ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດລາວ ໃນປີ 2017 ຈະຂະຫຍາຍຕົວ ຕໍ່າກວ່າ ລະດັບຄາດໝາຍ


ລະດັບຂະຫຍາຍຕົວ ທາງເສດຖະກິດ ຂອງບັນດາປະເທດໃນອາຊ່ຽນ
ລະດັບຂະຫຍາຍຕົວ ທາງເສດຖະກິດ ຂອງບັນດາປະເທດໃນອາຊ່ຽນ

ນາຍົກລັດຖະມົນຕີລາວຍອມຮັບວ່າ ເສດຖະກິດຂອງລາວ ໃນຕະຫລອດປີ 2017 ນີ້ ຈະຂະຫຍາຍຕົວເພີ້ມຂຶ້ນຕໍ່າກວ່າລະດັບຄາດໝາຍທີ່ແຜນການວາງໄວ້ ແຕ່ລາຍຮັບ
ຂອງປະຊາຊົນລາວ ຍັງເພີ້ມຂຶ້ນຢ່າງຕໍ່ເນື່ອງ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຍອມຮັບວ່າ ການຈັດຕັ້ງປະຕິ
ບັດແຜນການ ພັດທະນາດ້ານເສດຖະກິດ ແລະສັງຄົມ ໃນຕະຫລອດປີຂອງລາວ ໃນ
ປີ 2017 ນີ້ ຈະໄດ້ຕໍ່າກວ່າລະດັບຄາດໝາຍທີ່ລັດຖະບານລາວວາງໄວ້ພຽງເລັກນ້ອຍ
ໃນຂະນະດຽວກັນ ສະພາວະເສດຖະກິດມະຫາພາກ ກໍຄົງຍັງມີສະຖຽນລະພາບ ແລະລວມຍອດຜະລິດຕະພັນພາຍໃນ ຫລື GDP ຍັງເຮັດໃຫ້ລາຍຮັບສະເລ່ຍຂອງ
ປະຊາຊົນລາວເພີ້ມຂຶ້ນຢ່າງຕໍ່ເນື່ອງ ທັງຍັງສາມາດລົບລ້າງ ບັນຫາຄວາມທຸກຍາກ
ຂອງປະຊາຊົນລາວ ໄດ້ເກີນລະດັບຄາດໝາຍອີກດ້ວຍ ດັ່ງທີ່ທ່ານທອງລຸນ ໄດ້ໃຫ້
ການຢືນຢັນວ່າ:

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ

“ເສດຖະກິດມະຫາພາກໃນປີ 2017 ໂດຍ
ລວມມີສະຖຽນລະພາບພໍສົມຄວນອັດຕາ
ການເຕີບໂຕສະເລ່ຍ ຢູ່ໃນລະດັບ
6,83
ເປີເຊັນ
ຫລຸດແຜນ 0.17 ເປີເຊັນ ຂອງລວມ
ຍອດຜະລິດຕະພັນພາຍໃນ ຫລື GDP ສະ
ເລ່ຍຕໍ່ຫົວຄົນ ໝົດປີ ຄາດວ່າຈະບັນລຸ

2,472 ໂດລາ. ການເຕີບໂຕດັ່ງກ່າວ ໄດ້
ປະກອບສ່ວນແກ້ໄຂບັນຫາຄວາມທຸກຍາກ ຂອງປະຊາຊົນໄດ້
6,546 ຄອບຄົວ ລື່ນ
ແຜນທີ່ວາງໄວ້ ຄື
5,580 ຄອບຄົວ”

