ການທີ່ລາວຈະໄດ້ຖືກປົດອອກຈາກບັນຊີປະເທດດ້ອຍພັດທະນາຂອງອົງການ ສະຫະປະຊາດຕາມການປະກາດໃນທ້າຍເດືອນແລ້ວນີ້ແມ່ນໄດ້ຮັບຄວາມສົນໃຈຈາກປະຊາຊົນລາວຫລາຍຄົນ ຜູ້ທີ່ຍັງມີຄໍາຖາມຫລາຍຢ່າງກ່ຽວກັບເລື້ອງນີ້. ໂດຍສະເພາະແລ້ວ ເຂົາເຈົ້າມີຄວາມເປັນຫ່ວງຕໍ່ບັນຫາທີ່ເກີດມາຈາກ ການລະບາດຂອງພະຍາດໂຄວິດ-19 ທີ່ຍັງສືບຕໍ່ເພີ້ມຂຶ້ນນັບມື້ຢູ່ນີ້. ໄຊຈະເລີນສຸກ ຈະນໍາເອົາລາຍລະອຽດກ່ຽວກັບເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.
ເມື່ອທ້າຍເດືອນແລ້ວນີ້ ທາງອົງການສະຫະປະຊາຊາດໄດ້ປະກາດອອກມາວ່າ ອົງການດັ່ງກ່າວໄດ້ຮັບຮອງເອົາມະຕິທີ່ລະບຸວ່າ ສປປ ລາວ ພ້ອມກັບອີກ 2 ປະເທດ ຄື ບັງກລາແດສ ແລະເນປານ ຈະຖືກປົດອອກຈາກບັນຊີປະເທດດ້ອຍພັດທະນາ ຫລື LDC ພາຍໃນອີກ 5 ປີຂ້າງໜ້າ ກໍຄື ປີ 2026. ມະຕິທີ່ວ່ານີ້ຊີ້ແຈງວ່າການໃຫ້ເວລາ 5 ປີ ກໍແມ່ນເພື່ອໃຫ້ເຂົາເຈົ້າມີເວລາກະກຽມ ເພາະຕາມປົກກະຕິແລ້ວ ກໍມີແຕ່ 3 ປີເທົ່ານັ້ນ. ທັງນີ້ກໍເພາະວ່າ ເພື່ອໃຫ້ ບັນດາປະເທດນີ້ ມີເວລາເພີ້ມໃນການວາງແຜນຟື້ນຟູເສດຖະກິດ ແລະຈັດຕັ້ງ ປະຕິບັດແຜນການດັ່ງກ່າວ ພ້ອມກັບຍຸດທະສາດໃນການຟື້ນຕົວຄືນຈາກຜົນກະທົບຂອງພະຍາດໂຄວິດ-19 ທີ່ກໍາລັງລະບາດຢູ່, ອີງຕາມຄໍາປະກາດຢູ່ໃນເວັບໄຊທ໌ຂອງອົງການສະຫະປະຊາຊາດ.
ແຕ່ເນື່ອງຈາກວ່າການປະກາດນີ້ ມີຂຶ້ນທ້າມກາງການລະບາດຂອງໂຄວິດ-19 ອັນໜັກໜ່ວງທີ່ແກ່ຍາວມາໄດ້ 4 ເດືອນແລ້ວ ມັນຈຶ່ງໄດ້ເຮັດໃຫ້ປະຊາຊົນ ລາວຫລາຍຄົນມີຄວາມເປັນຫ່ວງວ່າການຖືກປົດອອກຈາກກຸ່ມປະເທດດ້ອຍພັດທະນາ ອາດຈະເຮັດໃຫ້ລາວ ບໍ່ມີເງື່ອນໄຂໄດ້ຮັບການຊ່ວຍເຫລືອທີ່ຈໍາເປັນໃນຫລາຍດ້ານຈາກສາກົນ ເໝືອນເມື່ອກ່ອນ, ດັ່ງທີ່ແມ່ຍິງຄົນນຶ່ງ ທີ່ມີ ອາຊີບຄ້າຂາຍຍ່ອຍໃນນະຄອນຫລວງວຽງຈັນເມື່ອໄດ້ຍິນຂ່າວນີ້ ກໍສະແດງຄວາມຮູ້ສຶກອອກມາວ່າ:
“ໃຜກະວ່າຮ້ວຍເຮີຍ ເຂົາຊິຊ່ວຍເຮົາຢູ່ບໍ່ເຮີຍບາດນີ້ຫັ້ນນະ ບໍ່ຄິດ ບໍ່ຄິດເນາະປະຊາຊົນຍັງທຸກຢູ່ໜາ ພັດວ່າອີກ ຄືບໍ່ເຫັນພາກັນມີຫັ້ນໜະ”.
