ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມບໍ່ໂປ່ງໃສ ຢູ່ໃນລະບົບຍຸຕິທໍາ ແລະກວດກາຂອງລາວ ພາໃຫ້ເກີດບັນຫາຢ່າງຫລວງ ຫລາຍ


ກອງປະຊຸມຂອງຄະນະກວດສອບແຫ່ງລັດຂອງລາວ
ກອງປະຊຸມຂອງຄະນະກວດສອບແຫ່ງລັດຂອງລາວ

ການກວດສອບທີ່ບໍ່ມີຄວາມໂປ່ງໃດ ແລະລະບົບຕຸລາການ ທີ່ບໍ່ຍຸຕິທໍາ ໄດ້ກາຍເປັນບັນຫາໃຫຍ່ຂຶ້ນນັບມື້ ທັງເຮັດໃຫ້ປະຊາຊາຊົນລາວ ເສື່ອມສັດທາ ແລະ ການພັດທະນາປະເທດຊັກຊ້າໃນທຸກດ້ານ, ຊົງລິດ ໂພນເງິນມີລາຍງານເລື້ອງນີ້ ມາສະເໜີທ່ານຈາກບາງກອກ.

ທ່ານນາງ ຄໍາຈັນ ພົມແສງສະຫວັນ, ຮອງປະທານສູນກາງແນວລາວສ້າງຊາດ ຖະແຫລງ ຢືນຢັນວ່າ ການຈັດຕັ້ງປະຕິບັດທີ່ບໍ່ໂປ່ງໃສຂອງບັນດາພະນັກງານຮັບຜິດຊອບວຽກງານ ດ້ານການປ້ອງກັນ ແລະປາບປາມ ການທຸດຈະລິດໃນວົງການພັກ-ລັດ ແລະການຂາດ ຈັນຍາບັນຂອງພະນັກງານໃນລະບົບຕຸລາການ ຫລື ສານຍຸຕິທໍານັ້ນ ໄດ້ກາຍເປັນບັນຫາ ໃຫຍ່ຂຶ້ນນັບມື້ໃນລາວ ຊຶ່ງບໍ່ພຽງແຕ່ ຈະເຮັດໃຫ້ການພັດທະນາປະເທດຊັກຊ້າໃນທຸກດ້ານ ເທົ່ານັ້ນ ແຕ່ຍັງເຮັດໃຫ້ປະຊາຊາຊົນລາວ ເສື່ອມສັດທາຕໍ່ລະບົບຕຸລາການໃນລາວເພີ້ມ ຂຶ້ນນັບມື້ ອີກດ້ວຍ, ດັ່ງທ່ານນາງ ຄໍາຈັນ ໄດ້ຖະແຫລງ ຢືນຢັນວ່າ:

“ການກວດກາຜົນການກວດສອບ ຍັງຊັກຊ້າ ແກ່ຍາວ ບໍ່ສັກສິດ. ຜ່ານມາມີຫາງສຽງສັງຄົມ ຕໍ່ວຽກງານດັ່ງກ່າວວ່າ ກວດກາເອົາຮູບການ. ກວດກາແລ້ວໆ ໄປແກ້ໄຂບັນຫາບໍ່ໄດ້. ການ ປະຕິບັດໜ້າທີ່ຂອງພະນັກງານຂົງເຂດຍຸຕິທໍາ ຍັງບໍ່ທັນຫລີກລ້ຽງໄດ້ ຈາກຫາງສຽງສັງຄົມ ຈົ່ມວ່າ ຕໍ່ພະນັກງານລັດ. ຍັງຂາດຈັນຍາບັນ, ບໍ່ໂປ່ງໃສ, ຮຽກຮ້ອງເອົາຜົນປະໂຫຍດຈາກ ຄູ່ກໍລະນີ ແລະອື່ນໆ.”

