ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະສົ່ງເສີມ ໃຫ້ລົງທຶນ ໃນພະລັງງານ ທາງເລືອກ ຫຼາຍຂຶ້ນ ແທນການສ້າງເຂື່ອນ


ບ່ອນສ້າງພະລັງງານໄຟຟ້າຈາກແສງອາທິດແຫ່ງນຶ່ງໃນລາວ
ບ່ອນສ້າງພະລັງງານໄຟຟ້າຈາກແສງອາທິດແຫ່ງນຶ່ງໃນລາວ

ລັດຖະບານລາວ ຈະສົ່ງເສີມໃຫ້ບໍລິສັດເອກະຊົນລົງທຶນໃນການພັດທະນາພະລັງງານ
ທາງເລືອກຫລາຍຂຶ້ນ ໂດຍສະເພາະແມ່ນພະລັງງານແສງອາທິດ, ພະລັງງານລົມ ແລະ
ຊີວະມວນ ເພື່ອທົດແທນການສ້າງເຂື່ອນໄຟຟ້າ.

ອົງການອະນຸລັກສິ່ງແວດລ້ອມທຳມະຊາດໃນລຸ່ມແມ່ນ້ຳຂອງ ຫລື Mekong Watch
ທີ່ມີສໍານັກງານໃຫຍ່ຕັ້ງຢູ່ ນະຄອນໂຕກຽວ ປະເທດຍີ່ປຸ່ນໄດ້ສະເໜີຕໍ່ທາງການລັດຖະ
ບານລາວ ເມື່ອບໍ່ນານມານີ້ວ່າ ຄວນຈະໃຫ້ການສົ່ງເສີມການລົງທຶນເຂົ້າໃນ ການພັດ
ທະນາແຫລ່ງພະລັງງານທາງເລືອກໃຫ້ຫລາຍຂຶ້ນ ໂດຍສະເພາະກໍແມ່ນພະລັງງານ
ຈາກລົມ, ແສງອາທິດ ແລະຊີວະມວນນັ້ນ ຖືວ່າເປັນແຫລ່ງຜະລິດພະລັງງານໄຟຟ້າທີ່
ສປປ ລາວ ມີຄວາມອາດສາມາດສູງທັງຍັງເປັນມິດຕໍ່ສິ່ງແວດລ້ອມທຳມະຊາດອີກດ້ວຍ.

ການທົດລອງຜະລິດໄຟຟ້າຈາກລົມ ໂດຍທີມງານຊ່ຽວຊານທີມນຶ່ງໃນລາວ
ການທົດລອງຜະລິດໄຟຟ້າຈາກລົມ ໂດຍທີມງານຊ່ຽວຊານທີມນຶ່ງໃນລາວ

ທັງນີ້ Mekong Watch ໃຫ້ເຫດຜົນວ່າ ການທີ່ລັດຖະບານລາວເນັ້ນໜັກໃຫ້ການສົ່ງເສີມ ການລົງທຶນໃນການກໍ່ສ້າງເຂື່ອນໄຟຟ້າເປັນດ້ານຫລັກ ທັງໃນລາວ ແລະເທິງແມ່ນ້ຳຂອງ
ນັ້ນ ໄດ້ສົ່ງຜົນກະທົບຢ່າງກວ້າງຂວາງ ທັງຕໍ່ສິ່ງແວດລ້ອມທຳມະຊາດ ແລະປະຊາຊົນທີ່
ຢູ່ໃນເຂດຕອນລຸ່ມຂອງແມ່ນ້ຳຂອງໃນປັດຈຸບັນນີ້ ຊຶ່ງສອດຄ່ອງກັບລາຍງານຂອງກອງ
ທຶນສັດປ່າໂລກ (WWF) ທີ່ລະບຸວ່າການກໍ່ສ້າງເຂື່ອນເທິງແມ່ນໍ້າຂອງທັງໃນລາວແລະ
ຈີນນັ້ນ ໄດ້ສົ່ງຜົນກະທົບເຮັດໃຫ້ປາຫລາຍກວ່າ 850 ຊະນິດ ຕ້ອງອົບພະຍົບຈາກທີ່ຕັ້ງ
ຂອງເຂື່ອນຕ່າງໆ ລົງມາທາງໃຕ້ ເປັນລະຍະທາງຫລາຍຮ້ອຍກິໂລແມັດ. ສ່ວນກະແສນໍ້າ
ທີ່ຖືກປ່ອຍອອກຈາກເຂື່ອນນັ້ນ ກໍເຮັດໃຫ້ເກີດບັນຫາຕາຝັ່ງເຈື່ອນ ແລະສົ່ງຜົນກະທົບຕໍ່
ດ້ານກະສິກໍາໃນເຂດຕອນລ່າງໃນລຸ່ມແມ່ນໍ້າຂອງຢ່າງຫລີກລ້ຽງບໍ່ໄດ້.

