ໃນເດືອນຄົບຮອບ 20 ປີ ແຫ່ງການລາຍງານປະຈໍາປີ ກ່ຽວກັບການຄ້າມະນຸດ ຢູ່ໃນທົ່ວໂລກ ກໍຄື ເດືອນມິຖຸນາຜ່ານມານັ້ນ ກະຊວງການຕ່າງປະເທດ ສະຫະລັດ ໄດ້ພິມເຜີຍແຜ່ບົດລາຍງານປະຈໍາປີ 2020 ຊຶ່ງໃນນັ້ນ ພາກສ່ວນທີ່ ກ່ຽວຂ້ອງກັບລາວມີຢູ່ 4 ພາກທີ່ສໍາຄັນ ແລະລາວ ກໍໄດ້ຖືກຈັດເຂົ້າໃນກຸ່ມທີ 2 ຫຼື Tiers 2 ຂອງທັງໝົດ 3 ກຸ່ມ. ອັນດັບຕໍ່ໄປຂໍເຊີນທ່ານຮັບຟັງລາຍລະອຽດ ກ່ຽວກັບລາຍງານນີ້ ຕອນທີ 2 ຈາກບົວສະຫວັນ ໄດ້ເລີຍ.
ພາກສ່ວນທີ່ກ່ຽວຂ້ອງ ກັບການປົກປ້ອງຄຸ້ມຄອງນັ້ນ ລາຍງານກະຊວງການຕ່າງປະເທດສະຫະລັດກ່າວວ່າ ລັດຖະບານຍັງສືບຕໍ່ດໍານີນຄວາມພະຍາຍາມໃນການໃຫ້ການປົກປ້ອງແກ່ຜູ້ໄດ້ຮັບເຄາະຮ້າຍຢູ່. ໂດຍມີການປຶກສາຫາລືກັບ ກຸ່ມສັງຄົມພົນລະເຮືອນ ລັດຖະບານສືບຕໍ່ສ້າງລະບຽບຊີ້ນຳແຫ່ງຊາດໃນການໃຫ້ການປົກປ້ອງ ແລະການສົ່ງຕົວພວກໄດ້ຮັບເຄາະຮ້າຍ ເພື່ອໃຫ້ມີຂັ້ນຕອນ ການນໍາສົ່ງຕົວ ພວກໄດ້ຮັບເຄາະຮ້າຍໄປຮັບການບໍລິການ ໂດຍທີ່ມີໂອກາດທີ່ຈະຫາທາງໃຫ້ໄດ້ຮັບຄວາມເປັນທໍາ. ແຕ່ວ່າ ຂໍ້ກໍານົດໃນລະບຽບຊີ້ນໍາເຫຼົ່ານີ້ກໍຍັງບໍ່ທັນໄດ້ມີ ຮັບການຮັບຮອງເອົາເທື່ອ ໃນຕອນທີ່ມີການຂຽນ ບົດລາຍງານນີ້ຢູ່ນັ້ນ. ກົມຕໍ່ຕ້ານການຄ້າມະນຸດຫລື ATD ແລະເຈົ້າໜ້າທີ່ປະຈໍາຊາຍແດນຢູ່ໃນເຂດທີ່ມີຄວາມສ່ຽງສູງຍັງສືບຕໍ່ໃຊ້ຄູ່ມືໃນການລະບຸຕົວພວກໄດ້ຮັບເຄາະຮ້າຍ ສະບັບປັດຈຸບັນຢູ່. ລັດຖະບານໄດ້ເພີ້ມມາດຕະການໃນການລະບຸຕົວຜູ້ໄດ້ຮັບ ເຄາະຮ້າຍຢູ່ພາຍໃນລາວແລະພວກທີ່ເປັນແຮງງານເຄື່ອນທີ່ທີ່ກັບຄືນປະເທດ ແລະນໍາສົ່ງເຂົາເຈົ້າໄປຮັບການບໍລິການ. ແຕ່ວ່າ ລັດຖະບານຍັງພົບຂໍ້ຫຍາກ ໃນດ້ານຕ້ານການຄ້າມະນຸດ ຍ້ອນວ່າຂາດການປະຕິບັດງານຢ່າງເປັນລະບົບ ໃນການລະບຸຕົວ ແລະນໍາສົ່ງພວກໄດ້ຮັບ ເຄາະຢູ່ທົ່ວປະເທດ. ມີແຕ່ ATD ທີ່ຢູ່ສູນກາງເທົ່ານັ້ນ ທີ່ມີສິດໃນການລະບຸຕົວຜູ້ໄດ້ຮັບເຄາະຮ້າຍ ແຕ່ໃນທາງ ປະຕິບັດແລ້ວ ຕໍາຫລວດແຂວງ, ຕໍາຫລວດກວດຄົນເຂົ້າເມືອງ, ສະຫະພັນແມ່ຍິງ ຫລື LWU ແລະອົງການບໍ່ຂຶ້ນກັບລັດຖະບານ ຫລື NGO ກໍໄດ້ລະ ບຸຕົວຜູ້ໄດ້ຮັບເຄາະຮ້າຍ ແລະສາມາດລາຍງານໃຫ້ ATD ຊາບໄດ້.
