ສັງຄົມລາວກຳລັງປະເຊີນກັບບັນຫາຄອບຄົວແຕກແຍກເພີ່ມຂຶ້ນນັບມື້ ໂດຍອີງຕາມລາຍງານຂອງສານປະຊາຊົນລາວ ທີ່ລະບຸວ່າ ເກີນກວ່າ 90 ເປີເຊັນ ຂອງຄະດີກ່ຽວກັບຄອບຄົວເປັນຄະດີການຢ່າຮ້າງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
ທ່ານຄຳພັນ ສິດທິດຳພາ ປະທານສານປະຊາຊົນສູງສຸດ ຖະແຫຼງລາຍງານວ່າໃນແຜນ
ການ 5 ປີ ທີ່ຜ່ານມາ ສານປະຊາຊົນທຸກຂັ້ນຕອນ ໄດ້ຮັບການພ້ອງຮ້ອງຈາກພາກລັດ ແລະພາກເອກກະຊົນໃນທົ່ວປະເທດ ຈຳນວນທັງໝົດ 37,840 ຄະດີ ເພີ່ມຂຶ້ນ 9.81
ເປີເຊັນ ທຽບໃສ່ແຜນການ 5 ປີ ກ່ອນໜ້າ ໂດຍຄະດີແພ່ງເພີ່ມຂຶ້ນຫຼາຍກວ່າຄະດີອາຍາ ຊຶ່ງໃນນັ້ນ ກໍແມ່ນຄະດີຢ່າຮ້າງລະຫວ່າງພັນລະຍາກັບສາມີ ທີ່ກວມເອົາ 90.66 ເປີເຊັນ ຂອງຄະດີກ່ຽວກັບຄອບຄົວທັງສອງທີ່ຟ້ອງຮ້ອງຕໍ່ສານປະຊາຊົນໃນທົ່ວປະເທດລາວ.
ໂດຍສາເຫດສຳຄັນທີ່ພາໃຫ້ເກີດຢ່າຮ້າງກັນຫຼາຍຂຶ້ນນັ້ນ ກໍຍ້ອນ ອິດທິພົນຂອງຄ່ານິຍົມແບບຜິດໆ ໄດ້ຄອບງຳ ແນວຄິດແລະຊັກຈູງໃຫ້ຄູ່ສາມີ - ພັນລະຍາ ຈຳນວນບໍ່ນ້ອຍພາກັນຕິດການເລ່ັນກິນຢ່າງຟຸ້ມເຟືອຍ ການເລັ່ນຊູ້ພານສາວ ແລ່ນນຳວັດຖຸ ສິ່ງຂອງທີ່ພາໃຫ້ຄອບຄົວທຸກຈົນ ແລະນຳໄປສູ່ການແຕກແຍກ ຂອງຄອບຄົວໃນທີ່ສຸດ.
ນອກຈາກນີ້ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງລາວທີ່ມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ກໍນັບ
ເປັນອີກສາເຫດນຶ່ງທີ່ເຮັດໃຫ້ມີການຢ່າຮ້າງເພີ່ມຂຶ້ນ ທັງນີ້ໂດຍຈາກການສຳລວດດ້ວຍການສຳພາດແມ່ຍິງລາວ 3 ພັນຄົນ ທີ່ມີອາຍຸລະຫວ່າງ 15 ຫາ 64 ປີ ພົບວ່າ 50 ເປີເຊັນ ບອກວ່າ ເຄີຍຖືກກະທຳຮຸນແຮງຈາກສາມີຫຼື ຄົນຮັກຂອງພວກເຂົາເຈົ້າເອງ ແລະໄດ້ຮັບບາດເຈັບຢູ່ເລື້ອຍໆ.
ພ້ອມກັນນີ້ ການສຳຫຼວດຍັງພົບວ່າ 43.1 ເປີເຊັນ ຂອງແມ່ຍິງລາວຈຳນວນດັ່ງກ່າວໄດ້ຖືກກະທຳຮຸນແຮງທາງຮ່າງກາຍແລະທາງເພດ ຫຼືຄວາມຮຸນແຮງໃດນຶ່ງທີ່ໄດ້ຮັບຄວາມເຈັບປວດທີ່ມີຜົນສະທ້ອນໃນຕລອດຊີວິດຂອງພວກເຂົາເຈົ້າແລະທີ່ນ່າເປັນຫ່ວງກໍຄື 43.2 ເປີເຊັນ ບໍ່ເຄີຍບອກກ່ຽວກັບຄວາມຮຸນແຮງໃຫ້ໃຜຮູ້ ແລະມີພຽງ 28.6 ເປີເຊັນ ເທົ່ານັ້ນ ທີ່ໄດ້ຂໍການຊ່ວຍເຫຼືອຈາກອຳນາດການປົກຄອງທ້ອງຖິ່ນ ເມື່ອຖືກກະທຳຮຸນແຮງດັ່ງກ່າວ.