ທາງດ້ານທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານແລະບໍ່ແຮ່
ກໍຢືນຢັນວ່າການພັດທະນາໃນພາກພະລັງງານໃນລາວບໍ່ໄດ້ເໜັ້ນໜັກສະເພາະການ
ກໍ່ສ້າງເຂື່ອນເທົ່ານັ້ນ ຫາກແຕ່ຍັງລວມເຖິງການພັດທະນາພະລັງງານທາງເລືອກ ເຊັ່ນ
ພະລັງງານລົມ, ແສງອາທິດ ແລະຊີວະມວນອີກດ້ວຍ ດັ່ງທີ່ທ່ານຄໍາມະນີໃຫ້ການຢືນ
ຢັນວ່າ
“ສໍາລັບແຫລ່ງຜະລິດໄຟຟ້າ ຊຶ່ງວ່າເປັນພະລັງງານທົດແທນພວກເຮົາໄດ້ມີການສຶກ
ສາພະລັງງານລົມຢູ່ 4 ແຂວງພາກໃຕ້ຄື ແຂວງຄໍາມ່ວນ, ສະຫວັນນະເຂດ, ເຊກອງ,
ແລະອັດຕະປື ແລະກໍຄາດວ່າຈະກໍ່ສ້າງພະລັງງານລົມນີ້ 600 ເມກາວັດ ຈະໃຫ້ສໍາ
ເລັດໃນປີ 2025 ແລະພະລັງງານແສງອາທິດກໍມີຄວາມສໍາຄັນຫລາຍຢູ່ທັງພາກກາງ
ແລະພາກໃຕ້ຂອງລາວກໍມີແຫລ່ງເໝາະສົມ ສໍາລັບເຮັດພະລັງງານໂດຍແສງອາທິດ
ຄາດວ່າ ພວກເຮົາຈະພັດທະນາພະລັງງານແສງອາທິດນີ້ ມັນຈະບໍ່ມີບ່ອນທີ່ວ່າຜະລິດ
ບ່ອນໃຫຍ່ໂລດ. ມັນຂຶ້ນກັບລະບົບແສງອາທິດທີ່ສ່ອງເຂົ້າມາ ອັນນຶ່ງອີກ ພວກເຮົາ
ສາມາດຈະຜະລິດພະລັງງານໄຟຟ້າ
Bio-Mass ຈາກກາກອ້ອຍທາງພາກກາງ
ແລະພາກໃຕ້.”

ແຜນທີ່ຂອງເຂດທີ່ຈະສາມາດພັດທະນາພະລັງງານຈາກລົມໄດ້ໃນລາວ
ແຜນທີ່ຂອງເຂດທີ່ຈະສາມາດພັດທະນາພະລັງງານຈາກລົມໄດ້ໃນລາວ

