ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ແລະໄທຕົກລົງເຊື່ອມຕໍ່ລະບົບ ການ​ຂົນ​ສົ່ງ​ສິນ​ຄ້າເຂົ້າກັນ ໃຫ້ເປັນ ສູນກາງການຂົນສົ່ງສິນຄ້າ ແລະ ໂດຍສານ ທາງລົດໄຟ ຈາກຈີນ ຫາອາຊຽນ


ພິ​ທີ​ເປີດໂຄງ​ການ​ເຊື່ອມ​ໂຍງ​ລະ​ບົບ​ລາງ​ລົດ​ໄຟ​ມາດ​ຕະ​ຖານ ແລະ​ລາງ 1 ແມັດ​ ລະ​ຫວ່າງ​ລາວ​ໄທ ທີ່​ຈັດ​ຂຶ້ນ​ເມື່ອມໍ່ໆ ມານີ້ ຢູ່​ໃນນະ​ຄອນ​ຫລວງວຽງ​ຈັນ ໃກ້​ເຂດຊາຍ​ແດນ​ລາວ-ໄທ.
ພິ​ທີ​ເປີດໂຄງ​ການ​ເຊື່ອມ​ໂຍງ​ລະ​ບົບ​ລາງ​ລົດ​ໄຟ​ມາດ​ຕະ​ຖານ ແລະ​ລາງ 1 ແມັດ​ ລະ​ຫວ່າງ​ລາວ​ໄທ ທີ່​ຈັດ​ຂຶ້ນ​ເມື່ອມໍ່ໆ ມານີ້ ຢູ່​ໃນນະ​ຄອນ​ຫລວງວຽງ​ຈັນ ໃກ້​ເຂດຊາຍ​ແດນ​ລາວ-ໄທ.

ລາວ ແລະ ໄທຕົກລົງເຊື່ອມຕໍ່ລະບົບ Logistic ເຂົ້າກັນ ຊຶ່ງແນ​ໃສ່ການພັດທະນາໃຫ້ເປັນ ສູນກາງ ການ ຂົນສົ່ງສິນຄ້າ ແລະໂດຍສານທາງລົດໄຟກັບຈີນ ແລະອາຊຽນໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຊົງ​ລິດ ໂພນ​ເງິນ​ມີລາຍ​ງານ​ເລື້ອງນີ້​ມາ​ຈາກ​ບາງກອກ.

