ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວ ຈະ​ຄວບ​ຄຸມ ການ​ຂາດ​ດຸນ ງົບປະ​ມານ ບໍ່ໃ​ຫ້​ເກີນ 4.6% ຂອງ GDP


​ເງິນ​ກີບ​ຂອງ​ລາວ
​ເງິນ​ກີບ​ຂອງ​ລາວ

ລັດ​ຖະ​ບານລາວ​ຈະ​ຄວບ​ຄຸມ ການ​ຂາດ​ດຸນ​ດ້ານ​ງົບ​ປະ​ມານໃຫ້​ຢູ່​ໃນອັດ​ຕາ​ສະ​ເລ່ຍບໍ່​ເກີນ 4.6 ເປີ​ເຊັນ ຂອງຍອດ​ຜະ​ລິດ​ຕະ​ພັນ​ລວມ​ (GDP) ປີ 2019 ໃນ​ຂະ​ນະ​ທີ່​ການ​ຂາດ​ດຸນ​ບັນ​ຊີໝູນ​ວຽນ ກໍ​ຍັງ​ເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ຊົ​ງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານ​ສົມ​ດີ ດວງ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນຍອມ​ຮັບ​ວ່າ ​ລັດ​ຖະ​ບານ​ລາວຍັງ​ປະ​ເຊີນ​ກັບ​ບັນ​ຫາ​ຂາດ​ດຸນ​ດ້ານ​ງົບ​ປະ​ມານ ເພີ້ມ​ຂຶ້ນ​ນັບ​ມື້ ຊຶ່ງ​ເປົ້າ​ໝາຍ​ຕະ​ຫລອດ​ແຜນ​ການ ປີ 2019 ທີ່​ຈະ​ສິ້ນ​ສຸດ​ລົງ​ໃນ​ທ້າຍ​ເດືອນ​ທັນ​ວາ 2019 ນີ້ ​ລັດ​ຖະ​ບານລາວ​ຈະ​ຄວບ​ຄຸມການ​ຂາດ​ດຸນ​ດ້ານ​ງົບ​ປະ​ມານໃຫ້​ຢູ່​ໃນ​ມູນ​ຄ່າລວມບໍ່​ເກີນ 7,553 ຕື້​ກີບ ຫລື​ເທົ່າ​ກັບ 4.6 ເປີ​ເຊັນ ຂອງຍອດ​ຜະ​ລິດ​ຕະ​ພັນ​ລວມ​ພາຍ​ໃນ (GDP) ແ​ຕ່​ກໍ​ບໍ່​ແມ່ນ​ເລື້ອງ​ງ່າຍ ເພາະ​ວ່າການ​ຈັດ​ເກັບ​ລາຍ​ຮັບ​ໄດ້​ຕ່ຳ​ກວ່າ​ເປົ້າ​ໝາຍໃນ​ຊ່ວງ 10 ເດືອນ​ຜ່ານ​ມາ ດັ່ງ​ທີ່ທ່ານ​ສົມ​ດີ ໄດ້​ຖະ​ແຫລງຍອ​ມຮັບຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ຄັ້ງ​ທີ 8 ຂອງ​ສະ​ພາ​ແຫ່ງ​ຊາດລາວ​ໃນ​ຊ່ວງກາງ​ເດືອນ​ພະ​ຈິກ 2019 ນີ້​ວ່າ:
“ຖ້​າ​ຫາກ​ມາ​ເບິ່ງ​ການ​ປະ​ຕິ​ບັດ​ລາຍ​ຮັບ​ຮອດ​ວັນ​ທີ 31 ເດືອນ 10 ກະ​ເຫັນ​ວ່າ ຍັງ​ໄດ້​ຕ່ຳ​ຢູ່ ຄາດ​ຄະ​ເນ​ວ່າ ໃນ​ປີ 2019 ນີ້ ພວກ​ເຮົາ​ຈະ​ບໍ່ສາ​ມາດປະ​ຕິ​ບັດ​ລາຍ​ຮັບ​ໄດ້​ຕາມ​ແຜນ ອີງ​ໃສ່​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ ແຕ່​ແນວ​ໃດ​ກໍ​ຕາມ​ທາງ​ກະ​ຊວງ​ການ​ເງິນ​ ກໍ​ໄດ້​ເວົ້າ​ກັນ ຢ່າງ​ຊັດ​ເຈນ ພໍ​ສົມ​ຄວນ ວ່າ​ຊິ​ພະ​ຍາ​ຍາມ ສູ້​ຊົນ​ໃນ​ເດືອນ​ທີ່​ຍັງ​ເຫລືອນີ້ ເຮັດ​ແນວ​ໃດໃຫ້​ບືນ​ຂຶ້ນ ປະຕິ​ບັດ​ແຜນ​ລາຍ​ຮັບ​ໃຫ້​ໄດ້​ຫລາຍ ເທົ່າ​ທີ່​ຈະ​ຫລາຍ​ໄດ້ ຕາມ​ຄາດ​ຄະ​ເນ​ກໍ​ແມ່ນ 97”

