ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລາວ ​ຕຽມ​ສະ​ເໜີ ​​ຕໍ່​ອົງການ ​ສ​ປ​ຊ ກ່ຽວ​ກັບ ​ການ​ພັດ​ທະ​ນາ ​ຢ່າງ​ຍືນຍົງ


ພວກ​ເດັກ​ນ້ອຍ​ນັກ​ຮຽນ​ແລະ​ພໍ່​ແມ່ ກວດ​ສຸ​ຂ​ະພາບ
ພວກ​ເດັກ​ນ້ອຍ​ນັກ​ຮຽນ​ແລະ​ພໍ່​ແມ່ ກວດ​ສຸ​ຂ​ະພາບ

ທາງ​ການ​ລາວ ​ຕຽມ​ສະ​ເໜີ​ລາຍ​ງານ​ຕໍ່​ເວ​ທີ​ການ​ເມືອງ​ລະ​ດັບ​ສູງ​ຂອງ​ສະ​ຫະ​ປະ​ຊາ​ຊາດ
ກ່ຽວ​ກັບຄວາມ​ຄືບ​ໜ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເປົ້າໝາຍ​ການ​ພັດ​ທະ​ນາ​ຢ່າງ​ຍືນຍົງ
ປະ​ຈຳ​ປີ 2019 ໃນ 6 ດ້ານ ດ້ວຍ​ກັນ ​ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

Ms. Katinka Weinberger ໜົວ​ໜ້າ​ສູນ​ລົບ​ລ້າງ​ຄວາມ​ຍາກ​ຈົນ​ຂອງ​ຄະ​ນະ​ກຳ​ມາ​
ທິ​ການເສດ​ຖະ​ກິດ​ແລະ​ສັງ​ຄົມ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ພາກ​ພື້ນ​ເອ​ເຊຍ-ປາ​ຊິ​ຟິກ (UNESCAP) ເປີດ​ເຜີຍ​ວ່າ ທາງ​ການ​ລາວ​ໃຫ້​ຕຽມການ​ນຳ​ສະ​ເໜີ​ລາຍ​ງານ​ຕໍ່​ເວ​ທີ​
ການ​ເມືອງ​ລະ​ດັບ​ສູງ ຫຼື High Level Political Forum (HLPF)​ຂອງ​ສະ​ຫະ​ປະ​ຊາ
​ຊາດ ທີ່​ກຳ​ນົດ​ຈະ​ມີ​ຂຶ້ນ​ໃນ​ເດືອນ​ກໍ​ລະ​ກົດ 2019 ຊຶ່ງ​ເປັນ​ການ​ສະ​ເໜີ​ລາຍ​ງານ
ໂດຍ​ສະ​ໝັກ​ໃຈຂອງ​ທາງ​ການ​ລາວກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງ​ການ​ຈັດ​ຕັ້ງປະ​ຕິ​ບັດ​
ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ພາຍ​ໃນ​ລາວ ນັບ​ແຕ່​ປີ 2015-2018 ໃນ 6 ດ້ານ
​ດ້ວຍ​ກັນຄື​ດ້ານ​ການ​ສຶກ​ສາ ການ​ມີ​ວຽກ​ເຮັດ​ງານ​ທຳ ການຫຼຸດ​ຜ່ອນ​ຄວາມ​ບໍ່​ສະ​ເໝີ​ພາບ
-ຄວາມ​ຍຸ​ຕິ​ທຳ ແລະ​ສະ​ຖາ​ບັນ​ທີ່​ເຂັ້ມ​ແຂງ ແລະ​ການ​ເປັນ​ຄູ່ຮ່ວມ​ມື​ເພື່ອ​ເປົ້າ​ໝາຍ​
ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢ່າງ​ແທ້​ຈິງ

​ກ່ອນໜ້າ​ນີ້ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ການ​ພັດ​ທະ​ນາ (UNDP) ໄດ້​ປະ​ເມີນ​ວ່າ
ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາເສດ​ຖະ​ກິດ​ແລະ​ສັງ​ຄົມ ໃນ​ໄລ​ຍະ 5 ປີ
ຜ່ານ​ມາ ລັດ​ຖະ​ບານ​ລາວ​ບໍ່​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ

