ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປະ​ເມີນ ມູນ​ຄ່າ​ໂຄງ​ການ ຂອງ​ລັດ ເກີນ​ຄວາມ​ເປັນ​ຈິງ ພາ​ໃຫ້​ສິ້ນ​ເປືອງ ງົບ​ປະ​ມານ ຢ່າງຫຼວງ​ຫຼາຍ


​ພາບ​ໂຄງ​ການ​ພັດ​ທະ​ນາ​ອັນ​ນຶ່ງ ທີ່​ຢູ່ນອກ​ແຜນ​ການ​ຂອ​ງ​ລັດ​ຖະ​ບານລາວ
​ພາບ​ໂຄງ​ການ​ພັດ​ທະ​ນາ​ອັນ​ນຶ່ງ ທີ່​ຢູ່ນອກ​ແຜນ​ການ​ຂອ​ງ​ລັດ​ຖະ​ບານລາວ

ການປະເມີນມູນຄ່າທີ່ເກີນຄວາມເປັນຈິງໃນບັນດາໂຄງການພັດທະນາຕ່າງໆຂອງລັດ
ຖະບານລາວ ໂດຍສະເພາະແມ່ນ ໂຄງການພັດທະນາດ້ານຄົມມະນາຄົມ-ຂົນສົ່ງນັ້ນ
ເຮັດໃຫ້ເກີດການເສຍຫາຍຢ່າງໃຫຍ່ຫລວງ.

ທ່ານນາງປານີ ຢາທໍຕູ້, ປະທານສະພາແຫ່ງຊາດລາວ ຖະແຫລງວ່າ ການປະເມີນມູນຄ່າ
ທີ່ເກີນຈິງ ໃນການຈັດຕັ້ງປະຕິບັດໂຄງການພັດທະນາຂອງລັດຖະບານລາວ ໃນໄລຍະ
ຜ່ານມາໄດ້ເປັນຜົນເຮັດໃຫ້ລັດຖະບານລາວຕ້ອງສູນເສຍງົບປະມານໄປຢ່າງຫລວງ
ຫລາຍໂດຍເຫັນໄດ້ຢ່າງຊັດເຈນ ຈາກບັນດາໂຄງການພັດທະນາດ້ານຄົມມະນາຄົມ-ຂົນ
ສົ່ງ ທີ່ໄດ້ດໍາເນີນ ການກວດສອບຢ່າງລະອຽດ ໃນປີ 2018 ຜ່ານມານັ້ນ ພົບວ່າ ມີການ
ປະເມີນມູນຄ່າໂຄງການເກີນຈິງຫລາຍກວ່າ 1,800 ຕື້ກີບ ຊຶ່ງສະແດງເຖິງການຂາດ
ການວາງແຜນ ທີ່ມີປະສິດທິພາບ ຂອງລັດຖະບານລາວ ດັ່ງທີ່ທ່ານນາງປານີ ໄດ້ຢືນ
ຢັນວ່າ

​ທ່ານ​ນາງ ປາ​ນີ ຢາ​ທໍ​ຕູ, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ
​ທ່ານ​ນາງ ປາ​ນີ ຢາ​ທໍ​ຕູ, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ

“ຜ່ານການຕິດຕາມກວດກາຫວ່າງແລ້ວ
ຂອງກະຊວງໂຍທາທິການ ລາຍງານຕໍ່ ກອງປະຊຸມສະພາ ກະເຫັນວ່າ ພວກເຮົານີ້ ສາມາດປະຢັດເງິນຢູ່ໃນຂົງເຂດນີ້ ຢ່າງ ຫລວງຫລາຍທີ່ສຸດ 1,700-1,800 ຕື້ ແມ່ນຫລາຍລ້ານໂດລາ. ສະນັ້ນ ອັນນີ້ ເປັນບັນຫານຶ່ງ ທີ່ພວກເຮົາຈະຕ້ອງເອົາ ໃຈໃສ່ ສາເຫດຕົ້ນຕໍລະແມ່ນ ເຮົາຂາດ ການວາງແຜນຍຸດທະສາດ ມີລັກສະນະ ຍາວນານ, ຕິດພັນກັບການວາງນະໂຍ ບາຍ ຢ່າງເປັນລະບົບຄົບຊຸດ ມີມາດ ຕະການຕົວຈິງ. ”