ທ່ານ ສົມ​ດີ ດວງ​ດີ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ຂອງ​ລາວ
ທ່ານ ສົມ​ດີ ດວງ​ດີ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ຂອງ​ລາວ

ແ​ຕ່ຢ່າງ​ໃດ​ກໍ​ຕາມ ໃນ​ຊ່ວງ 10 ເດືອນ​ຂອງ​ແຜນ​ການ​ປີ 2019 ​ລັດ​ຖະ​ບານ​ລາວ ກໍ​ສາ​ມາດ​ຈັດ​ເກັບ​ລາຍ​ຮັບ ໄດ້​ໃນ​ມູນ​ຄ່າ​ລວມ 19,439 ຕື້​ກີບ ຄິດ​ເປັນ 73 ເປີ​ເຊັນຂອງ​ແຜນ​ການ​ປີ ໃນ​ຂະ​ນະ​ດຽວ​ກັນ ກໍ​ປະ​ຕິ​ບັດ ຈ່າຍ​ໄປ​ໃນ​ມູນ​ຄ່າ​ລວມ 20,853 ຕື້​ກີບ ຄິດ​ເປັນ 61ເປີ​ເຊັນຂອງ​ແຜນ​ການ​ປີ. ສະ​ນັ້ນ ເພື່ອ​ຈະ​ຄວບ​ຄຸມ ການກ​ຂາດ​ດຸ ດ້ານ​ງົບ​ປະ​ມານ​ໃຫ້​ໄດ້​ຕາມ​ແຜນ​ການ​ດັ່ງ​ກ່າວ ລັດ​ຖະ​ບານ​ລາວ ກໍ​ຈະ​ຕ້ອງ​ຈັດ​ເກັບ​ລາຍ​ຮັບ​ໃຫ້​ໄດ້​ອີກ 7,189 ຕື້​ກີບ ແລະ​ຈະ​ຕ້ອງ​ຄວບຄຸມ​ລາຍ​ຈ່າຍ​ໃຫ້​ຢູ່​ໃນ​ມູນ​ຄ່າ 13,328 ຕື້​ກີບໃນ​ທ້າຍ​ເດືອນ​ທັນ​ວາປີ 2019 ນີ້.

ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່ານນີ້ ຍັງ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ ຈະ​ຕ້ອງ​ຂໍ​ການ​ຊ່ອຍ​ເຫຼືອ​ຈາກ​ຕ່າງ​ປະ​ເທດ​ເພີ້ມ​ຂຶ້ນ​ອີກ​ດ້ວຍ ທັງ​ນີ້ ໃນ​ຊ່ວງ 9 ເ​ດືອນ​ທີ່​ຜ່ານ​ມາ ລັດ​ຖະ​ບານ​ລາວ ໄດ້​ຮັບ​ການ​ຊ່ອຍ​ເຫຼືອ ແລະ​ກູ້​ຢືມ​ຈາກ​ຕ່າງ​ປະ​ເທດ ໃນ​ມູນ​ຄ່າ​ເກີນກວ່າ 5,452 ຕື້​ກີບ ຄິດ​ເປັນ 77 ເປີ​ເຊັນ ຂອງ​ແຜນ​ການ​ປີ ຈຶ່ງ​ຍັງ​ເຫຼືອ​ອີກ 1,628 ກວ່າ​ຕື້​ກີບ ທີ່​ຈະ​ຕ້ອງ​ຂໍ​ການ​ຊ່ອຍ​ເຫຼືອ ແຕ່​ກໍ​ບໍ່​ແມ່ນ​ເລື້ອງ​ງ່າຍ ທີ່​ຈະ​ໄດ້​ຕາມ​ຄວາມ​ຕ້ອງ​ການ ເພາະ​ຕ່າງ​ຊາດ​ໄດ້​ໃຫ້​ການ​ຊ່ອຍ​ເຫຼືອ​ລ້າ ແກ່​ລາວ​ພຽງ 821.44 ຕື້​ກີບ​ ເທົ່າ​ນັ້ນໃນ​ຊ່ວງ 9 ເດືອນ​ທີ່​ຜ່ານ​ມາ. ໃນ​ຂະ​ນະ​ດຽວ​ກັນ ລັດ​ຖະ​ບານ​ລາວ ກໍ​ມີ​ທາງ​ເລືອກ​ເຫຼືອບໍ່ຫຼາຍ​ໃນ​ການ​ຈັດ​ເກັບ​ລາຍ​ຮັບ​ໃຫ້​ໄດ້​ເພີ້ມ​ຂຶ້ນ ໂດຍ​ວິ​ທີ​ການ​ນຶ່ງ​ທີ່ໄດ້​ມີ​ການຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ໄລ​ຍະຜ່ານ​ມາ ກໍ​ຄື​ການ​ອອກ​ພັນ​ທະ​ບັດລັດ​ຖະ​ບານ ເພື່ອ​ລະ​ດົມ​ທຶນນັ້ນ​ເອງ. ​