ສໍາລັບຢູ່ຕ່າງປະເທດນັ້ນ ເຈົ້າໜ້າທີ່ທາງການທູດມີຄວາມຮັບຜິດຊອບໃນການລະບຸຕົວ ຜູ້ໄດ້ຮັບເຄາະຮ້າຍ ແລະລາຍງານກໍລະນີໃຫ້ ATD ຫລືກະຊວງການ ຕ່າງປະເທດ. ແຕ່ວ່າ ATD ບໍ່ສາມາດນັບ ຫລືຕິດຕາມຫາຜູ້ໄດ້ຮັບເຄາະຮ້າຍ ທີ່ ບໍ່ຮັບ ເອົາການຊ່ວຍເຫລືອ ຈາກທາງການໄດ້. ບັນດາເຈົ້າໜ້າທີ່ຢູ່ປະເທດເພື່ອນບ້ານ ເປັນຜູ້ລະບຸຕົວຜູ້ໄດ້ຮັບເຄາະຮ້າຍທີ່ຖືກກົດຂີ່ຂູດຮີດຢູ່ຕ່າງປະເທດ ເກືອບໝົດທຸກກໍລະນີ. ເຊັ່ນດຽວກັບກັບໃນປີ 2018 ລັດຖະບານບໍ່ໄດ້ລາຍງານ ຕົວເລກແບບຄົບຖ້ວນ ກ່ຽວກັບພວກເຄາະຮ້າຍທີ່ໄດ້ຖືກລະບຸຕົວ. ແຕ່ຢ່າງໃດກໍຕາມ ສະຫະພັນແມ່ຍິງລາວ ທີ່ເປັນພຽງອົງການດຽວຂອງລັດຖະບານ ທີ່ດໍາເນີນ ການສະໜອງທີ່ພັກໃຫ້ແກ່ພວກເຄາະຮ້າຍທີ່ເປັນແມ່ຍິງນັ້ນ ໄດ້ລາຍງານວ່າຕົນ ໄດ້ໃຫ້ການບໍລິການແກ່ພວກເຄາະຮ້າຍ 39 ຄົນໃນປີ 2019 ຊຶ່ງໃນນັ້ນມີຊາຍ 4 ຄົນ. ໃນຈໍານວນພວກໄດ້ຮັບເຄາະຮ້າຍນີ້ 34 ຄົນ ເປັນພວກເຄາະຮ້າຍ ທີ່ ຖືກເອົາໄປຂາຍບໍລິການທາງເພດ ແລະ 5 ຄົນແມ່ນພວກເຄາະຮ້າຍ ທີ່ຖືກຂູດ ຮີດແຮງງານ. ບັນດານັກສັງເກດການລາຍງານວ່າ ອົງການ NGOໄດ້ໃຫ້ການຊ່ວຍເຫລືອດ້ານທີ່ພັກແກ່ຜູ້ໄດ້ຮັບເຄາະຮ້າຍ ອີກ 9 ຄົນຊຶ່ງໃນນັ້ນ 6 ຄົນແມ່ນ ເປັນແມ່ຍິງ ແລະອີກ 3 ຄົນ ອາດເປັນໄປໄດ້ວ່າ ເປັນພວກເຄາະຮ້າຍ ທີ່ຖືກຫລອກໄປຂາຍແຮງງານ.
