ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ຂັ້ນສູງ ຂອງລາວ ມີສ່ວນກ່ຽວຂ້ອງ ໃນການລັກລອບນໍາເຂົ້າ ນໍ້າມັນເຊື້ອໄຟ


ການກວດກາຄຸນນະພາບນໍ້າມັນຢູ່ໃນປໍ້ານໍ້າມັນແຫ່ງນຶ່ງໃນນະຄອນຫລວງວຽງຈັນ
ການກວດກາຄຸນນະພາບນໍ້າມັນຢູ່ໃນປໍ້ານໍ້າມັນແຫ່ງນຶ່ງໃນນະຄອນຫລວງວຽງຈັນ

ບັນດາເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານລາວ ໄດ້ມີສ່ວນກ່ຽວຂ້ອງໃນການ
ລັກລອບນໍາເຂົ້ານໍ້າມັນເຊື້ອໄຟ ຂອງບັນດາບໍລິສັດຕ່າງປະເທດໃນລາວ ທີ່
ເຮັດໃຫ້ລັດຖະບານຕ້ອງສູນເສຍລາຍຮັບຫລາຍພັນຕື້ກີບ.

ທ່ານ ບຸນທອງ ຈິດມະນີປະທານອົງການກວດກາລັດຖະບານລາຍງານຕໍ່ກອງປະຊຸມ
ສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດ ລາວ ຊຸດທີ 8 ທີ່ດຳເນີນກອງປະຊຸມໃນ
ວັນທີ 16 ຕຸລາ ຫາ ວັນທີ 17 ພະຈິກ 2017 ນີ້ວ່າໄດ້ກວດພົບການຈັດຕັ້ງປະຕິບັດທີ່
ຜິດລະບຽບກົດໝາຍກ່ຽວກັບການຍົກເວັ້ນພາສີອາກອນການນໍາເຂົ້ານໍ້າມັນເຊື້ອໄຟ
ຂອງບັນດາເຈົ້າໜ້າທີ່ຂັ້ນສູງ ທີ່ເຮັດໃຫ້ລັດຖະບານລາວສູນເສຍລາຍຮັບໄປຫລາຍ
ກວ່າ 2,407 ຕື້ກີບ ໃນຮອບ 12ເດືອນຜ່ານມາດັ່ງທີ່ທ່ານບຸນທອງ ໄດ້ຖະແຫລງຢືນ
ຢັນວ່າ

“ການປະຕິບັດກົດໝາຍວ່າດ້ວຍການສົ່ງເສີມການລົງທຶນມາດຕາ 52 ທີ່
ລະບຸໄວ້ວ່າ ການນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດ ບໍ່ອະນຸຍາດໃຫ້ຍົກ
ເວັ້ນພາສີອາກອນ ແຕ່ຕົວຈິງຜ່ານມາ ໄດ້ອະນຸຍາດນໍາເຂົ້າຍົກເວັ້ນພາສີ
ອາກອນ ມາຮັບໃຊ້ໂຄງການເປັນຈໍານວນຫລວວງຫລາຍ ນິຕິກໍາທີ່ເປັນ
ບ່ອນອີງໃນການເກັບພາສີອາກອນບໍ່ທັນລວມສູນ ການກໍານົດລາຄາຫົວ
ໜ່ວຍ ການກໍ່ສ້າງສ້ອມແປງບໍ່ເປັນເອກະພາບກັນ ເຮັດໃຫ້ການຈັດຕັ້ງປະຕິ
ບັດພົບຄວາມຫຍຸ້ງຍາກ.”

ການລັກລອບຕັດໄມ້ຢູ່ໃກ້ເຂດຊາຍແດນລາວ-ຫວຽດນາມເພື່ອສົ່ງອອກໄປຂາຍໃນຫວຽດນາມ
ການລັກລອບຕັດໄມ້ຢູ່ໃກ້ເຂດຊາຍແດນລາວ-ຫວຽດນາມເພື່ອສົ່ງອອກໄປຂາຍໃນຫວຽດນາມ

ພ້ອມກັນນີ້ ຍັງກວດພົບບັນດາໂຄງການນອກແຜນຈຳນວນ 285 ໂຄງການຢູ່ທີ່
ແຂວງຫຼວງນໍ້າທາ,ອຸດົມໄຊ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ສະ
ຫວັນນະເຂດ, ຈຳປາສັກ, ອັດຕະປີ ແລະ ແຂວງວຽງຈັນ ທີ່ມີມູນຄ່າລວມຫຼາຍກວ່າ
4,483 ຕື້ກີບ ຊຶ່ງກໍມີຄວາມສ່ຽງຢ່າງສູງທີ່ຈະສ້າງຄວາມເສຍຫາຍໃຫ້ລັດຖະບານ
ລາວໃນປີ 2017 ນີ້ ເພາະໄດ້ກວດພົບວ່າ ການຈັດຕັ້ງປະຕິບັດບັນດາໂຄງການເຫຼົ່າ
ນີ້ ບໍ່ເປັນໄປຕາມລະບຽບກົດໝາຍດ້ານງົບປະມານລາຍຮັບ-ລາຍຈ່າຍຂອງ ສປປ
ລາວ ແລະທັງຍັງເປັນໂຄງການທີ່ບໍ່ຜ່ານການຮັບຮອງຂອງສະພາແຫ່ງຊາດລາວອີກ
ດ້ວຍ. ນອກຈາກນັ້ນ ກໍຍັງກວດພົບການລັກລອບຂາຍໄມ້ຂອງລັດຖະບານ ແລະສົ່ງ
ອອກໄປປະເທດເພື່ອນບ້ານໂດຍຜິດກົດໝາຍອີກດ້ວຍ.