ສ່ວນ​ນັກ​ເສດ​ຖະ​ສາດ ໃນ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ ຫຼື ADB ຄາດ​ວ່າ ລັດ​ຖະ​ບານ​ລາວ ຈະ​ຂາດ​ດຸນ​ທາງ​ດ້ານ​ງົບ​ປະ​ມານ​ເກີນກວ່າ ແຜນ​ການ​ວາງ​ໄວ້​ ທີ່​ອັດ​ຕາ​ສະ​ເລ່ຍ 4.9 ເປີ​ເຊັນ ຂອງຍອດ​ຜະ​ລິດ​ຕະ​ພັນ​ລວມ​ພາຍ​ໃນ ຫຼື GDP ໃນ​ປີ 2019 ນີ້ ໂດຍ​ພິ​ຈາ​ລະ​ນາ​ຈາກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ລາຍ​ຮັບ ແລະ​ລາຍ​ຈ່າຍ​ໃນ​ໄລ​ຍະ 9 ເດືອນ​ທີ່​ຜ່ານ​ມາ ກໍ​ເຊື່​ອ​ວ່າ ລັດ​ຖະ​ບານ​ລາວ ຈະ​ຕ້ອງ​ປະ​ເຊີນ​ກັບ​ການ​ຂາດ​ດຸນ​ງົບ​ປະ​ມານ​ໃນ​ອັດ​ຕາ​ສະ​ເລ່ຍ​ທີ່​ສູງກວ່າ 7 ເປີ​ເຊັນ ຂອງ GDP ແລ້ວ ເພາະ​ການ​ຈັດ​ເກັບ​ລາຍ​ຮັບ​ບໍ່​ໄດ້​ຕາມ​ແຜນ​ການ. ສ່ວນ​ດ້ານ​ລາຍ​ຈ່າຍ​ພາກ​ລັດ ກໍ​ຍັງ​ສູງກວ່າ​ແຜນ​ການ ເນື່ອງ​ຈາກວ່າ ລັດ​ຖະ​ບານ​ລາວ ຕ້ອງ​ນ້ຳ​ໃຊ້​ງົບ​ປະ​ມານ​ເພື່ອ​ຟື້ນ​ຟູ​ສະ​ພາບ​ການ​ຕ່າງໆ​ ຫລັງ​ຈາກ​ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ ທັງ​ໃນ​ປີ 2018 ແລະ​ປີ 2019 ນັ້ນ​ເອງ.

ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ຄັ້ງ​ທີ 8 ຂອງສະພາ​ແຫ່ງ​ຊາດ​ລາວ
ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ຄັ້ງ​ທີ 8 ຂອງສະພາ​ແຫ່ງ​ຊາດ​ລາວ

​ໂດຍ​ຫລ້າ​ສຸດ ລັດ​ຖະ​ບານ​ລາວໄດ້​ອະ​ນຸ​ຍາດ​ໃຫ້​ທະ​ນາ​ຄານ​ແຫ່ງ​ຊາດ​ລາວ ດຳ​ເນີນ​ການ
ຈັດ​ຈຳ​ໜ່າຍ​ພັນ​ທະ​ບັດ​ອອມ​ຊັບງວດ​ທີ່​ນຶ່ງ ໄດ້​ໃນ​ວັນ​ທີ 1 ຫາ 31 ຕຸ​ລາ 2019 ໂດຍ​ເປັນ ​ພັນ​ທະ​ບັດ​ສະ​ກຸນ​ເງິນ​ໂດ​ລາ​ ທີ່​ມີ​ມູ​ນ​ຄາ​ລ​ວມ 500 ລ້ານ​ໂດ​ລາ ແລະ​ ​ຜູ້​ຊື້​ພັນ​ທະ​ບັດກໍ​ຈະ ​ໄດ້​ຮັບ​ຜົນ​ຕອບ​ແທນ​ເປັນ​ດອກ​ເບ້ຍ​ໃນ​ອັດ​ຕາ 5 ເປີ​ເຊັນ 6 ເປີ​ເຊັນ ແລະ 7 ເປີ​ເຊັນ ຕໍ່​ປີ ສຳ​ລັບ​ພັນ​ທະ​ບັດ​ທີ່​ມີ​ອາ​ຍຸ 1 ປີ, 3 ປີ ແລະ 5 ປີ ຕາມ​ລຳ​ດັ​ບ. ສຳ​ລັບ​ຜູ້ທີ່​ມີ​ສິດ​ຊື້​ພັນ​ທະ​ບັດດັ່ງ​ກ່າວ​ນີ້ ກໍ​ຄື​ບຸ​ກ​ຄົນ ແລະ​ນິ​ຕິ​ບຸກ​ຄົນ​ສັນ​ຊາດລາວ ຮວມ​ເຖິງ​ຊາວ​ຕ່າງ​ຊາດ ທີ່​ມີ​ຖິ່ນ​ຖານຢູ່​ໃນ​ລາວ.