ພາຍໃຕ້ກົດໝາຍຕ້ານການຄ້າມະນຸດປີ 2016 ພວກເຄາະຮ້າຍມີສິດໄດ້ຮັບທີ່ ພັກ, ການປຶກສາທາງກົດໝາຍ, ການບໍລິການທາງການແພດ, ການສຶກສາຫລື ການຝຶກວິຊາຊີບ ແລະການເງິນເພື່ອໃຫ້ກັບຄືນໄປຢູ່ໃນສັງຄົມຕາມປົກກະຕິໄດ້ ແຕ່ວ່າ ໃນການປະຕິບັດຕົວຈິງແລ້ວຍັງບໍ່ມີການໃຫ້ການບໍລິການແລະທີ່ພັກແກ່ພວກເຄາະຮ້າຍທີ່ເປັນເພດຊາຍເທື່ອ. ຜູ້ໄດ້ຮັບເຄາະຮ້າຍບາງຄົນ ໄດ້ຮັບເງິິນ ຊົດເຊີຍຄ່າເສຍຫາຍໂດຍຜ່ານຂະບວນການຍຸຕິທໍາທາງອາຍາ ແຕ່ວ່າ ສານກໍບໍ່ໄດ້ເງິິນຊົດເຊີຍຄ່າເສຍຫາຍ ຖ້າຫາກພວກກ່ຽວ ຫລືພວກໃຫ້ການສະໜັບສະ ໜຸນບໍ່ໄດ້ເຮັດຄໍາຮ້ອງເອົາເງິິນຊົດເຊີຍນັ້ນເປັນການສະເພາະ.
ສິ່ງທີ່ເປັນໜ້າສັງເກດຫລາຍທີ່ສຸດໃນປີ 2019 ນີ້ກໍຄືພວກເຈົ້າໜ້າທີ່ຢູ່ໃນແຂວງ ທີ່ຢູ່ຊາຍແດນທາງພາກເໜືອ ແລະພາກໃຕ້ ແລະຢູ່ໃນນະຄອນຫລວງວຽງຈັນ ໄດ້ສ້າງລະບຽບການແລະບົດບັນທຶກຄວາມເຂົ້າໃຈຫລື MOU ກັບຄູ່ພາຄີຂອງຕົນ ທີ່ຢູ່ຝັ່ງກົງກັນຂ້າມຂອງຊາຍແດນເພື່ອໃຊ້ໃນກວດກາເບິ່ງພວກແຮງງານ ເຄື່ອນທີ່ ທີ່ກັບມາຈາກໄທ ແລະມີຈໍານວນໜ້ອຍນຶ່ງທີ່ກັບມາຈາກຈີນເພື່ອກວດ ຫາສິ່ງທີ່ສໍ່ສະແດງໃຫ້ເຫັນວ່າ ເປັນການຄ້າມະນຸດ ແລະນໍາສົ່ງເຂົາເຈົ້າໄປຮັບ ການບໍລິການ. ແຕ່ຢ່າງໃດກໍຕາມລັດຖະບານຍັງສືບຕໍ່ຂາດລະບຽບການໃນການ ກວດກາ ເພື່ອໃຫ້ການປ້ອງກັນ ແລະການນໍາສົ່ງຕົວຢູ່ໃນນິຄົມປູກຢາງ ແລະ ສວນກ້ວຍ ທີ່ເປັນຂອງຕ່າງປະເທດ ໂດຍສະເພາະແມ່ນຢູ່ໃນເຂດເສດຖະກິດ ພິເສດ, ສະຖານທີ່ກໍ່ສ້າງທາງລົດໄຟລາວ-ຈີນແລະໂຮງງານຕັດຫຍິບ ຕະຫຼອດທັງໃນໄລຍະທີ່ມີການບຸກເຂົ້າກວດຄົ້ນຂອງຕໍາຫລວດໃນໂຮງໂສເພນີ, ຮ້ານກິນ ດື່ມ, ຮ້ານອາຫານບາງແຫ່ງ. ສານປະຊາຊົນສູງສຸດຍັງສືບຕໍ່ອະນຸຍາດໃຫ້ຜູ້ໄດ້ ຮັບເຄາະຮ້າຍໃຫ້ຄໍາໃຫ້ການແບບປິດລັບ ເພື່ອຮັກສາຄວາມເປັນສ່ວນຕົວ ແລະຄວາມປອດໄພຂອງພວກກ່ຽວ. ລັດຖະບານລາຍງານວ່າ ມີການໃຊ້ທຶນງົບປະ ມານ ໃນການສົ່ງຕົວ ຜູ້ໄດ້ຮັບເຄາະຮ້າຍຊາວຕ່າງຊາດ ໃນປີ 2019 ແຕ່ວ່າ ກໍບໍ່ໄດ້ໃຫ້ລາຍລະອຽດໃນການສົ່ງ ແລະຈໍານວນອັນຄົບຖ້ວນ ກ່ຽວກັບການສົ່ງ ນັ້ນ.