ໃນ 6 ດ້ານ ກໍ​ຄື ເດັກ​ນ້ອຍ​ຕ່ຳ​ກວ່າ 5 ປີ ຍັງ​ບໍ່​ສ່ວນ​ສູງ ຕ່ຳ​ກວ່າ​ເກນ ເຖິງ 38 ເປີ​ເຊັນ
ສ່ວນ​ເດັກ​ທີ່​ນ້ຳ​ໜັກ​ຕ່ຳ​ກວ່າ​ເກນ ກໍ​ມີ​ຢູ່​ເຖິງ 27 ເປີ​ເຊັນ ໃນ​ຂະ​ນະ​ທີ່​ເດັກ​ໄດ້ຮຽນ​ຈົບ
ຊັ້ນ​ປະ​ຖົມ ກໍ​ເພີ້ມ​ຂຶ້ນ​ຢ່າງ​ຊັກ​ຊ້າ ສ່ວນ​ອັດ​ຕາ​ການ​ເສຍ​ຊີ​ວິດ ຂອງ​ເດັກ​ອາ​ຍຸກວ່າ
1 ປີ​ ກໍ​ສູງ​ເຖິງ 45 ຄົນ ຕໍ່ 1,000 ຄົນ ແລະ​ການ​ເສຍຊີ​ວິດຂອງ​ແມ່​ຍິງ​ໃນ​ຂະ​ນະ
ຖື​ພາ ກໍ​ສູງ 197 ຕໍ່ 1 ແສນຄົນ ສ່ວນ​ແມ່​ຍິງ ທີ່​ເກີດ​ລູກ​ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ
ຈາກ​ແພດ ​ຫຼື ພະ​ຍາ​ບານ ກໍ​ມີ​ພຽງ​ແຕ່ 53.9 ເປີ​ເຊັນ ເທົ່າ​ນັ້ນ ຊຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ
ດຳ​ເນີນ​ມາດ​ຕະ​ການແກ້​ໄຂ​ໃຫ້​ດີ​ຂຶ້ນ ຢ່າງ​ຮີບ​ດ່ວນ ດັ່ງ​ທີ່ ທ່ານ​ທອງ​ລຸນ ສີ​ສຸ​ລິດ
ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຖະແຫຼງ​ຢືນ​ຢັນ​ວ່າ

“ໂຕຊີ້​ວັດ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ທີ່​ສະ​ຫະ​ປະ​ຊາ​ຊາດ​ວາງ​ອອກ ຍັງ​ບໍ່​ທັນ​
ບັນ​ລຸໄດ້​ໝົດ​ທຸກ​ຄາດໝາຍ ອັດ​ຕາ​ເດັກ​ນ້ອຍ​ລຸ່ມ 5 ປີ ທີ່​ມີ​ນ້ຳ​ໜັກ​ຕ່ຳ​ກວ່າ​ມາດ​
ຕະ​ຖານ ຫຼື​ວ່າ​ ເດັກ​ນ້ອຍ 5 ປີ ທີ່​ມີລວງ​ສູງ​ບໍ່​ໄດ້​ມາດ​ຕະ​ຖານ ​ ​ກະ​ຍັງ​ຢູ່​ໃນ​ຄວາມ
​ຫຼໍ່​ແຫຼມ​ຢູ່ອັດ​ຕາ​ການ​ຕາຍ​ຂອງ​ເດັກ​ກຸ່ມ 5 ປີ ອັດ​ຕາ​ການ​ຕາຍ​ຂອງ​ແມ່ ອັດ​ຕາ​
ການ​ເກີດ ທີ່​ມີ​ແພດ​ຊ່ວຍ ຫຼື​ວ່າ​ອັດ​ຕາ​ປະ​ກັນ​ສຸ​ຂະ​ພາບ​ຕ່າງໆ​ນີ້ ຕ້ອງ​ໄດ້​ບຸກ​ບືນ
​ຕໍ່​ໄປ.”

ທາງ​ດ້ານ​ຄະ​ນະ​ກຳ​ມະ​ການ​ວ່າ​ດ້ວຍ​ນະ​ໂຍ​ບາຍ​ເພື່ອການ​ພັດ​ທະ​ນາ ຂອງ​ສະ​ພາ
​ເສດຖະ​ກິດ ແລະ​ສັງ​ຄົນ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ລາຍ​ງານ​ວ່າ ລັດ​ຖະ​ບານ
​ລາວ ​ສາ​ມາດ​ຈັດ​ຕັ້ງ ປະ​ຕິ​ບັດ​ໄດ້ 2 ໃນ 3 ເງື່ອນ​ໄຂ ​ທີ່​ເປັນ​ເກນ​ມາດ​ຕະ​ຖານ
ໃນ​ການ​ຫຼຸດ​ພົ້ນຈາກ​ສະ​ຖາ​ນະ​ພາບ​ຂອງ​ການ​ເປັນ​ປະ​ເທດ​ດ້ອຍ​ພັດ​ທະ​ນາ ໂດຍ​ເມື່ອ
​ປະ​ເມີນ​ຈາກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂອງ​ລັດ​ຖະ​ບານ​ລາວ ໃນ​ໄລ​ຍະ​ຜ່ານ​ມາ ກໍ​ເຮັດໃຫ້
ຄາດ​ໝາຍ​ໄດ້​ວ່າສ​ປ​ປ ລາວ ຈະ​ຫຼຸດ​ພົ້ນ ຈາກ​ການ​ເປັນ​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ໄດ້
​ໃນ​ປີ 2024.

