ບັນດາລັດຖະມົນຕີໃນເຂດລຸ່ມແມ່ນ້ຳຂອງ ໄດ້ຕົກລົງກັນໃນຫລັກການກ່ຽວກັບການເຊື່ອມໂຍງ ໂຄງການພັດທະນາ ໃນແຜນແມ່ບົດອາຊຽນ 2025 ກັບແຜນການນຶ່ງແລວ-ນຶ່ງເສັ້ນທາງຂອງຜູ້ນຳຈີນ. ຊົງລິດໂພນເງິນມີລາຍງານກ່ຽວກັບເລື້ອງນີ້ມາສະເໜີທ່ານ ຈາກບາງກອກ.
ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ຖະແຫລງວ່າ ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ທີ່ມີຂຶ້ນໃນ ວັນທີ 20 ກຸມພາ 2020 ທີ່ຜ່ານມາທີ່ນະຄອນວຽງຈັນ ໂດຍເຂົ້າຮ່ວມກອງປະຊຸມຄັ້ງນີ້ ກໍຄື ລັດຖະມົນຕີ ກະຊວງການຕ່າງປະເທດຂອງຈີນ, ພະມ້າ, ກຳປູເຈຍ, ລາວ, ໄທ ແລະຫວຽດນາມນັ້ນ ໄດ້ມີມະຕິຕົກລົງຮ່ວມກັນໃນຫລັກການກ່ຽວກັບການເຊື່ອມໂຍງ ບັນດາໂຄງການພັດທະນາໃນເຊດບຸ່ມແມ່ນ້ຳຂອງເຂົ້າກັບແຜນການນຶ່ງແລວ-ນຶ່ງເສັ້ນທາງ (Belt and Road Initiative-BRI) ທີ່ລິເລີ້ມໂດຍທ່ານ ສີ ຈິ້ນຜິງ, ປະທານປະເທດຈີນນັ້ນ ໃຫ້ເປັນເຂດຮ່ວມພັດທະນາລະຫວ່າງຈີນ ກັບອາຊຽນ ໃຫ້ໄດ້ຢ່າງເປັນຮູບປະທຳ ໂດຍສະເພາະແມ່ນການເຊື່ອມຕໍ່ ການຄົມມະນາຄົມ-ຂົນສົ່ງທາງບົກ-ທາງທະເລ ພາຍໃຕ້ແຜນແມ່ບົດ ການເຊື່ອຈອດອາຊຽນ 2025 ນັ້ນ ດັ່ງທີ່ທ່ານ ສະເຫລີມໄຊໄດ້ຖະແຫລງຢືນຢັນວ່າ:
“ບັນດາລັດຖະມົນຕີແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ພວກເຮົາກະຍັງໄດ້ຢືນຢັນ ຄືນການຮ່ວມມື ເພື່ອສືບຕໍ່ຂະຫຍາຍການເຊື່ອມໂຍງ-ການເຊື່ອມຈອດ ພ້ອມທັງສະເໜີໃຫ້ມີການ ຄົ້ນຄວ້າ ຄວາມເປັນໄປໄດ້ ໃນການເຊື່ອມສານແຜນປະຕິບັດງານເພື່ອເຊື່ອມຈອດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຂົ້າກັບແຜນລິເລີ້ມນຶ່ງແລວທາງ-ນຶ່ງເສັ້ນທາງ ແຜນແມ່ບົດ ເຊື່ອມຈອດອາຊຽນ 2025 ແລະແລວທາງຂົນສົ່ງທາງບົກ-ທາງທະເລສາຍໄໝ ພາຍໃຕ້ກອບອາຊຽນ-ຈີນ.”
ສ່ວນທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງແຜນການ ແລະການລົງທຶນຖະແຫຼງຢືນຢັນວ່າລັດຖະບານລາວ ຈະທຸ້ມເທຢ່າງສຸດຂີດ ເພື່ອປະກອບສ່ວນເຂົ້າໃນແຜນຍຸດທະສາດນຶ່ງແລວທາງ-ນຶ່ງເສັ້ນທາງ ທັງນີ້ດ້ວຍການພັດທະນາລາວ ໃຫ້ເປັນເຂດເຊື່ອມຕໍ່ຂອງແຜນຍຸດທະສາດດັ່ງກ່າວຢູ່ໃນເຂດ ລຸ່ມແມ່ນ້ຳຂອງໃຫ້ໄດ້ຢ່າງເປັນຮູບປະຕິທຳ ໂດຍສິ່ງທີ່ກຳລັງຈະປາກົດເປັນຈິງໃນທ້າຍປີ 2021 ກໍຄືໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ລາວ ກັບ ຈີນ ທີ່ເປັນການຮ່ວມທຶນລະຫວ່າງ ລັດຖະບານ ລາວ-ຈີນ ນັ້ນ.
