ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວແລະຈີນ ຮ່ວມ​ກັນພັດທະນາແນວພັນເຂົ້າ ສາຍໄໝ 1 ແລະ 2 ໄດ້​ຢ່າງສຳ​ເລັດຜົນ​


ການ​ໄປ​ຢ້ຽມ​ຢາມ​ການ​ປູກ​ເຂົ້າ​ຢູ່​ທົ່ງ​ນາ​ແຫ່ງ​ນຶ່ງ​ໃນ​ລາວ​ຂອງ​ທ່ານ ນ.ຍ. ທອງ​ລຸນ ສີສຸ​ລິດ
ການ​ໄປ​ຢ້ຽມ​ຢາມ​ການ​ປູກ​ເຂົ້າ​ຢູ່​ທົ່ງ​ນາ​ແຫ່ງ​ນຶ່ງ​ໃນ​ລາວ​ຂອງ​ທ່ານ ນ.ຍ. ທອງ​ລຸນ ສີສຸ​ລິດ

ລາວກັບຈີນປະສົບຄວາມສໍາເລັດໃນການພັດທະນາ ເຂົ້າ 2 ສາຍພັນໃໝ່ ຄືເຂົ້າສາຍໄໝ
1 ແລະ 2 ທີ່ມີຄຸນນະພາບດີກວ່າເຂົ້າຫອມສະຫວັນ ໂດຍຈະສົ່ງເສີມໃຫ້ປູກເຂົ້າຊະນິດນີ້ ເພື່ອໃຫ້ສົ່ງອອກໄປຈີນ. ຊົງລິດ ໂພນເງິນມີລາຍງານກ່ຽວກັບເລື້ອງນີ້ມາສະເໜີທ່ານ ຈາກບາງກອກ.

ທ່ານລຽນ ທິແກ້ວ, ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ຖະແຫລງຢືນຢັນວ່າ ກະ ຊວງກະສິກໍາ-ປ່າໄມ້ ແລະສະຖາບັນຄົ້ນຄວ້າກະສິກໍາຈາກແຂວງຢູນ່ານຂອງຈີນໄດ້
ຮ່ວມມືກັນໃນການສຶກສາວິໄຈ ແລະ ພັດທະນາແນວພັນເຂົ້າຊະໜິດໃໝ່ໃນລາວຊຶ່ງ
ປາກົດວ່າໄດ້ປະສົບຄວາມສໍາເລັດໃນການຮ່ວມມື ດັ່ງກ່າວເປັນຢ່າງດີ ໂດຍສາມາດ
ພັດທະນາແນວພັນເຂົ້າຊະໜິດໃໝ່ 2 ສາຍພັນ ກໍຄືເຂົ້າສາຍໄໝ 1 ແລະ 2 ເພື່ອໃຫ້
ສົ່ງອອກໄປຈີນໃຫ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ ຈຶ່ງໄດ້ມີການລົງທຶນໃນພາກກະສິກໍາໃນລາວ
ເພີ້ມ ຂຶ້ນນັບມື້ ໂດຍສະເພາະແມ່ນໃນແຂວງສະຫວັນນະເຂດນັ້ນ ດັ່ງທີ່ທ່ານ ລຽນ ໄດ້ໃຫ້ການຢືນຢັນວ່າ:
“ກະຊວງກະສິກໍາ-ປ່າໄມ້ກໍໄດ້ມີການຮ່ວມມືກັບສະຖາບັນຄົ້ນຄວ້າຂອງແຂວງຢຸນ
ນ່ານ ໄດ້ສໍາເລັດການຄົ້ນຄວ້າ- ພັດທະນາແນວພັນຊື່ວ່າ ສາຍໄໝ 1 ແລະ ສາຍໄໝ
2 ຖືວ່າ ເປັນແນວພັນທີ່ດີກວ່າ ເຂົ້າຫອມສະຫວັນ. ຕໍ່ໄປກະຊິໄດ້ພັດທະນາສືບຕໍ່ ໄດ້ ເຊັນສັນຍາຮ່ວມມື ກັບແຂວງຢຸນນ່ານ ເພື່ອສ້າງໂຮງງານຝຸ່ນຊີວະພາບຢູ່ແຂວງສະ ຫວັນນະເຂດ ເພື່ອສະໜອງໃຫ້ ແກ່ການຜະລິດກະສິກໍາ, ການປູກເຂົ້າ ແລະປູກພືດ
ຕ່າງໆ ສົ່ງອອກໄປຈີນ.”