ໂດຍ 2 ເງື່ອນ​ໄຂ ທີ່​ລັດ​ຖະ​ບານ​ລາວ ສາ​ມາດ​ປະ​ຕິ​ບັດ​ໄດ້​ແລ້ວ​ນັ້ນກໍ​ຄື​ເກນ​ມາດ​ຕະ
​ຖານຂັ້ນ​ຕ່ຳ ຂອງຍອດ​ລາຍ​ຮັບ​ແຫ່ງ​ຊາດ​ຕໍ່​ຫົວ​ຄົນ (GNI) ເກນ​ມາດ​ຕະ​ຖານຂັ້ນ​ຕ່ຳ
​ຂອງສະ​ຫະ​ປະ​ຊາ​ຊາດ​ ໄດ້​ກຳ​ນົດ​ໄວ້ ທີ່​ລະ​ດັ​ບ 1,242 ໂດ​ລາ ຕໍ່​ຄົນ ໂດຍ​ລັດ​ຖະ​ບານ
​ລາວ​ສາ​ມາດປະ​ຕິ​ບັດ ໄດ້​ທີ່​ລະ​ດັບ 1,996 ໂດ​ລາ ຕໍ່​ຄົນ ແລະ​ດັດ​ຊະ​ນີ ຊັບ​ສິນ​ມະ​ນຸດ
(HAI)ຊຶ່ງ​ເກນ​ມາດ​ຕະ​ຖານ​ຢູ່​ທີ່​ອັດ​ຕາ​ສະ​ເລັ່ຍ 72.8 ເປີ​ເຊັນ ນັບ​ແຕ່​ປີ 2015 ແລະ​ຍັງ
​ເຫຼືອ​ພຽງ​ດັດ​ຊະ​ນີຄວາມ​ອ່ອນ​ໄຫວ ທ​າງ​ເສດ​ຖະ​ກິດ (EVI) ​ທີ່​ເກນ​ມາດ​ຕະ​ຖານ ຢູ່​ທີ່​
ລະ​ດັບ 36.2 ເປີ​ເຊັນ ຫາກ​ແຕ່​ລັດ​ຖະ​ບານ​ລາວ ຍັງ​ປະ​ຕິ​ບັດ​ໄດ້​ພຽງ 33.7 ເປີ​ເຊັນ
ເທົ່າ​ນັ້ນ.

ສ່ວນກະ​ຂວງ​ແຜນ​ການ​ແລະ​ການ​ລົງ​ທຶນ​ລາຍ​ງານ​ວ່າ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ
​ຫຼຸດຜ່ອນ​ບັນ​ຫາ​ຄວາມ​ຍາກ​ຈົນ​ຂອງ​ປະ​ຊາ​ຊົນ​ລາວ ໃນ​ປີ 2018 ຍັງ​ເຮັດ​ໃຫ້ສະ​ພາບ
​ຊີ​ວິດການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລາວ ຢູ່​ໃນ​ຕົວ​ເມືອງ​ກັບ​ເຂດ​ຊົນ​ນະ​ບົດ ມີ​ການ​ແຕກ
​ໂຕນກັນຫຼາຍ​ຂຶ້ນ ຊຶ່ງ​ເຫັນ​ໄດ້​ຈາກ​ອັດ​ຕາ​ທຸກ​ຈົນ ຂອງ​ປະ​ຊາ​ຊົນ​ໃນ​ນະ​ຄອນ​ວຽງ​ຈັນ
ຍັງ​ເຫຼືອ​ພຽງ 1 ເປີ​ເຊັນ ມີ​ລາຍ​ໄດ້ສະ​ເລ່ຍ 5,300 ໂດ​ລາ ຕໍ່​ຄົນ ຕໍ່​ປີ ແຕ່​ຄວາມ​ຍາກ​ຈົນ
ຢູ່​ທີ່​ແຂວງສາ​ລະ​ວັນ ຍັງ​ສູງ​ເຖິງ 49.8 ເປີ​ເຊັນ ປະ​ຊາ​ຊົນ ມີ​ລາຍ​ໄດ້​ສະ​ເລ່ຍ1,197
ໂດ​ລາ ຕໍ່​ຄົນ ຕໍ່​ປີເທົ່າ​ນັ້ນ.

XS
SM
MD
LG