ທ່ານທອງລຸນຢືນຢັນວ່າ ຜົນທີ່ໄດ້ຮັບຈາກການຈັດຕັ້ງປະຕິດບັດດັ່ງກ່າວ ເປັນຍ້ອນ
ວ່າທ່ານໄດ້ສັ່ງການໃຫ້ ຈັດຕັ້ງທີມງານສະເພາະກິດຂຶ້ນມາເພື່ອຮັບຜິດຊອບການ
ຈັດຕັ້ງປະຕິບັດແຜນການໃນທຸກດ້ານເພື່ອຮັບປະກັນໃຫ້ເສດຖະກິດມະຫາພາກ
ຂອງລາວ ຂະຫຍາຍຕົວເພີ່ມຂຶ້ນຕາມຄາດໝາຍທີ່ວາງໄວ້ດ້ວຍ ໂດຍເປັນການ
ປະສານງານລະຫວ່າງ 4 ກະຊວງ​ກັບ 1 ສໍານັກງານຂອງລັດຖະບານລາວ, ຊຶ່ງປະ
ກອບດ້ວຍ ກະຊວງການ​ເງິນ, ກະຊວງ​ແຜນການ​ ແລະ​ການ​ລົງທຶນ, ທະນາຄານ​
ແຫ່ງ​ຊາດ, ກະຊວງ​ອຸດ​ສະຫະ​ກໍາ ​ແລະ​ການ​ຄ້າກັບສະ​ຖາ​ບັນ​ຄົ້ນຄວ້າເສດຖະກິດ
​ແຫ່ງ​ຊາດ ທີ່ໄດ້​ປະຊຸມ​ຮ່ວມ​ກັນ ​ເພື່ອ​ວາງ​ມາດ​ຕະການ ​ແລະ​ຄົ້ນຄວ້າບັນດາ​ນະ​ໂຍ
ບາຍ​ຕ່າງໆ ​ເພື່ອ​ນໍາ​ສະເໜີຕໍ່ກອງ​ປະຊຸມ​ຄະນະ​ລັດຖະບານ​ລາວ ​ເປັນປະຈໍາ​ທຸກ​
ເດືອນ​ນັ້ນ​ເອງ.

ທາງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ
ກະຊວງ ການເງິນ ຖະແຫລງວ່າ ການເຕີບໂຕທາງເສດຖະກິດ ໃນອັດຕາສະເລ່ຍ
7 ເປີເຊັນ ຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ ຫລື GDP ຂອງລາວ ມີມູນຄ່າ
ລວມເຖິງ 129,683 ຕື້ກີບ ຫຼືປະມານ 16,210 ລ້ານໂດລາ ໂດຍຈະຖົວສະເລ່ຍ
ເປັນລາຍໄດ້ຂອງປະຊາຊົນລາວ ທີ່ລະດັບ 2,341 ໂດລາ ຕໍ່ຄົນ ໃນທ້າຍປີ 2017
ນີ້ ແລະເພີ່ມຂຶ້ນ 18 ເປີເຊັນ ທຽບໃສ່ປີ 2016 ຫາກແຕ່ການທີ່ນາຍົກ ລັດຖະມົນຕີ
ລາວ ໄດ້ຢືນຢັນວ່າ ລາຍໄດ້ສະເລ່ຍ ຂອງປະຊາຊົນລາວ ຈະເພີ້ມຂຶ້ນ ເປັນ 2,472
ໂດລາຕໍ່ຄົນ ໃນປີ 2017 ນີ້ ຈຶ່ງເປັນການລື່ນຄາດໝາຍ ສະເພາະໃນສ່ວນຂອງ
ລາຍໄດ້ສະເລ່ຍຂອງປະຊາຊົນລາວ. ສ່ວນໃນດ້ານອື່ນໆ ແມ່ນຍັງຫລຸດຄາດໝາຍ.