ກ່ຽວກັບການປ້ອງກັນນັ້ນ ລາຍງານກະຊວງການຕ່າງປະເທດກ່າວວ່າ ລັດຖະ ບານໄດ້ເພີ້ມການດໍານີນຄວາມພະຍາຍາມໃນດ້ານນີ້. ເປັນຄັ້ງທໍາອິດ ທີ່ລັດຖະບານໄດ້ລາຍງານກ່ຽວກັບງົບປະມານຂອງຕົນສໍາລັບການຕ້ານການຄ້າມະນຸດ ໂດຍອີງຕາມແຜນການປະຕິບັດງານແຫ່ງຊາດທີ່ມີຈໍານວນເພີ້ມຂຶ້ນ 3 ເທົ່າເມື່ອ ທຽບໃສ່ ປີ 2017 ກໍຄືຫລາຍເຖິງ 300 ລ້ານກີບ ຫລື 33,840 ໂດລາໃຫ້ແກ່ ແຕ່ລະກະຊວງໃນປີ 2018-2019 ຊຶ່ງລວມທັງການຊ່ວຍເຫລືອ ຈາກຕ່າງປະ ເທດນໍາ. ບັນດາລັດຖະມົນຕີກະຊວງຕ່າງໆສາມາດຂໍເອົາເງິນຮ່ວງນີ້ໄດ້ຫລາຍ ກວ່ານີ້ ແຕ່ວ່າລັດຖະບານກໍບໍ່ໄດ້ລາຍງານງົບປະມານທັງໝົດ ສໍາລັບວຽກງານ ຕ້ານການຄ້າມະນຸດນີ້. ລັດຖະບານຍັງໄດ້ມອບໝາຍໃຫ້ພະນັກງານ ທີ່ມີປະສົບ ການໃນດ້ານຕ້ານການຄ້າມະນຸດເຂົ້າໄປຮັບຜິດຊອບ ໃນຄະະນກໍາມະການບໍລິ ຫານຕ່າງໆ. ໃນດ້ານການປະຕິບັດແລ້ວ ການປະສານງານກັນລະຫວ່າງ ພວກ ເຈົ້າໜ້າທີ່ຂັ້ນສູນກາງກັບທ້ອງຖິ່ນຍັງມີຄວາມຫຍຸ້ງຍາກຢູ່. ແຕ່ວ່າການປະສານ ງານກັບກຸ່ມສັງຄົມພົນລະເຮືອນແມ່ນໄດ້ຮັບການປັບປຸງໃຫ້ດີຂຶ້ນຊຶ່ງເຫັນໄດ້ຢູ່ໃນ ການສ້າງແຜນການປະຕິບັດງານ ແລະຄໍາແນະນໍາໃນການປົກປ້ອງຄຸ້ມຄອງ ແລະການສົ່ງຕົວຜູ້ໄດ້ຮັບເຄາະຮ້າຍໃນປີຕໍ່ໄປ ຕະຫລອດທັງການກວດກາເບິ່ງ ກໍາມະກອນເຄື່ອນທີ່ ທີ່ກັບມາຈາກໄທ ໂດຍຜ່ານຊາຍແດນພາກໃຕ້ນັ້ນ. ພວກຂ່າວສານໄດ້ຖືກຄວບຄຸມໂດຍລັດຖະບານໄດ້ເນັ້ນໃຫ້ເຫັນເຖິງກໍລະນີຂອງການ ຄ້າມະນຸດ ແລະການດໍາເນີນຄວາມພະຍາຍາມຂອງລັດຖະບານໃນການຕ້ານ ການຄ້າມະນຸດ ແລະການປຸກລະດົມຂອງລັດຖະບານ ຢູ່ໃນຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອຍົກລະດັບຄວາມເຂົ້າໃຈຂອງຄົນ ກ່ຽວກັບບັນຫານີ້ ທີ່ສາມາດ ເຂົ້າເຖິງຫລາຍສິບພັນຄົນໄດ້.