ທາງດ້ານທ່ານ ນິວັດ ຣ້ອຍແກ້ວ ຜູ້ນຳເຄືອຂ່າຍປະຊາຊົນໄທ ເພື່ອອະນຸລັກສິ່ງ
ແວດລ້ອມໃນແມ່ນໍ້າຂອງ ກໍຢືນຢັນວ່າເຄືອຂ່າຍປະຊາຊົນໄທ ແລະບັນດາອົງ
ການອະນຸລັກສິ່ງແວດລ້ອມທຳມະຊາດໃນອາຊຽນ ແລະສາກົນ ຍັງສືບຕໍ່ການ
ເຄື່ອນໄຫວຮ່ວມກັນ ເພື່ອສະແດງການຄັດຄ້ານທຸກໂຄງການກໍ່ສ້າງເຂື່ອນໄຟຟ້າ
ເທິງແນວແມ່ນໍ້າຂອງໂດຍສະເພາະແມ່ນໂຄງການກໍ່ສ້າງເຂື່ອນເທິງແນວແມ່ນໍ້າ
ຂອງໃນລາວນັ້ນ ກໍຖືເປັນໂຄງການທີ່ຈະສົ່ງຜົນກະທົບຕໍ່ການອົບພະຍົບຂອງປາ
ທັງຍັງຈະສົ່ງຜົນກະທົບຕໍ່ລະບົບນິເວດທຳມະຊາດໃນເຂດຕອນລຸ່ມຂອງແມ່ນໍ້າ
ຂອງທັງໃນປະເທດໄທ, ກໍາປູເຈຍ, ຫວຽດນາມ ແລະເຂດສີ່ພັນດອນ-ຄອນພະ
ເພັງໃນພາກໃຕ້ຂອງລາວອີກດ້ວຍ.

ແຕ່ຢ່າງໃດກໍຕາມ ກຸ່ມບໍລິສັດຕ້າຖັງຈາກຈີນ ທີ່ເປັນຜູ້ລົງທຶນໃນໂຄງການເຂື່ອນ
ປາກແບງເທິງແນວແມ່ນໍ້າຂອງ ກໍໄດ້ລົງມືກໍ່ສ້າງເຂື່ອນໃນພາກຕົວຈິງແຕັ້ງແຕ່
ທ້າຍປີ 2017 ເປັນຕົ້ນມາແລ້ວ ຫລືຫລັງຈາກທີ່ທາງການລາວ ແລະກຸ່ມບໍລິສັດ
ຕ້າຖັງ ໄດ້ສະເໜີແຜນການປ້ອງກັນຜົນກະທົບຕໍ່ສັງຄົມແລະສິ່ງແວດລ້ອມທໍາມະ
ຊາດ ເຂົ້າສູ່ການພິຈາລະນາຮ່ວມກັນໃນຄະນະກໍາມາທິການແມ່ນໍ້າໂຂງຫລື MRC
ທີ່ລາວເປັນປະເທດສະມາຊິກຮ່ວມກັບໄທ, ກຳປູເຈຍ ແລະຫວຽດນາມຢ່າງເປັນ
ທາງການແລ້ວນັ້ນ.

ນອກຈາກໂຄງການເຂື່ອນປາກແບງ ລັດຖະບານລາວຍັງໄດ້ອະນຸມັດໃຫ້ກໍ່ສ້າງ
ເຂື່ອນເທິງແນວແມ່ນໍ້າຂອງໃນເຂດລາວອີກ 2 ໂຄງການທີ່ກໍາລັງດໍາເນີນການກໍ່
ສ້າງໃນເວລານີ້ ຊຶ່ງກໍຄືເຂື່ອນໄຊບະບູລີ ແລະເຂື່ອນດອນສະຫົງ ທັງຍັງໄດ້ສະ
ເໜີໂຄງການເຂື່ອນປາກລາຍເຂົ້າສູ່ການພິຈາລະນາຂອງ MRC ອີກດ້ວຍ ແລະ
ຄາດວ່າ ການພິຈາລະນາຈະແລ້ວໃນທ້າຍປີ 2018 ເພື່ອວ່າຈະໄດ້ເລີ່ມລົງມືກໍ່ສ້າງ
ໃນປີ 2019 ຕໍ່ໄປ. ທັງນີ້ ທາງການລາວໄດ້ອະນຸຍາດໃຫ້ມີການສຶກສາ, ສໍາຫລວດ
ແລະກໍ່ສ້າງເຂື່ອນໄຟຟ້າໃນລາວຈໍານວນທັງໝົດ 357 ໂຄງການໃນປັດຈຸບັນນີ້.

XS
SM
MD
LG