ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປີນີ້ ທາງການລາວ ໃຫ້ນໍາເຂົ້ານໍ້າມັນ 1,200 ລ້ານລິດ ແຕ່ການລັກລອບ ນໍາເຂົ້ານໍ້າມັນ ນັບມື້ ນັບເພີ້ມຂຶ້ນ


ລົດຂົນສົ່ງນໍ້າມັນມາຈາກໄທ
ລົດຂົນສົ່ງນໍ້າມັນມາຈາກໄທ

ລັດຖະບານລາວອະນຸຍາດໃຫ້ນໍາເຂົ້ານໍ້າມັນໄດ້ໃນປະລິມານ 1,200 ລ້ານລິດໃນຕະ
ຫລອດປີ 2020 ນີ້ ຫາກແຕ່ການລັກລອບນໍາເຂົ້ານໍ້າມັນ ໂດຍບໍ່ເສຍພາສີອາກອນນັ້ນ
ຍັງມີທ່າອ່ຽງ ເພີ້ມຂຶ້ນຢ່າງຕໍ່ເນື່ອງ. ຊົງລິດໂພນເງິນມີລາຍລະອຽດກ່າວກັບເລື້ອງນີ້ມາ
ສະເໜີທ່ານ ຈາກບາງກອກ.

ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະການຄ້າ ຖະແຫລງ ຢືນຢັນວ່າ ໃນ ປີ 2020 ນີ້ ລັດຖະບານອະນຸຍາດໃຫ້ບັນດາບໍລິສັດຄ້ານໍ້າມັນເຊື້ອໄຟ ໃນລາວກວ່າ 20 ບໍລິສັດ ສາມາດທີ່ຈະນໍາເຂົ້ານໍ້າມັນໄດ້ໃນປະລິມານ 1,200 ລ້ານລິດ ຊຶ່ງໃນນີ້ເປັນການນໍາເຂົ້າຈາກຫວຽດນາມ 18 ເປີເຊັນ, ນໍາເຂົ້າຈາກໄທ 81 ເປີເຊັນ ແລະນໍາເຂົ້າຈາກຈີນ 1 ເປີເຊັນ ຫາກແຕ່ດ້ວຍບັນຫາການແຜ່ລະບາດຂອງເຊື້ອໄວຣັສ Covid-19 ກໍເຮັດໃຫ້ເກີດການຊັກຊ້າໃນການຂົນສົ່ງນໍ້າມັນເຂົ້າມາລາວ ໃນໄລຍະນີ້ ເພາະວ່າ ຕ້ອງມີການກັກບໍລິເວນພະນັກງານຂັບລົດຂົນສົ່ງນໍ້າມັນເປັນ ເວລາ 14 ວັນນັ້ນເອງ ດັ່ງທີ່ທ່ານ ສົມຈິດໄດ້ຢືນຢັນວ່າ:
“ລັດຖະບານໄດ້ອະນຸຍາດໃຫ້ນໍາເຂົ້ານໍ້າມັນໝົດປີ 2020 ນີ້ 1,200 ລ້ານລິດ. ການນໍາ ເຂົ້າຈາກຫວຽດນາມປະມານ 18 ເປີເຊັນ, ນໍາເຂົ້າຈາກໄທ 81 ເປີເຊັນ ແລະນໍາເຂົ້າຈາກຈີນ 1 ເປີເຊັນ. ໃນສ່ວນທີ່ນໍາເຂົ້າຈາກເບື້ອງຫວຽດນາມນີ້ ນໍ້າມັນເຂົ້າມາບໍ່ໄດ້ ຍ້ອນວ່າ ປະເທດຫວຽດນາມ ກໍໄດ້ປະກາດ ຖ້າວ່າຜູ້ໃດອອກມານອກປະເທດ ກັບເຂົ້າໄປຕ້ອງຖືກກັກ ບໍລິເວນ 14 ວັນ. ບາດນີ້ ຜົນກະທົບມັນຖືກຄົນຂັບລົດສິນຄ້າ ເຮັດໃຫ້ດ່ານເຮົາມີຄວາມ ແອອັດ ຢູ່ແດນສະຫວັນ-ລາວບາວ.”