ທ່ານ ບຸນທອງ ໄດ້ເນັ້ນຢໍ້າດ້ວຍວ່າການຈັດຕັ້ງປະຕິບັດໄດ້ຄືແນວນີ້ຈະຕ້ອງມີການ
ຮ່ວມມືກັນຢ່າງເປັນຂະບວນການທັງພາກສ່ວນທີ່ເປັນພະນັກງານລັດ, ນັກທຸລະກິດ
ເອກະຊົນລາວ ແລະນັກທຸລະກິດຊາວຕ່າງຊາດທີ່ລົງທຶນຢູ່ໃນລາວ ໂດຍພະນັກງານ
ໄດ້ຮັບຜົນປະໂຫຍດຕອບແທນສ່ວນຕົວຢ່າງຫລວງຫລາຍ.

ກ່ອນໜ້ານີ້ ຄະນະກົມການເມືອງສູນກາງພັກ ປະຊາຊົນປະຕິວັດ ລາວ ໄດ້ມີຄຳສັ່ງໃຫ້
ບັນດາກະຊວງ, ອົງການຈັດຕັ້ງມະຫາຊົນຂອງພັກ, ໜ່ວຍງານຂອງລັດ ແລະ ອຳນາດ
ການປົກຄອງແຂວງໃນທົ່ວປະເທດ ລາວ ໃຫ້ແຕ່ຕັ້ງຄະນະຮັບຜິດຊອບເພື່ອຕິດຕາມ
ກວດກາການຈັດຕັ້ງປະຕິບັດໜ້າທີ່ຂອງບັນດາສະມາຊິກພັກ ແລະ ພະນັກງານໃນສັງ
ກັດຂອງພວກຕົນຢ່າງໃກ້ຊິດ ດ້ວຍເປົ້າໝາຍເພື່ອການຈັດແບ່ງລະດັບຊັ້ນ ແລະຄຸນນະ
ພາບໃນການປະຕິບັດໜ້າທີ່ຂອງສະມາຊິກພັກ ແລະ ພະນັກງານລັດໃນທົ່ວປະເທດ
ໂດຍໃຫ້ກົມຈັດຕັ້ງ ແລະ ກົມກວດກາເປັນພາກສ່ວນທີ່ຮັບຜິດຊອບຮ່ວມກັນ ເນື່ອງຈາກ
ໄດ້ມີບັນຫາປະກົດການຫຍໍ້ທໍ້ຢ່າງກວ້າງຂວາງທັງໃນພັກແລະລັດຖະບານລາວ ນັ້ນເອງ.

ໂດຍອົງການຕ້ານການສໍ້ລາດບັງຫຼວງແຫ່ງຊາດ ລາວ ລາຍງານວ່າໄລຍະ 5 ປີຜ່ານມາ
ໄດ້ກວດພົບການທຸຈະລິດທີ່ເຮັດໃຫ້ພັກ-ລັດເສຍຫາຍຄິດເປັນມູນຄ່າຫຼາຍກວ່າ
5,000 ຕື້ກີບ ພ້ອມດ້ວຍເງິນຕາຕ່າງປະເທດຫຼາຍກວ່າ 90 ລ້ານໂດລາ ກັບອີກ 40 ກວ່າ
ລ້ານບາດ ຈາກການດຳເນີນການກວດກາ ແລະ ກວດສອບ 734 ເປົ້າໝາຍທີ່ເປັນໜ່ວຍ
ງານຂອງພັກ ແລະ ລັດຖະບານ ລາວ ຊຶ່ງຈາກການຕິດຕາມກວດກາດັ່ງກ່າວກໍສາມາດ
ຍຶດຊອບສິນກັບຄືນມາໄດ້ 1,000 ກວ່າຕຶ້ກີບກັບ 70 ກວ່າລ້ານໂດລາ ແລະ 30 ກວ່າ
ລ້ານບາດ ທັງຍັງຍຶດເອົາທີ່ດິນຂອງລັດທີ່ຖືກລັກລອບຂາຍໃຫ້ນັກທຸລະກິດ ລາວ ແລະ ຊາວຕ່າງຊາດກັບຄືນມາໄດ້ໃນເນື້ອທີ່ກວ້າງກວ່າ 10,000 ເຮັກຕາ

ທັງນີ້ ອົງການກວດກາແຫ່ງລັດກໍຍັງໄດ້ລົງໂທດທາງວິໄນຕໍ່ພະນັກງານພັກ-ລັດຖະ
ບານທີ່ກ່ຽວຂ້ອງໃນການທຸຈະລິດຄໍຣັບຊັນ 165 ຄົນ ແລະ 38 ຄົນຖືກສານຕັດສິນ
ໃຫ້ລົງໂທດຈຳຄຸກໃນຖານຄວາມຜິດ ກ່ຽວກັບການສໍ້ລາດບັງຫຼວງດັ່ງກ່າວ.

XS
SM
MD
LG