ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານລາວ ຕ້ອງຢືມເງິນ ຈາກ ຕ່າງປະເທດ ມາດຸ່ນດ່ຽງ ງົບປະມານ ແລະໃຊ້ໜີ້ ໃນປີ 2019


ພິທີເຊັນສັນຍາໃຫ້ຊ່ວຍເຫລືອຈາກທະນາຄານໂລກໃນໂຄງການພັດທະນາ ດ້ານສິ່ງແວດລ້ອມ ແລະສັງຄົມແກ່ລາວ
ພິທີເຊັນສັນຍາໃຫ້ຊ່ວຍເຫລືອຈາກທະນາຄານໂລກໃນໂຄງການພັດທະນາ ດ້ານສິ່ງແວດລ້ອມ ແລະສັງຄົມແກ່ລາວ

ໜີ້ສິນຂອງລັດຖະບານລາວ ຍັງມີທ່າອ່ຽງເພີ້ມສູງຂຶ້ນອີກ ໃນປີ 2019 ຊຶ່ງເຮັດໃຫ້
ລັດຖະບານລາວ ຍັງຈະຕ້ອງ ກູ້ຢືມເງິນມາດຸ່ນດ່ຽງງົບປະມານລາຍຈ່າຍດ້ວຍການ
ອອກພັນທະບັດ ລັດຖະບານລາວ ໃນຕ່າງປະເທດ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນຖະ
ແຫລງຍອມຮັບວ່າ ໜີ້ສິນຂອງລັດຖະບານລາວ ຍັງມີທ່າອ່ຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ
ໃນຂະນະທີ່ການຈັດເກັບລາຍຮັບ ກັບຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມເປົ້າ
ໝາຍທີ່ວາງໄວ້ ແລະເມື່ອປະກອບກັບ ການທີ່ລັດຖະບານລາວມີພັນທະທີ່ຈະຕ້ອງ
ສໍາລະຄືນໜີ້ເງິນກູ້ທັງພາຍໃນ ແລະຕ່າງປະເທດຫລາຍຂຶ້ນ ໃນໄລຍະ 3 ປີຕໍ່ໜ້ານີ້
ຊຶ່ງເຮັດໃຫ້ຈະຕ້ອງຫາແຫລ່ງເງິນທຶນສໍາລັບນໍາມາຊໍາລະຄືນໜີ້ດັ່ງກ່າວໃຫ້ໄດ້ຢ່າງ
ເທົ່າທັນກັບເວລາ ໂດຍທາງເລືອກທີ່ສາມາດຈະຈັດຕັ້ງ ປະຕິບັດໄດ້ຢ່າງເປັນຮູບປະ
ທໍາ ທີ່ສຸດໃນປັດຈຸບັນນີ້ກໍຄື ການອອກພັນທະບັດລັດຖະບານລາວ ເພື່ອລະດົມເງິນ
ທຶນກູ້ຢືມໃນຕ່າງປະເທດ ເປັນດ້ານຫລັກ ເພາະແຫລ່ງເງິນທຶນໃນປະເທດບໍ່ພຽງພໍ
ກັບຄວາມຕ້ອງການຕົວຈິງນັ້ນເອງ, ດັ່ງທີ່ ທ່ານ ສົມດີໃຫ້ການຢືນຢັນວ່າ

“ຈິດໃຈກໍຢາກກູ້ຢືມຜ່ອນຜົນຫັ້ນແຫລະ ມາຊໍາລະໜີ້ຕ່າງປະເທດ ແຕ່ວ່າ ມັນບໍ່ພໍ
ແລ້ວ ກະຈໍາເປັນຕ້ອງໄດ້ໄປຊອກແລ້ວເດ່ບາດນີ້. ມັນຮອດກໍານົດແລ້ວເດ້ ໃນປີ
2021 ໄປແລ້ວພວກເຮົາສິເອົາລາຍຈ່າຍພາຍໃນ ທີ່ມັນເຫລືອສ່ວນນຶ່ງ ເພື່ອໄປ
ຊໍາລະຕົ້ນທຶນເງິນກູ້ຂອງຕ່າງປະເທດ ໝາຍຄວາມວ່າ ເຮົາກໍຕ້ອງໄດ້ອອກພັນທະ
ບັດຕ່າງປະເທດ ບໍ່ແມ່ນບໍ່ໄດ້ອອກເດ່.”