ລົດຂົນສົ່ງນໍ້າມັນມາຈາກຈີນຈອດຢູ່ດ່ານກວດສິນຄ້າເຂົ້າລາວ
ລົດຂົນສົ່ງນໍ້າມັນມາຈາກຈີນຈອດຢູ່ດ່ານກວດສິນຄ້າເຂົ້າລາວ


ສ່ວນທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີ ແລະປະທານກວດກາ ພັກ-ລັດ ຖະແຫລງວ່າ ການກວດກາບໍລິສັດນໍາເຂົ້ານໍ້າມັນ 20 ກວ່າບໍລິສັດ ໃນປີ 2019 ພົບວ່າ ມີການລັກລອບນໍາເຂົ້ານໍ້າມັນຈາກຕ່າງປະເທດ ໂດຍບໍ່ເສຍພາສີອາກອນເກີດຂຶ້ນ ຢ່າງກວ້າງຂວາງ ໂດຍເປັນການຮ່ວມມືກັນ ລະຫວ່າງບໍລິສັດນໍາເຂົ້າ ນໍ້າມັນ ກັບພະນັກງານ ທີ່ຮັບຜິດຊອບການກວດກາ ຊຶ່ງເຮັດໃຫ້ລັດຖະບານລາວ ສູນເສຍລາຍຮັບຢ່າງຫລວງຫລາຍ ທັງ ຍັງມີທ່າອ່ຽງເພີ້ມຂຶ້ນນັບມື້ອີກດ້ວຍ ດັ່ງທີ່ທ່ານບຸນທອງ ຢືນຢັນວ່າ:
“ການກວດກາບໍລິສັດນໍາເຂົ້ານໍ້າມັນໃນທົ່ວປະເທດ 20 ກວ່າບໍລິສັດ ກ່ຽວກັບການຫລົບລ່ຽງ ພາສີ ແຕ່ວ່າ ກໍມີຜູ້ວິພາກວິຈານໄປນໍາວ່າ ການໄລ່ລຽງນີ້ ກະຍັງມີບໍລິສັດທີ່ໄລ່ລຽງແບບ ລວມໆ ສົມຮູ້ຮ່ວມຄິດກັນລະຫວ່າງຜູ້ນໍາເຂົ້ານໍ້າມັນ ກັບຜູ້ທີ່ເປີດປະຕູ. ບາງເທື່ອໄລ່ລຽງກໍ ບໍ່ໝົດ ອັນນີ້ ອັນຕະລາຍແທ້ໆ ການສໍ້ລາດບັງຫລວງການສວຍໃຊ້ໜ້າທີ່ຂອງພະນັກງານ ສະມາຊິດພັກຂອງເຮົາ ມັນກໍຢູ່ໃນລະດັບປານນັ້ນ ພຸ້ນເດ້.”

