ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລາວ ມີແຜນຈະຂາຍໄຟຟ້າ ໃຫ້ຫວຽດນາມ ກໍາ​ປູ​ເຈຍ ແລະມຽນມາ ​ຫຼາຍ​ກວ່າ 6 ພັນເມ​ກາ​ວັດ


ການສົ່ງກະແສໄຟຟ້າ
ການສົ່ງກະແສໄຟຟ້າ

ລັດຖະມົນຕີລາວ​ຢືນຢັນ​ວ່າ ຈະ​ເພີ້ມການ​ສົ່ງ​ອອກ​ໄຟຟ້າ​ໄປ​ຂາຍ​ໃຫ້​ຫວຽດນາມ,
ກໍາ​ປູ​ເຈຍ, ​ແລະມຽນມາ ​ໃຫ້​ຫລາຍ​ຂຶ້ນ ​ໂດຍ​ຄາດ​ວ່າ ທັງ 3 ປະ​ເທດ​ຈະ​ຊື້ກະ​ແສ
ໄຟຟ້າ ​ຈາກ​ລາວ​ຫຼາຍ​ກວ່າ 6,000 ​ເມ​ກາ​ວັດ. ຊົງຣິດ ໂພນເງິນ ມີລາຍງານຈາກ
ບາງກອກ.

ທ່ານ​ຄຳ​ມະນີ ອິນ​ທິລາດ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ ​ແລະ​ບໍ​່ແ​ຮ່​ໄດ້​ໃຫ້
ການ​ຢືນຢັນ​ວ່າ ການຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດທະນາ​ໃນ​ພາກ​ພະລັງງານ​ໄຟຟ້າ
​ໃນ​ລາວ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຕັ້ງໜ້າ ຊຶ່ງ​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ມີ​ພະລັງງານ​ໄຟຟ້າ​ເພື່ອ
ຕອບ​ສະໜອງການ​ຊົມ​ໃຊ້​ພາຍໃນ​ປະ​ເທດ​ຢ່າງ​ພຽງພໍ​ເທົ່າ​ນັ້ນ ​ແຕ່ຍັງ​ໄດ້ມີ​ການ​ສົ່ງ
ອອກ​ພະລັງງານ​ໄຟຟ້າ​ໄປ​ຕ່າງ​ປະ​ເທດເພີ້​ມຂຶ້ນນັບ​ມື້ ​ອີກ​ດ້ວຍ ດັ່ງ​ທີ່ທ່ານ​ຄຳ​ມະນີ
ໄດ້​ຢືນຢັນ​ວ່າ: “ພວກ​ເຮົາ​ໄດ້​ດຳ​ເນີນ​ການ​ພັດທະນາ​ວຽກ​ພະລັງງານ ທີ່​ມີ​ລັກ​ສະ​ນະ​
ເປັນ​ລະບົບ
ຄົບ​ຊຸດ ມີ​ບາດກ້າວ​ຂະຫຍາຍ​ໂຕ​ທີ່​ໜັກ​ແໜ້ນ​ຕໍ່​ເນື່ອງ ​ແລະ​ມີ​ດ້ານ​ທີ່​ໄດ້​
ຮັບ​ການ
ພັດທະນາ​ຢ່າງ​ກ້າວ​ກະ​ໂດດ ຊຶ່ງ​ຜົນສຳ​ເລັດ​ທີ່​ກ້າວ​ກະ​ໂດດ​ໃນ​ການ​ພັດທະ
ນາ​ດ້ານ​
ນີ້ໄດ້​ສ້າງ​ເງື່ອນ​ໄຂ​ຕອບ​ສະໜອງ​ການ​ຊົມ​ໃຊ້​ພະ​ລັງ​ງານ​ໄຟຟ້າ ຢູ່​ພາຍ​ໃນ​
ປະ​ເທດ​
ຂອງ​ພວກ​ເຮົາ​ນີ້​ຢ່າງ​ພຽງພໍ ​ແລະ​ມີ​ສ່ວນ​ເພີ້​ມຂຶ້ນ​ໃນ​ການ​ສົ່ງ​ອອກ.

