ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີຊ່ວຍວ່າການກະ
ຊວງອຸດສາຫະກໍາ ແລະການຄ້າ ຖະແຫຼງວ່າລາວຈະເປີດ
ເສລີ ການດໍາເນີນທຸລະກິດໃນພາກການ ເງິນແລະບໍລິການໃນ
79 ຂະແໜງຈາກທັງໝົດ 160 ຂະແໜງທີ່ຢູ່ພາຍໃຕ້ ເງື່ອນໄຂ ຂອງການເປັນປະເທດສະມາຊິກຂອງອົງການການຄ້າໂລກ
WTO ແລະ ການເປີດເສລີດັ່ງກ່າວນີ້ກໍຍັງຈະສົ່ງຜົນດີຕໍ່ການ
ພັດທະນາພາກການເງິນ ແລະບໍລິການຂອງລາວໃຫ້ເຊື່ອມ
ໂຍງກັບຕ່າງປະເທດ ທັງໃນ ອາຊ່ຽນ ແລະສາກົນ ໄດ້ຢ່າງ
ທົ່ວເຖິງອີກດ້ວຍ ດັ່ງທີ່ທ່ານນາງ ເຂັມມະນີ ໄດ້ຢືນຢັນວ່າ:
“ການເຂົ້າເປັນສະມາຊິກອົງການການຄ້າໂລກນີ້
ພວກເຮົາເຫັນວ່າຍັງເປັນການເປີດໂອກາດໃຫ້
ສປປ. ລາວ ຂອງພວກເຮົານີ້ໄດ້ເຂົ້າຮ່ວມໃນເວທີ
ເຈລະຈາການຄ້າໂລກ ເປັນຕົ້ນແມ່ນຮ່ວມກັບບັນດາປະເທດສະມາຊິກອາຊ່ຽນນີ້ ເພາະວ່າ ຢູ່ອົງການການຄ້າໂລກນີ້ ເພື່ອວ່າເຮັດແນວໃດ ເຮັດໃຫ້ພວກເຮົາບໍ່ໂດດ ດ່ຽວ ຊຶ່ງວ່າການເຈລະຈາເປັນກຸ່ມດັ່ງກ່າວນີ້ ສາມາດເພີ່ມອໍານາດການຕໍ່ຮອງ
ຂອງປະເທດໃດນຶ່ງ ທີ່ລວມເຖິງ ສປປ. ລາວ ຂອງພວກເຮົານໍາ.”
ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີແລະລັດຖະມົນຕີກະຊວງການ ຕ່າງປະເທດ ໄດ້ໃຫ້ການຢືນຢັນໃນຖານະຫົວໜ້າຄະນະຜູ້ແທນຂອງລັດຖະບານລາວ ທີ່ ໄດ້ເຂົ້າຮ່ວມກອງປະຊຸມປະຈໍາປີ 2012 ຂອງ WTO ຢູ່ກຸງເຈນີວາ ປະເທດສະວິດເຊີ ແລນດ໌ ທີ່ໄດ້ລົງມະຕິຮັບຮອງເອົາ ສປປ.ລາວເຂົ້າໄປເປັນສະມາຊິກຂອງ WTO ຢ່າງ ເປັນທາງການເມື່ອວັນທີ່ 26 ຕຸລາທີ່ຜ່ານມາວ່າ ສປປ.ລາວ ຈະປະຕິບັດໜ້າທີ່ຂອງຕົນ ຢ່າງດີທີ່ສຸດ.
ທັງນີ້ໂດຍຈະສຸມທຸກຄວາມອາດສາມາດເຂົ້າໃນການປະຕິບັດຕາມບັນດາກົດລະບຽບ
ແລະຂໍ້ບັງຄັບຕ່າງໆຂອງ WTO ຢ່າງເຄັ່ງຄັດ ໂດຍສະເພາະແມ່ນການປະຕິບັດຕາມ ຫຼັກການຄ້າເສລີ ແລະການແກ້ໄຂບັນດາຂໍ້ຂັດແຍ້ງຕ່າງໆດ້ວຍການເຈລະຈາ.
