ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກລາວ ສັ່ງປິດໂຮງງານໄມ້ 952 ແຫ່ງ ແລະ​ຂາຍ​ໄດ້​ເງິນ ​ເຂົ້າ​ລັດ ເກືອບ 2 ລ້ານ​ ໂດ​ລາ ກັບ 34 ຕື້​ກວ່າ​ກີບ


ສະ​ໜາມ​ໄມ້​ທ່ອນ ທີ່​ຜິດ​ກົດ​ໝາຍ​ແຫ່ງ​ນຶ່ງ​ໃນ​ລາວ
ສະ​ໜາມ​ໄມ້​ທ່ອນ ທີ່​ຜິດ​ກົດ​ໝາຍ​ແຫ່ງ​ນຶ່ງ​ໃນ​ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີລາວຢືນ​ຢັນ​ວ່າ ໄດ້​ອອກ​ຄຳ​ສັ່ງ​ປິດ​ໂຮງ​ງານ​ໄມ້ ທີ່ບໍ່​ໄດ້​ມາດ​ຕະ​ຖານ
952 ແຫ່ງ ພ້ອມ​ທັງ ຍຶດ​ໄມ້​ທີ່​ຜິດ​ກົດ​ໝາຍ ແລະ​ນຳ​ອອກ​ປະ​ມູນ​ຂາຍ​ໄດ້​ເງິນ​ເຂົ້າ​ລັດ​ແລ້ວ
ເກືອບ 2 ລ້ານ​ໂດ​ລາ ກັບ 34 ຕື້​ກວ່າ​ກີບ, ຊົງ​ລິດ ໂພນ​ເງິນ ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງ
ນີ້​ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີຖະ​ແຫລງ​ວ່າການຈັດ​ຕັ້ງ​ປະຕິບັດຄຳ​ສັ່ງ​ນາຍົກ
ລັດຖະມົນຕີ ເລກ​ທີ 15/ນຍໃນ​ຮອບ 1 ປີ ຜ່ານ​ມາ ໄດ້​ມີ​ການ​ອອກ​ຄຳ​ສັ່ງ​ປິດ​ໂຮງ​ງານ​ໄມ້
ທີ່ບໍ່​ໄດ້​ມາດ​ຕະ​ຖານ 952 ແຫ່ງຈາກ​ທີ່​ເຄີຍ​ມີ​ຢູ່​ທັງ​ໝົດ 2,102 ແຫ່ງ​ໃນ​ທົ່ວ​ປະ​ເທດຈຶ່ງ
​ເຮັດໃຫ້​ຍັງ​ເຫລືອ​ໂຮງ​ງານ​ໄມ້ 1,150 ແຫ່ງ ໃນ​ປັດ​ຈຸ​ບັນ. ພ້ອມ​ກັນ​ນັ້ນ ກໍ​ໄດ້​ທຳ​ການ​ຍຶດ
​ໄມ້ທີ່​ຜິດ​ກົດ​ໝາຍ ແລະ​ນຳ​ອອກ​ປະ​ມູນ​ຂາຍ ໃຫ້​ກັບ​ພາກ​ເອ​ກະ​ຊົນ ພາຍ​ໃນ​ປະ​ເທດ​ໄດ້
​ເງິນເຂົ້າ​ລັດ​ຖະ​ບານ​ແລ້ວເກືອບ 2 ລ້ານ ກັບ 34 ຕື້ກວ່າ​ກີບ ດັ່ງ​ທີ່​ທ່ານທອງ​ລຸນ ຢືນ​ຢັນ​ວ່າ