ທາງດ້ານຜູ້​ຊ່ຽວ​ຊານ​ທາງ​ດ້ານ​ການ​ເງິນ​ຂອງ​ທະ​ນາ​ຄານ​ໂລກ​ປະ​ຈຳ ສ​ປ​ປ ລາວເປີ​ດ
​ເຜີຍ​ວ່າລັດ​ຖະ​ບານ​ລາວ​ຍັງ​ຕ້ອງພະ​ເຊີນ​ກັບ​ສະ​ພາ​ວະ​ການ​ເປັນ​ໜີ້​ພາກ​ລັດ​ເພີ້ມ​ຂຶ້ນ
ຢ່າງ​ຕໍ່​ເນື່ອງ ທັງ​ນີ້​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ການ​ກູ້​ຢື​ມ​ເງິນ ທັງ​ພາຍ​ໃນ ແລະ​ຈາກ​ຕ່າງ​ປະ
​ເທດເພື່ອ​ນຳ​ມາ​ໃຊ້​ສຳ​ລັບການ​ດຸ່ນ​ດ່ຽງ​ທາງ​ດ້ານ​ງົບ​ປະ​ມານ​ລາຍ​ຈ່າຍ​ທີ່​ສູງກວ່າ​ລາຍ​
ຮັບ​ຂອງ​ລັດ​ຖະ​ບານ​ລາວ​ໃນ​ແຕ່​ລະ​ປີ ໂດຍ​ສະ​ເພາະ​ແມ່ນ​ປີ 2016 ນັ້ນ ຖື​ເປັນ​ປີ​ທຳ
ອິດທີ່​ໜີ້​ສິນ​ຂອງ​ລັດ​ຖະ​ບານ​ລາວ ມີ​ມູນ​ຄ່າ​ລວມ​ເກີນກວ່າ 60 ເປີ​ເຊັນຂອງຍອດ​ຜະ
ລິດຕະ​ພັນ​ລວມ (GDP) ແລະ​ຄາດ​ວ່າ​ຈະ​ເພີ້ມ​ຂຶ້ນ​ເປັນ 65.3 ເ​ປີ​ເຊັນ ຂອງ GDP
ໃນປີ 2018 ແລະ​ເກີນ​ກວ່າ 66 ເປີ​ເຊັນ ຂອງ GDP ໃນ​ປີ 2019 ອີກ​ດ້ວຍ.

ຜູ້​ຊ່ຽວ​ຊານ​ຂອງ​ທະ​ນາ​ຄານ​ໂລກລະ​ບຸ​ວ່າ​ການ​ກູ້​ຢືມ​ເງິນ​ຈາກ​ຕ່າງ​ປະ​ເທດ ນັບ​ເປັນ
​ສາ​ເຫດ​ສຳ​ຄັນ​ທີ່​ເຮັດ​ໃຫ້​ໜີ້​ສິນ​ຂອງ​ລັດ​ຖະ​ບານ​ລາວ​ເພີ້ມ​ຂຶ້ນ​ຢ່າງ​ໄວ​ວາ ໂດຍ​ໃນ​ປີ
2016 ລັດ​ຖະ​ບານ​ລາວ​ມີ​ໜີ້​ຕ່າງ​ປະ​ເທດ ແລະ​ໜີ້​ພາຍ​ໃນຄິດ​ເປັນ​ມູນ​ຄ່າ​ລວມ​ເຖິງ
9,550 ລ້ານ​ໂດ​ລາ​ສະ​ຫະ​ລັດ ແລະ​ເພີ້ມ​ຂຶ້ນ​ເປັນ 10,530 ລ້ານ​ໂດ​ລາ​ສະ​ຫະ​ລັດ
ໃນ​ປີ 2017 ສ່ວນປີ 2018 ກໍ​ຄາດ​ວ່າ​ລັດ​ຖະ​ບານ​ລາວ​ຈະ​ມີ​ໜີ້​ສິນເພີ້ມຂຶ້ນ​ເປັນ​ຫຼາຍ
ກວ່າ 12,104 ລ້ານ​ໂດ​ລາ​ສະ​ຫະ​ລັດ ທັງ​ຍັງ​ຄາດ​ໝາຍ​ວ່າ​ຈະ​ເພີ້ມຂຶ້ນ​ເປັນ 13,491
ລ້ານ​ໂດ​ລາ​ສະ​ຫະ​ລັດ​ ໃນ​ປີ 2019 ຕ​າມ​ລຳ​ດັບ.

