ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ລາວ ບໍ່ສາມາດ ​ຈັດ​ສັນ​ງົບປະມານ​ ດ້ານ​ການ​ສຶກສາ ​ແລະ​ ​ສາທາລະນະ​ສຸກ ​ໄດ້​ຕາມ​ແຜນການ


ການສັກຢາປ້ອງກັນພະຍາດໃຫ້ແກ່ເດັກນ້ອຍຈໍານວນນຶ່ງຢູ່ໃນລາວ
ການສັກຢາປ້ອງກັນພະຍາດໃຫ້ແກ່ເດັກນ້ອຍຈໍານວນນຶ່ງຢູ່ໃນລາວ

ລັດຖະບານລາວສາມາດ​ຈັດ​ສັນ​ງົບປະມານ​ສໍາລັບ​ພັດທະນາ​ດ້ານ​ການ​ສຶກສາ ​ແລະ​
ສາທາລະນະ​ສຸກ ​ໄດ້​ຕໍ່າກວ່າ​ແຜນການ ຈຶ່ງ​ສົ່ງ​ຜົນ​ໃຫ້ການ​ຈັດຕັ້ງປະຕິບັດ ບໍ່ບັນລຸ​
ເປົ້າໝາຍທີ່​ວາງ​ໄວ້.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການ
ເງິນສະຫລຸບ​ຜົນ​ການຈັດຕັ້ງ​ປະຕິບັດ​ດ້ານ​ລາຍ​ຮັບ ​ແລະ​ລາຍ​ຈ່າຍ​ຂອງລັດຖະບານ
ລາວ ໃນ​ສົກ​ປີ 2017 ຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດລາວ
ຊຸດທີ 8 ທີ່ດຳເນີນ ກອງປະຊຸມນັບແຕ່ວັນທີ 16 ຕຸລາ 2017 ໄດ້ສິ້ນສຸດລົງຢ່າງເປັນ
ທາງການໃນວັນທີ 17 ພະຈິກນີ້ວ່າ ​ລາວບໍ່ສາມາດ​ຈັດ​ສັນ​ງົບປະມານ​ສໍາ​ລັບ​ນໍາ​ໃຊ້
​ເຂົ້າ​ໃນ​ການ​ພັດທະນາ ດ້ານ​ການ​ສຶກສາ ​ແລະ​ການ​ພັດທະນາ​ລະບົບ​ໃຫ້​ບໍລິການ
​ດ້ານສາທາລະນະ​ສຸກ ​ໄດ້​ຕາມ​ແຜນການ ທີ່​ສະພາ​ແຫ່ງ​ຊາດ​ກໍານົດໂດຍ​ມີ​ສາ​ເຫດ
​ມາຈາກ​ການຈັດ​ເກັບ​ລາຍ​ຮັບ​ໄດ້​ຕໍ່າກວ່າ​ເປົ້າໝາຍທີ່​ວາງ​ໄວ້ ດັ່ງ​ທີ່​ທ່ານ ສົມດີ ​ໄດ້
​ຢືນຢັນ​ວ່າ:“ການຈັດຕັ້ງປະຕິບັດ​ງົບປະມານ​ບ້ວງ​ບູລິ​ມະ​ສິດ ຕາມ​ກົດໝາຍງົບ
ປະມານ ​ແລະມະຕິ​ສະພາ​ແຫ່ງ​ຊາດ ກໍາໜົດ​ເປັນຕົ້ນ ​ແມ່ນ​ໄດ້​ຈັດ​ສັນ​ງົບປະ
ມານ​ໃຫ້​ວຽກງານ​ຄົ້ນຄວ້າ​ວິທະຍາສາດ ຈໍານວນ 33 ຕື້ກີບ ​ໃນ​ປີ 2017. ສ່ວນ
​ການຈັດ​ສັນ​ງົບປະມານ​ໃຫ້​ຂະ​ແໜງສຶກສາ ​ແລະ
​ສາທາລະນະ​ສຸກ ທຽບ​ໃສ່​ລວມ
ຍອດ ລາຍ​ຈ່າຍງົບປະມານທັງໝົດ ​ແມ່ນ​ຍັງ​ບໍ່ທັນ​ໄດ້​ຕາມ​ມະຕິ​ຂອງສະພາ​
ແຫ່ງ​ຊາດ ຍ້ອນ​ສະພາບ​ງົບປະມານຍັງ​ຫຍຸ້ງຍາກ. ນອກຈາກ​ນີ້ ກະຊວງ​ການ​
ເງິນ​ຍັງ​ໄດ້​ເອົາ​ໃຈ​ໃສ່​ການຈັດ​ສັນ ຄຸ້ມ​ຄອງ ​ແລະ​ຈໍາ​ເປັນ​ບູລິ​ມະ​ສິດ​ຂອງ​ລັດ
ຖະບານ ​ເປັນຕົ້ນ​ແມ່ນ​ລາຍ​ຈ່າຍ​ທີ່​ຕິດ​ພັນ​ກັບ​ວຽກງານ​ໄພພິບັດ.”