​ແນວ​ພັນ​ເຂົ້າ​ໃໝ່​ຊະ​ໜິດ​ນຶ່ງ ທີ່​ປູກ​ທົດ​ລອງ​ຢູ່​ໃນທົ່ງ​ນາ​ທີ່​ເປັນ​ສູນ​ທົດ​ລອງ ຂອງ ກ.ຊ. ກະ​ສິ​ກຳ ແລະ​ປ່າ​ໄມ້
​ແນວ​ພັນ​ເຂົ້າ​ໃໝ່​ຊະ​ໜິດ​ນຶ່ງ ທີ່​ປູກ​ທົດ​ລອງ​ຢູ່​ໃນທົ່ງ​ນາ​ທີ່​ເປັນ​ສູນ​ທົດ​ລອງ ຂອງ ກ.ຊ. ກະ​ສິ​ກຳ ແລະ​ປ່າ​ໄມ້

ພ້ອມກັນນີ້ ເພື່ອເປັນການຮັບປະກັນວ່າ ເຂົ້າແລະຜົນຜະລິດກະສິກໍາຕ່າງໆ ທີ່ລາວ
ສົ່ງອອກໄປຈີນ ໃນໄລຍະຕໍ່ໄປນີ້ ເປັນຜົນຜະລິດທີ່ມີຄຸນນະພາບ ແລະມາດຕະຖານ
ຕາມການຕ້ອງການຂອງຈີນຢ່າງຄັກແນ່ນັ້ນ ທາງການຈີນ ກໍໄດ້ຕົກລົງຄັດເລືອກເອົາ
5 ບໍລິສັດ ຮ່ວມທຶນກັບຈີນ ແລະ ລາວໃຫ້ຮັບຜິດຊອບໃນການເກັບຊື້ເຂົ້າ ແລະຜົນຜະ
ລິດກະສິກໍາຕ່າງໆໃນລາວ ເພື່ອສົ່ງອອກໄປຈີນຕາມໂຄຕາ ທີ່ທາງການຈີນໃຫ້ລາວ
ເຊັ່ນໂຄຕາ ການສົ່ງເຂົ້າລາວໄປຈີນ 2 ແສນໂຕນໃນປີ 2019 ແຕ່ລາວສົ່ງໄດ້ພຽງ 2
ໝື່ນໂຕນ ເທົ່ານັ້ນ.

ທັງນີ້ ເຈົ້າ​ໜ້າ​ທີ່​ຂັນ​ສູງ​ ໃນ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ການ​ຄ້າເປີດ​ເຜີຍ​ວ່າ ໄພ​ທຳ​ມະ​
ຊາ​ດ​ທີ່​ເຮັດ​ໃຫ້​ນາ​ເຂົ້​າ​ໃນ​ລາວ​ເສຍ​ຫາຍ​ໄປ​ໃນ​ເນື້ອ​ທີ່​ລວມ​ເຖິງ 155,802 ເຮັກ​ຕາ ໃນ
​ຂະ​ນະ​ທີ່​ກະ​ເສດ​ຕະ​ກອນ​ລາວ ສາ​ມາດ​ປັກ​ດຳ​ນາ​ປີໄດ້​ໃນ​ເນື້ອ​ທີ່ 506,148 ເຮັກ​ຕາ
ຫຼື 59.5 ເປີ​ເຊັນ ຂອງ​ແຜນ​ການ​ທີ່​ວາງ​ໄວ້​ເຖິງ 850,000 ເຮັກ​ຕາ ເມື່ອ​ປະ​ກອບ​ກັບ
​ການ​ປູກ​ເຂົ້າ​ໄຮ່ ​ໄດ້​ໃນ​ເນື້ອ​ທີ່ 88,570 ເຮັກ​ຕາ ຫຼື 88.5 ເປີ​ເຊັນຂອງ​ແຜນ​ການນັ້ນ
ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ລາວ ຕ້ອງ​ປະ​ເຊີນ​ກັບ​ບັນ​ຫາ​ຂາດ​ເຂົ້າ​ກິນ​ຢ່າງ​ໜັກ​ເທົ່າ
​ນັ້ນ ຫາກ​ແຕ່​ຍັງ​ເຮັດ​ໃຫ້​ລາ​ຄາ​ເຂົ້າ​ປັບ​ສູງ​ຂຶ້ນ​ຈາກ​ເດີມ​ເກືອບ 1 ເທົ່າ​ອີກ​ດ້ວຍ ເພາະນາ
​ເຂົ້າ​ທີ່​ເສຍ​ຫາຍ​ໄປ​ຍ້ອນ​ໄພ​ທຳ​ມະ​ຊາດນັ້ນ ໝາຍ​ເຖິງ​ຜົນ​ຜະ​ລິດ​ເຂົ້າ​ເສຍ​ຫາ​ຍ​ໄປ​ຢ່າງ​
ສິ້ນ​ເຊີງຫຼາຍກວ່າ 600,000 ໂຕນນັ້ນເອງ.