ທາງດ້ານ ທ່ານນາງ ວຽງທອງ ສີພັນດອນ, ປະທານອົງການກວດສອບແຫ່ງລັດຖະແຫຼງຢືນຢັນວ່າ ການທຸດຈະລິດ ໂດຍບັນດາພະນັກງານລັດ ຍັງເກີດຂຶ້ນຢ່າງກວ້າງຂວາງ ເພາະໄດ້ມີການຮ່ວມມືກັບຢ່າງເປັນຂະບວນການໃນທຸກລະດັບ ດັ່ງກໍລະນີການຂາຍໄມ້ ຂອງລັດຖະບານໃນລາຄາຕໍ່າກວ່າຄວາມເປັນຈິງ ແລະບໍ່ຖືກຕ້ອງຕາມລະບຽບການປະມູນ ເຮັດໃຫ້ລັດຖະບານເສຍຫາຍໄປຢ່າງຫລວງຫລາຍ ທັງຍັງພົບວ່າ ມີພະນັກງານລັດ ນໍາເອົາ ເງິນລາຍໄດ້ຂອງລັດ ໄປຝາກກັບທະນາຄານເອກະຊົນ ເພື່ອຍັກຍອກເອົາ ດອກເບ້ຍໄປເປັນ ຜົນປະໂຫຍດຂອງຕົນ ຈຶ່ງເຮັດໃຫ້ຈະຕ້ອງເພີ້ມຄວາມເຂັ້ມງວດເຂົ້າໃນການກວດສອບ ການປະຕິບັດໜ້າທີ່ຂອງພະນັກງານລັດ ທັງຢູ່ຂັ້ນສູນກາງ ແລະຂັ້ນທ້ອງຖິ່ນຢ່າງຈິງຈັງ ໂດຍສະເພາະແມ່ນ ການທຸດຈະລິດ ທີ່ເປັນການຮ່ວມມືກັບ ລະຫວ່າງພະນັກງານລັດ ກັບ ທຸລະກິດເອກະຊົນນັ້ນ ຖືເປັນເຫດສໍາຄັນ ທີ່ເຮັດໃຫ້ລັດຖະບານ ສູນເສຍລາຍຮັບເພີ້ມຂຶ້ນ ນັບມື້ ທັງຍັງກວດພົບອີກດ້ວຍວ່າ ມີພະນັກງານທີ່ກ່ຽວຂ້ອງບໍ່ສົ່ງລາຍຮັບສ່ວຍສາອາກອນ ແລະ ຊັບສິນຕ່າງໆ ເຂົ້າງົບປະມານລັດຫລາຍກວ່າ 999 ຕື້ກີບ ແລະ 67 ລ້ານໂດລາ ຊຶ່ງ ເຮັດໃຫ້ມີການລົງໂທດທາງວິໄນຕໍ່ພະນັກງານລັດ 849 ຄົນ, ດໍາເນີນຄະດີໃນສານ 113 ຄົນ ໃນນີ້ ສານຕັດສິນໂທດແລ້ວ 55 ຄົນ ເກັບເງິນຄືນມາໄດ້ 26.5 ຕື້ ກີບ ແລະ 17 ລ້ານໂດລາ ຍົກເລີກສໍາປະທານໂຄງການຮ່ວມທຶນຂອງເອກະຊົນລາວ ກັບຕ່າງປະເທດ ທີ່ພົວພັນໃນ ການທຸດຈະລິດ 315 ລາຍ ໃນປີ 2019 ທີ່ຜ່ານມາ.

ຄະນະຜູ້ພິພາກສາໃນການຕັດສິນຄະດີສໍ້ລາດບາງຫລວງອັນນຶ່ງຂອງລາວ
ຄະນະຜູ້ພິພາກສາໃນການຕັດສິນຄະດີສໍ້ລາດບາງຫລວງອັນນຶ່ງຂອງລາວ