ທາງ​ດ້ານອົງ​ການກວດ​ສອບ​ແຫ່ງ​ລັດ​ລາຍ​ງານ​ວ່າ​ບັນ​ດາ​ໂຄງ​ການນອກ​ແຜນ​ການ​ຂອງ​ລັດ​ຖະ​ບານລາວ​ກໍ​ຄື ໂຄງ​ການ​ທີ່​ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ບໍ່​ໄປ​ຕາມ​ລະ​ບຽບ​ກົດ​ໝາຍ ດ້ານ​ງົບ​ປະ​ມານ ຫລື​ທີ່ບໍ່​ຜ່ານ​ການ​ຮັບ​ຮອງ​ຂອງ​ສະ​ພາ​ແຫ່ງ​ຊາດ​ລາວນັ້ນ ນັບ​ເປັນ​ພາກ​ສ່ວນ​ທີ່​ເຮັດ​ໃຫ້​ເກີດ​ການ​ເສຍ​ຫາຍ ດ້ານ​ງົບ​ປະ​ມານ​ຫລາຍ​ທີ່​ສຸດ ໂດຍ​ໄດ້​ກວດ​ພົບ​ໂຄງ​ການ​ທີ່​ມີ​ລັກ​ສະ​ນະ​ດັ່ງ​ກ່າວ​ເຖິງ 285 ໂຄງ​ການ​ ທີ່​ຢູ່​ແຂວງ​ຫລວງ​ນ້ຳ​ທາ, ອຸ​ດົມ​ໄຊ, ຫລວງ​ພະ​ບາງ, ຫົວ​ພັນ, ຊຽງ​ຂວາງ, ບໍ​ລິ​ຄຳ​ໄຊ, ສະ​ຫວັນ​ນະ​ເຂດ, ຈຳ​ປາ​ສັກ, ອັດ​ຕະ​ປື ແລະ​ວຽງ​ຈັນ ທີ່​ເຮັດ​ໃຫ້​ເກີດ​ການ​ເສຍ​ຫາຍ ຫລາຍກວ່າ 4,483 ຕື້​ກີບ ຊຶ່ງ​ຍັງ​ບໍ່​ລວມ​ເຖິງ​ຜົນ​ເສຍ​ຫາຍ ທີ່​ເກີດ​ຂຶ້ນ​ຈາກ​ການ​ລັກ​ລອບ​ຂົນ​ສົ່ງ​ໄມ້​ໄປ​ຕ່າງ​ປະ​ເທດ ຫລາຍກວ່າ 2,407 ຕື້​ກີບ.

ນອກ​ຈາກນັ້ນ ບັນ​ດາໂຄງ​ການພັດ​ທະ​ນາ​ຕ່າງໆ ທີ່​ພາກ​ເອກ​ກະ​ຊົນ​ລົງທຶນ​ໃຫ້​ກ່ອນກໍ​
ເປັນອີກພາກສ່ວນນຶ່ງ ທີ່ມີການປະເມີນມູນຄ່າເກີນຕົວຈິງອີກດ້ວຍເຊັ່ນກັນ ຊຶ່ງເຮັດໃຫ້ລັດຖະບານລາວ ເປັນໜີ້ສູງຂຶນນັບມື້ ໂດຍທີ່ຊ່ຽວຊານທາງດ້ານການເງິນຂອງທະນາ
ຄານໂລກປະຈຳ ສປປ ລາວ ເປີດເຜີຍວ່າລັດຖະບານລາວ ຕ້ອງປະເຊີນກັບສະພາບ
ການເປັນໜີ້ພາກລັດເພີ່ມຂຶ້ນຢ່າງຕໍ່ເນື່ອງ ທັງນີ້ໂດຍມີສາເຫດມາຈາກການກູ້ຢືມເງິນ
ທັງພາຍໃນ ແລະຕ່າງປະເທດ ເພື່ອນຳມາໃຊ້ສຳລັບການດຸ່ນດ່ຽງດ້ານງົບປະມານລາຍ
ຈ່າຍທີ່ສູງກວ່າລາຍຮັບ ຊຶ່ງໃນປີ 2016 ທີ່ໜີ້ສິນຂອງລັດຖະບານລາວ ມີມູນຄ່າລວມເຖິງ 9,550 ລ້ານໂດລາ ແລະ ເພີ່ມຂຶ້ນເປັນ 10,530 ລ້ານ ໂດລາ ແລະ 12,104 ລ້ານໂດລາ
ໃນປີ 2017 ແລະ 2018 ທັງຍັງຄາດວ່າ ຈະເພີ່ມຂຶ້ນເປັນ 3,491 ລ້ານໂດລາໃນປີ 2019
ຕາມລຳດັບ.