ເຊັ່ນດຽວກັນ ນັກທຸລະກິດຂະໜາດນ້ອຍທ່ານນຶ່ງໃນນະຄອນຫລວງວຽງຈັນກໍໃຫ້ ຄໍາເຫັນວ່າ:
“ຄັນປະຊາຊົນຍັງລາຍໄດ້ຕໍ່າຢູ່ ປົດກະປົດຍາກຫັ້ນແລ້ວ ປົດກະມີແຕ່ພວກຊັ້ນສູງ ຄົນມີກະແຮ່ງມີ. ຄົນບໍ່ມີກະຄືບໍ່ມີຄືເກົ່າ ມັນຂຶ້ນຢູ່ກັບຜູ້ໃຫຍ່ເຂົາ ເຮົາເຮັດຫຍັງບໍ່ໄດ້ດອກ”.
ສ່ວນພະນັກງານຂັ້ນສູງໃນທະນະຄານຂອງລັດທ່ານນຶ່ງ ທີ່ໄດ້ຕິດຕາມເລື້ອງນີ້ ຢ່າງ ໃກ້ຊິດໄດ້ຊີ້ແຈງກ່ຽວກັບເລື້ອງນີ້ສູ່ຟັງວ່າ:
“ເຂົາບໍ່ໄລ່ເບິ່ງຄວາມທຸກຄວາມຍາກໄດ໋ ເຂົາໄລ່ Economic ໄດ໋. ເຂົາໄລ່ຄວາມພັດທະນາຂຶ້ນມາ ແບບວ່າລາຍຮັບສະເລ່ຍຕໍ່ຫົວຄົນຂອງປະຊາກອນໄດ໋. ກະເປັນໄປໄດ້ທີ່ຈະຮັບເອົາ ເພາະປະຊາກອນເຮົາກະໜ້ອຍດຽວນຶ່ງ ປະຊາກອນເຮົາກະມີແຕ່ຫົກລ້ານກວ່າ ນຶ່ງເນາະ. ຄິດແບບວ່າເງິນທີ່ເຂົາເອົາມາຊ່ວຍເຫລືອເຈົ້າ ກະໄລ່ເປັນລາຍຮັບ, ສ່ວນຫລາຍກະຄິດສະເລ່ຍ ຖືວ່າເປັນການພັດທະນາ. ເອົ໋າ ຍົກຕົວຢ່າງການສ້າງຖະໜົນຫົນທາງ, ການລົດໄຟ ແມ່ນຫຍັງຕ່າງໆ ຈັ່ງຊີ້ ກະເອົາມາໄລ່ ເປັນໂດລາ ແລ້ວກໍມາຫານໃຫ້ 6 ລ້ານ ກວ່າຄົນ ມັນກະເພີ້ມຂຶ້ນລະເນາະ ລາຍຮັບຕໍ່ປະຊາກອນຫັ້ນນະ. ແຕ່ວ່າບັດນີ້ ພວກເຮົາກະຍັງມີດ້ານອ່ອນຢູ່ເດີ້ ນຶ່ງການແພດ, ການທະຫານ, ຢາປົວພະຍາດຈັ່ງຊີ້ ແຕ່ເຂົາເຈົ້າບໍ່ໄລ່ເຂົ້າ.”