ແຕ່​ຢ່າງ​ໃດ​ກໍ​ຕາມ ລັດ​ຖະ​ບານ​ລາວ​ກໍ​ໄດ້​ວາງ​ແຜນການ​ທີ່​ຈະ​ຄວ​ບຄຸມສະ​ພາ​ວະ
​ການ​ເປັນ​ໜີ້​ດັ່ງ​ກ່າວ​ດ້ວຍ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ມະ​ຕິ​ຕົກ​ລົງ​ຂອງ​ສະ​ພາ​ແຫ່ງ
​ຊາດ​ລາວ​ຢ່າງ​ເຄັ່ງ​ຄັດ ກໍ​ຄື​ການ​ຈຳ​ກັດ​ການ​ກູ້​ຢືມ​ຈາກ​ຕ່າງ​ປະ​ເທດ​ໃຫ້​ຢູ່​ໃນ​ມູນ​ຄ່າ
​ບໍ່​ເກີນ 400 ລ້ານ​ໂດ​ລາສະ​ຫະ​ລັດ​ຕໍ່​ປີ ຊຶ່ງເປັນການຍາກ ທີ່ຈະສາມາດປະຕິບັດໄດ້
ຈິງ ເພາະລັດຖະບານລາວ ໄດ້​ວາງ​ຄາດ​ໝາຍ​ການ​ຂະ​ຫຍາຍ​ຕົວ​ທາງ​ເສດ​ຖະ​ກິດ​ໄວ້
​ທີ່ອັດ​ຕາ​ສະ​ເລ່ຍ 7 ເປີ​ເຊັນ ຕໍ່​ປີ​ໃນ​ຊ່ວງ​ປີ 2016-2020 ເພື່ອ​ຈະ​ເຮັດ​ໃຫ້​ມູນ​ຄ່າ GDP
​ສະ​ເລ່ຍ​ເປັນ​ລາຍ​ໄດ້​ຂອງ​ປະ​ຊາ​ຊົນ​ລາວໃຫ້ໄດ້​ທີ່​ລະ​ດັບ 24.8 ລ້ານ​ກີບ ຫຼື 3,100 ລ້ານ​
ໂດ​ລາ​ສະ​ຫະ​ລັດ​ຕໍ່​ຄົນ​ໃນ​ປີ 2020 ນັ້ນ ​ຕ້ອງ​ເຮັດ​ໃຫ້​ມີ​ກາ​ນ​ກູ້​ຢືມ​ຈາກ​ຕ່າງ​ປະ​ເທດ​ໃນ​
ລະ​ດັບ​ທີ່​ສູງກວ່າ 400 ລ້ານ​ໂດ​ລາ​ສະ​ຫະ​ລັດ​ເຖິງ3-4 ເທົ່າ​ໃນ​ແຕ່​ລະ​ປີ​ນັ້ນ​ເອງ.

ຫາກ​ແຕ່​ວ່າ​ການ​ທີ່​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ໄດ້​ນັ້ນ​ ບໍ່​ແມ່ນ​ເລື້ອງ​ງ່າຍເພາະ
ວ່າ ລັດຖະບານລາວຈະຕ້ອງຊຸກຍູ້ພາກກະສິກຳປ່າໄມ້ໃຫ້ຂະຫຍາຍໂຕເພີ້ມຂຶ້ນ​ໃນ
ອັດຕາສະເລ່ຍບໍ່ຕ່ຳກວ່າ 3.2 ເປີເຊັນຕໍ່ປີ ສ່ວນພາກອຸດສາຫະກຳ ແລະພາກບໍ​ລິ​ການ​
ຈະຕ້ອງຂະຫຍາຍໂຕເພີ້ມຂຶ້ນ 9.3 ເປີເຊັນ ແລະ 8.9 ເປີເຊັນ ຕໍ່ປີຕາມລຳດັບ ຊຶ່ງ​
ເຮັດໃຫ້ຈະຕ້ອງລະດົມເງິນທຶນທີ່ຈະນຳໃຊ້ໃນໂຄງການພັດທະນາຕ່າງໆໃນມູນ​ຄ່າ
ລວມເຖິງ 27,000 ລ້ານໂດລາສະຫະລັດ ໃນຊ່ວງປີ 2016-2020 ໃນຂະນະທີ່ພາກ
ການຜະລິດດັ່ງກ່າວ ຂະຫຍາຍຕົວໃນອັດຕາສະເລ່ຍພຽງ 2 ເປີເຊັນ ກັບ 6 ເປີເຊັນ,
ແລະ 7 ເປີເຊັນ ຕາມລໍາດັບ ໃນປີ 2018 ນີ້.

XS
SM
MD
LG