“ການ​ປະ​ຕິ​ບັດ​ຄໍາ​ສັ່ງເລກ​ທີ 15/ນຍຊຶ່ງ​ປັດ​ຈຸ​ບັນ ສາ​ມາດ​ປະ​ມູນ​ຂາຍ​ໄມ້ ແລະ​ຍຶດ​ເອົາ​
ເຂົ້າ​ງົບ​ປະ​ມານ ໄດ້​ແລ້ວ​ເກືອບເກືອບ 2 ລ້ານ, 34 ຕື້ວ່າ​ກີບ. ກ່ອນຄໍາ​ສັ່ງເລກ​ທີ 15
ມີ​ໂຮງ​ງານ​ອຸດ​ສາ​ຫະ​ກຳ​ໄມ້ ທັງ​ໝົດ ຢູ່​ປະ​ເທດ​ເຮົາ​ນີ້ 2,102 ໂຮ​ງ​ງານ ແລະ​ພາຍ​ຫລັງ​
ປະ​ກາດ​ນຳ​ໃຊ້​ຄຳ​ສັ່ງ​ດັ່ງ​ກ່າວ ກໍ​ໄດ້​ກວດ​ກາ​ຄືນ, ຍຸບ​ເລີກ ໂຮງ​ງານ​ໄມ້ທີ່ບໍ່​ໄດ້​ມາດ
​ຕະ​ຖານເປັນ​ຈຳ​ນວນ​ຫລວງ​ຫລາຍ ຊຶ່ງ​ປັດ​ຈຸ​ບັນ ​ຢູ່​ທົ່ວປະ​ເທດຍັງເຫລືອ​ປະ​ມານ
1,150 ແຫ່ງ.”

ທັງ​ນີ້ ​ໂດຍ​ໜ່ວຍ​ສະ​ເພາະ​ກິດ​ຂອງລັດຖະບານ​ລາວ ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຄຳ​ສັ່ງ​ນາຍົກ
ລັດຖະມົນຕີເລກ​ທີ 15/ນຍ ວ່າ​ດ້ວຍ​ການ​ຫ້າມ​ສົ່ງ​ໄມ້​ທ່ອນ ​ໄປ​ຕ່າງປະ​ເທດ​ຢ່າງ​ເດັດ
ຂາດ ນັບແຕ່ເດືອນ​ພຶ​ດສະພາ 2016 ​ເປັນ​ຕົ້ນ​ມາ ​ແລະ​ໄດ້​ມີ​ຄຳ​ສັ່ງ​ປິດໂຮງງານ​ປຸງ
​ແຕ່ງ​ໄມ້​ ທີ່​ລະ​ເມີດ​ຄຳ​ສັ່ງ​ດັ່ງກ່າວ​ນີ້ແລ້ວ 1,545 ​ແຫ່ງ​ ຈາກ​ການ​ກວດກາ​ທັງ​ໝົດ
2,857 ​ແຫ່ງ ​ໃນ​ຕະ​ຫຼອດ​ປີ 2017 ຜ່ານ​ມາ ​ໂດຍ​ໃນ​ນີ້​ແບ່ງ​ເປັນ​ໂຮງງານ​ປຸງ​ແຕ່ງ​ໄມ້
​ຂະໜາດ​ໃຫຍ່ ​ແລະ​ຂະໜາດ​ກາງ 355 ​ແຫ່ງ ​ແລະ​ໂຮງງາ​ນຂະໜາ​ດນ້ອຍ 1,190
​ແຫ່ງ ພ້ອມ​ກັນ​ນັ້ນ ​ກໍ​ຍັງ​ກວດ​ພົບ​ການລະ​ເມີດ​ຄຳ​ສັ່ງເລກ​ທີ 15/ນຍ ຈຳນວນ 630 ກໍ
ລະນີ,​ ຈັບ​ກຸມ​ຜູ້​ກະທຳ​ຜິດ​ໄດ້ 700 ຄົນ ​ໃນ​ນີ້​ຮວມ​ເຖິງ​ພະນັກ​ງານ​ຂອງ​ລັດຖະບານທີ່​
ຮ່ວມກະທຳ​ຄວາມ​ຜິດອີກ​ດ້ວຍ 421 ຄົນ. ນອກຈາກ​ນັ້ນ ນາຍົກລັດຖະມົນຕີ ກໍ​ໄດ້​ສັ່ງ
​ປິດ​ໂຮງ​ເລື່ອຍ 1,206 ​ແຫ່ງ ​ເພາະວ່າ​ ມີ​ສ່ວນ​ກ່ຽວ​ຂ້ອງ​ໃນການລັກ​ລອບຕັດໄມ້ ​ແລະ
​ຄ້າ​ໄມ້​ໂດຍ​ຜິດ​ກົດໝາຍ ​ໃນ​ນີ້​ເປັນ​ໂຮງ​ເລື່ອຍທີ່​ບໍ່​ມີ​ໃບ​ອະນຸຍາດເຖິງ 1,186 ​ແຫ່ງ.