ກ່ອນໜ້ານີ້ ສະຫະພັນແມ່ຍິງລາວ ໄດ້ລາຍງານວ່າການຈັດຕັ້ງປະຕິບັດແຜນການພັດທະ
ນາເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ນັບແຕ່ປີ 2003 ເປັນຕົ້ນມາ ຍັງມີຄວາມ
ຄືບໜ້າໃນລະດັບທີ່ຕ່ຳຫຼາຍ ໂດຍມີສາເຫດມາຈາກການຈັດຕັ້ງປະຕິບັດສ່ວນໃຫຍ່ເປັນງານດ້ານເອກະສານ ແລະພິທີການຕ່າງໆ ດັ່ງຈະເຫັນໄດ້ຈາກການດັດແກ້ລັດຖະທຳມະນູນ ເພື່ອຢັ້ງຢືນເຖິງການເຄົາລົບຫຼັກການສາກົນວ່າດ້ວຍການພັດທະນາ ແລະປົກປ້ອງແມ່ຍິງໃນປີ 2004 ແລະການປະກາດເປົ້່າໝາຍສະຫັດສະວັດທີ່ຈະເພີ່ມສັດສ່ວນຂອງແມ່ຍິງລາວ ໃນທາງການເມືອງໃຫ້ໄດ້ເຖິງ 30 ເປີເຊັນ ຂອງຕຳແໜ່ງທັງໝົດໃນປີ 2015 ແຕ່ວ່າ ກໍບໍ່ສາມາດຈັດຕັ້ງປະຕິບັດໄດ້ຈິງ ດັ່ງທີ່ຂັ້ນສູງໃນສະຫະພັນແມ່ຍິງລາວ ໄດ້ໃຫ້ການຍືນຍັນວ່າ: “ການປະຕິບັດສິດສະເໝີພາບ ຍິງ - ຊາຍນີ້ ກໍຄືການສົ່ງເສີມວາມກ້າວໜ້າຂອງແມ່ຍິງ ກໍໄດ້ອີງໃສ່ແຜນພັດທະນາຂອງລັດຖະບານຫັ່ນ ໃນການສ້າງພະນັກງານເພດຍິງເຂົ້າໃນອົງການຈັດຕັ້ງພັກ - ລັດ ອົງການຈັດຕັ້ງມະຫາຊົນຄາດໝາຍສູ້ຊົນ 20 ເປີເຊັນ ຂຶ້ນໄປ ກ່ຽວກັບສະມາຊິກສະພາຫັ່ນ ໃຫ້ໄດ້ 30 ເປີເຊັນ ເຫັນວ່າ ການຈັດຕັ້ງປະຕິບັດນີ້ ພວກຂ້າພະເຈົ້າແມ່ນປະຕິບັດໄດ້ 15 ເປີເຊັນ.”
ໂດຍການສຳຫຼວດຂອງສະຫະພັນແມ່ຍິງລາວພົບວ່າ ແຂວງເຊກອງເປັນເຂດທີ່ຍັງຫຼ້າຫຼັງ
ທີ່ສຸດ ໃນການພັດທະນາຄວາມສະເໝີພາບລະຫວ່າງຍິງ - ຊາຍ ເພາະມີແມ່ຍິງບໍ່ເຖິງ 3
ເປີເຊັນ ທີ່ຢູ່ໃນຕຳແນ່ງລະດັບຜູ້ບໍລິຫານຂັ້ນສູງ ຂອງແຂວງເຊກອງ ສ່ວນການພັດທະນາດ້ານສຸຂພາບ-ອານາໄມແລະໂພສະນາການຂອງແມ່ແລະເດັກໃນລາວນັ້ນ ກໍບໍ່ສາມາດບັນລຸເປົ້າໝາຍສະຫັດສະວັດໃນປີ 2013 ອີກດ້ວຍ ເພາະປະກົດວ່າ ເດັກນ້ອຍລາວຍັງຂາດສານອາຫານແລະແມ່ນຍິງລາວ ກໍຍັງເສີຍຊີວິດໃນຂະນະຖືພາສູງທີ່ສຸດໃນອາຊຽນ
ອີກດ້ວຍ.