ທັງນີ້ ໂດຍການລັກລອບນໍ້າມັນດັ່ງກ່າວ ເຮັດໃຫ້ຜູ້ປະກອບການໄດ້ຮັບຜົນປະໂຫຍດ ຈາກສ່ວນຕ່າງຂອງລາຄານໍ້າມັນເຊື້ອໄຟທີ່ບໍ່ໄດ້ເສຍພາສີອາກອນຢ່າງຖືກຕ້ອງຕາມກົດ ໝາຍນັ້ນ ໃນອັດຕາ 39 ເປີເຊັນ ສໍາລັບນໍ້າມັນແອັດຊັງພິເສດ, 34 ເປີເຊັນ ສໍາລັບນໍ້າມັນ ແອັດຊັງທໍາມະດາ, ແລະ 24 ເປີເຊັນ ສໍາລັບນໍ້າມັນກາຊວນນັ້ນ ຊຶ່ງເມື່ອປະກອບ ກັບການກວດກາທີ່ບໍ່ເຂັ້ມງວດ ທັງຍັງມີປະສິດທິພາບຕໍ່າອີກດ້ວຍແລ້ວ ຈຶ່ງເຮັດໃຫ້ ມີການລັກລອບຄ້ານໍ້າມັນເກີດຂຶ້ນຢ່າງກວ້າງຂວາງ ທີ່ຮູ້ກັນເປັນການພາຍໃນລະຫວ່າງ ຜູ້ຊື້ ຫລື ເຈົ້າຂອງປໍ້າ ກັບຜູ້ລັກລອບນໍາເຂົ້ານໍ້າມັນເທົ່ານັ້ນ.

ໂດຍລາຄາຈໍາໜ່າຍນໍ້າມັນໃນລາວ ຈະແຕກຕ່າງກັນຕາມໄລຍະທາງໃກ້-ໄກ ຂອງ ການຂົນສົ່ງ ກໍຄື ລາຄາຈໍາໜ່າຍນໍ້າມັນແອັດຊັງພິເສດ, ແອັດຊັງທໍາມະດາ ແລະກາຊວນ ຢູ່ເຂດນະຄອນຫລວງວຽງຈັນ ນັ້ນຈະມີລາຄາຖືກກວ່າຢູ່ແຂວງອື່ນໆ ລະຫວ່າງ 30 ກີບ ເຖິງ 760 ກີບຕໍ່ລິດ ເຊັ່ນທີ່ແຂວງຜົ້ງສາລີ ເປັນເຂດທີ່ນໍ້າມັນມີລາຄາຈໍາໜ່າຍສູງທີ່ສຸດໃນລາວ

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ (ADB) ປະ​ຈຳ​ລາວ ຢືນ​ຢັນ​ວ່າ​ການ​ຊົມ​ໃຊ້​ນ້ຳ​ມັນ​ເພີ້ມ​ຂຶ້ນ ເຮັດ​ໃຫ້​ລາວປະ​ເຊີນ​ກັບ​ການ​ຂາດດຸນ​ບັນ​ຊີ​ການ​ຊຳ​ລະ​ເງິນ​ເພີ້ມ​ຂຶ້ນ​ທຸກ​ປີ ເຊັ່ນ​ໃນ​ປີ 2019 ປາ​ກົດ​ວ່າ​ລາວ​ຂາດ​ດຸນ​ບັນ​ຊີ​ການ​ສຳ​ລະ​ເງິນ​ເກີນກວ່າ 15 ເປີ​ເຊັນ ຂອງຍອດ​ຜະ​ລິດ​ຕະ​ພັນ​ລ​ວມ (GDP). ສ່ວນ​ການ​ນຳ​ເຂົ້າ​ນ້ຳ​ມັນ​ທີ່ຫຼາຍກວ່າ 1,960 ລ້ານ​ລິດ ກໍເພີ້ມ​ຂຶ້ນກວ່າ 12 ເປີ​ເຊັນ ທຽບໃສ່​ກັບ​ປີ 2018 ໂດຍ​ບໍ່​ລວມ​ເຖິງນ້ຳ​ມັນ​ທີ່ບໍລິສັດຈາກ​ຈີນໄດ້ນໍາເຂົ້າມາເກີນກວ່າ 100 ລ້ານ​ລິດ ​ເພື່ອ​ສະ​ໜອງ​ໃຫ້ໂຄງ​ການກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ໃນລາວ ທີ່ໄດ້ຮັບການຍົກເວັ້ນພາສີອາກອນການນໍາເຂົ້າຈາກລັດຖະບານລາວແຕ່​ຢ່າງ​ໃດ.

XS
SM
MD
LG