ລົດ​ບັນ​ທຸກ​ໄມ້ທ່ອນ​ສົ່ງ​ອອກ​ໄປ​ທາງ​ຊາຍ​ແດນ​ຫວຽດ​ນາມ​ຢ່າງ​ຜິດ​ກົດ​ໝາຍ
ລົດ​ບັນ​ທຸກ​ໄມ້ທ່ອນ​ສົ່ງ​ອອກ​ໄປ​ທາງ​ຊາຍ​ແດນ​ຫວຽດ​ນາມ​ຢ່າງ​ຜິດ​ກົດ​ໝາຍ

ໂດຍການຈັດ​ຕັ້ງ​ປະ​ຕິ​ບັດຄຳ​ສັ່ງເລກ​ທີ 15/ນຍ ດັ່ງ​ກ່າວ ນອກຈາກ​ຈະ​ມີ​ເປົ້າ​ໝາຍ​ເພື່ອ
​ເພີ່ມການ​ປົກຫຸ້ມ​ຂອງ​ປ່າ​ໄມ້​ໃຫ້​ໄດ້ 37,000 ​ເຮັກຕາ​ຕໍ່​ປີ ​ໂດຍແນໃສ່ການເພີ້ມການປົກ
ຫຸ້ມຂອງປ່າໄມ້ໃຫ້​ເຖິງ 70 ​ເປີ​ເຊັນ ຂອງ​ພື້ນ​ທີ່​ທັງ​ໝົດຕາມແຜນ​ຍຸດ​ທະ​ສາດ​ປ່າ​ໄມ້​ແຫ່ງ
​ຊາດເຖິງ​ປີ 2020 ໂດຍ​ຊຸກຍູ້​ການ​ປູກ​ຕົ້ນ​ໄມ້​ໃນ​ເຂດ​ອ່າງ​ໂຕ່ງ​ຂອງ​ເຂື່ອນ​ໄຟຟ້າ ​ແລະ
​ເຂດຊົນລະປະທານຕ່າງໆ ຮວມທັງ​ຈະ​ຕ້ອງ​ຍຸຕິ​ການ​ຖາງ​ປ່າ​ເຮັດ​ໄຮ່ໃຫ້​ໄດ້​ຢ່າງ​ສິ້ນ​ເຊີງ​
ອີກດ້ວຍ ​ແລ້​ວກໍ​ຍັງ​ແນ​ໃສ່​ການ​ພັດທະນາ​ຜະລິດ​ຕະພັນ​ໄມ້​ຂອງ​ລາວ ​ໃຫ້​ໄດ້​ມາດຕະ
ຖານແລະເປັນ​ທີ່​ຍອ​ມຮັບ​ໃນ​ຕະ​ຫລາດ​ຕ່າງ​ປະ​ເທດ ໂດຍ​ສະ​ເພາະ​ແມ່ນສະຫະພາບ​
ຢູ​ໂຣບອີກ​ດ້ວຍ ຊຶ່ງ​ທີ່​ຜ່ານ​ມາຄະ​ນະ​ຜູ້​ແທນ​ການ​ຄ້າ​ຂອງ​ລາວ​ ກັບສະຫະພາບ​ຢູ​ໂຣບ
ກໍ​ໄດ້​ເຈລະຈາ​ກັນ​ແລ້ວ 2 ຄັ້ງ ​ແລະ​ກໍ​ຍັງ​ສືບ​ຕໍ່​ການ​ເຈ​ລະ​ຈາ ຈົນ​ກວ່າ​ສະ​ຫະ​ພາບ​ຢູ​ໂຣບ
ຈະ​ໝັ້ນ​ໃຈ​ວ່າ ລັດ​ຖະ​ບານ​ລາວ ສາ​ມາດ​ຢຸດ​ການ​ລັກ​ລອບ​ຕັດ​ໄມ້​ຢ່າງ​ສິ້ນ​ເຊີງ ໄດ້​ຢ່າງ
ແທ້​ຈິງ​ແລ້ວ​ຈຶ່ງ​ຈະ​ມີ​ການ​ພິ​ຈາ​ລະ​ນາ​ເປີດ​ຕະ​ຫລາດຢູ​ໂຣບ ເພື່ອ​ຮອງ​ຮັບ​ຜະ​ລິດ​ຕະ​ພັນ
ໄມ້​ສຳ​ເລັດ​ຮູບ​ຈາກ​ລາວ​ຢ່າງ​ເປັນ​ທາງ​ການ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ ​ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ​ປ່າ​ໄມ້
ກໍ​ປະ​ເມີນວ່າ ສະພາບ​ປ່າ​ໄມ້​ໃນ​ລາວ ​ຍັງ​ມີ​ຄວາມ​ໜາ​ແໜ້ນ​ເຫຼືອ​ຢູ່ 40 ​ເປີ​ເຊັນ​ ຂອງ​ພື້ນ​
ທີ່ທັງ​ໝົດ ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ​ໃນ​ຊ່ວງ​ປີ 2018 ຫາ 2020 ລັດຖະບານ​ລາວ​ ຕ້ອງ​ເພີ້​ມ​
ການ​ປົກ​ຫູ້​ມຂອງ​ປ່າ​ໄມ້​ໃຫ້​ໄດ້​ໃນ​ອັດຕາສະ​ເລ່ຍ 10 ​ເປີ​ເຊັນຕໍ່​ປີ. ສ່ວນ​ອົງການ​ອະນຸ​ລັກ​
ສິ່ງ​ແວດ​ລ້ອມທຳ​ມະ​ຊາດ Global Witness ລາຍ​ງານ​ວ່າ​ ເຂດ​ທີ່​ມີ​ການ​ລັກລອບ​ຕັດ​ໄມ້​
ຫຼາຍ​ທີ່​ສຸດ ຄື​ເຂດ​ທີ່ຕິດ​ຕໍ່ຊາຍ​ແດນກັບຫວຽດນາມ ທີ່​ຮວມ​ເຖິງ​ເຂດ​ປ່າ​ສະຫງວນ​ແຫ່ງ
​ຊາດນາ​ກາຍ​ ໃນ​ແຂວງ​ຄຳ​ມ່ວນ​ດ້ວຍ. ​