ແຕ່ວ່າທາງການລາວ ກໍບອກວ່າ ລາວຍັງຈະໄດ້ຮັບການຊ່ວຍເຫລືອຄືເກົ່າຢູ່ ໃນໄລຍະກະກຽມ 5 ປີຕໍ່ໄປນີ້.
“ໃນໄລຍະການກະກຽມນີ້ ສປປ ລາວ ຍັງຄົງຢູ່ໃນບັນຊີ ລາຍຊື່ຂອງ LDCs ແລະ ສືບຕໍ່ໄດ້ຮັບຜົນປະໂຫຍດ ຈາກທຸກມາດຕະການສະໜັບສະໜຸນພິເສດ ທີ່ກ່ຽວຂ້ອງກັບສະຖານະ LDC ແລະ ການປະຕິບັດແບບພິເສດ ສໍາລັບບັນດາປະເທດນີ້ຢູ່” ນັ້ນຄືຖະແຫລງການຢູ່ໃນເວັບໄຊທ໌ ຂອງສໍານັກງານຜູ້ຕາງໜ້າຖາວອນຂອງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ເມື່ອເດືອນກຸມພາຜ່ານມາ (https://www.un.int/lao/news/lao-pdr-recommended-graduate-2026-least-developed-country-category-extended-preparatory-period)
ພ້ອມກັນນັ້ນ ຢູ່ໃນເວັບໄຊທ໌ຂອງສໍານັກງານຜູ້ຕາງໜ້າຖາວອນຂອງສປປ ລາວ ຍັງກ່າວອີກວ່າ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດລາວ ກໍຊີ້ແຈງວ່າ: “ຫລຸດພົ້ນຈາກການເປັນ LDC ທີ່ມີຄຸນນະພາບ ເປັນເປົ້າໝາຍອັນຍາວນານຂອງລັດຖະບານແຫ່ງ ສປປ ລາວ ນັບແຕ່ປີ 2000 ເປັນຕົ້ນມາ. ຕະຫຼອດໄລຍະຜ່ານມາ, ລັດຖະບານໄດ້ເນັ້ນໜັກເຖິງຄວາມໝັ້ນໝາຍອັນໜັກແໜ້ນ ແລະມີຄວາມກ້າວໜ້າໄປຢ່າງບໍ່ຢຸດຢັ້ງ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຫລື NSEDP. ແຕ່ແນວໃດກໍ່ຕາມ, ການຈົບທີ່ໄດ້ຫລຸດພົ້ນຈາກການເປັນ ປະເທດດ້ອຍພັດທະນາ ກໍບໍ່ໄດ້ມີຄວາມໝາຍວ່າ ຈະບໍ່ມີຄວາມທຸກຈົນອີກຕໍ່ໄປ. ແຕ່ເບິ່ງໄປອີກດ້ານນຶ່ງມັນກໍຊີ້ໃຫ້ເຫັນເຖິງຜົນສໍາເລັດທີ່ຍາດມາໄດ້ ດ້ວຍຄວາມຍາກລໍາບາກຂອງລັດຖະບານໃນຫຼາຍຂົງເຂດບູລິມະສິດ. ສະນັ້ນ, ໝາກຜົນຂອງການທົບທວນໂດຍຄະນະກໍາມະການ ດ້ານນະໂຍບາຍພັດທະນາ ຫລື CDP ຂອງອົງການສະຫະປະຊາຊາດ ຈຶ່ງເປັນການປູເສັ້ນທາງໄປສູ່ໄລຍະກະກຽມທີ່ຫລ່ຽນໄຫລດີ ກ່ອນທີ່ ສປປ ລາວ ຈະຖືກປົດອອກຈາກບັນຊີລາຍຊື່ ປະເທດ LDC ຢ່າງເປັນທາງການ”.