​ແຕ່​ເນື່ອງ​ຈາກ​ວ່າ ທ່ານ​ສິຣິ ຈິຣະພົງພັນ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ​
ຂອງ​ໄທຖ​ະແຫຼ​ງຢືນຢັນ​ວ່າ ການ​ທີ່​ໄທ​ມີ​ປະ​ລິ​ມານ​ພະລັງງານ​ໄຟຟ້າ​ສໍາ​ຮອງ​ໃນ​ລະດັບ
ທີ່​ເກີນ​ກວ່າ​ຄວາມ​ຕ້ອງການ​ພາຍ​ໃນ​ເຖິງ 39 ​ເປີ​ເຊັນ​ໃນ​ປັດ​ຈຸ​ບັນນີ້ ​ແລະເມື່ອ​ພິຈາ
ລະນາ​ປະກອບ​ກັບ​ການ​ຊົມ​ໃຊ້​ໄຟຟ້າ​ພາຍ​ໃນ​ທີ່​ເພີ້​ມຂຶ້ນ​ໃນ​ອັດ​ຕາສະ​ເລ່ຍ 3 ​ເປີ​ເຊັນ​
ຕໍ່​ປີ ຈຶ່ງ​ເຮັດ​ໃຫ້ສາມາດ​ຄາດ​ການ​ໄດ້​ວ່າ​ນັບ​ຈາກ​ປັດ​ຈຸ​ບັນ​ໄປ​ຈົນ​ເຖິງ​ປີ 2026 ປະ​ເທດ
​ໄທ​ບໍ່​ມີ​ຄວາມຈຳເປັນ​ທີ່​ຈະ​ຕ້ອງ​ຊື້ ຫຼື​ນຳ​ເຂົ້າ​ພະລັງງານໄຟຟ້າ​ຈາກ​ຕ່າງປະ​ເທດ​ເພີ້​ມຂຶ້ນ
​ອີກ​ແຕ່​ຢ່າງ​ໃດ.

ທັງນີ້ ລັດຖະບານໄທ ໄດ້ຕົກລົງຮັບຊື້ກະແສໄຟຟ້າຈາກລາວ 9,000 ເມກາວັດ
ໃນຊ່ວງປີ 2019-2044 ແຕ່ວ່າໃນປີ 2021 ລາວຈະມີແຫລ່ງຜະລິດພະລັງງານໄຟຟ້າ
ໄດ້ເຖິງ 13,000 ເມກາວັດ ແລະຄາດວ່າ ການຊົມໃຊ້ພະລັງງານໄຟຟ້າພາຍ​ໃນລາວ
​ຈະ​ມີ​ປະລິມານ​ລວມ 2,862 ເມກາວັດໃນປີ 2021 ຊຶ່ງຈະເຮັດໃຫ້ລາວ ມີປະລິມານ
ພະລັງງານໄຟຟ້າເກີນຄວາມຕ້ອງການພາຍໃນແລະຈະຕ້ອງສົ່ງອອກໄປຕ່າງປະເທດ
ໃຫ້ໄດ້ເພີ່ມຂຶ້ນອີກ​ໃນປະລິມານລວມ 1,138 ເມກາວັດ ​ໂດຍປະເທດທີ່​ເປັນ​ເປົ້າໝາຍ
​ໃນ​ການ​ຂະຫຍາຍການ​ສົ່ງ​ອອກ​ພະລັງງານ​ຂອງ​ລາວ​ກໍ​ຄື​ຫວຽດນາມ, ກໍາ​ປູ​ເຈຍ ​
ແລະ​ມຽນມານັ້ນ​ເອງ.

ທັງ​ນີ້ ລັດຖະບານ​ຫວຽດນາມ​ໄດ້​ຕົກລົງ​ຈະ​ຮັບ​ຊື້ພະລັງງານໄຟຟ້າຈາກ​ລາວ​ໃນ​ປະລິ
ມານລວ​ມເຖິງ 5,000 ​ເມ​ກາ​ວັດພາຍ​ໃນ​ປີ 2025 ຊຶ່ງ​ໃນ​ໄລຍະ​ຜ່ານ​ມາລັດວິ​ສາ​ຫະກິດ
ໄຟຟ້າຫວຽດນາມ (EVN) ກໍ​ໄດ້​ຕົກລົງ​ຮັບ​ຊື້ພະລັງງານ​ໄຟຟ້າ​ຈາກ​ໂຄງການ​ເຂື່ອນ
​ເຊ​ກອງ, ​ໂຄງການ​ເຂື່ອນ​ນໍ້າ​ຊໍາ, ​ໂຄງການ​ເຂື່ອນ​ນໍ້າໝໍ້, ​ແລະ​ໂຄງການ​ເຂື່ອນ​ເຊ
​ຂະໝານ ທັງ​ຍັງໄດ້ທໍາ​ການກໍ່ສ້າງ​ແນວ​ສາຍ​ສົ່ງ​ກະ​ແສ​ໄຟຟ້າ​ແຮງ​ສູງ ທີ່​ມີ​ຂະໜາດ
220 KV ​ແລະ 500 KV ​ເພື່ອ​ຮອງ​ຮັບ​ການ​ສົ່ງ​ກະ​ແສ​ໄຟຟ້າ​ຈາກ​ລາວ ​ໄປ​ຫວຽດນາມ
​ອີກ​ດ້ວຍ.

