີ ເຊັ່ນດຽວກັນກັບບັນດາບໍລິສັດ ປະເທດອື່ນໆ ທີ່ລົງທຶນໃນລາວນັ້ນເອງ. ​

XS
SM
MD
LG