ລະບຽບການຂອງກະຊວງແຮງງານ ແລະສະຫວັດດີການສັງຄົມ ຫລື MLSW ຍັງສືບຕໍ່ຫ້າມບໍ່ໃຫ້ກໍາມະກອນໄປເຮັດວຽກຢູ່ຕ່າງປະເທດ ສໍາລັບການຈ້າງງານ ທີ່ບໍ່ມີຝີມືສູງໃດ ຊຶ່ງສ້າງໃຫ້ມີການສ່ຽງໄພທີ່ບາງຄົນທີ່ຍົກຍ້າຍໄປຊອກເຮັດວຽກ ໂດຍບໍ່ຜ່ານແບບທາງການນັ້ນ ອາດຈະຖືກພວກນາຍໜ້າ ແລະພວກຄ້າມະນຸດ ທີ່ບໍ່ດີຫລອກໄດ້ງ່າຍ. MLSW ສືບຕໍ່ຮັບຜິດຊອບໃນການດູແລອົງການຈັດຫາ ງານທີ່ໄດ້ຮັບອະນຸຍາດ 24 ແຫ່ງ ທີ່ເຮັດໜ້າທີ່ເປັນນາຍຍາມຂັ້ນຕອນການຍົກ ຍ້າຍໄປເຮັດວຽກຢ່າງເປັນທາງການຢູ່ລາວ. ກົດໝາຍລາວອະນຸຍາດໃຫ້ອົງການເຫລົ່ານີ້ ເກັບຄ່າຈັດຫາງານໃນຫລາຍອັດຕາຈາກພວກອອກແຮງງານ. MOU ປີ 2002 ກ່ຽວກັບການຮ່ວມມືກັນໃນດ້ານການຈ້າງງານກັບລັດຖະບານໄທຍັງມີຜົນບັງຄັບໃຊ້ຢູ່ ໃນເລື້ອງສະໜອງຂັ້ນຕອນການຍົກຍ້າຍຄົນຢ່າງເປັນທາງການ ແຕ່ວ່າມັນກໍແພງຫລາຍສໍາລັບຜູ້ອອກແຮງງານ ໂດຍທີ່ຕ້ອງມີເງິນ ເພື່ອໃຊ້ໃນການຍົກຍ້າຍ ແລະຈ່າຍຄ່າທໍານຽມອື່ນໆ ອີກທີ່ສັບສົນ ແລະໃຊ້ເວລາດົນ ຊຶ່ງມັນສົ່ງຜົນເຮັດໃຫ້ພວກແຮງງານເຄື່ອນທີ່ ບໍ່ຢາກໃຊ້ລະບົບທີ່ຜ່ານ MOU ທີ່ໄດ້ຄ່າແຮງງານສູງ ແລະມີຊົ່ວໂມງເຮັດວຽກ ໜ້ອຍກວ່ານັ້ນ.
ໃນການສຶກສາສໍາຫລວດ ໃນປີ 2018 ຂອງອົງການຈັດຕັ້ງສາກົນພົບວ່າ ສູນຈັດຫາງານແມ່ນເອົາຄ່າທໍານຽມນັ້ນ ໄລ່ເຂົ້າໃນຄ່າບໍລິການ ໃຫ້ແກ່ພວກອອກແຮງງານແລະພວກອອກແຮງງານກໍບໍ່ເຂົ້າໃຈສັນຍາທີ່ເຂົາເຈົ້າໄດ້ເຊັນກັບສູນຈັດຫາງານ ແລະບາງກໍລະນີນາຍຈ້າງໄທກໍໄດ້ຍຶດເອົາໜັງສືຜ່ານແດນ ຫລື ພັສປອດຂອງພວກແຮງງານ ຊຶ່ງທັງໝົດເຫລົ່ານີ້ເຮັດໃຫ້ຜູ້ອອກແຮງງານ ມີໂອ ກາດຕົກເປັນເຫຍື່ອຂອງການຄ້າມະນຸດໄດ້ງ່າຍ. ລັດຖະບານບໍ່ໄດ້ໃຫ້ການຝຶກ ອົບຮົມ ດ້ານການຕ້ານການຄ້າມະນຸດ ແກ່ພະນັກງານການທູດຂອງຕົນ ຢູ່ໃນໄລຍະທີ່ຂຽນບົດລາຍງານນີ້ຢູ່ ແຕ່ວ່າ ກໍໄດ້ໃຫ້ການຝຶກອົບຮົມ ກ່ຽວກັບການ ແຕ່ງງານປອມ ແລະຄວາມອາດສາມາດທີ່ຈະຕົກເປັນເຫຍື່ອຂອງການຂາຍບໍລິການທາງເພດໃຫ້ແກ່ພະນັກງານຂອງຕົນຢູ່ຈີນ ໃນປີກ່ອນນັ້ນ. ອຸປະທູດ ດ້ານແຮງງານ ຈາກກະຊວງແຮງງານແລະສະຫວັດດີການສັງຄົມໃນໄທ ສືບ ຕໍ່ໄປກວດກາບ່ອນເຮັດວຽກຂອງກໍາມະກອນ ແຕ່ວ່າລັດຖະບານ ກໍບໍ່ໄດ້ລາຍ ງານວ່າ ອຸປະທູດນັ້ນ ໄດ້ຮັບການຝຶກອົບຮົມໃນການລະບຸຕົວ ແລະນໍາສົ່ງກໍ ລະນີທີ່ໄດ້ຮັບເຄາະຮ້າຍ ຫລືບໍ່.