ທັງ​ນີ້ ໂດຍ​ພື້ນ​ທີ່ ທີ່ໜ່ວຍ​ສະ​ເພາະ​ກິດ​ຂອງ​ລັດຖະບານ​ລາວສາ​ມາດຈັບ​ກຸມ​ຜູ້​ລັກ​ລອບ
ຄ້າໄມ້​ຜິດ​ກົດ​ໝາຍ ໄດ້​ຫລາຍ​ທີ່​ສຸດ​ຄື​ພື້ນ​ທີ່​ແຂວງ​ຄຳ​ມ່ວນ, ຊຶ່ງ​ສ​າ​ມາດ​ຈັບ​ກຸມສະ​ມ​າ​ຊິກ​
ແກ້ງລັກ​ລອບ​ຕັດ​ໄມ້ ແລະ​ຄ້າ​ໄມ້​ຜິດ​ກົດ​ໝາຍ​ໄດ້​ເຖິງ 246 ຄົນ.​ ໃນ​ນີ້​ເປັນ​ຊາວ​ຫຽວດ
ນາມ 80 ຄົນ ​ແລະ​ຊາວຈີນ 1 ຄົນ. ສ່ວນ​ຍັງ​ເຫລືອ ກໍ​ແມ່ນ​ປະ​ຊາ​ຊົນ​ລາວ ທີ່​ຮັບ​ຈ້າງ​ຕັດ​
ໄມ້ ​ແລ້ວລັກລອບ​ຂົນ​ສົ່ງ​ຈາກ​ລາວ ​ໄປ​ຍັງ​ຊາຍ​ແດນ​ຂອງປະ​ເທດເພື່ອນບ້ານ. .

XS
SM
MD
LG