ພາຍໃຕ້ຫຼັກການຄ້າເສລີຂອງ WTO ນັ້ນ ທາງການລາວໄດ້ຕົກລົງທີ່ຈະປັບຫຼຸດອາກອນການຄ້າໃຫ້ຢູ່ໃນອັດຕາສະເລ່ຍບໍ່ເກີນ 18.8% ສໍາລັບສິນຄ້າປະເພ ເຄື່ອງໃຊ້ສອຍຕ່າງໆ
ແລະສິນຄ້າປະເພດທີ່ເປັນຜົນຜະລິດຈາກການກະເສດ ກໍຈະຈັດເກັບອາກອນການຄ້າໃນອັດຕາສະເລ່ຍບໍ່ເກີນ 19.3%. ສ່ວນນອກນັ້ນຈະຈັດ ໃນອັດຕາສະເລ່ຍບໍ່ເກີນ 18.7%.
ຊຶ່ງດ້ວຍການປັບລົດອາກອນການຄ້າແລະການເປີດຕະຫຼາດ
ໃນພາກບໍລິການພາຍໃນປະເທດດັ່ງກ່າວນີ້ ກໍເຮັດໃຫ້ຫຼາຍຝ່າຍ
ຢ້ານກົວວ່າ ຈະສົ່ງຜົນກະທົບຕໍ່ການຮັບເຂົ້າງົບປະມານຂອງລັດ
ຖະບານລາວໂດຍກົງ ສ່ວນພາກເອກກະຊົນນັ້ນ ກໍຍັງມີລະດັບ ຄວາມສາມາດໃນການແຂ່ງຂັນ ທີ່ຕໍ່າກວ່າເອກກະຊົນຈາກຕ່າງ
ຊາດເຊັ່ນດຽວກັນ ຊຶ່ງເຊື່ອວ່າຈະໄດ້ຮັບຜົນກະທົບບໍ່ໜ້ອຍຄືກັນ
ແຕ່ຢ່າງໃດກໍຕາມ ທາງດ້ານສະພາຫໍການຄ້າແລະອຸດສາຫະກໍາ
ແຫ່ງຊາດລາວ ກໍເຊື່ອໝັ້ນວ່າ ລາວຈະໄດ້ຮັບຜົນປະໂຫຍດຫຼາຍ
ກວ່າ ຜົນກະທົບຈາກການເຂົ້າໄປເປັນສະມາຊິກຂອງ WTO ດັ່ງ
ທີ່ສະມາຊິກໃນຄະນະ ກໍາມະການບໍລິຫານຂອງສະພາການຄ້າ ທ່ານນຶ່ງໄດ້ໃຫ້ການຢືນ ຢັນວ່າ:
“ການເຂົ້າເປັນສະມາຊິກຂອງອົງການການຄ້າໂລກຈະມີຜົນປະໂຫຍດຫຼາຍໃຫ້ແກ່ ພາກທຸລະກິດຂອງພວກເຮົາ ເພາະມັນຈະເປີດຕະຫຼາດການຄ້າຢ່າງກວ້າງຂວາງ ໃຫ້ພວກເຮົາ ແຕ່ທາງພາກລັດແລະພາກທຸລະກິດຂອງພວກເຮົານີ້ ຈະຕ້ອງໄດ້ປັບປຸງໂຄງສ້າງພື້ນຖານຕ່າງໆ ໂດຍສະເພາະແມ່ນສະພາບແວດລ້ອມທາງດ້ານການຄ້າ ແລະການລົງທຶນຢູ່ ສປປ.ລາວ.”
ທັງນີ້ໂດຍທາງການລາວໄດ້ສະແດງເຈດຈໍານົງ ເພື່ອຂໍເຂົ້າໄປເປັນປະເທດສະມາຊິກຂອງ WTO ນັບຕັ້ງແຕ່ປີ 1997 ເປັນຕົ້ນມາ ໂດຍໄດ້ພົບປະເຈລະຈາ ແລະຕອບຂໍ້ສົງໄສຕ່າງໆຂອງບັນດາປະເທດສະມາຊິກໄປທັງໝົດຫຼາຍກວ່າ 1,000 ກໍລະນີ ລວມທັງຍັງໄດ້ຕົກລົງເປີດຕະຫຼາດສິນຄ້າແລະການບໍລິການແບບທະວິ ພາກຮ່ວມກັບ 9 ປະເທດ ຊຶ່ງລວມເຖິງການຕົກລົງຮ່ວມກັບສະຫະລັດອະເມຣິກາ ອີກດ້ວຍ.