ເມື່ອເບິ່ງພາບພົດໂດຍລວມຂອງການຄ້າມະນຸດໃນລາວແລ້ວ ລາຍງານສະບັບນີ້ ເວົ້າວ່າ ລາວເປັນປະເທດແຫລ່ງຕົ້ນຕໍໃນການຄ້າມະນຸດໂດຍສະເພາະແມ່ນເອົາ ຄົນໄປຂາຍ ໃນປະເທດໄທ, ຈີນ, ຫວຽດນາມ ແລະມາເລເຊຍ. ດັ່ງທີ່ໄດ້ລາຍ ງານໄປໃນໄລຍະ 5 ປີຜ່ານມານີ້ ພວກຄ້າມະນຸດໄດ້ກົດຂີ່ຂູດຮີດຜູ້ໄດ້ຮັບເຄາະ ຮ້າຍທັງຈາກພາຍໃນ ແລະຕ່າງປະເທດຢູ່ໃນລາວ ແລະພວກຄ້າມະນຸດໄດ້ຂູດ ຮີດພວກຄົນລາວຢູ່ຕ່າງປະເທດ. ພວກຄ້າມະນຸດ ໄດ້ກົດຂີ່ຂູດຮີດແມ່ຍິງ ແລະ ເດັກສາວເປັນຈໍານວນຫລວງຫລາຍຢູ່ໃນໄທ ໃນຂະແໜງການຄ້າປະເວນີ ແລະ ບັງຄັບໃຫ້ອອກແຮງງານເປັນຜູ້ຮັບໃຊ້ຢູ່ໃນເຮືອນ, ໂຮງງານຫລືໃນຂະແໜງກະ ສິກໍາ ແລະໃນບາງກໍລະນີ ມີການກົດຂີ່ ຜູ້ທີ່ຖືກຂາຍໄປເປັນເຈົ້າສາວ ຢູ່ໃນຈີນ ເພື່ອການຄ້າປະເວນີ ຫລືເປັນທາດຮັບໃຊ້ຢູ່ໃນເຮືອນ.
ພວກຄ້າມະນຸດໄດ້ກົດຂີ່ຂູ່ພວກຜູ້ຊາຍແລະເດັກນ້ອຍລາວ ທີ່ຖືກບັງຄັບໃຊ້ແຮງງານຢູໃນອຸດສາຫະກຳການປະມົງ, ການກໍ່ສ້າງແລະກະເສດຕະກຳຂອງໄທ. ມີ ລາຍງານວ່າ ມີເຈົ້າໜ້າທີ່ໃນທ້ອງຖິ່ນບາງຄົນ ອາດມີສ່ວນໃນການການເຮັດໃຫ້ມີສະພາບການຄ້າມະນຸດງ່າຍຂຶ້ນ ໂດຍຮັບເງິນສິນບົນ ເພື່ອອຳນວຍຄວາມສະ ດວກໃນດ້ານຄົນເຂົ້າເມືອງ ຫຼືການຂົນສົ່ງພວກຍິງສາວໄປຈີນ.