ເພາະການທີ່ຈະສາມາດບັນລຸຄາດໝາຍ​ແຜນການດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ຕ້ອງ
ໄດ້ຮັບການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ 10 ມາດຕະການ ທີ່ລັດຖະ
ບານລາວໄດ້ກຳນົດໄວ້ຢ່າງຄົບຖ້ວນ ທີ່ປະກອບດ້ວຍການຄຸ້ມຄອງເສດຖະກິດມະ
ຫາພາກ ໃຫ້ມີສະຖຽນລະພາບ ແລະໝັ້ນທ່ຽງ, ປັບປຸງການຄຸ້ມຄອງລະບົບການເງິນ
ແລະງົບປະມານໃຫ້ແຂງແຮງ, ປະຕິຮູບກົນໄກການເກັບລາຍຮັບໃຫ້ເຂົ້າສູ່ລະບົບ
ທັນສະໄໝ ແລະໂປ່ງໃສຄຸ້ມຄອງເງິນຕາໃຫ້ມີສະຖຽນລະພາບ, ປະຕິບັດນະໂຍບາຍ
ດອກເບ້ຍຕາມກົນໄກຕະຫຼາດ, ປັບປຸງສະພາວະແວດລ້ອມ ໃນການດຳເນີນທຸລະກິດ, ສົ່ງເສີມການລົງທຶນພາຍໃນ ແລະຈາກຕ່າງປະເທດໃຫ້ເພີ່ມຂຶ້ນ, ສົ່ງເສີມການຜະລິດ
ສິນຄ້າ ແລະພັດທະນາການບໍລິການໂດຍສຸມໃສ່ການຜະລິດສິນຄ້າ ເພື່ອຊົມໃຊ້ພາຍ
ໃນ ແລະຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ.

ສືບຕໍ່ສຸມໃສ່ການພັດທະນາທາງດ້ານວັດທະນະທຳສັງຄົມ ແລະແກ້ໄຂຄວາມທຸກ
ຍາກ, ຄົ້ນຄວ້າຜັນຂະຫຍາຍ ແລະຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຢ່າງຍືນ
ຍົງໃຫ້ເປັນແຜນການ ແລະໂຄງການລະອຽດ ເພື່ອຮັບປະກັນການຈັດຕັ້ງປະຕິບັດ
ໃຫ້ມີປະສິດທິຜົນ, ບໍລິຫານລັດຖະການຕາມລະບຽບກົດໝາຍຢ່າງເຂັ້ມງວດທີ່ແນ
ໃສ່ການຕ້ານການສໍ້ລາດບັງຫລວງໃຫ້ເປັນຮູບປະທຳ, ສະເໜີສະພາແຫ່ງຊາດແລະ
ສະພາທ້ອງຖິ່ນ ໃຫ້ຕິດຕາມກວດກາການປັບປຸງນິຕິກຳໃຫ້ສອດຄ່ອງກັບສະພາບ
ການຕົວຈິງ ແລະການຮັບປະກັນສະຖຽນລະພາບທາງການເມືອງ ແລະຄວາມເປັນ
ລະບຽບຮຽບຮ້ອຍທາງສັງຄົມ ໃຫ້ໄດ້ຢ່າງຄັກແນ່.

ແຕ່ຢ່າງໃດກໍຕາມ ລັດຖະບານລາວກໍໄດ້ປັບຫລຸດລະດັບຄາດໝາຍການຂະຫຍາຍ
ຕົວທາງເສດຖະກິດລົງ ຈາກ 7.5 ເປີເຊັນ ເປັນ 7 ເປີເຊັນຕໍ່ປີ ໃນໄລຍະ 3 ປີທີ່ເຫລືອ
ຂອງແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ ໃນໄລຍະ 5 ປີ ຄັ້ງທີ 8
ທີ່ຈັດຕັ້ງປະຕິບັດ ຢູ່ໃນເວລານີ້ ຊຶ່ງຖ້າຫາກເປັນໄປຕາມຄາດໝາຍດັ່ງກ່າວ ກໍຈະເຮັດ
ໃຫ້ GDP ມີມູນຄ່າລວມຫລາຍກວ່າ 597,682 ຕື້ກີບ ຄິດສະເລ່ຍເປັນລາຍໄດ້ຂອງ
ປະຊາຊົນທີ່ລະດັບ 2,978 ໂດລາ ຕໍ່ຄົນໃນປີ 2020.

XS
SM
MD
LG