ສ່ວນລັດຖະບານກໍາປູ​ເຈຍ ກໍ​ໄດ້​ຕົກລົງ​ໃນ​ຫລັກການ​ວ່າ ຈະ​ຮັບ​ຊື້ກະ​ແສໄຟຟ້າຈາກ​
ລາວ ໃນ​ປະລິມານ​ລວ​ມເຖິງ 1,000 ​ເມ​ກາ​ວັດ ພາຍ​ໃນ​ປີ 2025. ຫາກ​ແຕ່​ວ່າດ້ວຍ
​ຂໍ້​ຈໍາກັດ​ໃນ​ດ້ານ​ເງິນທຶນ​ສໍາລັບ​ນໍາ​ໃຊ້​ໃນ​ການກໍ່ສ້າງ​ແນວ​ສາຍ​ສົ່ງ​ກະ​ແສ​ໄຟຟ້າ​ແຮງ​ສູງ
ຈາກ​ລາວ ໄປ​ກໍາປູ​ເຈຍຈຶ່ງ​ເຮັດ​ໃຫ້​ກໍາປູ​ເຈຍ​ສາມາດ​ນໍາ​ເຂົ້າພະລັງງານໄຟຟ້າຈາກ​ລາວ​
ໄດ້​ພຽງ 115 ກິ​ໂລ​ວັດເທົ່ານັ້ນ​ໃນ​ປັດຈຸບັນ.

ທາງ​ດ້ານລັດຖະບານ​ມຽນມານັ້ນ ກໍ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ ທີ່ຈະ​ຮັບ​ຊື້ກະ​ແສໄຟຟ້າ
ຈາກ​ລາວບໍ່ໜ້ອຍກວ່າ 200 ​ເມ​ກາ​ວັດ ຫາກ​ແຕ່​ກໍ​ຍັງ​ບໍ່ມີ​ຄວາມ​ຊັດ​ເຈນ​ວ່າ​ຈະ​ສາມາດ
​ລົງ​ນາມຮ່ວມ​ກັນ​ໃນ​ສັນຍາ​ຊື້ຂາຍ​ກະ​ແສ​ໄຟຟ້າ​ດັ່ງກ່າວ​ໄດ້​ເມື່ອ​ໃດ ​ເພາະວ່າ​ລາວ​ກັບ
ມຽນມາ​ຍັງ​ບໍ່ມີແນວ​ສາຍ​ສົ່ງ​ກະ​ແສ​ໄຟຟ້າ​ແຮງ​ສູງທີ່​ເຊື່ອມ​ຕໍ່ກັນ. ສ່ວນ​ລັດຖະບານ​ມາ
​ເລ​ເຊຍ ກໍ​ໄດ້​ຕົກລົງ​ຮັບ​ຊື້ກະ​ແສ​ໄຟຟ້າຈາກ​ລາວ​ຜ່ານ​ແນວ​ສາຍ​ສົ່ງ​ໃນ​ໄທ ​ໃນ​ປະ​ລິ​ມານ
​ລວມ 100 ​ເມ​ກາ​ວັດເທົ່າ​ນັ້ນນັບ​ແຕ່​ເດືອນ​ສິງຫາ 2018 ​ເປັນຕົ້ນ​ໄປ.

ທັງ​ນີ້ ພາຍໃນປີ 2021 ລາວຈະມີເຂື່ອນໄຟຟ້າ ເຖິງ 100 ໂຄງການທີ່ມີກຳລັງຕິດຕັ້ງ
ລວມຫຼາຍກວ່າ 13,000 ເມກາວັດ ທີ່ສາມາດຜະລິດໄຟຟ້າໄດ້​ເຖິງ 67,000 ລ້ານກິໂລ
ວັດ/ໂມງ/ປີ ໃນນີ້ເປັນແຫລ່ງຜະລິດໄຟຟ້າທີ່ມີຢູ່ແລ້ວ 46 ໂຄງການ ມີກຳລັງຕິດຕັ້ງ
6,444 ເມກາວັດທີ່ສາມາດຜະລິດໄຟຟ້າໄດ້​ເຖິງ 35,000 ລ້ານກິໂລວັດ/ໂມງ ​ແລະກຳລັງ
ກໍ່ສ້າງ 54 ໂຄງການ ຊຶ່ງ​ມີກຳລັງຕິດຕັ້ງລວມ 6,618 ເມກາວັດ, ຜະລິດກະແສໄຟຟ້າ
ໄດ້​ເຖິງ 32,000 ລ້ານກິໂລວັດ/ໂມງ ຊຶ່ງ​ສ່ວນ​ໃຫຍ່​ມີ​ກໍານົດ​ກໍ່ສ້າງ​ໃຫ້​ແລ້ວ​ເສັດ​ໃນ​ປີ 2020-2021.

XS
SM
MD
LG