ຍິ່ງ​ໄປ​ກວ່ານັ້ນ ການ​ທີ່​ກະ​ເສດ​ຕະ​ກອນ​ລາວ ຈະ​ປູກ​ເຂົ້າ​ອີກ​ເທື່ອ​ໃໝ່ ພາຍ​ຫລັງ​ຈາກ​ໄພ​ນ້ຳ​ຖ້ວມ​ຄັ້ງ​ນີ້ ກໍ​ບໍ່​ແມ່ນ​ເລື້ອງ​ງ່າຍໆ ເພາະ​ວ່າ ຄອງ​ຊົນ​ລະ​ປະ​ທານ​ເສຍ​ຫາຍ​ໄປ 76 ແຫ່ງ ທັງ​ຍັງ​ມີ​ບັນ​ຫາ​ດ້ານ​ເງິນ​ທຶນ ແນວ​ພັນ​ເຂົ້າທີ່​ເສຍ​ຫາຍ​ໄປ​ຍ້ອນ​ໄພ​ນ້ຳ​ຖ້ວມ​ ທີ່ລວມເຖິງແນວ​ພັນ​ສັດ ແລະ​ພັນ​ພືດ ອີກດ້ວຍ ດັ່ງເຈົ້າໜ້າທີ່ຂັ້ນສູງ ໃນແຂວງຈໍາປາສັກ ໄດ້ໃຫ້ການຢືນຢັນວ່າ:
ໃນ​ການ​ກະ​ກຽມ​ໃຫ້​ແກ່​ການ​ຟື້ນ​ຟູນີ້ ພວກ​ເຮົາ​ກະ​ແມ່ນ​ວ່າ ຈະ​ໄດ້​ສຸມ​ໃສ່​ໃນ​ການ​ສ້ອມ
​ແປງ​ຄູ, ຄອງເໝືອງ ແລະ​ຝາຍ​ນ້ຳ​ລົ້ນ ຊົນ​ລະ​ປະ​ທານ​ຕ່າງໆ​ນີ້ ແມ່ນ​ວ່າ ເຮົາ​ຕ້ອງ​ໄດ້​
ເລັ່ງ​ໃສ່ ສອງ​ມານີ້ ແມ່ນ​ກ່ຽວ​ກັບ​ການ​ສະ​ໜອງ​ແນວ​ພັນ​ພືດ ແລ້ວ​ກະ​ແນວ​ພັນສັດ ແນວ
​ພັນ​ປາ ໃຫ້​ພໍ່​ແມ່ ແລະ​ປະ​ຊາ​ຊົນ​ເຮົາ​ຟື້ນ​ຟູ ແລ້ວ​ກະ​ເລີ້ມ​ລ້ຽງ​ໃໝ່ ແຕ່​ເວົ້າ​ເລື້ອງ​ແນວ
​ພັນ​ເຂົ້າ​ນີ້ ຄິດ​ວ່າ ຢູ່​ແຂວງ​ຈຳ​ປາ​ສັກ ພວກ​ເຮົາ​ນີ້ ຄາດ​ວ່າ ຈະ​ບໍ່​ພຽງ​ພໍ​ແລ້ວ ເພາະ​ວ່າ
ບັນ​ດາ​ເມືອງ​ທີ່​ຜະ​ລິດ​ແນວ​ພັນ​ເຂົ້າ ແມ່ນ​ຖືກນໍ້າ​ຖ້ວມ​ໝົດ ໂດຍ​ສະ​ເພາະ ແມ່ນ​ເມືອງ​
ໂພນ​ທອງ, ເມືອງ​ສຸ​ຂຸ​ມາ, ເມືອງ​ຈຳ​ປາ​ສັກ ກໍ​ແມ່ນ​ຖືກ​ຖ້ວມ.

ທັງນີ້ ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່​ໃນ​ປີ 2019 ເຮັດ​ໃຫ້​ນາ​ປີ ເສຍ​ຫາຍ​ໄປ 90,600 ເຮັກ​ຕາ ຄິດ
​ເປັນ 12 ເປີ​ເຊັນ ຂອງ​ແຜນ​ການ. ສ່ວນການປູກ​ພືດລະ​ດູ​ແລ້ງ​ໃຫ້​ໄດ້​ໃນ​ເນື້ອ​ທີ່ 100,000
ເຮັກ​ຕາ ເພື່ອ​ໃຫ້​ໄດ້​ຜົນ​ຜະ​ລິດ 525,300 ໂຕນ ຫຼື​ເພີ້ມ​ຂຶ້ນ 32 ເປີ​ເຊັນທຽບ​ໃສ່​ຜົນ​ຜະ​ລິດ
​ເຂົ້າ​ນາ​ແຊງ ​ໃນ​ປີ 2018 ນັ້ນ ແຕ່​ກໍ​ສາ​ມາດ​ປະ​ຕິ​ບັດ​ໄດ້​ຈິງພຽງ 75 ເປີ​ເຊັນ ຂອງ​ແຜນ​ການເທົ່ານັ້ນ.

XS
SM
MD
LG