ທາງດ້ານ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສັ່ງການໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງໃນແຜນການນຶ່ງແລວ-ນຶ່ງເສັ້ນທາງໃນລາວ ຈະຕ້ອງຮ່ວມມືກັນຢ່າງແຂງແຮງ ເພື່ອການຍາດແຍ່ງເອົາການຊ່ວຍເຫຼືອຈາກກອງທຶນນຶ່ງແລວ-ນຶ່ງເສັ້ນທາງໃຫ້ໄດ້ຫຼາຍຂຶ້ນ ແນໃສ່ການພັດທະນາເພື່ອຍົກລະດັບຄຸນນະພາບການສຶກສາ, ສາທາລະນະສຸກ, ເທັກໂນໂລຈີທັນສະໄໝ ເພື່ອນຳໃຊ້ໃນການຜະລິດກະສິກຳ ແລະພັດທະນາລະບົບໂຄງຂ່າຍອິນເຕີແນັດ ເພື່ອການຜະລິດສິນຄ້າສົ່ງອອກໄປຕ່າງປະເທດເພີ້ມຂຶ້ນນັບມື້.
ນັບແຕ່ປີ 1990 ເຖິງປັດຈຸບັນນີ້ ລັດຖະບານ ຈີນ ໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ລາວ ຄິດເປັນມູນຄ່າລວມເກີນກວ່າ 22,540 ລ້ານຢວນ ຊຶ່ງໃນນີ້ແບ່ງເປັນການຊ່ວຍເຫຼືອລ້າ 5,900 ລ້ານຢວນ ເງິນກູ້ບໍ່ມີດອກເບ້ຍ 1,300 ລ້ານຢວນ ແລະເງິນກູ້ດອກເບ້ຍຕ່ຳອີກຫລາຍກວ່າ 11,000 ພັນລ້ານຢວນ ໂດຍເມື່ອປະກອບກັບການທີ່ຈີນ ເປັນຜູ້ລົງທຶນອັນດັບທີ 1 ໃນການພັດທະນາພື້ນຖານໂຄງລ່າງໃນ ລາວ ເຊັ່ນທາງລົດໄຟ, ທາງດ່ວນ ແລະ ໂຄງຂ່າຍສາຍສົ່ງໄຟຟ້າແຮງສູງທີ່ລັດຖະບານລາວ ຈະຕ້ອງກູ້ຢືມທຶນຈາກຈີນເປັນດ້ານຫຼັກນັ້ນ ເຮັດໃຫ້ສາມາດຄາດໝາຍໄດ້ວ່າລັດຖະບານລາວ ຈະເປັນໜີ້ເງິນກູ້ຈາກລັດຖະບານຈີນ ເພີ່ມຂຶ້ນເປັນເກີນກວ່າ 30,000 ລ້ານຢວນໃນປີ 2022 ທັງຕ້ອງເພິ່ງພາຈີນ ໃນດ້ານວິທະຍາສາດ ແລະ ເທັກໂນໂລຈີຕ່າງໆ ຫຼາຍຂຶ້ນອີກດ້ວຍ
ທາງດ້ານຜູ້ຊ່ຽວຊານດ້ານການເງິນຂອງທະນາຄານໂລກປະຈຳລາວ ຢືນຢັນວ່າລັດຖະບານລາວ ຕ້ອງປະເຊີນກັບສະພາວະການເປັນໜີ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງເຫັນໄດ້ໃນປີ 2016 ທີ່ຖືເປັນປີທຳອິດທີ່ໜີ້ສິນຂອງລັດຖະບານລາວ ມີສັດສ່ວນເກີນກວ່າ 60 ເປີເຊັນຂອງມູນຄ່າຜະລິດຕະພັນລວມພາຍໃນ (GDP) ແລະເພີ່ມຂຶ້ນເປັນ 65.3 ເປີເຊັນ ໃນປີ 2018 ທັງຍັງຈະເພີ່ມຂຶ້ນເປັນເກີນກວ່າ 68 ເປີເຊັນ ແລະ ເກີນກວ່າ 70 ເປີເຊັນໃນປີ 2020 ຊຶ່ງເປັນປີສິ້ນສຸດຂອງແຜນພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ ຄັ້ງທີ 8 ຂອງລັດຖະບານລາວ ໂດຍເຈົ້າໜີ້ລາຍໃຫຍ່ຂອງລັດຖະບານລາວ ຄືທະນາຄານພັດທະນາເອເຊຍ (ADB), ຕິດຕາມດ້ວຍທະນາຄານໂລກ ແລະ ລັດຖະບານຈີນ ຕາມລຳດັບ. ຫາກແຕ່ກໍຄາດວ່າ ຈີນຈະກ້າວຂຶ້ນເປັນເຈົ້າໜີ້ອັນດັບ 1 ຂອງລາວນັບແຕ່ປີ 2021 ເປັນຕົ້ນໄປ ເພາະວ່າລັດຖະບານຕ້ອງກູ້ຢືມຈາກຈີນ ເພື່ອນຳໃຊ້ໃນການພັດທະນາພື້ນຖານໂຄງລ່າງຕ່າງໆ ໃນລາວຫລາຍຊຶ້ນນັ້ນເອງ.