ຊຶ່ງ​ການ​ຈຳ​ໜ່າຍ​ພັນ​ທະ​ບັດ​ຂອງ​ທາງ​ການ​ລາວ​ດັ່ງ​ກ່າວ​ນີ້ ຖື​ເປັນຄັ້ງ​ທີ 4 ນັບ​ແຕ່​ເດືອນ​
ທັນ​ວາ ​ປີ 2018 ແຕ່​ກໍ​ຖືເປັນ​ຄັ້ງ​ທຳ​ອິດ​ ທີ່​ຈຳ​ໜ່າຍ​ເປັນ​ພັນ​ທະ​ບັດ​ສະ​ກຸນ​ເງິນໂດ​ລາ. ສ່ວນ 3 ຄັ້ງ​ກ່ອນ​ໜ້າ​ນີ້ ​ເປັນ​ພັນ​ທະ​ບັດ​ສະ​ກຸນ​ເງິນ​ກີບ​ເພື່ອການ​ດຸນ​ດ່ຽງດ້ານ​ງົບ​ປະ​ມານລາຍ​ຈ່າຍ​ຂອງ​ລັດ​ຖະ​ບານ​ລາວ ທີ່​ມີ​ມູນ​ຄ່າ​ເຖິງ 1,000 ​ຕື້ກີບໃນ​ເດືອນ​ທັນ​ວາ ​ປີ 2018 ກັບ 714.87 ຕື້ກີບໃນ​ເດືອນ​ກຸມ​ພາ ປີ 2019 ແລະ 1,700 ຕື້​ກີບ​ໃນ​ເດືອນ​ກັນ​ຍາ 2019 ໂດຍ​ພັ​ນ​ທະ​ບັດ ​ມີ​ລາ​ຄາ​ 1 ລ້ານ​ກີບ ​ຕໍ່​ໜ່ວຍ ແລະ​ການ​ຈອງ​ຊື້​ແຕ່​ລະ​ຄັ້ງ ​ຈະ​ຕ້ອງມີ​ລາ​ຄາ​ຕັ້ງ​ແຕ່ 10 ລ້ານ​ກີບ ຂຶ້ນ​ໄປ ມີອາ​ຍຸ ​1 ປີ, 3 ປີ, 5 ປີ, 7 ປີ, 10 ປີ, 15 ປີ ແລະ 20 ປີ.

ສ່ວນ​ນັກ​ເສດ​ຖະ​ສາດ ໃນ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ ຫຼື ADB ຄາດ​ວ່າ ລັດ​ຖະ​ບານ​ລາວ ຈະ​ຂາດ​ດຸນ​ທາງ​ດ້ານ​ງົບ​ປະ​ມານ​ເກີນກວ່າ ແຜນ​ການ​ວາງ​ໄວ້​ທີ່​ອັດ​ຕາ​ສະ​ເລ່ຍ 4.9 ເປີ​ເຊັນ ຂອງຍອດ​ຜະ​ລິດ​ຕະ​ພັນ​ລວມ​ພາຍ​ໃນ ຫຼື GDP ໃນ​ປີ 2019 ນີ້ ໂດຍ​ພິ​ຈາ​ລະ​ນາ​ຈາກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ລາຍ​ຮັບ ແລະ​ລາຍ​ຈ່າຍ​ໃນ​ໄລ​ຍະ 10 ເດືອນ​ທີ່​ຜ່ານ​ມາ ກໍ​ເຊື່​ອ​ວ່າ ລັດ​ຖະ​ບານ​ລາວ ຈະ​ຕ້ອງ​ປະ​ເຊີນ​ກັບ​ການ​ຂາດ​ດຸນ​ງົບ​ປະ​ມານ​ໃນ​ອັດ​ຕາ​ສະ​ເລ່ຍ​ທີ່​ສູງກວ່າ 7 ເປີ​ເຊັນຂອງ ຍອດ​ຜະ​ລິດ​ຕະ​ພັນ​ລວມ​ພາຍ​ໃນ ຫຼື GDP.

XS
SM
MD
LG