ທ່ານຈັນທອນ ສິດທິໄຊ, ປະທານບໍລິສັດເປ​ໂຕ​ຣ​ລຽ​ມ ເທຣດດິ້ງລາວຈຳກັດ ຢືນຢັນວ່າການຕົກລົງ ເປັນຫຸ້ນ​ສ່ວນຍຸດທະສາດ​ເພື່ອຄວາມ​ຈະ​ເລີນ​ເຕີບ​ໂຕ ​ແລະການພັດທະນາ​ແບບ​ຍືນ​ຍົງ​ລະຫວ່າງ​ລາວ-​ໄທ ທີ່​ໄດ້​ມີຂຶ້ນ​ໃນ​ໂອກາດ​ທີ່​ທ່ານພັນ​ຄຳ ວິພາວັນ, ​ນາຍົກລັດຖະມົນຕີລາວ ເດີນທາງ​ໄປ​ຢ້ຽມຢາມໄທ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ພົນ​ເອກປຣະຢຸດຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ ​ໃນ​ວັນ​ທີ 1-2 ມິຖຸນາ 2022 ຜ່ານ​ມາ ທັງ​ຍັງ ​ໄດ້​ຈັດ​ທຳ​ແຜນປະ​ຕິ​ບັດການຮ່ວມ​ກັນ​ໃນ​ໄລຍະ 2022-2026 ທີ່​ໄດ້​ຮັບໃຫ້​ຄວາມ​ສຳ​ຄັນເປັນ​ພິ​ເສດໃນ​ການ​ພັດ​ທະ​ນາ​ທາງເສດ​ຖະ​ກິດເພື່ອ​ຊີ​ວິດ ແລະ​ຄວາມ​ເປັນ​ຢູ່​ທີ່​ດີ​ຂຶ້ນ​ຂອງ​ປະ​ຊາ​ຊົນ​ລາວ-ໄທ ໂດຍ​ທີ່ສາມາດຈັດຕັ້ງປະຕິບັດໄດ້ກ່ອນພາກ​ສ່ວນອື່ນໆ ນັ້ນ ກໍ​ຄື​ການ​ພັດທະນາການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ລະຫວ່າງ​ຈີນ-ລາວ-​ໄທ​ ທີ່​ແນ​ໃສ່ການເພີ່ມ​ມູນ​ຄ່າ​ການ​ຄ້າ​ລະຫວ່າງກັນໃຫ້​ສູງ​ຂຶ້ນ ດ້ວຍ​ການ​ພັດທະນາ​ການ​ເຊື່ອມ​ຕໍ່​ລະ​ບົບ Logistic ​ລະຫວ່າງ​ລາວ ​ແລະ​ໄທ​ໃຫ້​ເປັນ​ສູນກາງ​ຂອງ​ການ​ເຊື່ອມ​ຕໍ່ລະຫວ່າງ​ຈີນ​ກັບ​ອາ​ຊຽນໄດ້​ຢ່າງ​ແທ້​ຈິງ ຍ່ອມຈະ​ສ້າງ​ຜົນ​ປະ​ໂຫຍດຢ່າງຫລວງ​ຫຼາຍ ​ດັ່ງ​ທີ່​ຈັນ​ທອນ​ຢືນ​ຢັນວ່າ:​
“ປ​ະເທດໄທນີ້​ເປັນ Hub ດ້ານ Logistic ​ປະ​ເທດລາວ​ນີ້ ເປັນ Link ​ ​ຮ່ວມ​ມືກັນ​ນີ້ ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ເກີດ​ປະ​ໂຫຍດ. ຕັ້ງ​ໄທ​ນີ້​ເປັນ​ຖານ​ໃຫຍ່​ດ້ານ​ Logistic, ພວ​ກເຮົາຈະ​ເປັນ​ຜູ້​ສະໜອງ Link ​ໃຫ້ ຊິ​ປະ​ສົບ​ຜົນສຳ​ເລັດ​ທີ່​ສຸດ ​ແລະຈະ​ສົ່ງ​ຜົນ​ໃຫ້​ໂຕນີ້ ​ຈະເກີດ​ຜົນສຳ​ເລັດ​ທີ່​ສຸດ ຄື​ເວົ້າ​ວ່າ ສັງຄົມ ທຸລະກິດ ມີວັດທະນະທໍາ ທຸລະກິດ ຊາຍແດນມີວັດທະນະທໍາຂອງຊາຍແດນ ຈັ່ງ​ຊັ້ນ ເຮົາເອງ​ຕ້ອງ​ເຂົ້າ​ໃຈ​ເລື້ອງກົນ​ໄກ​ການ​ຄ້າ​ຊາຍ​ແດນ​ເພາະວ່າລາວເອງນອກຈາກຈະເປັນຕົວ Link ເຮົາ​ຍັງ​ຢາກ ເປັນປະຕູສູ່ອາຊຽນໃຫ້​ກັບລະບົບ Logistic ຖ້າ​ແມານ​ລາວ​ກັບ​ໄທ​ຮ່ວມ​ມື​ກັນ​ໜິ ມັນຈະສ້າງລະບົບນິເວດ ດ້ານ logistic ໃຫມ່ສໍາລັບ ອານຸພາກພື້ນນີ້ ເພາະວ່າ ທ່ານເປັນ Hub ເຮົາເປັນ Link ຖ້າຮ່ວມມືກັນນີ້ ກໍແນ່ນອນ ແຫລະປະໂຫຍດ ມັນຈະເກີດສູງສຸດ.”