ສ່ວນ​ອົງ​ການ Human Rights Watch ລາຍ​ງານ​ວ່າ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ​ໃນ​ໜ່ວຍ​ງານ​ຕ່າງໆ​ຂອງ​ລັດ​ຖະ​ບານລາວ ທັງ​ໃນ​ຂັ້ນ​ສູນ​ກາງ ແລະໃນ​ທ້ອງ​ຖິ່ນ​ຍັງ​ເກີດ​ບັນ​ຫາ​ຊັກ​ຊ້າ ແລະ ບໍ່​ມີ​ປະ​ສິດ​ທິ​ພາບ​ໃນ​ທົ່ວ​ປະ​ເທດ ທັງ​ຍັງ​ປາ​ກົດ​ວ່າ​ໄດ້​ມີ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ​ເກົ່າ​ທີ່​ຖືກ​ແທນ​ທີ່​ໂດຍ​ກົດ​ໝາຍ​ໃໝ່​ແລ້ວ. ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ​ຍັງ​ເຮັດ​ໃຫ້​ມີ​ການ​ເລືອກ​ປະ​ຕິ​ບັດ​ກົດ​ໝາຍ​ຕໍ່​ປະ​ຊາ​ຊົນ​ທີ່​ຂັດ​ແຍ້ງ​ກັບ​ພະ​ນັກ​ງານ​ລັດ ກ່ຽວ​ກັບຜົນ​ປະ​ໂຫຍດ​ໃນ​ທີ່​ດິນ​ທີ່​ຖືກ​ບັງ​ຄັບ​ເວນ​ຄືນ​ຢ່າງບໍ່​ຍຸ​ຕິ​ທຳ​ອີກ​ທັງ​ຍັງ​ມີ​ຜູ້​ພິ​ພາກ​ສາ​ຈຳ​ນວນບໍ່​ໜ້ອຍ​ທີ່​ປະ​ຕິ​ບັດ​ໜ້າ​ທີ່​ໂດຍບໍ່​ສຸ​ດ​ຈະ​ລິດ ແລະ ບໍ່​ມີ​ຈັນ​ຍາ​ທຳ.

ທາງ​ດ້ານ​ອົງ​ການ USAID ຂອງ​ສະ​ຫະ​ລັດ ອາ​ເມ​ຣິ​ກາ ກໍ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ລັດ​ຖະ​ບານ ລາວ ເພື່ອ​ພັດ​ທະ​ນາ​ໂຄງ​ຂ່າຍ​ການ​ເຜີຍ​ແຜ່​ລະ​ບຽບ​ກົດ​ໝາຍ​ຕ່າງໆ​ດ້ວຍ ແອັບ​ພ​ລີ​ເຄ​ຊັ້ນ ໃນ​ລະ​ບົບ​ໂທ​ລະ​ສັບ​ມື​ຖື​ທີ່​ທັນ​ສະ​ໄໝ ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ ລາວ ສາ​ມາດ​ເຂົ້າ​ເຖິງ ແລະ ໄດ້​ຮັບ​ຂ່າວ​ສານ​ດ້ານ​ລະ​ບຽບ​ກົດ​ໝາຍ​ຕ່າງໆ​ຂອງ​ລັດ​ຖະ​ບານ ໄດ້​ຢ່າງ​ເທົ່າ​ທັນ​ກັບ​ສະ​ພາບ​ການ ທັງ​ຍັງ​ໄດ້​ພັດ​ທະ​ນາ​ລະ​ບົບ​ທີ່​ສາ​ມາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຕະຫຼາດ​ໂລກ​ຢ່າງ​ມີ​ປະ​ສິດ​ທິ​ພາບ ເພື່ອ​ເຮັດ​ໃຫ້​ນັກ​ທຸ​ລະ​ກິດ ລາວ ແລະ ຕ່າງ​ຊາດ​ສາ​ມາດ​ເຂົ້າ​ເຖິງ​ນິ​ຕິ​ກຳ​ຕ່າງໆ​ໃນ ລາວ ຢ່າງ​ສະ​ດວກວ່ອງ​ໄວ ແລະ ສາ​ມາດ​ປະ​ກອບ​ຄວາມ​ຄິ​ດ​ເຫັນ​ຕໍ່​ນິ​ຕິ​ກຳ​ຕ່າງໆ​ໄດ້​ດ້ວຍ ໂດຍ ອົງ​ການ USAID ໄດ້ໃຫ້ການຊ່ວຍເຫລືອລາວ ໃນໂຄງການດັ່ງກ່າວນີ້ ໃນຊ່ວງປີ 2019-2022.

XS
SM
MD
LG