ທາງ​ດ້ານ ທ່ານ ​ລັດທິ​ພອນ ອຸລາ ​ນັກວິຊາການ​ດ້ານ​ໂພ​ສະນາ​ການ ກະຊວງ​ສາທາ
ລະນະ​ສຸກຢືນຢັນ​ວ່າ ມີ​ເດັກນ້ອຍ​ທີ່​ອາຍຸ​ຕໍ່າກວ່າ 5 ປີ ຄິດ​ເປັນ​ອັດຕາ​ສະເລ່ຍ​ເຖິງ
44 ​ເປີ​ເຊັນ ​ໃນ​ທົ່ວ​ປະ​ເທດ​ລາວ ທີ່​ຍັງ​ປະ​ເຊີນ​ກັບ​ບັນຫາ​ຂາດ​ແຄນ​ດ້ານ​ໂພ​ສະນາ
​ການ​ຢ່າງ​ຊໍາເຮື້ອ ຈຶ່ງ​ເຮັດ​ໃຫ້​ເດັກນ້ອຍ​ເຫລົ່ານີ້ ມີ​ສ່ວນ​ສູງ ​ແລະ​ນໍ້າໜັກຕໍ່າກວ່າ​ເກນ
ທັງ​ມີ​ການຈະ​ເລີ​ນ​ເຕີບ​ໂຕ​ດ້ານ​ສະໝອງ ​ແລະ​ການ​ຮຽນຮູ້​ຕ່າງໆ ​ໃນ​ລະດັບ​ຕໍ່າກວ່າ
​ເກນມາດຕະຖານ​ສາກົນ​ອີກ​ດ້ວຍ.

​ທັງ​ນີ້ ເດັກນ້ອຍ​ລາວ​ປະ​ເຊີນ​ກັບ​ບັນຫາ​ດັ່ງກ່າວ​ນີ້ ສ່ວນ​ໃຫຍ່​ກໍ​ຄື​ເດັກນ້ອຍ​ທີ່ຢູ່​ໃນ​ເຂດ
ຊົນນະ​ບົດ ທີ່​ຄອບຄົວ​ມີ​ຖານະ​ຍາກຈົນ ​ແລະ​ບັນຫາ​ດັ່ງກ່າວ​ນີ້ ກໍ​ຍັງ​ຮຸນ​ແຮງ​ຂຶ້ນຕື່ມ​
ອີກ ​ເມື່ອ​ປາກົດ​ວ່າ ​ພໍ່-​ແມ່ ​ແລະ​ຜູ້​ປົກຄອງ​ຂອງ​ເດັກນ້ອຍ​ເຫລົ່ານີ້ ບໍ່ມີ​ຄວາມ​ຮູ້ ​ແລະ
​ຄວາມ​ເຂົ້າ​ໃຈ​ດ້ານ​ສາທາລະນະ​ສຸກ ​ແລະ​ໂພ​ສະນາ​ການ​ສໍາລັບ​ເດັກ​ເລີຍ ລວມ​ໄປ
​ເຖິງ​ການ​ຂາດ​ແຄນ​ງົບປະມານ​ຂອງ​ລັດຖະບານ​ອີກ​ດ້ວຍ​ນັ້ນ ກໍ​ຍິ່ງ​ເຮັດ​ໃຫ້​ຍາກ​ທີ່​ຈະ​
ແກ້​ໄຂ​ບັນ​ຫາ​ດັ່ງກ່າວ​ໄດ້.

ເດັກນ້ອຍນັກຮຽນຢູ່ເຂດຊົນນະບົດ ແຫ່ງນຶ່ງຂອງລາວ
ເດັກນ້ອຍນັກຮຽນຢູ່ເຂດຊົນນະບົດ ແຫ່ງນຶ່ງຂອງລາວ

ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວນີ້ ຍັງ​ເຮັດ​ໃຫ້​ລາວ​ເປັນ​ປະ​ເທດ​ທີ່​ມີ​ອັດຕາ​ການ​ເສຍ​ຊີວິດຂອງ​ແມ່
ຍິງ​ລາວ ​ໃນ​ຂະນະ​ທີ່​ເກີດ​ລູກ ​ແລະ​ການ​ເສຍ
ຊີວິດ​ຂອງ​ເດັກ​ເກີດ​ໃໝ່ ຍັງ​ມີອັດຕາ​ສະ​ເລ່ຍສູງ
​ທີ່​ສຸດ​ໃນ​ອາ​ຊຽນ. ສ່ວນ​ການ​ຫຼຸດຜ່ອນ​ບັນຫາ​ນີ້ກໍແມ່ນ​ດ້ວຍ​ການ​ພັດທະນາ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບການ​ໃຫ້​ບໍລິການ​ຂອງ​ໂຮງໝໍ​ແລະ​ສຸກ
ສາລາ​ຫຼາຍ​ກວ່າ 1 ພັນ​ແຫ່ງ​ໃຫ້​ໄດ້ມາດຕະ
ຖານສາກົນ​ເທົ່າ​ນັ້ນ​.