ທາງດ້ານ​ທ່ານ​ສົມ​ດີ ດວງ​ດີ ຮອງ​ນາ​ຍົກລັດ​ຖະ​ມົນ​ຕີ​ແລະລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ
ການເງິນ ຖະແຫຼງຢືນຢັນວ່າແຫລງຍອມຮັບວ່າ ໜີ້ສິນຂອງລັດຖະບານລາວ ທີ່ມີທ່າອ່ຽງ
ເພີ້ມຂຶ້ນຢ່າງຕໍ່ເນື່ອງໃນຂະນະທີ່ການຈັດເກັບລາຍຮັບກັບຍັງບໍ່ສາມາດຈັດຕັ້ງປະຕິບັດ
ໄດ້ຕາມເປົ້າໝາຍທີ່ວາງໄວ້ ເຮັດໃຫ້ລັດຖະບານລາວຕ້ອງຫາແຫລ່ງເງິນກູ້ເພື່ອມາຊຳລະ
ໜີ້ໃຫ້ໄດ້ຢ່າງເທົ່າທັນກັບເວລາ ໃນປີ 2021 ໂດຍທາງເລືອກທີ່ສາມາດຈະຈັດຕັ້ງປະຕິ
ບັດໄດ້ຢ່າງເປັນຮູບປະທຳທີ່ສຸດ ກໍຄືການອອກພັນທະບັດລັດຖະບານລາວ ເພື່ອລະດົມ
ເງິນກູ້ຢືມໃນຕ່າງປະເທດເປັນດ້ານຫລັກ ເນື່ອງຈາກວ່າ ແຫລ່ງເງິນທຶນພາຍໃນປະເທດ
ບໍ່ພຽງພໍກັບຄວາມຕ້ອງການໃນພາກໂຕຈິງນັ້ນເອງ.

ກ່ອນ​ໜ້ານັ້ນ ລັດ​ຖະ​ບານ ລາວ ​ໄດ້​ວາງ​ແຜນ​ການ​ທີ່​ຈະ​ຄວບ​ຄຸມ​ສະ​ພາ​ວະການ ເປັນໜີ້
ດັ່ງກ່າວດ້ວຍການຈັດຕັ້ງປະຕິບັດຕາມມະຕິຕົກລົງຂອງສະພາແຫ່ງຊາດລາວ ຢ່າງເຄັ່ງ
ຄັດ ກໍຄືການຈຳກັດການກູ້ຢືມເງິນຈາກຕ່າງປະເທດໃຫ້ຢູ່ໃນມູນຄ່າບໍ່ເກີນ 400 ລ້ານ
ໂດລາຕໍ່ປີ ຊຶ່ງເປັນການຍາກທີ່ຈະສາມາດຈັດຕັ້ງປະຕິບັດໄດ້ຈິງເພາະລັດຖະບານລາວ
ໄດ້ວາງຄາດໝາຍການຂະຫຍາຍຕົວທາງເສດຖະກິດໄວ້ທີ່ອັດຕາສະເລ່ຍ 6.5 ເປີເຊັນ
ຕໍ່ປີ ໃນຊ່ວງປີ 2019-2020 ເພື່ອເຮັດໃຫ້ມູນຄ່າ GDPຖົວສະເລ່ຍເປັນລາຍຮັບຂອງ
ປະຊາຊົນ ລາວ ໃຫ້ໄດ້ທີ່ລະດັບ 24.8 ລ້ານກີບ ຫຼື 3,100 ໂດລາຕໍ່ຄົນໃນປີ 2020 ນັ້ນ
ເຮັດໃຫ້ຈະຕ້ອງມີການກູ້ຢືມເງິນທຶນຈາກຕ່າງປະເທດ ໃນລະດັບທີ່ສູງກວ່າ 400 ລ້ານ
ໂດລາ ເຖິງ 4 ເທົ່າຕົວໃນແຕ່ລະປີນັ້ນເອງ.

XS
SM
MD
LG