ຜູ້ໄດ້ຮັບເຄາະຮ້າຍ ໂດຍສະເພາະແມ່ນພວກທີ່ມາຈາກພາກໃຕ້ຂອງປະເທດ ແມ່ນຖືກພວກຄ້າມະນຸດຫລອກໄປຂາຍແຮງງານ ແລະຂາຍປະເວນີຢູ່ປະເທດປາຍທາງ. ຜູ້ໄດ້ຮັບເຄາະຮ້າຍບາງຄົນໄປທີ່ນັ້ນ ໂດຍໄດ້ຮັບການຊ່ວຍເຫລືອຈາກນາຍໜ້າທີ່ຖືກກົດໝາຍຫລືບໍ່ຖືກກົດໝາຍໃນຂະນະທີ່ຄົນອື່ນແມ່ນຍົກຍ້າຍໄປເອົາເອງຜ່ານດ່ານຂ້າມຊາຍແດນ 101 ແຫ່ງຂອງປະເທດ ໂດຍໃຊ້ເອກະສານເດີນທາງທີ່ຖືກຕ້ອງ. ດ່ານຂ້າມຊາຍແດນຫລາຍໆແຫ່ງແມ່ນຖືກຄວບຄຸມໂດຍເຈົ້າໜ້າທີ່ກວດຄົນເຂົ້າເມືອງລະດັບແຂວງ ແລະເມືອງທີ່ບໍ່ໄດ້ຮັບການຝຶກອົບຮົມຢ່າງພຽງພໍ ແລະມີຊົ່ວໂມງເຮັດວຽກຢ່າງຈຳກັດ ຊຶ່ງເຮັດໃຫ້ງ່າຍ ສຳລັບພວກຄ້າມະນຸດໃຊ້ເປັນຈຸດຜ່ານໃນການເຄື່ອນເອົາພວກເຄາະຮ້າຍລາວຂ້າມໄປປະເທດເພື່ອນບ້ານ. ພວກທີ່ໃຫ້ບໍລິການຂົນສົ່ງ ຢູ່ໃກ້ຊາຍແດນລາວຕິດກັບໄທ ອຳນວຍຄວາມສະດວກໃນການຈັດແຈງໃຫ້ພວກອົບພະຍົບດ້ານເສດຖະກິດໃຫ້ໄປອອກແຮງງານ ຫລືຂາຍປະເວນີແບບຖືກບີບບັງຄັບຢູ່ໄທ. ພວກຄ້າມະນຸດຕ່າງປະເທດມີການຮ່ວມມືກັນເພີ້ມຂຶ້ນກັບພວກນາຍໜ້າຢູ່ລາວ. ບາງຄັ້ງພວກຂັບລົດໄດ້ພົບກັບແຮງງານເຫຼົ່ານີ້ເວລາເຂົາເຈົ້າກັບຄືນໄປລາວ ແລ້ວກໍອຳນວຍຄວາມສະດວກໃຫ້ແກ່ພວກເຂົາກັບຄືນເຂົ້າໄປໄທອີກ. ພວກຄ້າມະນຸດຢູ່ໃນເຂດ ຊົນນະບົດ ມັກຈະຊັກຊວນເອົາຄົນຮູ້ຈັກຮັກແພງ ແລະພີ່ນ້ອງກັນໄປໂດຍສັນຍາ ວ່າ ຈະມີໂອກາດໄດ້ວຽກເຮັດງານທໍາ ຫລືແຕ່ງງານດີ ຢູ່ໃນປະເທດເພື່ອນບ້ານ ແລ້ວກໍຫລອກໃຫ້ເຂົາເຈົ້າ ໄປຕົກຢູ່ໃນສະພາບຂາຍປະເວນີ ຫລືອອກແຮງງານ ແບບບັງ ຄັບໂດຍສະເພາະແມ່ນພວກເດັກນ້ອຍທີ່ຍັງບໍ່ເຖິງກະສຽນຢູ່ເຂດຊົນນະ ບົດ ມັກຈະຕົກເປັນເຫຍື່ອໄດ້ງ່າຍ. ນັກຮຽນແມ່ນບໍ່ຄ່ອຍຢາກສືບຕໍ່ຮຽນໜັງສືສູງ ໂດຍສະເພາະແມ່ນໃນເມື່ອອາຍຸກະສຽນເຮັດວຽກຖືກກົດໝາຍແມ່ນ 14 ປີແລະ ມີຄ່າແຮງງານສູງຢູ່ຕ່າງປະເທດເປັນສິ່ງດຶງດູດໃຈ.