ທາງດ້ານ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການພັດທະນາ (UNDP) ປະ​ເມີນ​ວ່າການ
ຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​-ສັງຄົມ ​ໃນ​ປີ 2011-2015 ລັດຖະ
ບານ​ລາວບໍ່​ສາມາດບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດຂອງ​ການ​ພັດທະນາ​ໃນ​ 6 ດ້ານ ກໍຄື​
ເດັກອາຍຸຕ່ຳ​ກວ່າ 5 ປີ ຍັງ​ມີສ່ວນ​ສູງ​ຕ່ຳ​ກວ່າ​ເກນ ​ເຖິງ 38 ​ເປີເຊັນ. ສ່ວນ​ເດັກ​ທີ່​ມີ
​ນ້ຳໜັກຕ່ຳ​ກວ່າ​ເກນ ກໍ​ຍັງມີ​ອັດຕາ​ສະ​ເລ່ຍ​ເຖິງ 27 ​ເປີເຊັນ ​ໃນ​ຂະນະ​ທີ່​ອັດຕາ​ການ
​ເຂົ້າ​ຮຽນ​ແລະ​ຮຽນ​ຈົບ​ຊັ້ນ​ປະຖົມປີ​ທີ 5 ກໍ​ເພີ່ມ​ຂຶ້ນ​ຢ່າງ​ຊັກ​ຊ້າ. ອັດຕາ​ການ​ຕາຍ​ຂອງ
​ເດັກ​ອາຍຸ​ຕ່ຳກວ່າ 1 ປີ ຍັງ​ສູງ​ເຖິງ 45 ຄົນ​ຕໍ່ 1 ພັນຄົນ. ອັດຕາ​ການ​ຕາຍ​ຂອງ​ແມ່
ຍິງໃນ​ຂະນະ​ຖືພາກໍ​ຍັງ​ສູງ​ເຖິງ 197 ຄົນ ຕໍ່ 1 ​ແສນ​ຄົນ. ສ່ວນ​ແມ່ນ​ຍິງ​ທີ່​ເກີດ​ລູກ​
ໂດຍໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ແພດ ຫຼື​ພະຍາບານ ກໍ​ຄຶດ​ເປັນອັດຕາ​ສະ​ເລ່ຍ​ເຖິງ
53.9 ເປີເຊັນ ​ເທົ່າ​ນັ້ນ.

ສ່ວນສະຖານທູດສະຫະລັດອາເມຣິກາ ທີ່ນະຄອນວຽງຈັນກໍລາຍງານວ່າ ການຈັດຕັ້ງ
ປະຕິບັດໂຄງການປັບປຸງໂພສະນາການສໍາລັບເດັກອາຍຸຕໍ່າກວ່າ 5 ປີໃນລາວ ນັບແຕ່
ປີ 2015 ເປັນຕົ້ນມາ ແລະຍັງຈະຈັດຕັ້ງປະຕິບັດຈົນໄປເຖິງກາງປີ 2018 ດ້ວຍງົບປະ
ມານ 27 ລ້ານໂດລາ ທີ່ລັດຖະບານສະຫະລັດໃຫ້ການຊ່ວຍເຫລືອແກ່ລັດຖະບານລາວ
ຜ່ານອົງການອາຫານໂລກນັ້ນ ສາມາດຕອບສະໜອງດ້ານໂພສະນາການທີ່ດີ ໃຫ້ແກ່
ເດັກນ້ອຍນັກຮຽນ ​ໄດ້​ຫລາຍ​ກວ່າ 140,000 ຄົນ ​ໃນ​ແຕ່​ລະ​ວັນ ​ແລະ​ໃນ​ນີ້ກໍ​ມີໂຮງຮຽນ
ຫລາຍເຖິງ 1,400 ​ແຫ່ງ​ທີ່​ຕັ້ງຢູ່​ໃນ​ເຂດ​ຊົນນະບົດ​ຂອງ 7 ​ແຂວງ ທີ່​ທຸກ​ຍາກ​ທີ່​ສຸດ​ໃນ
​ລາວອີກ​ດ້ວຍ.

XS
SM
MD
LG