ທ່ານຍັງໄດ້ກ່າວຕື່ມວ່າ "ເມື່ອພິຈາລະນາເຖິງສະຖານະການລະບາດຂອງ COVID-19 ໃນປັດຈຸບັນ, ຄວາມເປັນຫ່ວງກໍຍັງມີຢູ່ເພາະວ່າ ຂໍ້ມູນສໍາລັບ ການທົບທວນຄືນນີ້ ບໍ່ໄດ້ລວມເອົາຜົນກະທົບຈາກການລະບາດຂອງພະຍາດນີ້. ກົງກັນຂ້າມກັບສິ່ງຫຍໍ້ທໍ້ທີ່ວ່ານີ້, ການສືບຕໍ່ສະໜັບສະໜຸນ ແລະການຊ່ວຍເຫຼືອຈາກປະຊາຄົມໂລກ ແມ່ນມີຄວາມຈຳເປັນຫຼາຍ ຄືກັນກັບຕອນກ່ອນການທົບທວນທີ່ວ່ານີ້, ໂດຍສະເພາະແມ່ນໃນໄລຍະຂ້າມຜ່ານທີ່ສຳຄັນ.”
ລາວໄດ້ຖືກບັນຈຸເຂົ້າໃນບັນຊີຂອງບັນດາປະເທດທີ່ດ້ອຍພັດທະນາ ຂອງອົງ ການສະຫະປະຊາຊາດໃນປີ 1971 ກໍ່ຄື 4 ປີກ່ອນການສະຖາປະນາ ສປປ ລາວອີກດ້ວຍ. ປັດຈຸບັນມີ 46 ປະເທດໃນໂລກທີ່ຍັງຢູ່ໃນບັນຊີທີ່ວ່ານີ້ ຊຶ່ງໃນນັ້ນມີ 7 ປະເທດລວມທັງລາວ ທີ່ກໍາລັງຢູ່ໃນຂັ້ນຕອນກະກຽມທີ່ຈະຖືກປົດອອກຈາກບັນຊີນີ້ ແລ້ວຈະກາຍເປັນປະເທດທີ່ກໍາລັງພັດທະນາ. ສ່ວນປະເທດເພື່ອນບ້ານຂອງລາວ ທີ່ຍັງຢູ່ໃນບັນຊີນີ້ ແມ່ນມີ 2 ປະເທດຄື ກໍາປູເຈຍ ແລະມຽນມາ ແລະທັງສອງປະເທດນີ້ ກໍຍັງບໍ່ທັນຖືກປະກາດໂດຍອົງການສະຫະປະຊາດ ເທື່ອວ່າ ເມື່ອໃດເຂົາເຈົ້າຈະຖືກເອົາອອກຈາກບັນຊີ ສໍາລັບປະເທດທີ່ມີສະຖານະພາບດ້ອຍພັດທະນາ.
ສະຫລຸບແລ້ວການທີ່ລາວ ຈະຖືກປົດອອກຈາກກຸ່ມປະເທດທີ່ຍັງດ້ອຍພັດທະນາ ກາຍເປັນປະເທດກໍາລັງພັດທະນານັ້ນ ທີ່ປະກາດອອກມາໂດຍອົງການສະຫະປະຊາຊາດທ້າມກາງການລະບາດຂອງໂຄວິດ-19 ສືບຕໍ່ເພີ້ມຂຶ້ນຢູ່ນີ້ ໄດ້ສ້າງຄວາມເປັນຫ່ວງໃຫ້ແກ່ປະຊາຊົນລາວບາງຄົນວ່າ ອາດຈະບໍ່ໄດ້ຮັບການ ຊ່ວຍເຫລືອອັນຈໍາເປັນຈາກສາກົນ ຄືເມື່ອກ່ອນແຕ່ວ່າທາງລັດຖະບານລາວ ກໍໄດ້ຊີ້ແຈງວ່າ ເຖິງຈະຖືກກໍານົດວ່າ ໃຫ້ຫລຸດຈາກສະຖານະພາບການເປັນປະເທດດ້ອຍພັດທະນາກໍຕາມ ແຕ່ວ່າໃນໄລຍະກະກຽມ 5 ປີ ຕໍ່ໜ້ານີ້ ການຊ່ວຍເຫລືອຈາກສາກົນແກ່ລາວ ກໍຍັງຈະເໝືອນເດີມຢູ່.