ໂດຍທີ່ປາດສະຈາກການດູແລ ຂອງເຈົ້າໜ້າທີ່ທ້ອງຖິ່ນ ພວກກໍາມະກອນຕ່າງ ປະເທດແລະລາວທີ່ອາໄສຢູ່ໃນ ຫລືໃກ້ສະຖານເຂດທີ່ເປັນນິຄົມປູກຝັງກະສິກໍາຕ່າງໆ ແລະຢູ່ໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະຢູ່ໃນເຂດເສດຖະ ກິດພິເສດຂອງບໍລິສັດຕ່າງປະເທດ ມີຄວາມສ່ຽງຕໍ່ການຕົກເປັນເຫຍື່ອຂອງການ ຖືກເອົາໄປຂາຍໃຫ້ອອກແຮງງານແບບບັງຄັບ ແລະຄ້າປະເວນີ. ມີລາຍງານວ່າ ຢູ່ໃນເຂດເສດຖະກິດບໍ່ເຕັນທີ່ຢູ່ໃກ້ ກັບຊາຍແດນຈີນເປັນບ່ອນທີ່ມີອຸດສາຫະກໍາ ການຄ້າປະເວນີທີ່ມີລາຍໄດ້ງອກງາມ. ມີລາຍງານອັນອື່ນອີກສະແດງໃຫ້ເຫັນວ່າ ຊາວມຽນມາທີ່ເຮັດວຽກໃຊ້ແຮງງານໜັກ ຫຼືພົວພັນກັບການຄ້າປະເວນີ ໃກ້ໆເຂດສາມຫລ່ຽມຄຳຢູ່ກໍ້າຂອງລາວ ຊຶ່ງເປັນບໍລິເວນຊາຍແດນລາວມຽນມາ ແລະໄທ ມາບັນຈົບຄົບກັນນັ້ນ ກໍອາດມີ ການຄ້າມະນຸດເຊັ່ນກັນ. ພວກຄ້າມະນຸດຍັງກົດຂີ່ຂູດຮີດແມ່ຍິງ ແລະເດັກສາວ ຫວຽດນາມ, ຈີນ ແລະລາວ ໃນການຄ້າປະເວນີຢູ່ໃນຕົວເມືອງທີ່ໃຫຍ່ກວ່າຂອງ ລາວ ທີ່ຢູ່ໃກ້ກັບເຂດຊາຍແດນ ຂອງປະເທດ, ໂຮງຫລິ້ນການພະນັນກາຊີໂນ, ແລະເຂດເສດຖະກິດພິເສດ ໂດຍມີລາຍງານວ່າ ທັງນີ້ ກໍເພື່ອຕອບສະໜອງ ຄວາມຕ້ອງການຂອງນັກທ່ອງທ່ຽວຄົນເອເຊຍ ແລະ ພວກກໍາມະກອນເຄື່ອນທີ່. ອົງການ NGO ຄໍານວນວ່າ ມີປະມານ 13,000 ຄົນ ທີ່ຢູ່ໃນການຄ້າປະເວນີ ຢູ່ໃນສະຖານທີ່ຕັ້ງທາງການຄ້າຂອງລາວ ແລະອາດຕົກ ເປັນເຫຍື່ອຂອງການ ຄ້າບໍລິການທາງເພດໄດ້ງ່າຍ ຊຶ່ງວ່າເປັນຈໍານວນສູງກວ່າ ຈໍານວນຄົນທີ່ຂາຍ ປະເວນີແບບເປັນອິດສະຫລະຢູ່ທົ່ວປະເທດ. ລາຍງານຫຼາຍສະບັບຍັງສະແດງ ໃຫ້ເຫັນວ່າ ມີນັກທ່ອງທ່ຽວເພື່ອສະແຫວງຫາການຮ່ວມເພດກັບເດັກນ້ອຍຈາກ ອັງກິດ, ອອສເຕຣເລຍ, ແລະສະຫະລັດໄດ້ເດີນທາງໄປຍັງລາວ ເພື່ອຂູດຮີດ ພວກທີ່ຕົກເປັນເຫຍື່ອ ຂອງການຄ້າບໍລິການທາງເພດ. ກໍາມະກອນມະກອນ ເກົາຫລີເໜືອທີ່ເຮັດວຽກຢູ່ໃນລາວ ອາດຈະຖືກບັງຄັບ ຈາກລັດຖະບານຂອງ ເຂົາເຈົ້າ ໃຫ້ອອກແຮງງານ ໃນປີທີ່ຂຽນບົດລາຍງານນີ້ຢູ່.