ກ່ອນ​ໜ້ານີ້ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທຖະ​ແຫລງ​ຢືນ​ຢັນ​ວ່າລັດຖະບານ​ໄທຈະ​ເລັ່ງລັດ​ການ​ພັດທະນາ​ລະບົບ​ຄົມມະນາຄົມ-ຂົນ​ສົ່ງ ​ເພື່ອເຊື່ອມ​ຕໍ່​ກັບ​ລາວ​ຢ່າງ​ຄົບ​ວົງ​ຈອນ​ໃຫ້​ໄວທີ່​ສຸດ ທີ່​ຈະໄວ​ໄດ້ ໂດຍສະເພາະແມ່ນເສັ້ນທາງເຊື່ອມ​ຕໍ່ລົດໄຟລາວ-ຈີນ ທີ່ຕ້ອງມີການກໍ່ສ້າງຂົວຂ້າມແມ່ນໍ້າຂອງ ແຫ່ງໃໝ່ ທີ່ເຊື່ອມຕໍ່ໜອງຄາຍ ຫານະຄອນຫລວງວຽງຈັນນັ້ນ ຈະດຳ​ເນີນ​ການ​ສຶກ​ສາ​ອອກ​ແບບ​ໃຫ້ ສຳ ເລັດໃນປີ 2022 ນີ້ ດັ່ງທີ່ນາຍພົນປຣະຢຸດໄດ້ໃຫ້​ການຢືນຢັນວ່າ:
“ພວກ​ເຮົາ​ຈະ​ເລັ່ງລັດ ​ແລະ ຂະຫຍາຍ​ການ​ເຊື່ອມ​ໂຍງ​ດ້ານຄົມມະນາຄົມ-ຂົນ​ສົ່ງ​ລະຫວ່າງ​ກັນ​ໃຫ້​ຫຼາຍ​ຂຶ້ນໂດຍ​ສະ​ເພາະ​ແມ່ນ​ການ​ກ້າວ​ໄປເຊື່ອມ​ຕໍ່​ລະ​ບົບລາງ​ຂອງ​ທັງ​ສອງ​ປະ​ເທດ ດ້ານ​ການ​ກໍ່ສ້າງ​ຂົວສຳ​ລັບ​ທາງ​ລົດ​ໄຟ​ຂ້າມ​ແມ່​ນ້ຳຂອງ​ແຫ່ງ​ໃໝ່​ໃກ້​ກັບ​ຂົວ​ມິດຕະພາບ​ໄທ-ລາວ​ແຫ່ງ​ທີ 1 ໂດຍ​ທີ່ໜ່ວຍ​ງານ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ​ຈະ​ເລັ່ງ​ຫາລື​ກັນ ​ເພື່ອໃຫ້​ບັນລຸ​ຂໍ້​ສະ​ຫຼຸບ​ກ່ຽວ​ກັບ​ຮູບ​ແບບຂອງ​ຂົວ​ດັ່ງກ່າວ​ພາຍ​ໃນ​ປີນີ້ ແລະ​ຈະ​ໃຊ້​ປະ​ໂຫຍດຈາກ​ໂຄງການ​ທາງ​ລົດ​ໄຟ​ລາວ-ຈີນ ໃຫ້​ເກີດ​ປະ​ໂຫຍດ​ສູງ​ສຸດ ເພາະ​ພວກ​ເຮົາເຫັນພ້ອມ​ທີ່​ຈະ​ສືບ​ຕໍ່​ພັດທະນາ​ໂຄງ​ສ້າງພື້ນຖານ​ ເຊັ່ນ ​ການ​ກໍ່ສ້າງ​ຂົວ​ມິດຕະພາບ​ໄທ-ລາວ​ແຫ່ງ​ທີ 5, ບຶງການ-ບໍລິ​ຄຳ​ໄຊ.”

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ຈະເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນກັບຈັງຫວັດໜອງຄາຍ ຊຶ່ງຈະເປັນຂົວທີ່ກໍ່ສ້າງຂະໜານກັນກັບຂົວຂ້າມແມ່ນໍ້າຂອງແຫ່ງທີ 1 ລະຫວ່າງ ລາວ-ໄທ ທີ່ນຳໃຊ້ໃນ ດ້ານການໂດຍ ສານ ແລະ ການຂົນສົ່ງສິນຄ້າທັງທາງລົດໄຟ ແລະ ລົດຍົນ ນັບຕັ້ງແຕ່ປີ 1994 ເປັນຕົ້ນມາ ແຕ່ສຳລັບຂົວຂ້າມນໍ້າຂອງແຫ່ງໃໝ່ນີ້ຈະຖືກນຳໃຊ້ເພື່ອຮອງຮັບການຂົນສົ່ງສິນຄ້າ ເປັນດ້ານຫຼັກທັງນີ້ທາງ ການໄທ ໄດ້ປັບປ່ຽນວິທີການຂົນສົ່ງສິນຄ້າໄປຈີນ ໂດຍຂະບວນລົດໄຟລາວ-ຈີນເປັນຄັ້ງທຳອິດເມື່ອວັນທີ 26 ມັງກອນ 2022 ທີ່ຜ່ານມາ ທັງຍັງຈະສືບຕໍ່ການສົ່ງສິນຄ້າໄປຈີນ ດ້ວຍວິທີການນີ້ເພີ່ມຂຶ້ນນັບມື້ ເພາະວ່າ ມີຄວາມສະດວກວ່ອງໄວ ແລະ ປະຢັດກວ່າ ການຂົນສົ່ງທາງລົດຍົນ ແລະ ທາງເຮືອໃນແມ່ນໍ້າຂອງ ໂດຍ ຄາດວ່າໄທ ຈະສົ່ງສິນຄ້າກະສິກຳເຊັ່ນຢາງພາລາ ແລະ ເຂົ້າສານໄປຈີນດ້ວຍລົດໄຟລາວ-ຈີນ ໃນປີ 2022 ນີ້ຄິດເປັນປະລິມານລວມເກີນກວ່າ 6 ລ້ານໂຕນ ຊຶ່ງຍັງບໍ່ລວມເຖິງໝາກໄມ້ 22 ຊະນິດທີ່ຄາດວ່າຈະມີ ປະລິມານເກີນກວ່າ 2.5 ລ້ານໂຕນ ຄິດເປັນມູນຄ່າຫຼາຍກວ່າ 5,600 ລ້ານໂດລາ.

XS
SM
MD
LG